ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານລາວຕ້ອງເຄົາຣົບສິດທິ ມະນຸດ
Anonymous

Date:
ຣັຖບານລາວຕ້ອງເຄົາຣົບສິດທິ ມະນຸດ
Permalink   
 


ຣັຖບານລາວຕ້ອງເຄົາຣົບສິດທິ ມະນຸດ

image

ສປປລາວ ຖືກ ແນະນໍາ ໃຫ້ ປັບປຸງ ການນັບຖື ສິດທິ ມະນຸດ ເປັນຕົ້ນ ປ່ອຍໃຫ້ ປະຊາຊົນ ມີ ສິດ ເສຣີພາບ ໃນການ ປາກເວົ້າ ອອກ ຂ່າວ ໃຫ້ ນັບຖື ສິດ ທີ່ດິນ ຂອງ ປະຊາຊົນ ໃຫ້ ຍຸຕິ ການ ປາບປາມ ປະຊາຊົນ.

ໃນ ກອງປະຊຸມ ທົບທວນ ເບິ່ງ ການນັບຖືື ສິດທິ ມະນຸດ ໃນລາວ ທີ່ ນະຄອນ ເຈນີວາ ປະເທດ ສວິຊແລaນ ບັນດາ ຜູ້ຕາງໜ້າ ປະເທດ ອື່ນໆ ກວ່າ ຫົກສິບ ປະເທດ ເຫັນວ່າ ສປປ ລາວ ຍັງມີ ການ ຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ ແລະ ໄດ້ຍື່ນ ຂໍ້ສເນີ ຮ້ອຍກວ່າຂໍ້ ໃຫ້ ຣັຖບານ ລາວ ນຳໄປ ປັບປຸງ ສະພາບ ການນັບຖື ສິດທິ ມະນຸດ ໃຫ້ ດີຂື້ນ. ສະຫະ ປະຊາຊາດ ໄດ້ຮວບຮວມ ຂໍ້ສເນີ ຕ່າງໆ ເຫລົ່ານັ້ນ ທັງໝົດ ເຖິງ 196 ຂໍ້ ແຕ່ ພໍສລຸບໄດ້ ຂໍ້ທີ່ສຳຄັນ ດັ່ງນີ້:

1. ສະຫະ ປະຊາຊາດ ແລະ ຕ່າງ ປະເທດ ສເນີໃຫ້ ສປປລາວ ຈັດຕັ້ງ ປະຕິບັດ ສົນທິ ສັນຍາ ວ່າດ້ວຍ ສິດທິ ມະນຸດ ທີ່ ລາວ ເຊັນ ໄປແລ້ວ ນັ້ນ ໃຫ້ ປະກົດ ເປັນຈິງ; ແລ້ວ ໃຫ້ເຊັນ ຮັບຮອງ ເອົາ ສົນທິ ສັນຍາ ສິດທິ ມະນຸດ ຂອງ ສະຫະ ປະຊາຊາດ ຕື່ມອີກ ຫລາຍ ສະບັບ ເປັນຕົ້ນ ສະບັບ ວ່າດ້ວຍການ ບັງຄັບ ໃຫ້ ຫາຍສາບສູນ.

2. ຣັຖບານ ລາວ ຕ້ອງ ປະຕິຮູບ ໃຫ້ ເປັນຣັດ ທີ່ ປົກຄອງ ດ້ວຍ ກົດໝາຍ ບໍ່ໃຫ້ ປົກຄອງ ດ້ວຍ ອຳນາດ ຜະເດັດ ການ ຂອງ ພັກດຽວ. ໃຫ້ກຳນົດ ສິດທິ ມະນຸດ ຢູ່ໃນ ນະໂຍບາຍ ຂອງ ຣັຖບານ ແລະ ກົດໝາຍ ຂອງຊາດ.

3. ເປີດໃຫ້ ປະຊາຊົນ ມີ ສິດ ເສຣີພາບ ໃນດ້ານ ການເມືອງ ໃນດ້ານ ການປາກເວົ້າ ອອກຂ່າວ ໂຮມ ຊຸມນຸມ ເຂົ້າ ອົງການ ຈັດຕັ້ງ ແລະ ໃນການ ໃຊ້ ອິນເຕີເນັດ.

4. ຫ້າມ ທໍຣະມານ ແລະ ປາບປາມ ປະຊາຊົນ ຢ່າງໄຮ້ ມະນຸສທັມ; ຜູ້ຕ້ອງຫາ ຄະດີ ກໍຕ້ອງ ມີ ທະນາຍຄວາມ ແລະ ຄວນໄດ້ຮັບ ການດຳເນີນ ຄະດີ ຢ່າງ ເປັນທັມ. ຢຸດ ການຈັບ ແລະ ບັງຄັບ ໃຫ້ ຫາຍສາບສູນ; ໃຫ້ ຣັຖບານ ລາວ ຈັດຕັ້ງ ຄນະ ກັມມະການ ນຶ່ງ ຂຶ້ນ ທີ່ເປັນ ເອກກະຣາດ ຢ່າງ ແທ້ຈິງ ແລະ ໜ້າ ເຊື່ອຖື ເພື່ອ ສືບສວນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ບຸກຄົນ ອື່ນໆ; ໃຫ້ນຳເອົາ ຜູ້ກະທຳ ຜິດ ມາ ລົງໂທດ; ສິ່ງ ທີ່ສຳຄັນ ສືບສວນ ໃຫ້ຮູ້ວ່າ ຣັຖບານ ມີ ສ່ວນພົວພັນ ກັບການ ຫາຍສາບສູນ ນັ້ນ ຫລືບໍ່.

5. ໃຫ້ ສປປລາວ ປັບປຸງ ສະຖາບັນ ສິດທິ ມະນຸດ ໃຫ້ ເຂັ້ມແຂງ ໃຫ້ ຈັດຕັ້ງ ຄນະ ກັມມະການ ສິດທິ ມະນຸດ ທີ່ ເປັນ ເອກກະຣາດ ແລ້ວ ຝຶກອົບຮົມ ເຈົ້າໜ້າທີ່ ທາງການ ລາວ ໃຫ້ ນັບຖື ສິດທິ ມະນຸດ.

6. ເວລາ ສ້າງສາ ພັທນາ ຣັຖບານ ລາວ ກໍຕ້ອງ ນັບຖື ສິດທິ ຂອງ ປະຊາຊົນ ເປັນຕົ້ນ ໃຫ້ ນັບຖື ສິດ ໃນ ທີ່ດິນ; ຖ້າຍຶດເອົາ ທີ່ດິນ ຂອງ ປະຊາຊົນ ກໍຕ້ອງ ໃຫ້ ຄ່າຊົດເຊີຍ ຢ່າງ ສົມເຫດ ສົມຜົນ. ໃຫ້ທົບທວນ ຄືນການ ໃຫ້ ສຳປະທານ ທີ່ດິນ ອັນ ຫລວງຫລາຍ ແລະ ດົນນານ ແກ່ ຕ່າງ ປະເທດ; ເປີດໃຫ້ ປະຊາຊົນ ລາວ ມີສິດ ຮ້ອງທຸກ ໃຫ້ຄວາມ ຍຸຕິທັມ ແກ່ ຄົນທຸກ ປົກປ້ອງ ແລະ ສົ່ງເສີມ ສິດທິ ຂອງ ຜູ້ຍິງ ແລະ ເດັກນ້ອຍ; ຫລຸດຜ່ອນ ການເສັຽ ຊີວິດ ຂອງ ຜູ້ຍິງ ແລະ ເດັກນ້ອຍ; ສົ່ງເສີມ ແມ່ຍິງ ໃຫ້ມີຄວາມ ສເມີພາບ ກັບ ເພດຊາຍ; ສົ່ງເສີມ ເດັກນ້ອຍ ໃຫ້ໄດ້ ຮຽນໜັງສື ຢ່າງນ້ອຍ ຈົບ ຊັ້ນ ປະຖົມ ແກ້ໄຂ ການຂາດ ອາຫານ ແລະ ໃຫ້ ປົກປ້ອງ ສິດທິ ຂອງ ຄົນງານ ເຄື່ອນ ຍ້າຍ.

7. ໃຫ້ ຣັຖບານ ລາວ ອະນຸຍາດ ໃຫ້ ເຈົ້າໜ້າທີ່ ສະຫະ ປະຊາຊາດ ເຂົ້າໄປ ສຳຣວດ ກວດກາ ການ ນັບຖື ສິດທິ ມະນຸດ ຢູ່ ໃນລາວ ເຊັ່ນໃຫ້ ໄປກວດກາ ການ ທໍຣະມານ ນັກໂທດ ຢູ່ ໃນຄຸກ.

8. ໃຫ້ ຈັດ ງົບປະມານ ຫລາຍຂຶ້ນ ເພື່ອ ປົກປ້ອງ ແລະ ສົ່ງເສີມ ການນັບຖື ສິດທິ ມະນຸດ.

9. ໃຫ້ ປາບປາມ ການສໍ້ຣາສ ບັງຫລວງ ການ ຄ້າມະນຸດ ຊາວລາວ ທີ່ ນັບຖື ສາສນາ ສ່ວນນ້ອຍ ເຊັ່ນ ຊາວ ຄຣິສຕຽນ.

10. ໃຫ້ ຣັຖບານ ສປປ ລາວ ປະຕິບັດ ຕາມ ຄຳສເນີ ຂໍ້ຕ່າງໆ ເຫລົ່ານີ້ ຢ່າງ ເຂັ້ມງວດ.

ຕໍ່ຂໍ້ສເນີ ເຫລົ່ານັ້ນ ທ່ານ ພົງສວັດ ບຸບຜາ ຣັຖມົນຕຣີ ປະຈຳ ສຳນັກງານ ປະທານ ປະເທດ ແລະ ປະທານ ຄນະ ກັມມມະການ ແຫ່ງຊາດ ລາວ ເພື່ອ ສົ່ງເສີມ ສິດທິ ມະນຸດ ໄດ້ກ່າວ ຮັບວ່າ:

"ທ່ານເວົ້າວ່າ “ພວກເຮົາ ພ້ອມແລ້ວ ທີ່ ຈະ ຮ່ວມ ຫາລື ແລະ ແລກປ່ຽນ ຄຳຄິດ ຄຳເຫັນ ກັບ ປະຊາຄົມ ໂລກ ເພື່ອຈະ ປັບປຸງ ການນັບຖື ສິດທິ ມະນຸດ ຂອງ ປະຊາຊົນ ລາວ ໃຫ້ດີ ຂື້ນ.”

ທ່ານ ພົງສວັດ ບຸບຜາ ກ່າວ ອີກຕອນ ນຶ່ງ ວ່າ ສປປ ລາວ ຈະ ປົກປ້ອງ ແລະ ສົ່ງເສີມ ສິດທິ ມະນຸດ ສືບຕໍ່ໄປ ແລະ ຈະ ພິຈາຣະນາ ໃຫ້ ສັດຕະຍາບັນ ແກ່ ສົນທິ ສັນຍາ ຫ້າມ ບັງຄັບ ໃຫ້ ຫາຍສາບສູນ. ຣັຖຖບານ ລາວ ຈະ ປາບປາມ ການ ສໍ້ຣາສ ບັງຫລວງ ຈະປົກຄອງ ດ້ວຍ ກົດໝາຍ ພາຍໃນ ປີ 2020, ປັດຈຸບັນ ກຳລັງ ຍື່ນຄຳຮ້ອງ ຂໍເປັນ ສະມາຊິກ ຂອງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ; ແຕ່ຢ່າງໃດ ກໍຕາມ ສປປ ລາວ ກໍຫວັງ ຢ່າງຍິ່ງ ວ່າ ປະຊາຄົມ ໂລກ ຄົງຈະ ເຂົ້າໃຈວ່າ ຣັຖບານ ລາວ ມີ ຊັພຍາກອນ ມະນຸດ ແລະ ງົບປະມານ ຈຳກັດ ໃນການ ປະຕິບັດ ຕາມ ຂໍ້ສເນີ ທັງໝົດ ທີ່ ກ່າວມາ ນັ້ນ.

ສ່ວນ ເຈົ້າໜ້າທີ່ ທາງການ ລາວ ອີກ ທ່ານນຶ່ງ ທີ່ ມາຮ່ວມ ກອງປະຊຸມ ຢູ່ ເຈນີວາ ແລະ ບໍ່ຍອມ ໃຫ້ ອອກຊື່ ແລະ ບໍ່ຍອມ ອອກສຽງ ກໍໃຫ້ ທັສນະ ວ່າ ສປປລາວ ນັບຖື ສິດທິ ມະນຸດ ຕລອດມາ ມີກົດໝາຍ ໃຫ້ ສິດ ແລະ ປົກປ້ອງ ສື່ມວນຊົນ ຢ່າງດີ ເວົ້າສະເພາະ ຕໍ່ການ ຄວບຄຸມ ການໃຊ້ ອິນເຕີເນັດ ທ່ານ ເວົ້າວ່າ:

“ບໍ່ໃຫ້ມີ ການ ຄວບຄຸມ ຫຍັງໜ໋າ ອີງໃສ່ ກົດຣະບຽບ ລວມ ຂອງ ໂລກ ຍ້ອນມີຄົນ ບິດເບືອນ ປິດເບືອນ ຄວາມ ເປັນຈິງ ຫລະ ບໍ່ເຂົ້າໃຈ ແລ້ວ ກໍເລີຍ ກ່າວຫາ ເປັນການ ກ່າວຫາ ວ່າມີກົດຂີ່ ມີການ ບໍ່ ອະນຸຍາດ ໃຫ້ ສະແດງອອກ ແນວນັ້ນ ແນວນີ້.”

ນອກຈາກ ນັ້ນ ເຈົ້າໜ້າທີ່ ລາວ ທ່ານນີ້ ເວົ້າຕື່ມວ່າ ປັດຈຸບັນ ທ່ານກຳລັງ ຮ່ວມມື ກັບ ຕ່າງ ປະເທດ ໃນໂຄງການ ປັບປຸງ ການນັບຖື ສິດທິ ແລະ ການເປັນຢູ່ ຂອງ ເດັກນ້ອຍ ໃຫ້ດີ ຂຶ້ນ.

ຜູ້ຕິດຕາມ ການນັບຖື ສິດທິ ມະນຸດ ຢູ່ລາວ ເປັນປະຈຳ ຕລອດມາ ໃຫ້ ຂໍ້ສັງເກດ ວ່າ ເມື່ອສີ່ປີ ກ່ອນ ຣັຖບານ ສປປລາວ ກໍໃຫ້ ຄຳໝັ້ນ ສັນຍາ ວ່າຈະ ປະຕິບັດ ຕາມຂໍ້ສເນີ ຂອງ ຕ່າງ ປະເທດ ເຖິງ 85 ຂໍ້ ແຕ່ ບໍ່ພຽງແຕ່ ປະຕິບັດ ບໍ່ໄດ້ ເທົ່ານັ້ນ ຍັງ ຣະເມີດ ສິດທິ ມະນຸດ ຮ້າຍແຮງ ຂຶ້ນ ເຊັ່ນໄດ້ ຈັບ ທ່ານ ສົມບັດ ສົມພອນ ສືບຕໍ່ ກັກຂັງ ນັກໂທດ ການເມືອງ ແລະ ພວກ ນັກສຶກສາ ທີ່ ຕຣຽມ ປະທ້ວງ, ການ ຍຶດເອົາ ທີ່ດິນ ຂອງ ປະຊາຊົນ ຢ່າງ ຫລວງຫລາຍ ປະປ່ອຍ ໃຫ້ ການ ຄ້າມະນຸດ ແລະ ຢາເສບຕິດ ຮ້າຍແຮງ ຂຶ້ນ ຢ່າງ ບໍ່ ຢຸດຢັ້ງ.

ຕໍ່ຄຳສເນີ ໃໝ່ ໃນ ປີນີ້ ຊຶ່ງ ສ່ວນຫລາຍ ກໍຄືກັບ ຄຳສເນີ ເກົ່າ ຣັຖບານ ສປປລາວ ກໍຄົງຈະ ປະຕິບັດ ບໍ່ໄດ້ ຄືເກົ່າ ປະຕິບັດ ບໍ່ໄດ້ ຖ້າຫາກ ພັກ-ຣັດ ຍັງປົກຄອງ ດ້ວຍ ຣະບອບ ຜະເດັດການ ຄອມມຸຍນິສ ຢູ່ ເພາະ ຣະບອບ ນີ້ ເປັນ ຣະບອບ ທີ່ມີ ພັກດຽວ ບໍ່ຍອມໃຫ້ ມີ ຝ່າຍຄ້ານ ຖ້າຜູ້ໃດ ຂັດຄ້ານ ກ້າປາກ ກ້າເວົ້າ ກໍຈະຖືກ ປາບປາມ ທັນທີ ບໍ່ຕ່າງ ຫຍັງກັບ ທ່ານ ສົມບັດ ສົມພອນ ແລະ ຫລາຍໆ ຄົນ ອື່ນໆ.

ສະມາຊິກ ອົງການ ເພື່ອ ປະຊາ ທິປະໄຕ ແລະ ສິດທິ ມະນຸດ ຂອງ ຊາວລາວ ນອກ ທ່ານນຶ່ງ ໃຫ້ ຄຳເຫັນ ສັ້ນໆວ່າ ທາງການ ລາວ ຮັບປາກ ຢູ່ວ່າ ຈະ ປະຕິບັດ ແຕ່ໃນ ສະພາບ ຕົວ ຈິງ ບໍ່ ປະຕິບັດ; ມີກົດໝາຍ ປົກປ້ອງ ສົ່ງເສີມ ສິດທິ ນັ້ນ ສິດທິ ນີ້ ຫລາຍຢູ່ ແຕ່ບໍ່ ປະຕິບັດ.

ອາວະຣີ ວິທຍຸ ເອເຊັຽ ເສຣີ ຣາຍງານ ຈາກ ນະຄອນ ເຈນີວວາ ປະເທດ ສວິຊແລັນ.



__________________
Anonymous

Date:
Permalink   
 

ບັກຫ້າ ສົມສະຫວາດ ເຊັນຮັບຮອງເອົາຕັ້ງແຕ່ປີ 1999

ເຊັນຮັບເອົາແລ້ວບໍ່ປະຕິບັດ

Untitled01.jpgUntitled02.jpg



Attachments
__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard