ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍອ້ນພາກັນໂກງຊາດ
Anonymous

Date:
ຍອ້ນພາກັນໂກງຊາດ
Permalink   
 


ລາວ ບໍ່​ສາມາດ​ບັນລຸ​ເປົ້າໝາຍ ​ການ​ຫລຸດຜ່ອນ​ບັນຫາ ​ຄວາມທຸກ​ຍາກ ​ຂອງ​ປະຊາຊົນ​ໄດ້ ​ພາຍ​​ໃນ​ປີ 2015

 

892A27E8-8B76-42C3-AB11-80B24A190E3A_w640_r1_s.jpg10933972_1388519998120908_2144710835734095563_n.jpg?oh=45f97e85600ab0edb3f550fbf589be35&oe=556CB9B6

 

ເຈົ້າໜ້າທີ່ຂັ້ນສູງໃນຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນສູນກາງ
ໄດ້ຍອມຮັບວ່າ ເປັນການຍາກຢ່າງຍິ່ງທີ່ລັດຖະບານລາວ ຈະຈັດຕັ້ງປະຕິບັດໃຫ້ບັນລຸເປົ້າ
ໝາຍສະຫັດສະວັດ ການພັດທະນາ ເພື່ອການລົບລ້າງບັນຫາ ຄວາມທຸກຍາກຂອງປະຊາ
ຊົນລາວໄດ້ຕາມແຜນການ ທີ່ວາງໄວ້ພາຍໃນປີ 2015 ຊຶ່ງລັດຖະບານລາວໄດ້ວາງເປົ້າ
ໝາຍທີ່ຈະລົດຄວາມຍາກຈົນ ລົງສູ່ລະດັບບໍ່ເກີນ 10 ເປີເຊັນ ຂອງບ້ານທັງໝົດ.

ທັງນີ້ໂດຍການຈັດຕັ້ງປະຕິບັດໃນຊ່ວງປີ 2011-2014 ທີ່ຜ່ານມາ ລັດຖະບານລາວສາມາດ
ລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນລາວໄດ້ໃນ 886 ບ້ານຄິດເປັນ 9.97 ເປີເຊັນ
ຂອງຈຳນວນບ້ານ ທີ່ມີຢູ່ທັງໝົດໃນທົ່ວປະເທດ ຫຼືຄິດສະເລ່ຍເປັນລະດັບຄວາມສາມາດ
ໃນການລົບລ້າງບັນຫາ ຄວາມຍາກຈົນໄດ້ພຽງແຕ່ 3 ເປີເຊັນ ກວ່າເທົ່ານັ້ນ ໃນແຕ່ລະປີ
ໃນຂະນະທີ່ຍັງເຫຼືອບ້ານຍາກຈົນຢູ່ເຖິງ 2,289 ບ້ານ ຄິດເປັນ 26.72 ເປີເຊັນ ຂອງຈຳນວນ ບ້ານທັງໝົດໃນທົ່ວປະເທດ.

ຍິ່ງໄປກວ່ານັ້ນ ການພັດທະນາໃນລະຍະທີ່ຜ່ານມາ ກໍຍັງເຮັດໃຫເກີດບັນຫາກ່ຽວກັບການ
ແຕກໂຕນກັນ ໃນລະດັບການພັດທະນາ ທາງເສດຖະກິດ ລະຫວ່າງເຂດເມືອງກັບເຂດຊົນ
ນະບົດ ເພີ້ມຂຶ້ນນັບມື້ອີກດ້ວຍ ກໍຄືຂະນະ ທີ່ເຂດເມືອງມີສິ່ງອຳນວຍຄວາມສະດວກຕ່າງໆ
ຫຼາຍຂຶ້ນນັ້ນ ເຂດຊົນນະບົດ ກັບຍັງຂາດແຄນໃນທຸກດ້ານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນອຳນາດ ການປົກຄອງແຂວງຫົວພັນ ໄດ້ໃຫ້ການຢືນຢັນວ່າ:

ທັງ​ນີ້​ໂດຍ​ຈະ​ເຫັນ​ໄດ້​ ຈາກ​ການ​ພັດທະນາ​ເສດຖະກິດ​ ໃນເຂດ​
ນະຄອນຫລວງ​ວຽງ​ຈັນ ຊຶ່ງ​ມີ​ຍອດ​ຜະລິດ​ຕະພັນ​ລວມ (GDP) ​ເຖິງ 29,912 ຕື້​ກີບ ​ໃນແຜນ ການ​ປີ 2013-2014 ທີ່​ຖົວ​ສະ​ເລ່ຍ​ເປັນ​ລາຍ​ໄດ້​ ຂອງ​ປະຊາຊົນ​ໃນ​ເຂດ​ນະຄອນ ຫລວງ​ວຽງ​ຈັນ​ ໄດ້​ເຖິງ 30 ລ້ານ​ກີບ ຫຼື 3,800 ດອນລາ ຕໍ່​ຄົນຕໍ່​ປີນັ້ນ.

ຫາກ​ແຕ່​ວ່າ​ສຳ​ຫລັບ​ປະຊາຊົນ​ລາວ ທີ່ຢູ່​ແ​ຂວງ​ຜົ້ງສາລີ ກັບ​ຍັງ​ມີ​ລາຍ​ໄດ້​ສະ​ເລ່ຍພຽງ 6
ລ້ານ​ກີບ ຫຼື 745 ດອນລາຕໍ່​ຄົນ​ຕໍ່​ປີ ​ ໃນ​ຂະນະ​ທີ່​ອັດຕາ​ຄວາມ​ຍາກຈົນ​ ຍັງ​ສູງ​ກວ່າ 45 ​ເປີ​ເຊັນ ຂອງ​ປະຊາກອນ​ທັງ​ໝົດ ຈຶ່ງ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ ທີ່​ແຂວງ​ຜົ້ງສາລີ ຈະ​ສາມາດ​ລົບ​ລ້າງ ​ຄວາມ​ຍາກຈົນ​ໄດ້ ຕາມ​ເປົ້າໝາຍ​ພາຍ​ໃນ​ປີ 2015 ​ເຊັ່ນ​ດຽວ​ກັນ​ກັບ​ແຂວງ​ຫົວພັນ ອຸດົມ​ໄຊ ຫລວງ​ນ້ຳທາ ບໍ່​ແກ້ວ ​ໄຊ​ສົມບູນ ຄຳ​ມ່ວນ ​ເຊ​ກອງ ສາລະ​ວັນ ​ແລະ​ອັດ​ຕະປື ກໍ​ຕົກ​ຢູ່​ພາຍ​ໃຕ້​ສະພາບ​ການ​ດຽວ​ກັນ​ນີ້.

F9EB969E-80BF-4DC3-B3FE-A151C8534106_w268.jpg

 

“ຂໍ້ຫຍຸ້ງຍາກອັນໜຶ່ງນີ້ ແມ່ນພື້ນຖານໂຄງລ່າງ ໄທເຮົານີ້
ຖືວ່າຍັງບໍ່ທັນຮອງຮັບເນາະ ເຊັ່ນວ່າຫ້ອງການບ່ອນເຮັດ
ວຽກ ບ່ອນພັກເຊົ່າຂອງພະນັກງານລັດຖະກອນ ທະຫານ
ຕຳຫລວດນີ້ ຖືວ່າຍັງບໍ່ທັນພ້ອມ ສອງມານີ້ ກະເສັ້ນທາງ
ເນາະ ກໍບໍ່ແມ່ນທາງປູຢາງເນາະ ລະດູຝົນນີ້ ກໍໄປຍາກ
ບໍ່ສະດວກ ບັນຫາທີ່ສາມມານີ້ ກໍພະນັກງານ​ນັກ​ລົບ
ຈຳນວນ​ໜຶ່ງ​ເນາະ ຖື​ວ່າ​ບໍ່​ທັນ​ມີ​ແນວ​ຄິດ​ໂອນ​ອຽງ​ທຸ່ນ​ທ່ຽງ​
ຫັ້ນ​ແຫລະ.”

ທັງ​ນີ້​ໂດຍ​ມີ​ສາ​ເຫດ​ທີ່​ສຳຄັນ ​ມາ​ຈາກ​ການ​ທີ່​ລັດຖະບານ​ລາວ ບໍ່​ສາມາດ​ຕອບ​ສະໜອງ​ງົບ
ປະມານ​ໄດ້​ຢ່າງ​ພຽງພໍ ຈຶ່ງ​ເຮັດ​ໃຫ້​ກວ່າ 25 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ​ເຂົ້າບໍ່​ເຖິງ​ ການ​ບໍລິ
ການ​ຕ່າງໆ​ ຂອງ​ລັດຖະບານ ​ແລະ 2 ​ໃນ 3 ຂອງ​ບ້ານ​ທັງ​ໝົດ​ກໍ​ຍັງ​ບໍ່​ມີ​ການ​ຜະລິດ​ສິນຄ້າ
​ເພື່ອ​ຕອບ​ສະໜອງ​ຕະຫລາດ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດກໍ​ຕາມ ທ່ານ​ບຸນ​ເຮືອງ ດວພະຈັນ ຫົວໜ້າ​ຄະນະ​ພັດທະນາ​ຊົນນະ​ບົດ ​ແລະ​ລົບ
​ລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ ​ໄດ້​ຢືນຢັນ​ວ່າ ມີຄວາມເປັນໄປໄດ້ສູງ ທີ່ລັດຖະບານລາວ
ຈະສາມາດບັນລຸເປົ້າໝາຍ ດ້ານການລົດຈຳນວນຄອບຄົວ ທີ່ທຸກຈົນໄດ້ ຕາມແຜນການ ທີ່
ວາງໄວ້ໃນປີ 2015 ກໍຄືການເຮັດໃຫ້ຍັງເຫຼືອຄອບຄົວ ທີ່ທຸກຈົນຢູ່ບໍ່ເກີນ 11 ເປີເຊັນ ຂອງ
ຈຳນວນຄອບຄົວທັງໝົດໃນທົ່ວປະເທດ.

ທັງນີ້ກໍເນື່ອງຈາກວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆ ນັບແຕ່ແຜນການປີ
2011-2012 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍປາກົດວ່າ ລັດຖະບານລາວ ສາມາດລົບລ້າງ
ຄອບຄົວ ທີ່ທຸກຍາກໄດ້ເຖິງ 82,400 ກວ່າຄອບຄົວ ຫຼືຄິດເປັນ 8 ເປີເຊັນ ຂອງຈຳນວນ ຄອບຄົວທັງໝົດ ໃນຂະນະທີ່ໃນປັດຈຸບັນ ຍັງຄົງເຫຼືອຄອບຄົວທຸກຍາກຢູ່ປະມານ 14.8 ເປີເຊັນ ຂອງຈຳນວນຄົວເຮືອນທັງໝົດໃນທົ່ວປະເທດຈຶ່ງເຮັດໃຫ້ລັດຖະບານລາວມີຄວາມໝັ້ນໃຈ
ວ່າ ຈະສາມາດລົບລ້າງຄອບຄົວທຸກຍາກລົງສູ່ລະດັບບໍ່ເກີນ 11 ເປີເຊັນ ໄດ້ໃນປີ 2015 ດັ່ງກ່າວຢ່າງແນ່ນອນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard