ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປະທານຄະນະຊີ້ນຳ ລະດັບຊາດ ການປະສານດ້ານສິດທິມະນຸດຂອງລາວໃຫ້ການຖະແຫຼງຂ່າວ.
Anonymous

Date:
ປະທານຄະນະຊີ້ນຳ ລະດັບຊາດ ການປະສານດ້ານສິດທິມະນຸດຂອງລາວໃຫ້ການຖະແຫຼງຂ່າວ.
Permalink   
 


ອິງຕາມຂ່າວ ຂປລ ວັນທີ 30 ມັງກອນ 2015 ຄືມື້ນີ້ເອງແຈ້ງວ່າ:

ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ປະທານຄະນະຊີ້ນຳ

ລະດັບຊາດ ການປະສານດ້ານສິດທິມະນຸດ ຊີ້ແຈງຕໍ່ສື່ມວນຊົນໂດຽໄດ້ນຳຜົນງານມາຝາກ

ນັກຂ່າວລາວພາຍໃນປະເທດກໍ່ຄືປະຊາຊົນລາວທົ່ວປະເທດຜູ່ສົນໃຈວ່າຫຼາຍປະເທດໃຫ້ຄວາມ

ຊົມເຊີຍ.ລາຍລະອຽດເບິ່ງໄດ້ຕາມລິງນີ້:http://kpl.gov.la/detail.aspx?id=1408

ໃນໂອກາດດຽວກັນ,ແລະ ໃນສະຖານທີ່ແຫ່ງນີ້ພາຍໃນຫ້ອງປະຊຸມບ່ອນທີ່ ທ່ານ ພົງສະຫວັດ

ບຸບຜາ ແລະ ຄນະ ຊີ້ແຈ້ງພ້ອມຕອບຂໍ້ຊັກຖາມຕໍ່ສະພາສິດທິມະນຸດຂອງ ສປຊ ໂດຽມີຜູ້ຕາງ

ໜ້າປະເທດສະມາຊິກຂອງອົງການ ສປຊ ຫຼາຍປະເທດເຂົ້າຮ່ວມຟັງ ແລະ ຊັກ

ຖາມເຈົ້າໜ້າທີ່ຝ່າຍລາວ.ໃນຫ້ອງປະຊຸມນີ້ນອກຈາກມີຄນະຄົນທາງການທີ່ກ່າວຂ້າງເທິງນີ້

ແລ້ວ,ຍັງມີກຸ່ມຂອງຄົນລາວນອກໃນເຄືອຄາຍພັນທະມິດເພື່ອປະຊາທິປະໄຕໃນລາວ 6 ຄົນ

ແລະ ພະສົງລາວນອກອີກ 2 ອົງ ນັ່ງຮ່ວມຟັງດ້ວຍ.

ນອກນັ້ນທີ່ກາງເດີນຂ້າງນອກໄກ້ບໍລິເວນບ່ອນປະຊຸມກໍ່ມີພີ່ນ້ອງຊາວລາວທີ່ມາຈາກ

ທົ່ວມຸມໂລກປະມານ 100 ກວ່າຊີວິດກໍ່ພາກັນຖືປ້າຍຄຳຂັວນປະທ້ວງໃຫ້ທາງການລາວ

ເຄົາຣົບສິດທິມະນຸດຕາມກົດບັດຂອງ ສປຊ ຢ່າງເຄັ່ງຄັດ.ຫາກທ່ານສົນໃຈກໍ່ເຂົ້າໄປເບິ່ງ

ໄດ້ຕາມລິງຕໍ່ໄປນີ້ຂອງ Youtube.

https://www.youtube.com/watch?v=g6ktDsq1ECg

https://www.youtube.com/watch?v=5VyR3GDCdd8

https://www.youtube.com/watch?v=MHHZsv3JVbw

https://www.youtube.com/watch?v=1CyJa2p1Jxc

https://www.youtube.com/watch?v=iRidPT3ROsQ

https://www.youtube.com/watch?v=93uJpmkinrU

 

 

 



__________________
Anonymous

Date:
RE: ປະທານຄະນະຊີ້ນຳ ລະດັບຊາດ ການປະສານດ້ານສິດທິມະນຸດຂອງລາວໃຫ້ການຖະແຫຼງຂ່າວ.
Permalink   
 


10959074_1626196607609098_4210983005550261713_n.jpg?oh=a814af583e3295b407f5a5bc7f9ea3a9&oe=5524AE3710801757_1626196647609094_9167244758321147458_n.jpg?oh=45acbc628add21f3ac2113fb4a1e6dde&oe=556A8DF6

ຄະນະຜູ້ແທນລາວ ຮ່ວມກອງປະຊຸມດ້ານສິດທິມະນຸດ ຢູ່ ນະຄອນເຊີແນວ

ໃນວັນທີ 30 ມັງກອນ ນີ້, ຢູ່ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ຄະນະ ຜູ້ແທນລາວທີ່ສຳເລັດການເດີນທາງໄປຮ່ວມການທົບທວນປະຈຳໄລຍະ ຂອງສະພາສິດທິມະນຸດ, ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ປະທານຄະນະຊີນຳລະດັບຊາດ ໃນການປະສານງານດ້ານສິດທິມະນຸດ ໃຫ້ຮູ້ວ່າ: ໃນວັນທີ 23 ມັງກອນ 2015, ຄະນະຜູ້ແທນລາວ ໄດ້ເຂົ້າຮ່ວມກອງປະຊຸມຂອງໜ່ວຍງານທົບ ທວນ ປະຈຳໄລຍະຂອງສະພາສິດທິມະນຸດ ເພື່ອຮັບຮອງເອົາບົດລາຍງານ ການທົບທວນຂອງ ສປປ ລາວ. ໃນການທົບທວນຄັ້ງນີ້ ໄດ້ມີຂໍ້ສະເໜີ ແນະທັງໝົດ 196 ຂໍ້ຕໍ່ ສປປ ລາວ, ເຊິ່ງກວມເອົາຫຼາຍຂົງ ເຂດວຽກງານ ທັງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ສິດທິດມະນຸດລະດັບຊາດ ອື່ນໆ.

ທ່ານ ພົງສະຫວັດ ບຸບຜາ ກ່າວວ່າ: ຕໍ່ຂໍ້ສະເໜີແນະ ທັງໝົດ 196 ຂໍ້ ຄະນະຜູ້ແທນ ສປປ ລາວ ໄດ້ນຳເອົາມາເພື່ອດຳເນີນການປຶກສາຫາລື ກັບໜ່ວຍງານທີ່ກ່ຽວຂ້ອງ ເພື່ອຈະໄດ້ແຈ້ງຕໍ່ສະພາສິດທິມະນຸດກ່ຽວ ກັບຂໍ້ສະເໜີແນະທີ່ ສປປ ລາວ ເຫັນດີ ແລະ ບໍ່ເຫັນດີ ໃນ 196 ຂໍ້ດັ່ງກ່າວ ຢູ່ກອງປະຊຸມຄັ້ງທີ 29 ຂອງສະພາສິດທິມະນຸດ ສປຊ ໃນເດືອນ ມິຖຸນາ 2015 ທີ່ ເຊີແນວ



__________________
Anonymous

Date:
Permalink   
 

 

10801757_1626196647609094_9167244758321147458_n.jpg?oh=45acbc628add21f3ac2113fb4a1e6dde&oe=556A8DF6

ພວກທ່ານ ຕ້ອງ ປະຕິບັດໃຫ້ໄດ້ ທັງໝົດ 196 ຂໍ້, ນັ້ນລະ

ຖ້າບໍ່ ປະຕິບັດຕາມ ຂໍ້ກຳຫນົດໄວ້ 196 ຂໍ້. ພາຍຂ້າງໜ້າ ພວກ ທ່ານ ເຈີມັດໜັກ

ກວ່ານີ້......!



__________________
Anonymous

Date:
Permalink   
 

Anonymous wrote:

 ພວກທ່ານ ຕ້ອງ ປະຕິບັດໃຫ້ໄດ້ ທັງໝົດ 196 ຂໍ້, ນັ້ນລະ

ຖ້າບໍ່ ປະຕິບັດຕາມ ຂໍ້ກຳຫນົດໄວ້ 196 ຂໍ້. ພາຍຂ້າງໜ້າ ພວກ ທ່ານ ເຈີມັດໜັກ

ກວ່ານີ້......!


 ຢ່າໄປຄິດ ຢ່າໄປຫວັງທ້ອນວ່າເຂົາຊິຍອມຮັບປະຕິບັດທັງຫມົດ

ກອງປະຊຸມຄັ້ງຕໍ່ໄປເຂົາກໍ່ຊອກຂໍ້ອ້າງ ຫາຄຳແກ້ຕົວມາກ່າວລາຍງານ

ແບບດອກໄມ້ ແລ້ວກໍ່ຈົບ. ພວກທ່ານກໍ່ຈະເຫັນແລ້ວກອງປະຊຸມຄັ້ງ

ທີ່ຫາກໍ່ຜ່ານໄປນີ້ເຂົາວ່າປະຕິບັດບໍ່ໄດ້ດີຍ້ອນຂາດງົບປະມານ ຂາດ

ບຸກຄະລາກອນ ..... ມັນກໍ່ແມ່ນແນວຢູ່ຊັ້ນບໍ່, ມັນຕ້ອງໄດ້ໃຊ້ງົບ

ຫລາຍປານນັ້ນຈື່ງຈະປະຕິບັດໄດ້ຊັ້ນບໍ່?



__________________
Anonymous

Date:
Permalink   
 

10801757_1626196647609094_9167244758321147458_n.jpg?oh=45acbc628add21f3ac2113fb4a1e6dde&oe=556A8DF6

ເບິ່ງເອົາເດີ້ ພີ່ນອ້ງລາວ ຄະນະຊີ້ນຳ ລະດັບຊາດ, ດ້ານສິດທິມະນຸດ ຂອງ ສປປລາວ

ສະຫະປະຊາຊາດລະບຸໄວ້ 196 ຂໍ້, "ພາກັນປະຕິບັດບໍ່ໄດ້ຈັກຂໍ້"



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

 ພວກທ່ານ ຕ້ອງ ປະຕິບັດໃຫ້ໄດ້ ທັງໝົດ 196 ຂໍ້, ນັ້ນລະ

ຖ້າບໍ່ ປະຕິບັດຕາມ ຂໍ້ກຳຫນົດໄວ້ 196 ຂໍ້. ພາຍຂ້າງໜ້າ ພວກ ທ່ານ ເຈີມັດໜັກ

ກວ່ານີ້......!


 ຢ່າໄປຄິດ ຢ່າໄປຫວັງທ້ອນວ່າເຂົາຊິຍອມຮັບປະຕິບັດທັງຫມົດ

ກອງປະຊຸມຄັ້ງຕໍ່ໄປເຂົາກໍ່ຊອກຂໍ້ອ້າງ ຫາຄຳແກ້ຕົວມາກ່າວລາຍງານ

ແບບດອກໄມ້ ແລ້ວກໍ່ຈົບ. ພວກທ່ານກໍ່ຈະເຫັນແລ້ວກອງປະຊຸມຄັ້ງ

ທີ່ຫາກໍ່ຜ່ານໄປນີ້ເຂົາວ່າປະຕິບັດບໍ່ໄດ້ດີຍ້ອນຂາດງົບປະມານ ຂາດ

ບຸກຄະລາກອນ ..... ມັນກໍ່ແມ່ນແນວຢູ່ຊັ້ນບໍ່, ມັນຕ້ອງໄດ້ໃຊ້ງົບ

ຫລາຍປານນັ້ນຈື່ງຈະປະຕິບັດໄດ້ຊັ້ນບໍ່?


 ຄັ້ງໜ້າໃນເດືອນ ມີຖຸນາ 2015 ທີ່ລາວຈະໄປແຈ້ງຕໍ່ກອງປະຊຸມ ຄັ້ງທີ 29 ຂອງສະພາສິດທິມະນຸດຂອງ ສປຊ

ທີ່ ເຈເນວາ ອີກນັ້ນ,ຄິດວ່າຜູ້ຕ່າງໜ້າລາວກໍ່ຄືຄຳເຫັນພ້ອມຂອງ ພັກ-ລັດ ອາດກ່າວໃຫ້ສະພາສິດທິມະນຸດ

ຂອງ ສປຊ ວ່າເປັນກຸ່ມຄົນບໍ່ຫວັງດີກໍ່ໄດ້. ໃຜຈະໄປຮູ້ໄດ້.ແມ່ນບໍ່?



__________________
Anonymous

Date:
Permalink   
 

ທຸກຢ່າງໃນໂລກນີ້ ມີກົດ ມີກະຕິກາ ເພື່ອຄວາມເປັນລະບຽບລຽບລ້ອຍໃນການຢູ່ຮ່ວມກັນໂດຍສັນຕິ

ກິລາແຕ່ລະແນວ ກໍມີກົດຂອງມັນ ເຕະບານບໍ່ ຫຼືວ່າ ຕີບານບໍ່ ກໍມີກົດຂອງມັນ

ການປົກຄອງປະເທດ ກໍມີກົດຫມາຍ ມີລະບຽບ ເພື່ອໃຫ້ປະຊາຊົນ ມີຄວາມຢູ່ດີ ກິນດີ ເຫມືອນກັບປຸຖຸຊົນທົ່ວໄປ

ສະຫະປະຊາຊາດ ກໍມີກົດລະບຽບວິໃນ ໃຫ້ທຸກໆປະເທດທີ່ເປັນສະມາຊິກຕ້ອງປະຕິບັດ ຖ້າຕ້ອງການຢາກຢູ່ຮ່ວມຫມູ່.

ຄອມມິວນິສ໌ ສປປລາວ ກຳລັງລະເມີດກົດລະບຽບກະຕິກາຂອງໂລກ

ຖ້າປຽບ ສປປລາວ ເປັນທີມເຕະບານ ທຸກຄົນໃນທີມນີ້ເຮັດຜິດກະຕິກາຢ່າງແຮງ

ກະຕິກາ ແມ່ນໃຊ້ຕີນເຕະເທົ່ານັ້ນ ຫ້າມໃຊ້ມືແຕະຕ້ອງຫນ່ວຍບານ...

ແຕ່...ທິມ ສປປລາວ ເມື່ອລົງສະຫນາມແລ້ວ ກັບພາກັນເອົາມືຈັບຫນ່ວຍບານ ແລ້ວກໍຫອບບານແລ່ນໂດຍບໍ່ສົນຕໍ່ສຽງຫມາກຫວີດ...ຈະໄດ້ເຊັ່ນໃດ ?

ຜົນທີ່ຈະໄດ້ຮັບກໍຄື ບັດສີແດງ....ຕໍ່ໄປກໍຈະມີການຂົ້ວມບາດ ຫ້າມເຂົ້າຮວມທຸກເກມເຕະບານທົ່ວໂລກ

ຜູ້ທີ່ຈະຮັບເຄາະ ກໍຄື ປຊຊ ລາວຕາດຳໆ ຍ້ອນແນວຄຶດ ຄວາມດື້ດ້ານຂອງຜູ້ນຳບໍ່ພໍທໍ່ໃດຄົນ ທີ່ຍັງຄຶດວ່າໂຕເອັງເຮັດດີເລີດແລ້ວ.

ອອກມາຖະແຫຼ່ງຂ່າວ ເພື່ອບອກວ່າ ທິມລາວຈັບຫອບຫມາກບານແລ່ນໄດ້ດີທີ່ສຸດແລ້ວ ....???

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard