ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບ້ານໃໝ່ທີ່ໃຫຍ່ໂຕ ຂອງຜູ້ນໍາ ລາວ
Anonymous

Date:
ບ້ານໃໝ່ທີ່ໃຫຍ່ໂຕ ຂອງຜູ້ນໍາ ລາວ
Permalink   
 
ບ້ານໃໝ່ທີ່ໃຫຍ່ໂຕ ຂອງຜູ້ນໍາ ລາວ

/download.spark?ID=1664172&aBID=138054image

ແຫລ່ງຂ່າວ ຈາກ ທ້ອງຖິ່ນ ຣາຍງານ ເມື່ອ ວັນທີ 21 ມົກຣະກາ ນີ້ ວ່າ ປັຈຈຸບັນ ຜູ້ນຳ ລາວ ບາງທ່ານ ພາກັນ ປຸກເຮືອນ ຫລັງ ໃຫຍ່ ແບບ ຫລູຫລາ, ຊຶ່ງເຫັນໄດ້ ຢ່າງເປີດແປນ ແມ່ນ ເຮືອນ ຂອງ ທ່ານ ຈູມມາລີ ໄຊຍະສອນ, ປະທານ ປະເທດ, ຢູ່ເຂດ ບ້ານ ທາດຫລວງ, ເມືອງ ໄຊເສດຖາ, ນະຄອນ ຫລວງ ວຽງຈັນ. ສະເພາະ ແຕ່ ການ ສ້າງສວນ ໃນ ບໍຣິເວນ ອ້ອມຮອບ ເຮືອນ ເທົ່ານັ້ນ ຍັງໃຊ້ເງິນ ເຖິງ 5 ຕື້ ກີບ (ເທົ່າກັບ 20 ລ້ານ ບາດ), ແຕ່ ແຫລ່ງຂ່າວ ບໍ່ໄດ້ ຣະບຸ ຄ່າ ການກໍ່ສ້າງ ສະເພາະ ໂຕບ້ານ.

ສຳລັບ ຜູ້ຮັບເໝົາ ການກໍ່ສ້າງ ນັ້ນ ແມ່ນ ກຸ່ມ ບໍຣິສັດ ພອນສັກ ເປັນຜູ້ ຮັບຜິດຊອບ, ຊຶ່ງ ກຸ່ມ ບໍຣິສັດ ດັ່ງກ່າວ ໄດ້ເຊັນ ສັນຍາ ວ່າຈ້າງ ບໍຣິສັດ ເຊີຍ ສະຕູດີໂອ ແອນ ໂລໂກ ເພື່ອ ອອກແບບ ແລະ ກໍ່ສ້າງ.

ແຫລ່ງຂ່າວ ຣາຍງານ ຕື່ມວ່າ ບໍຣິສັດ ພອນສັກ ແມ່ນມີ ສາຍສັມພັນ ກັບ ຄອບຄົວ ຂອງ ທ່ານ ຈູມມາລີ ໄຊຍະສອນ ແລະ ໄດ້ຮັບ ສັມປະມານ ການຕັດໄມ້, ຂຸດຄົ້ນ ບໍ່ແຮ່ ແລະ ໂຄງການ ສັມປະທານ ອື່ນໆ ຢູ່ໃນ ປະເທດ ລາວ.

ນອກຈາກ ນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກ ຣັຖມົນຕຣີ ຫາກໍ່ສ້າງ ເຮືອນ ຫລັງໃໝ່ ມູນຄ່າ ປະມານ 20 ຕື້ ກີບ ທີ່ ຕັ້ງຢູ່ເຂດ ທາງເຂົ້າ ບ້ານ ໜອງໜ່ຽງ, ເມືອງ ໄຊເສດຖາ, ນະຄອນ ຫລວງ ວຽງຈັນ.

ກ່ຽວກັບ ການ ປຸກເຮືອນ ຂອງ ຜູ້ນຳລາວ, ຊາວລາວ ກໍພາກັນ ວິພາກ ວິຈານ ກັນ ກ່ຽວກັບ ແຫລ່ງເງິນ ທີ່ໄດ້ມາ ໃຊ້ຈ່າຍ ໃນການ ປຸກເຮືອນ. ດັ່ງ ຊາວລາວ ທ່ານນຶ່ງ ເວົ້າວ່າ:

“ບັນດາ ທ່ານ ໆ ຫັ້ນກໍ່ ຕອບຂ້ອຍ ໄດ້ບໍ່ວ່າ ເງິນ ເດືອນ ທ່ານ ຫັ້ນ ຈັກກິີບ ເດືອນນຶ່ງ ຫັ້ນນ່າ ທັງຄ່າເບັ້ຽລ້ຽງ ສສັດດີການ ຕ່າງໆ ໝົດທຸກຢ່າງ ເອົາມາ ລວມກັນ ເດືອນນຶ່ງ ໄດ້ຈັກກີບ ບັນດາ ທ່ານໆ ຫັ້ນນ່າ ແລ້ວເອົາເງິນ ມາແຕ່ໃສ ອັນມາ ປຸກເຮືອນ ເປັນຕື້ໆ ຫັ້ນນ່າ”

ກ່ຽວກັບ ບັນຫາ ດັ່ງກ່າວ ປະຊາຊົນ ລາວ ກໍພາກັນ ຈັບກຸ່ມກັນ ເວົ້າຕື່ມວ່າ ປະເທດລາວ ໃນ ປັດຈຸບັນ ກຳລັງ ປະສົບກັບ ບັນຫາ ທາງດ້ານ ເສຖກິຈ, ເປັນຕົ້ນ ແມ່ນ ພະນັກງານ ຣັຖກອນ ບໍ່ໄດ້ເງິນ ເດືອນ ເປັນ ປົກກະຕິ ອົດມື້ ກິນມື້, ແຕ່ວ່າ ຜູ້ນຳລາວ ບາງທ່ານ ຊ້ຳພັດ ແຂ່ງກັນ ປຸກເຮືອນ ຫລັງໃຫຍ່ ແບບ ຫລູຫລາ.

__________________
Anonymous

Date:
Permalink   
 
ບັກຈູມມັນເອົາເງິນມາໃສຫລວງຫລາຍແທ້ປຸກເຮືອນອັນໃຫ່ຍໂຕ

ມະໂຫລານ,ເງິນເດືອນຂອງມັນບໍ່ເຖິງສີ່ຮ້ອຍດອນລາຕໍ່ເດືອນ,ຍ້ອນ

ມັນໂກງຊາດຂາຍແຜ່ນດິນ

__________________
Anonymous

Date:
Permalink   
 
ເວົ້າຫັຍງບໍ່ໄດ້ຫລາຍ ເພາະຜູ້ນຳ ບໍ່ມີຄວາມລະອາຍໃຈຕໍ່ ຊາດ ປະຊາຊົນ ຊົນຊັ້ນກຳມະກອນ

ປາກເພິ່ນເວົ້າແນວໜື່ງ ແຕ່ເຮັດແນວໜື່ງ  ເວົ້າມາແລ້ວເປັນຕາຢາກຫົວ ຜູ້ນຳລາວ.

ລ້ຽງລູກ ລ້ຽງຫລານ ລ້ຽງພັກພວກໄວ້ ແລະເພິ່ນເອງກໍ່ອຳນວຍຄວາມສະດວກ ໃຫ້ເຮັດທຸລະກິດ ແບບສໍ້ໂກງລັດ ແລະຊາວຜູ້ອອກແຮງງານ.

ອາກອນ ແລະພາສີ ເສຍຫາຍ ແລະ ເກັບບໍ່ໄດ້ ນຳຄົນກຸ່ມນີ້ຈຳນວນມະຫາສານ,

ສິງທີ່ລັດເຮັດໄດ້ຄື ເກັບອາກອນ ແລະພາສີ ແຕ່ນຳພວກ ຫາເຊົ້າກິນຄ່ຳ ຊົນຊັ້ນກຳມະກອນຢ່າງໜັກ ແລ້ວມັນຈະໄດ້ຫັຍງຫລາຍ

ຫລັງຈາກນັ້ນກໍ່ອອກມາເວົ້າແບບ ໂxໍ ໆ ວ່າເກັບລາຍຮັບບໍ່ໄດ້ ພວກxວາຍ

__________________
Anonymous

Date:
Permalink   
 
ຕູ້ແຂ້ວຜູ້ທວາຍເຈົ້າບຸນອູ້ມ ກະເວົ້າທຳນອງດຽວວ່າທ້າວຈູມມະລີ ໄຊຍະສອນ

ກະຢູ່ໃນດວງດຽວກັນ.ປຸກໄດ້ແຕ່ບໍ່ໄດ້ຢູ່ວ່າເຊັ້ນ.ບໍ່ຮູ້ວ່າຈະເກີດອາຖັນແນວໃດ.

ຟັງຫູໄວ້ຫູ.

__________________
Anonymous

Date:
Permalink   
 
Anonymous wrote:

ເວົ້າຫັຍງບໍ່ໄດ້ຫລາຍ ເພາະຜູ້ນຳ ບໍ່ມີຄວາມລະອາຍໃຈຕໍ່ ຊາດ ປະຊາຊົນ ຊົນຊັ້ນກຳມະກອນ

ປາກເພິ່ນເວົ້າແນວໜື່ງ ແຕ່ເຮັດແນວໜື່ງ  ເວົ້າມາແລ້ວເປັນຕາຢາກຫົວ ຜູ້ນຳລາວ.

ລ້ຽງລູກ ລ້ຽງຫລານ ລ້ຽງພັກພວກໄວ້ ແລະເພິ່ນເອງກໍ່ອຳນວຍຄວາມສະດວກ ໃຫ້ເຮັດທຸລະກິດ ແບບສໍ້ໂກງລັດ ແລະຊາວຜູ້ອອກແຮງງານ.

ອາກອນ ແລະພາສີ ເສຍຫາຍ ແລະ ເກັບບໍ່ໄດ້ ນຳຄົນກຸ່ມນີ້ຈຳນວນມະຫາສານ,

ສິງທີ່ລັດເຮັດໄດ້ຄື ເກັບອາກອນ ແລະພາສີ ແຕ່ນຳພວກ ຫາເຊົ້າກິນຄ່ຳ ຊົນຊັ້ນກຳມະກອນຢ່າງໜັກ ແລ້ວມັນຈະໄດ້ຫັຍງຫລາຍ

ຫລັງຈາກນັ້ນກໍ່ອອກມາເວົ້າແບບ ໂxໍ ໆ ວ່າເກັບລາຍຮັບບໍ່ໄດ້ ພວກxວາຍ

 ບໍ່ແມ່ນໂງ່ເດີທ່ານ ຕັ້ງແມ່ນສລາດຕ່າງຫາກ ແກ້ຕົວເກັ່ງ

ຫາຂໍ້ອ້າງມາຕົວະ ປຊຊ ເກັ່ງ ຕ່າງຫາກ, ເຫັນ ປຊຊ ຕໍ່ວ່າ

ຄືນບໍ່ໄດ້ ຕັ້ງຄຳຖາມຄືນບໍ່ໄດ້ ເພີ່ນພັດແຮ່ງເວົ້າແຕ່ຄວາມເກົ່າ

ພັດແຮ່ງອ້າງວ່າສລາດ ໄຫວພິບເກັ່ງ

 ຈູມເອີຍໂຕສິໄດ້ຢູ່ບໍ?ບ້ານຫລັງໃຫມ່ຂອງໂຕນີ້,ປຊຊຈະເຕະໂຕ

ລົງງົມຫອຍຢູ່ແກ້ງຍາງກ່ອນ,ບັກຂ້າອັດຕະປືເອີຍ

__________________
Anonymous

Date:
Permalink   
 
​ເອົາ​ເຂົາ​ເຈົ້າ​ລົງ​ຕ່ຳ​ແໜ່​ງ​ໄດ້​ບໍ່? ​ໃນ​ຂໍ້​ຫາ Corruption

ກວດກາ​ພັກ​ລັດ​ໄປ​ຫລີ້ນ​ຢູ່​ໃສ​ແລ້ວ? ​ເຮັດ​ວຽກ ​ແລະ​ຊີ້​ແຈງ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ແດ່ ?

ຜູ້​​ແທນ​ສະພາ​ພວກ​ເຮົາ​ເດ ​ເຮັດ​ຫັຍ​ງຢູ່ ຮູ້​ເລື່ອງ​ນຳ​ເຂົາ​ຢູ້ຫວະ?

 ເຂົາເປັນພວກດຽວກັນ.ກວດກາພັກລັດກໍ່ແມ່ນ ພັກ-ລັດ ແຕ່ງຕັ້ງ.

ຜູ້ແທນທີ່ນັ່ງຢູ່ສະພາກໍ່ແມ່ນເປັນບຸກຄົນທີ່ພັກ-ລັດເລືອກມາແລ້ວໄປ

ບັງຄັບໃຫ້ປະຊາຊົນກຸ້ມຕົນເອງ(ຫໍ່ເຂົ້ານໍ້າໄປກິນໄດ້ເວລາໄປລົງຄະແນນ)

ຈາກນັ້ນກໍ່ອອກມາປະກາດວ່າປະຊາຊົນຕື່ນຕົວໃນການເມືອງພາກັນໄປລົງ

ຄະແນນປ່ອນບັດເອົາຜູ້ແທນຂອງຕົນ100%.

ລອງໂຄດແມ່ມັນ ພັກ-ລັດ ບໍ່ໄຊ້ຄຳວ່າໃຜບໍ່ໄປປ່ອນບັດຮັບຜິດຊອບເອົາເອງເບິ່ງ

ວ່າຢ້ານມີແຕ່ກຸ່ມໂຄດສູ່ເທົານັ້ນລະໄປລົງຄະແນນ.ແຕ່ຕໍ່ໄປບໍ່ແນ່ເວລາປະຊາຊົນ

ຮັກປະຊາທິປະໄຕບັ້ງອົດແຕກເຂົາອາດໄປຢຽບມາບພວກສູກາຍ 100%ເພາະ

ບັກຫຳນ້ອຍ ແລະອີ່ໂມະໃຫຍ່ໃນທ້ອງມັນກະສິໄປນຳແມ່ຄືກັນ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard