ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະພາສິດທິມະນຸດ ມີ 10 ຂໍ້ ໃຫ້ທາງການ ສປປລາວ ນຳໄປປະຕິບັດ
Anonymous

Date:
ສະພາສິດທິມະນຸດ ມີ 10 ຂໍ້ ໃຫ້ທາງການ ສປປລາວ ນຳໄປປະຕິບັດ
Permalink   
 


ອອກມາແລ້ວ ໃຫມ່ໆ ຮ້ອນໆ...

ຫຼັງຈາກກອງປະຊຸມໃຫຍ່ຂອງສະພາສິດທິມະນຸດປະຈຳສະຫະປະຊາຊາດທີ່ນະຄອນເຈເນວາໃນວັນອັງຄານທີ່ 20 ເດືອນມົກະຣາ 2015 ທີ່ຜ່ານມາ                                                    ທາງສະພາໄດ້ຮ້ອງຮຽນໃຫ້ບັນດາປະເທດສະມາຊິກທັງຫມົດກ່າວປະນາມການລະເມີດສິດທິມະນຸດຂອງການນຳຂອງລາວ                                                                            ແລ້ວມີຂໍ້ຮຽກຮ້ອງ 10 ຂໍ້ ໃຫ້ທາງການ ສປປລາວ ນຳໄປປະຕິບັດຄືດັ່ງນີ້ :

 

The following is the text of the ten-point appeal to the United Nations Human Rights Council in Geneva:

We appeal to the member nations of the United Nations Human Rights Council (UNHRC) to vigorously press the Lao government and military on its repeated and deplorable human rights violations. We request that the member nations of the UNHRC hold the authorities in Laos, and the Lao government and military, accountable for their egregious human rights violations, which must be condemned by the international community; and, we further petition Laos to:

 

1.)   ໃຫ້ທາງສາກົນເຂົ້າພົບກັບທ່ານ ສົມບັດ ສົມພອນ ໂດຍບໍ່ມີເງື່ອນໃຂ ພ້ອມກັບໃຫ້ມອບຂໍ້ມູນທັງຫມົດກ່ຽວກັບການຈັບກຸມແລະ ການກັກຂັງທ່ານຜູ້ນີ້.

 2.)  ໃຫ້ທາງສາກົນເຂົ້າພົບໂດຍບໍ່ມີເງື່ອນໃຂ ກັບຜູ້ນຳນັກສຶກສາຂອງຂະບວນການນັກສຶກສາລາວເພື່ອປະຊາທິປະໄຕ                                                                                      ທີ່ຖືກຈັບກຸມທີ່ນະຄອນວຽງຈັນ ໃນເດືອນຕຸລາ ປີ 1999  ຫລັງຈາກທີ່ອອກມາທຳການປະທ້ວງແບບສັນຕິ

 3.)   ໃຫ້ທາງສາກົນເຂົ້າພົບ ໂດຍບໍ່ມີເງື່ອນໃຂ ກັບຜູ້ນຳຂອງກຸ່ມອົບພະຍົບຊາວລາວເຜົ່າມົ້ງຈາກສູນອົບພະຍົບ ບ້ານຫ້ວຍນ້ຳເຂົ້າ ປະເທດໄທ                                                           ທີ່ຖືກບັງຄັບສົ່ງກັບຄືນເມື່ອເມືອງລາວ ໃຫ້ໄປຢູ່ຕາມສະຖານທີ່ແລະສູນຕ່າງໆ ຮ່ວມທັງແຫຼ່ງທີ່ລີ້ລັບອື່ນໆ ໃນປີ 2009.

 

4.)   ໃຫ້ກຸ່ມການທະຫານຂອງລາວຢຸດຕິການໂຈມຕີພົນລະເຮືອນຢ່າງຕໍ່ເນື່ອງ ແລະ ການຕັດໄມ້ເຖື່ອນ ໂດຍສະເພາະແລ້ວແມ່ນຢູ່ຕາມຂົງເຂດທີ່ສູງ ແລະທີ່ມີປະຊາຊົນຊົນຊາດຊົນເຜົ່າ          ກຸ່ມນ້ອຍ ອາໃສຢູ່.  ໃຫ້ນັກຂ່າວອິດສະຣະ ແລະກຸ່ມກວດກາສອດສ່ອງສິດທິມະນຸດຂອງສາກົນ ເຂົ້າໄປເອົາຂ່າວໄດ້ໂດຍບໍ່ມີເງື່ອນໄຂໃດໆ ຕາມຂົງເຂດທາງທະຫານທີ່ປິດລັບ ແລະ ຕາມ        ຂົງເຂດທີ່ທາງການ ທະຫານຄວບຄຸມຢູ່   ຊຶ່ງໃນນັ້ນມີການ ທຳລາຍປ່າ ຕັດໄມ້ເຖືອນ ການໂຈມຕີຂອງທາງການທະຫານ ການບັງຄັບໃຫ້ອຶດຫິວ                                                    ແລະການລະເມີດສິດທິມະນຸດຕໍ່ຊົນຊາດຊົນເຜົ່າໃນລາວ ໂດຍສະເພາະແລ້ວແມ່ນຕໍ່ກຸ່ມຊາວເຜົ່າມົ້ງ.

 

5.) ໃຫ້ຢຸດຕິການກັ່ນແກ້ງທຳຮ້າຍ ຜູ້ທີ່ນັບຖືສາສນາຄຣິສຕຽນ, ສາສນາຄາໂທລິກ ແລະທັງສາສນາອື່ນໆ ທີ່ເປັນຊາວລາວແລະຊາວເຜົ່າມົ້ງ                                                            ຊຶ່ງຕ້ອງການຢາກນັບຖືຂາບໄຫວ້ຢ່າງອິດສະຣະ ປາດສະຈາກການຕິດຕາມກວດກາສອດສ່ອງແລະຄວບຄຸມໂດຍທາງການຣັຖບານຂອງລາວ.

 

6.)  ໃຫ້ຢຸດຕິການບັງຄັບສົ່ງຜູ້ອົບພະຍົບແລະພວກຜູ້ຂໍລີ້ໄພ ຊາວເກົາຫລີເຫນືອກັບຄືນປະເທດ ພວກເຂົາໄດ້ລົບຫນີການປະຫັດປະຫານກັ່ນແກ້ງ                                                        ທັງທາງການເມືອງແລະທາງສາສນາທີ່ປະເທດເກົາຫລີເຫນືອ ແລ້ວເຂົ້າມາໃນລາວ ແລະ ໃນແຖບອາຊີຕະເວັນອອກສຽງໃຕ້.

 

7.) ໃຫ້ທາງການສາກົນ ໂດຍສະເພາະແມ່ນກຸ່ມກວດກາແລະກຸ່ມທະນາຍຄວາມ ດ້ານສິດທິມະນຸດ ພ້ອມທັງນັກຂ່າວອິດສະຣະ ໄດ້ເຂົ້າພົບກັບຊາວມົ້ງອະເມຣິກັນຫຼາຍໆຄົນທີ່ຖືກຄຸມຂັງ             ຫລືທີ່ຫາຍສາບສູນໄປໃນລາວ  ຊຶ່ງຮວມໄປເຖິງ ຮາກິດ ຢັ່ງ ຈາກເມືອງ ເຊນຕ໌ພອລ ຣັຖ ມິເນໂຊຕ້າ ພ້ອມກັບພວກເພືອນຮ່ວມງານຂອງເຂົາ ດັ່ງທີ່ໄດ້ອອກເປັນຂ່າວມາແລ້ວ.

 

8.)   ໃຫ້ທາງການສາກົນ ໂດຍສະເພາະແມ່ນກຸ່ມກວດກາສິດທິມະນຸດ ແລະກຸ່ມທະນາຍຄວາມ ພ້ອມທັງນັກຂ່າວອິດສະຣະ ໄດ້ເຂົ້າພົບກັບ ມົ່ວຕົ່ວເຕີ່                                                    ຊຶ່ງເປັນຜູ້ນຳນັກຕໍ່ຕ້ານຊາວເຜົ່າມົ້ງ ທີ່ຖືກສົ່ງອອກຈາກປະເທດໄທ ກັບຄືນເມື່ອເມືອງລາວ  ດັ່ງທີ່ເຄີຍໄດ້ອອກເປັນຂ່າວມາແລ້ວ.

 

9.)    ໃຫ້ທາງການສາກົນ ໂດຍສະເພາະແມ່ນກຸ່ມກວດກາແລະກຸ່ມທະນາຍຄວາມດ້ານສິດທິມະນຸດ ພ້ອມທັງນັກຂ່າວອິດສະຣະ ໄດ້ເຂົ້າພົບກັບ ນາຍແປພາສາຊາວເຜົ່າມົ້ງສອງຄົນທີ່ຖືກ            ຄຸມຂັງຢູ່ ໃນປີ 2003 ພວກເຂົາໄດ້ຕິດຕາມໄປກັບນັກຂ່າວຊາວຢູໂຣບຊື່ວ່າ ທິແອຣີ ຟາຣີສ ແລະມືກ້ອງຊາວຝຣັ່ງເສດຊື່ວ່າ ວິນເຊນທ໌ ເຣໂນທ໌ ແລະ ນາຍແປພາສາ                         ແລະ ຜູ້ນຳທາງຊາວອະເມຣິກັນ ຄຸນພໍ່ ນໍຄາລ໌ມົ່ວ  ໃນຂະນະທີ່ພວກເຂົາເຈົ້າເຂົ້າໄປທຳຂ່າວສືບສວນກ່ຽວກັບ ເລື້ອງທີ່ທາງການທະຫານລາວໄດ້ປະຫັດປະຫານແລະໂຈມຕີຕໍ່ຊາວເຜົ່າມົ້ງ        ດັ່ງທີ່ໄດ້ຖືກບັນທຶກໄວ້ໂດຍ ຄະນະກັມະການຂອງນັກຂ່າວ .

 

10.) ໃຫ້ຈັດຫາຂ່າວ ແຫລ່ງທີ່ຢູ່ ແລະ ຊະຕາກັມ ຂອງກຸ່ມຜູ້ນຳຕໍ່ຕ້ານທີ່ບ້ານວັງເຕົ່າ ພ້ອມທັງຄະນະ ທີ່ຮ່ວມມືກັນໂຈມຕີປ້ອມດ່ານຂ້າມຊາຍແດນຂອງຣັຖບານລາວໃນປີ 2000.                  ທາງສາກົນຄວນໄດ້ເຂົ້າພົບກັບຄົນກຸ່ມນີ້ ຊຶ່ງໄດ້ຖືກທາງການໄທສົ່ງກັບຄືນປະເທດລາວ ໂດຍບໍ່ມີການຕັດສິນຄະດີຄວາມ ຫລືດຳເນີນການທາງສານໃດໆທັງສີ້ນ ທີ່ປະເທດໄທ                    ດັ່ງທີ່ໄດ້ຖືກບັນທຶກໄວ້ ໂດຍຂ້າຫລວງໃຫຍ່ເພື່ອຜູ້ອົບພະຍົບ ຂອງສະຫະປະຊາຊາດ. ພວກເຮົາວິຕົກກັງວົນເປັນຫ່ວງນຳ ລາຍງານຂ່າວທີ່ວ່າ ຊາວລາວກຸ່ມນີ້ ໄດ້ຖືກຫາຍສາບສູນ              ຖືກທໍຣະມານ ແລະ ຖືກຄາດຕະກັມສັງຫານໂດຍຣັຖບານລາວ. ເນື່ອງຈາກປະເທດລາວບໍ່ມີທັງຫນ່ວຍງານຕຸລາການທີ່ເປັນອິດສະຣະ ຫລື ຫນ່ວຍງານສື່ຂ່າວທີ່ເປັນອິດສະຣະ                   ພວກເຮົາຈຶ່ງຂໍຮຽກຮ້ອງໃຫ້ທາງຣັຖບານລາວ ຈົ່ງໃຫ້ທະນາຍຄວາມດ້ານສິດທິມະນຸດແລະນັກຂ່າວຕ່າງປະເທດໄດ້ເຂົ້າພົບກັບຄົນລາວກຸ່ມນີ້ໂດຍບໍ່ມີເງື່ອນໃຂໃດໆທັງສິ້ນ.                       ກຸ່ມຄົນລາວທີ່ຖືກກ່າວຫາໃນກໍຣະນີບ້ານວັງເຕົ່າດັ່ງກ່າວ ໄດ້ຖືກຕັດສິນຄວາມແບບບໍ່ເປັນທັມ  ບໍ່ໄດ້ດຳເນີນໄປຕາມວິທີ່ທາງຂອງສານທີ່ປະເທດໄທ.

 

The ten-point appeal to the United Nations Human Rights Council in Geneva was issued by the CPPA, LHRC, United League for Democracy in Laos, Inc., Lao Students’ Movement for Democracy, Laos Institute for Democracy, Lao Hmong Students Association, Hmong Advance, Inc., Hmong Advancement, Inc., Lao Veterans of America, Inc., and others.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard