ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະປະຊາຊາດໃຫ້ລາວຮັບ ຂໍ້ສເນີ ແກ້ ບັນຫາ
Anonymous

Date:
ສະຫະປະຊາຊາດໃຫ້ລາວຮັບ ຂໍ້ສເນີ ແກ້ ບັນຫາ
Permalink   
 


ສະຫະປະຊາຊາດໃຫ້ລາວຮັບ ຂໍ້ສເນີ ແກ້ ບັນຫາ

image

 

ທາງການ ລາວ ແລະ ເຈົ້າໜ້າທີ່ ສະຫະ ປະຊາຊາດ ມີ ປະຊຸມ ກັນອີກ ຕ່າງຫາກ ໃນ ວັນທີ 21 ເດືອນ ມົກກະຣາ ນີ້ ທີ່ ນະຄອນ ເຈນີວາ ປະເທດ ສວິຊແລັນ ເພື່ອ ຮວບຮວມ ແລະ ຄັດເລືອກ ເອົາຄຳ ແນະນໍາ ຕ່າງໆ ທີ່ ຫລາຍ ປະເທດ ໄດ້ ສເນີມາ ນັ້ນ ໃຫ້ ຣັຖບານ ລາວ ນຳໄປ ປະຕິບັດ ແລະ ແກ້ໄຂ.

ໃນວັນ ທີ 23 ມົກກະຣາ ເຈົ້າໜ້າທີ່ ທັງສອງ ຝ່າຍ ຈະປະຊຸມ ກັນອີກ ຢ່າງເປັນ ທາງການ ແລະ ຣັຖບານ ສປປປ ລາວ ກໍຈະປະກາດ ຮັບເອົາ ຂໍ້ສເນີ ຕ່າງໆ ນັ້ນໄປ ປະຕິບັດ ໃນຣະຍະ 4 ປີ ຂ້າງໜ້າ. ດັ່ງ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ອະທິບາຍ ຕື່ມວ່າ:

“ສອງມື້ ຕໍ່ມາ ເພິ່ນຈະເຮັດ ບົດສລຸບ ອອກມາ ໃຫ້ທາງການ ຖືເມືອບ້ານ ນຳ ມີ ກອງປະຊຸມ ແຕ່ ບໍ່ກ່ຽວກັບ ເຮົາ ເຣື່ອງຂອງເພິ່ນ ເອງ; ທາງການ ລາວ ຈະໄດ້ ວຽກບ້ານ ເມືອ ຈະ ປະຕິບັດ ຫລືບໍ 6 ເດືອນ ຕໍ່ມາ ກັມມະການ ສະຫະ ປະຊາຊາດ ຈະ ມາກວດ ວຽກບ້ານ ຖື ເມືອນັ້ນ ປະຕິບັດ ໄດ້ຈັກຂໍ້ ແລ້ວ.”

ໃນ ກອງປະຊຸມ ທົບທວນ ເບິ່ງການ ນັບຖື ສິດທິ ມະນຸດ ໃນລາ ເມື່ອປີ 2010 ສະຫະ ປະຊາຊາດ ໄດ້ສເນີ ໃຫ້ລາວ ປະຕິບັດ ຕາມ ຂໍ້ ສເນີ 105 ຂໍ້; ແຕ່ ທາງການ ລາວ ຮັບ ປະຕິບັດ ແຕ່ 71 ຂໍ້; ອີກ 14 ຮັບ ປະຕິບັດ ພຽງແຕ່ ສ່ວນໃດ ສ່ວນນຶ່ງ; ສ່ວນ ທີ່ເຫລືອ ນັ້ນ ທາງການ ລາວ ບໍ່ສາມາດ ປະຕິບັດ ໄດ້ ເພາະຂາດ ຊັພຍາກອນ ມະນຸດ ແລະ ງົບປະມານ.

ເມື່ອທ້າຍ ຊຸມປີ 2000 ສະຫະ ປະຊາຊາດ ຢາກ ປົກປ້ອງ ແລະ ສົ່ງເສີມ ການນັບຖື ສິດທິ ມະນຸດ ໃນທຸກ ປະເທດ ສະມາຊິກ; ຈາກ ນັ້ນ ກໍໄດ້ ຈັດຕັ້ງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ຂື້ນ; ຕໍ່ມາ ກໍເລີ້ມ ສຳຣວດ ກວດກາ ການນັບຖື ສິດທິ ມະນຸດ ໃນທຸກ ປະເທດ ເມື່ອປີ 2010.

ການສຳຣວດ ກວດກາ ແລະ ທົບທວນ ເບິ່ງການ ນັບຖື ສິດທິ ມະນຸດ ນີ້ ເປັນການ ດຳເນີນງານ ທີ່ ຍາວນານ ມີຫລາຍຂັ້ນ ຫລາຍຕອນ; ຕົວຢ່າງ ສະເພາະ ສປປລາວ ຣັຖບານລາວ ຕ້ອງ ຣາຍງານ ການປັບປຸງ ການນັບຖື ສິດທິ ມະນຸດ ຕໍ່ ສະຫະ ປະຊາຊາດ ໃນ 6 ເດືອນ ຂ້າງໜ້າ ຄືໃນ ເດືອນ ມິຖຸນາ ປີນີ້. ອາວະຣີ ວິທຍູ ເອເຊັຽ ເສຣີ ຣາຍງານ ຈາກ ນະຄອນ ເຈນີວາ ປະເທດ ສວິຊແລັນ.



__________________
Anonymous

Date:
Permalink   
 

ສິດເສຣີພາບຂອງພົລເມືອງລາວ

image

 

 ເຖິງແມ່ນວ່າ ຫຼາຍປີ ມານີ້ ທາງການ ລາວ ຈະ ໂຄສະນາ ເຣື່ອງ ການສົ່ງເສີມ ສິດທິ ມະນຸດ ມາໂດຍ ຕລອດ ແຕ່ ກໍປະກົດ ວ່າ ພົລເມືອງ ລາວ ກໍຍັງ ບໍ່ກ້າ ສະແດງ ຄວາມຄິດເຫັນ ຫລື ຮຽກຮ້ອງ ສິດທິ ຂອງຕົນ ທາງດ້ານ ການປາກເວົ້າ ຂີດຂຽນ, ສິດ ກ່ຽວກັບ ທີ່ຢູ່ ອາສັຍ ຍ້ອນຢ້ານ ຖືກ ທາງການ ລົງໂທດ. ດັ່ງ ຊາວ ແຂວງ ໄຊຍະບູລີ ແລະ ອຸດົມໄຊ ເວົ້າວ່າ:

"ເຜົ່າມົ້ງ ຕ້ອງ ຍົກຍ້າຍ ໝົດ ຄັນຜູ້ໃດ ບໍ່ຍົກຍ້າຍ ໄປຢູ່ບ່ອນ ເພິ່ນ ຈັດຕັ້ງໃໝ່ ຫັ້ນ ຄັນບໍ່ຍ້າຍ ເວົ້າສັ້ນໆ ຫັ້ນແຫລະ ອັນນີ້ ຂໍໂທດນະ ເປັນ ຄວາມ ຫຍາບຊ້າ ໜ້ອຍນຶ່ງ ວ່າ ບໍ່ໃດ ບໍ່ຍ້າຍ ໄດ້ຖືກໄປ ເຂົ້າຄຸກ ວ່າຊັ້ນສະ ເພິ່ນວ່າ ສະນະ ຄັນ ຜູ້ໃດ ຖືກຍ້າຍ ຈາກພັຍ ທັມຊາດ ນີ້ ໃຜບໍ່ຖືກ ກະທົບ ແຕ່ຢາກ ຍົກຍ້າຍ ຢາກຍ້າຍໄປ ຢູ່ຈະໄດ້ ຕິດຄຸກ (ປະຊາຊົນ ອີກ ຜູ້ນຶ່ງ ກໍເວົ້າວ່າ) ຍັງຢາກຢູ່ ຄັນວ່າ ກໍຄືວ່າ ຫັ້ນແຫລະ ທາງ ໂຄງການ ເຂົາກໍເອົາ ໃຈໃສ່ຢູ່ ເຂົາເວົ້າຊື່ໆ ແຕ່ສຸດທ້າຍ ກໍຍັງ ບໍ່ສນອງ ໄດ້ຕາມ ຄວາມ ຕ້ອງການ".

ຊາວ ແຂວງ ອຸດົມໄຊ ເວົ້າວ່າ ຫລັງຈາກ ຖືກ ນໍ້າຖ້ວມ ໃນປີ 2013 ທາງການ ມີຄໍາສັ່ງໃຫ້ ບາງບ້ານ ໃນ ແຂວງນີ້ ໂຍກຍ້າຍ ໄປຢູ່ ບ່ອນໃໝ່ ແຕ່ ທາງການ ບໍ່ໃຫ້ ຄ່າຊົດເຊີຍ, ປະຊາຊົນ ສ່ວນຫລາຍ ຈຶ່ງ ບໍ່ຢາກ ຍ້າຍໜີ. ພໍແຕ່ ພວກເຂົາເຈົ້າ ສະແດງ ຄວາມ ບໍ່ພໍໃຈ ກັບ ຄໍາສັ່ງນັ້ນ ກໍຖືກ ເຈົ້າໜ້າທີ່ ທາງການ ຂົ່ມຂູ່ວ່າ ຈະຈັບ ເຂົ້າຄຸກ ຂນະທີ່ ປະຊາຊົນ ຈາກ ແຂວງ ໄຊຍະບູຣີ ຊຶ່ງໄດ້ຮັບ ຜົລກະທົບ ຈາກ ໂຄງການ ໂຮງໄຟຟ້າ ຖ່ານຫີນ ຫົງສາ ເວົ້າວ່າ ຕົນເຄີຍ ຂໍຮ້ອງ ທາງ ໂຄງການ ຊ່ວຍຝຶກ ອົບຮົມ ວິຊາຊີພ ໃຫ້ ແຕ່ບໍ່ໄດ້ ຮັບການ ເອົາໃຈໃສ່, ຈະຮຽກຮ້ອງ ຫາ ທາງການ ຊ່ວຍ ກໍບໍ່ກ້າ.

ເວົ້າເຖິງການ ຮຽກຮ້ອງ ສິດທິ ຢູ່ ສປປລາວ ແມ່ນແຕ່ ພະນັກງານ ຣັຖກອນ ກໍບໍ່ກ້າ ທີ່ ຈະສະແດງ ຄວາມຄິດເຫັນ ຫລື ຮຽກຮ້ອງ ສິດທິ ຕ່າງໆ ຂອງຕົນ. ດັ່ງ ພະນັກງານ ແຂວງ ສວັນນະເຂດ ເປີດເຜີຍ ວ່າ ຕົນເອງ ແລະ ເພື່ອນ ຮ່ວມງານ ຫລາຍຄົນ ໄດ້ຮັບເງິນ ເດືອນ ຊ້າຮອດ 3 ເດືອນ ແຕ່ບໍ່ກ້າ ເວົ້າ ກັບ ຫົວໜ້າ:

"ກໍບໍ່ຮູ້ວ່າ ສາເຫດ ຢູ່ໃສ ທຸກມື້ນີ້ ຍັງບໍ່ໄດ້ ຫຍັງ ເງິນສິໄດ້ ເມື່ອໃດ ກໍບໍ່ຈັກ ເພີ່ນ ມີແຕ່ວ່າ ໄດ້ໆ ບໍ່ໄດ້ສູ້ ເວົ້າຈັ່ງໃດ ບໍ່ໄດ້ລົມ ຈັ່ງໃດ ມີແຕ່ໂອ ເມື່ອໃດ ນໍສິໄດ້ເງິນ ມັນຍາກຢູ່ ຈັກສິໄປ ປຶກສາ ນໍາໃຜ ບໍໄດ້ສູ້ເວົ້າ ໄປແນວນັ້ນ ແນວນີ້ ມັນບໍ່ໄດ້ ກໍຈໍາເປັນ ບໍ່ໍ່ໄດ້ ຂຶ້ນແນວນັ້ນ ແຫລະ ຢ້ານເຂົາວ່າ".

ທ່ານເວົ້າ ອີກວ່າ ບໍ່ແມ່ນແຕ່ ເຣຶ່ອງ ເງິນເດືອນ ເທົ່ານັ້ນ ທີ່ບໍ່ກ້າເວົ້າ ແມ່ນແຕ່ ຈະ ຮຽກຮ້ອງ ຕໍ່ໜ່ວຍງານ ທີ່ ກ່ຽວຂ້ອງ ຂອງ ທາງການ ກໍຢ້ານວ່າ ຈະເປັນການ ສ້າງຄວາມ ຫຍຸ້ງຍາກ ໃຫ້ກັບ ຕົນເອງ ແລະ ເຖິງແມ່ນ ຈະຮຽກຮ້ອງ ໄປ ກໍຄົງ ບໍ່ໄດ້ຮັບ ການ ພິຈາຣະນາ ແກ້ໄຂ.



__________________
Anonymous

Date:
Permalink   
 

ຄຳອະທິບາຍທີ່ບໍ່ຖືກຈຸດ ຂອງ ທາງການ ລາວ

image

ກອງປະຊຸມ ທົບທວນ ເບິ່ງ ການ ນັບຖື ສິດທິ ມະນຸດ ຢູ່ລາວ ໃນຣະຍະ 4 ປີ ທີ່ ຜ່ານມາ ທີ່ ນະຄອນ ເຈນີວາ ປະເທດ ສວິຊແລັນ ເມື່ອ ວັນທີ່ 20 ມົກກະຣາ ນີ້. ທ່ານ ພົງສວັດ ບຸບຜາ ຣັຖມົນຕຣີ ປະຈຳ ສຳນັກງານ ປະທານ ປະເທດ ແລະ ປະທານ ຄນະ ກັມການ ແຫ່ງຊາດ ລາວ ເພື່ອ ສົ່ງເສີມ ສິດທິ ມະນຸດ ໄດ້ກ່າວ ຄຳປາໃສ ທີ່ ມີເນື້ອໃນ ໃຈຄວາມ ພໍສລຸບ ໄດ້ວ່າ ສປປລາວ ປົກປ້ອງ ແລະ ສົ່ງເສີມ ການນັບຖື ສິດທິ ມະນຸດ ຕລອດມາ. ຊາວລາວ ມີນິສັຍ ຮັກແພງ ສະມາຄີ ແລະ ເອື້ອເຟື້ອ ເພື່ອແພ່ ກັນດີ ຊຶ່ງ ເປັນຫລັກການ ພື້ນຖານ ຂອງ ສິດທິ ມະນຸດ. ຜ່ານມາ ຍ້ອນຂາດ ງົບປະມານ ແລະ ຊັພຍາກອນ ມະນຸດ ສປປລາວ ຈຶ່ງບໍ່ໄດ້ ສົ່ງເສີມ ການນັບຖື ສິດທິ ມະນຸດ ໃຫ້ໄດ້ດີ ເທົ່າທີ່ຄວນ.

ເຖິງຢ່າງໃດ ກໍດີ ຜ່ານມາ ຣັຖບານ ສປປລາວ ກໍໄດ້ ພຍາຍາມ ສົ່ງເສີມ ສິດທິ ມະນຸດ ຢ່າງເຕັມທີ ເຊັ່ນໄດ້ ຈັດຕັ້ງ ຄນະ ກັມມະການ ເພື່ອ ສົ່ງເສີມ ສິດທິ ມະນຸດ ຂື້ນ, ໄດ້ແປ ສົນທິ ສັນຍາ ວ່າດ້ວຍ ສິດທິ ມະນຸດ ເປັນ ພາສາລາວ ໄດ້ຈັດ ກອງປະຊຸມ ສັມມະນາ ເຜີຍແພ່ ສັນຍາ ນັ້ນໃຫ້ ເຈົ້າໜ້າທີ່ ແລະ ປະຊາຊົນ ລາວ ຊາບ, ໄດ້ ປັບປຸງ ການປົກຄອງ ໃຫ້ ດີຂື້ນ ຄືໄດ້ ອອກກົດໝາຍ ຕ້ານການ ສໍ້ຣາສ ບັງຫລວງ ກຳລັງ ປັບປຸງ ຣະບົບ ການດຳເນີນ ຄະດີ ໃຫ້ ຍຸຕິທັມແລະ ເປັນ ເອກກະຣາດ, ກຳລັງ ປ່ຽນແປງ ສະພາບ ກັກຂັງ ຢູ່ໃນຄຸກ ໃຫ້ ດີຂື້ນ, ໄດ້ອອກ ກົດໝາຍ ສົ່ງເສີມ ສິດທິ ຂອງ ຜູ້ຍິງ ແລະ ເດັກນ້ອຍ; ຈົນເຖິງ ປັດຈຸບັນ ສປປລາວ ໄດ້ເປັນ ພາຄີ ສົນທິ ສັນຍາ ກ່ຽວກັບ ສິດທິ ມະນຸດ ເຖິງ 7 ສະບັບ ແລະ ຍັງຈະ ພຍາຍາມ ເຊັນຮັບຮູ້ ອີກຫລາຍ ສະບັບ ເປັນຕົ້ນ ສົນທິ ສັນຍາ ຫ້າມບັງຄັບ ຫລັກພາຕົວ. ສ່ວນ ສິດ ເສຣີພາບໃນການ ປາກເວົ້າ ອອກຂ່າວ ໂຮມ ຊຸມນຸມ ນັ້ນ ໄດ້ຖືກ ກຳນົດໄວ້ ໃນ ຣັຖທັມມະນູນ ຢ່າງຄັກແນ່ ແລ້ວ.

ໃນຂນະນີ້ ສປປ ລາວ ກຳລັງ ຍື່ນ ຄຳຮ້ອງ ຂໍເປັນ ສະມາຊິກ ຂອງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ແລະ ກໍຫວັງ ໃຫ້ ປະເທດ ອື່ນໆ ຄົງຈະ ສນັບ ສນູນ. ໃນ ຕອນທ້າຍ ກອງປະຊຸມ ທ່ານ ພົງສວັດ ບຸບຜາ ກ່າວສລຸບ ວ່າ:

"ທ່ານ ເວົ້າວ່າ: ສປປລາວ ຈະສືບຕໍ່ ປົກປ້ອງ ແລະ ນັບຖື ສິດທິ ມະນຸດ ສືບຕໍ່ໄປ ແລະ ຫວັງວ່າ ຈະໄດ້ຮັບ ຄວາມ ຮ່ວມມື ຈາກ ປະເທດອື່ນໆ. ໃນຂນະ ດຽວກັນ ປະຊາຄົມ ໂລກ ຄົງຈະ ຮັບຮູ້ ຄວາມ ກ້າວໜ້າ ຂອງລາວ ໃນການ ນັບຖື ສິດທິ ມະນຸດ ແລະ ຄົງຈະ ເຂົ້າໃຈ ບັນຫາ ທ້າທາຍ ໃນການ ສົ່ງເສີມ ສິດທິ ດັ່ງກ່າວ.”

ຫລັງຈາກ ກອງປະຊຸມ ສິ້ນສຸດ ລົງ ຊາວລາວ ໂດຍ ສະເພາະ ສະມາຊິກ ອົງການ ເພື່ອ ປະຊາທິ ປະໄຕ ແລະ ສິດທິ ມະນຸດ ຂອງ ຊາວລາວ ທີ່ຢູ່ຕ່າງ ປະເທດ ໄດ້ ສະແດງ ຄວາມ ຜິດຫວັງ ໃນ ຄຳ ອະທິບາຍ ຂອງ ເຈົ້າໜ້າທີ່ ຂັ້ນສູງ ຂອງລາວ ດັ່ງ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ພັນທະມິດ ເພື່ອ ປະຊາທິ ປະໄຕ ໃນລາວ ທີ່ ໄດ້ເຂົ້າຮ່ວມ ຟັງ ເປັນເວລາ ຫລາຍ ຊົ່ວໂມງ ກໍເວົ້າວ່າ:

“ພາກທຳອິດ ເປັນການ ຣາຍງານ ຂອງ ຜູ້ຕາງໜ້າ ສປປລາວ ທີ່ ມາຮ່ວມ ກອງ ປະຊຸມ; ເພິ່ນ ຣາຍງານ ສະພາບ ສິດທິ ມະນຸດ ໃນລາວ ແຕ່ ປະກົດວ່າ ເພິ່ນ ຣາຍງານ ອັນໃດ ກໍດີໝົດ ເຊັ່ນໄດ້ ປັບປຸງ ຊີວິດ ຂອງ ຄົນລາວ ໄດ້ມີຢູ່ ມີກິນ ປັບປຸງ ຫລາຍດ້ານ ໃຫ້ ປະຊາຊົນ ຢູ່ດີ ມີສຸກ. ເຣື່ອງ ສົມບັດ ສົມພອນ ເພິ່ນບໍ່ໄດ້ ກ່າວເຖິງ ເລີຍ ຈົນຫລາຍ ປະເທດ ຢໍ້າ ສໍໍ້ຖາມ ຫລາຍ ເພິ່ນ ກໍຕອບວ່າ ສົງສັຍ ທ່ານ ສົມບັດສົມ ພອນ ມີສ່ວນ ພົວພັນ ກັບການ ກໍ່ການ ຮ້າຍ. ສຳລັບ ພວກ ເຮົາເຫັນວ່າ ເປັນເຣື່ອງ ທີ່ຮ້າຍແຮງ ທີ່ສຸດ ຖິ້ມໂທດ ໃສ່ການ ກໍ່ການຮ້າຍ. ທາງການ ລາວ ບໍ່ໄດ້ ເຮັດ ຫຍັງເລີຍ ເຣື່ອງວ່າ ຈະແກ້ໄຂ ແຕ່ວ່າຈະ ເອົາໃຈໃສ່ ຊອກຫາ ສືບຫາ ແຕ່ເວົ້າ ພຽງແຕ່ ລອຍໆ ແບບ ລັກສນະ ຕອບໄປ ພໍແລ້ວ ຮີດ. ສລຸບແລ້ວ ຕ່າງ ປະເທດ ໄດ້ ສໍ້ຖາມ ຢ່າງໜັກ ແຕ່ບໍ່ໄດ້ ຮັບ ຄຳຕອບ ຕອບແບບ ລວມໆຊື່ໆ. ເຣື່ອງທີ່ ໜ້າ ອັບອາຍ ກໍຄືວ່າ ຜູ້ຕາງໜ້າ ຝ່າຍຍິງ ເວົ້າວ່າ ອັນໃດ ກໍດີໝົດ ສິດທິ ແມ່ຍິງ ສິດທິ ເດັກນ້ອຍ ການ ສຶກສາ ກໍໄດ້ ຖືກ ປັບປຸງ. ບັນຫາ ຜູ້ຍິງລາວ ໂຕນ ໄປເປັນ ໂສເພນີ ຢູ່ໄທ ເດ໋ ໄດ້ເວົ້າ ເຖິງບໍ່? ຣັຖບານ ຫລາຍ ປະເທດ ໄດ້ ສໍ້ຖາມ ເຣື່ອງນີ້ ແຕ່ ປະກົດວ່າ ທາງການ ສປປລາວ ຕອບໄປ ແບບວ່າ ເພິ່ນມີ ໂຄງການ ຮ້ອຍ ຫ້າສິບ ກວ່າ ໂຄງການ ເພື່ອ ດູແລ ຜູ້ຍິງ ແລະ ເດັກນ້ອຍ. ສລຸບແລ້ວ ເປັນພຽງແຕ່ ຣາຍງານ ດອກ ໄມ້.”

ໃນ ທຳນອງ ດຽວກັນ ທ່ານ ວົງສວັດ ສິນບັນດິດ ສະມາຊິກ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ກໍໃຫ້ ຄຳຄິດ ຄຳເຫັນວ່າ:

“ໃນ 105 ຂໍ້ ເຂົາ ຮັບໄປ 14 ຂໍ້ ກໍ ປະຕິບັດ ບໍ່ໄດ້; ເຂົາເຮັດໄດ້ ກໍບໍ່ຮອດ ບໍ່ເຖິງ; ຕົວຢ່າງ ການ ຫາຍສາບສູນໄປ ຂອງ ທ່ານ ສົມບັດ ສົມພອນ ທ່ານ ໄດ້ຮັບ ຄຳຕອບ ທີ່ ໜ້າພໍໃຈ ບໍ່? ບໍ່; ເຣື່ອງ ສົມບົດ ສົມພອນ ເພິ່ນ ກໍຕອບ ບໍ່ຖືກ ເພິ່ນ ບໍ່ໄດ້ ໃຫ້ຄວາມ ສະດວກ ໃນການ ກວດກາ ມີແຕ່ຕົວະ ແລະ ຫລອກ. ນານາ ປະເທດ ເຂົາຢາກ ໃຫ້ມີ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ຢູ່ ລາວ ມີສິດໃຊ້ ອິນເຕີເນັດ; ເພິ່ນວ່າ ຈະໃຫ້ຄວາມ ສະດວກ ແຕ່ ຄວາມຈິງ ເພິ່ນ ກຳລັງ ເຮັດ ກົດໝາຍ ເພື່ອ ປາບປາມ ສິດທິ ໃນການ ປາກເວົ້າ. ອີກ ຢ່າງນຶ່ງ ເພິ່ນເອົາ ດິນ ເອົາດອນ ໄປ ເພິ່ນ ອະທິບາຍ ວ່າ ເພິ່ນໄດ້ ໃຫ້ ດິນ ແກ່ ປະຊາຊົນ ລາວ 2 ຮ້ອຍ ຄອບຄົວ ຄົນລາວ ໝົດ ປະເທດ ບໍ່ມີແຕ່ 2 ຮ້ອຍ ຄອບຄົວ ເທົ່ານັ້ນ; ດິນດອນ ເຂົາມີ ມາແຕ່ ປູ່ຍ່າ ໄລ່ເຂົາໜີ ຢ່າງບໍ່ ຍຸຕິທັມ.”

ສະມາຊິກ ພັນທະມິດ ຄົນນຶ່ງ ຈາກ ປະເທດ ຝຣັ່ງ ທີ່ໄດ້ ຕິດຕາມ ກອງ ປະຊຸມ ຄັ້ງ ທີ່ ສຳຄັນ ນີ້ ຢ່າງ ໃກ້ຊິດ ກໍໃຫ້ ຂໍ້ ສັງເກດ ວ່າ ການ ເຄື່ອນໄຫວ ຕໍ່ສູ້ ເພື່ອ ປະຊາ ທິປະໄຕ ແລະ ສິດທິ ມະນຸດ ຂອງ ຊາວລາວ ເທື່ອນີ້ ຖືວ່າ ໄດ້ຮັບ ຜົນ ສຳເຣັດ ດີ. ຕໍ່ຄຳ ຊີ້ແຈງ ຂອງ ທາງການ ລາວ ນັ້ນ ຕົນເຫັນວ່າ ສ່ວນ ຫລາຍ ເຈົ້າໜ້າທີ່ ທາງການ ລາວ ຕອບບັນຫາ ຫລື ຂໍ້ຂ້ອງໃຈ ຂອງ ປະເທດ ອື່ນໆ ບໍ່ຖືກຈຸດ ຖາມ ແນວນຶ່ງ ຕອບ ແນວນຶ່ງ ເຊັ່ນ ຖືກຖາມ ເຣື່ອງ ສິດທິ ມະນຸດ ຊ້ຳພັດ ຕອບ ເຣື່ອງ ການສ້າງສາ ພັທນາ. ອາວະຣີ ວິທຍຸ ເອເຊັຽ ເສຣີ ຣາຍງານ ຈາກ ນະຄອນ ເຈນີວາ, ສວິຊແລັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard