ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຍັງເວົ້າຄວາມເກົ່າ ຢູ່ ເຈນີວາ
Anonymous

Date:
ທາງການລາວຍັງເວົ້າຄວາມເກົ່າ ຢູ່ ເຈນີວາ
Permalink   
 


ທາງການລາວຍັງເວົ້າຄວາມເກົ່າ ຢູ່ ເຈນີວາ

image

ທາງການ ລາວ ໄດ້ ຊີ້ແຈງ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຢູ່ໃນ ກອງປະຊຸມ ທົບທວນ ການ ປະຕິ ບັດ ວຽກງານ ດ້ານ ສິດທິ ມະນຸດ ຫລື UPR ຢູ່ ນະຄອນ ເຈນີ ວາ ປະເທດ ສວິຊແລັນ ໃນ ວັນທີ 20 ມົກກະຣາ ທີ່ ຜ່ານມາ ໂດຍ ແມ່ນ ທ່ານ ພົງສະຫວັດ ບຸບຜາ ຣັຖມົນຕຣີ ປະຈຳ ສຳນັກ ງານ ປະທານ ປະເທດ ແລະ ທັງເປັນ ປະທານ ຄນະ ກັມການ ສິດທິ ມະນຸດ ລາວ ໄດ້ກ່າວ ໃນທີ່ ປະຊຸມ ເປັນ ພາສາ ອັງກິດ ວ່າ:

"ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງ ສປປ ລາວ ກຳລັງ ດຳເນີນການ ແລະ ສືບສວນ ຢ່າງ ຈິງຈັງ ແລະ ຍັງຈະ ດໍາເນີນ ຕໍ່ໄປ ເພື່ອ ຊອກຫາ ຄວາມຈິງ ແລະ ນຳເອົາ ຜູ້ ກະທຳຜິດ ເຂົ້າສູ່ ຂະບວນ ການ ຍຸຕິທັມ ພາຍໃຕ້ ກົດໝາຍ ຂອງ ສປປລາວ".

ແຕ່ ຍາງນາງ ອຶງຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ອອກມາ ກ່າວ ທີ່ ມີເນື້ອໃນ ກົງກັນຂ້າມ ກັບ ຄຳເວົ້າ ຂອງທ່ານ ພົງສະຫວັດ ບຸບຜາ ໂດຍ ຍານາງ ໄດ້ກ່າວວ່າ:

"ການຊີ້ແຈງ ຂອງ ທ່ານ ພົງສະຫວັດ ບຸບຜາ ບໍ່ມີ ຂໍ້ມູນໃໝ່. ຍັງຄົງ ສືບຕໍ່ ເວົ້າວ່າ ການສືບສວນ ກຳລັງ ດຳເນີນໄປ, ແຕ່ວ່າ ເວລາຜ່ານ ໄປ 2 ປີ ແລ້ວ ແລະ ກໍຍັງ ບໍ່ມີຄວາມ ຄືບໜ້າ ຫຍັງ. ຂ້າພະເຈົ້າ ຫວັງວ່າ ດຽວນີ້ ຣັຖບານ ລາວ ຈະ ຮັບເອົາ ການຊ່ວຍເຫລືອ ຈາກ ສາກົນ, ຈັດຕັ້ງ ຄນະ ກັມມະການ ໃໝ່ ແລະ ເປັນ ອິສຣະ ເພື່ອ ສືບສວນ ກໍຣະນີ ດັ່ງກ່າວ ແລະ ຊອກຫາ ຕົວ ສົມບັດ".

ທ່ານ ສົມບັດ ສົມພອນ ຖືກ ລັກພາ ຕົວ ໄປ ໃນວັນທີ 15 ທັນວາ ປີ 2012 ຢູ່ໜ້າປ້ອມ ຕຳຣວດ ຖະໜົນ ທ່າເດື່ອ ໃກ້ກັບ ໂຮງຮຽນ ການຊ່າງ ລາວ-ເຢັຽຣະມັນ ເຂດ ບ້ານວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ ໂດຍ ມີ ເຈົ້າໜ້າທີ່ ຕຳຣວດ ຈຳນວນ ນຶ່ງ ເປັນ ຜູ້ຢຸດຣົດ ທ່ານ ສົມບັດ. ອີງຕາມ ຫລັກຖານ ຈາກ ກ້ອງ ວົງຈອນປິດ.

ຕໍ່ເຫດການ ດັ່ງກ່າວ ບັນດາ ອົງການ ຈັດຕັ້ງ ດ້ານ ສິດທິ ມະນຸດ ໄດ້ໃຫ້ ທັສນະ ວ່າ ຜູ້ເຈົ້າໜ້າທີ່ ຂອງ ທາງການ ລາວ ບາງທ່ານ ມີສ່ວນ ຮູ້ເຫັນ ໃນການ ລັກພາ ຕົວ ທ່ານ ສົມບັດ ສົມພອນ ໃນຄັ້ງນີ້.



__________________
Anonymous

Date:
Permalink   
 

ນີ້ຄືພຶຕິກັມຂອງພວກທີ່ເອີ້ນຕົນເອງວ່າສະຫຼາດສ່ອງໃສ,ມີຫົວຄິດປະດິດສ້າງໃນທາງ

ສໍ້ກົງ,ຕົວະລາຍ,ປັ້ນນໍ້າໃຫ້ເປັນຕ້ອນ.ເຂົາຖາມເລື່ອງສິດທິມະນຸດໃນລາວວ່າເປັນຫັຽງ

ບໍ່ມີການເຄົາຣົບ,ການພັດທະນາເພື່ອຄວາມສຸຂຂອງປະຊາຊົນເປັນຫັຽງຈຶ່ງບໍ່ໄປບໍ່ມາ

ທັງທີ່ຕ່າງປະເທດໃຫ້ການຊ່ວຍເຫຼືອຫຼາຍ,ທັງການຂຸດຄົ້ນນຳໄຊ້ຊັພຍາກອນທັມມະຊາດ

ກໍ່ຫຼວງຫຼາຍພາຍມາກບໍ່ວ່າປ່າໄມ້ ແລະບໍ່ແຮ່ແບບເປັນໄພຕໍ່ສິ່ງແວດລ້ອມ,ມັນບໍ່ສົມ

ດຸນກັນເລີຍກັບຊີວິດການເປັນຢູ່ຂອງປະຊາຊົນທີ່ນັບມື້ທຸກຍາກລົງກວ່າເກົ່າກ່ອນ

ສະໄໝ1975.ຮູ້ບໍ່ຄຳຕອບຂອງທ່ານຫົວໜ້າລາວທີ່ກອງປະຊຸມວ່າແນວໃດ?

ລະແມ່ນວ່າເນາະ,ເພິ່ນລະຊັກແມ່ນນໍ້າທັງ8 ມາວ່າເປັນຜົນພອຍຂອງຈັກກະພັດຕ່າງ

ດ້າວ ແລະ ປະຕິການຖີ້ມໄວ້ວ່າເດ.ເບິ່ງມັນເວົ້າຢ່າງບໍ່ອາຍປາກ(ສົມວ່າມັນຫອບບັ້ງຕົວະ

ມາຫາຕົວະຕ່າງຊາດໃນເວທີສາກົນອີ່ຫຼີ.)ຖ້າສົມທຽບໃສ່ຍີ່ປຸ່ນຜູ້ເຂົາບໍ່ອ້າປາກຍ້ອງຕົນເອງ

ວ່າສະຫຼາດສ່ອງໃສທີ່ໄຊ້ເວລາໄລ່ເລຍກັນກັບຜູ້ສະຫຼາດສ່ອງໃສສ້າງສາພັດທະນາຄືນໄໝ່ຫຼັງ

ສົງຄາມໂລກດ້ວຍການເສຍໄຊ,ບ້ານເມືອງຖືກທຳລາຍຈົນຈຳດິນ,ຊັພຍາກອນທັມມະຊາດ

ບໍ່ແຮ່ເຂົາບໍ່ມີຫັຽງພໍດີ້,ເຂົາຍັງສາມາດພື້ນຕົວແລະພັດທະນາປະເທດ,ໄຊ້ໜີ້ສົງຄາມ

ໄປພ້ອມໆກັນພາຍໃນພຽງ 40ປີ ທໍ່ໆກັນກັບກຸ່ມຜູ້ສະຫຼາດຄອງເມືອງລາວທີ່ເຮັດກົງກັນ

ຂ້າມກັບເຂົາ ແບບໜ້າມື ກັບ ຫຼັງຕີນ.ເອົາຄວາມນີ້ໄປເວົ້າໃຫ້ເດັກນ້ອຍລາວທີ່ຫ່າງໄກ້

ສອກຫຼີກໃນຊົນນະບົດທີ່ພວກເພິ່ນບໍ່ໄດ້ສ້າງໂຮງຮຽນໃຫ້ເຂົາໆກໍ່ຄົງບໍ່ເຊື່ອ.ແມ່ນບໍ່ພີ່ນ້ອງ

ຊາວລາວທັງຫຼາຍທີ່ບໍ່ແມ່ນຜເດັດການ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard