ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາຍງານ "ຊອຍຫອມ" ເຂົ້າປາກຕົວເອງ
Anonymous

Date:
ລາຍງານ "ຊອຍຫອມ" ເຂົ້າປາກຕົວເອງ
Permalink   
 


ໝໍນີ້ລາຍງານ "ຊອຍຫອມ" ເຂົ້າປາກຕົວເອງ

reduce%2Bpoor.jpg

10958717_10203579697324053_5849161723887973755_o.jpg540371_10203579691803915_6444743864837797129_n.jpg?oh=d71670209209c9e4805bc183f179c5c6&oe=5567BFC5&__gda__=1431988911_c9165da553b538542ed2bc2effea3693

ຢູ່​ລາວຍັງ​ມີ​ 92 ພັນ​ກ່ວາ​ຄອບຄົວ​ທຸກ​ຍາກ

  ທ່ານ ຈິດ ທະວິໃສ  ຫົວໜ້າຫ້ອງການແຜນການແລະ ພົວພັນຕ່າງປະເທດຄະນະພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກ, ​​​ໄດ້​​ໃຫ້ສໍາພາດຕໍ່ນັກຂ່າວກ່ຽວກັບການກວດກາ​ຕີ​ລາຄາ​ຄວາມທຸກຍາກແລະ ການພັດທະນາ 5 ປີ (2011-2015) ​ໃນວັນທີ 4 ກຸມພາ ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ, ໂດຍປະຕິບັດຕາມດໍາລັດເລກທີ 309/ນຍ, ລົງວັນທີ 14/11/2013 ວ່າດ້ວຍມາດຕະຖານຄວາມທຸກຍາກແລະ ມາດຕະການການພັດທະນາ (2013-2015) ທີ່ລະບຸວ່າທຸກໆ 5 ປີຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕ້ອງມີການທົບທວນກວດກາແລະ ຕີ​ລາຄາ​ລະດັບຊາດ. ດັ່ງນັ້ນ ທ່ານ ນາຍົກລັດຖະມັນຕີໄດ້ອອກຄໍາສັ່ງ​ ​ໃຫ້ບັນດາທ້ອງຖິ່ນຮາກຖານທົ່ວປະເທດດໍາເນີນການກວດກາ​ຕີ​ລາຄາຄວາມທຸກຍາກ ແລະ ການພັດທະນາ 5 ປີ ຢ່າງເປັນເອກະພາບກັນເຊິ່ງຈະ​​ເລີ່ແຕ່ເດືອນກຸມພາແລະໃຫ້ສໍາເລັດໃນເດືອນມີນານີ້. ​ເພື່ອສ່ອງແສ່ງໃຫ້ເຫັນຢ່າງພາວະວິໄສ, ຖືກຕ້ອງກັບສະພາບຄວາມເປັນຈິງຄວາມຄືບໜ້າໃນການແກ້ໄຂຄວາມທຸກຍາກ  ການສ້າງບ້ານພັດທະນາ, ການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃນໄລຍະ 5 ປີຜ່ານມາ, ​ໂດຍອິງຕາມຄາດໝາຍສູ້ຊົນທີ່ໄດ້ລະບຸໄວ້ໃນກອງປະຊຸມໃຫຍ່ຄັ້ງທີ IX  ຂອງພັກ. ຕາມສະຖິຕິປີ 2014 ຍັງມີ ​ 92  ພັນກ່ວາຄອບຄົວແລະ 1.900 ກວ່າ ບ້ານຍັງທຸກຍາກ. ບັນຫາດັ່ງກ່າວ​​ເປັນສິ່ງທີ່ທ້າທາຍໃຫ້ແກ່ຜູ້ຮັບຜິດຊອບໃນການແກ້ໄຂ​​ໃນຂະນະທີ່ລັດຖະບານ​​ເລີ່ແຜນການ​​ກວດກາ​ຕີ​ລາຄາຄວາມທຸກຍາກຄືນ​​ໃນ​​ແຕ່ລະແຂວງຕາມຕົວເລກ ບ້ານແລະ ຄອບຄົວທຸກຍາກໃຫ້ສໍາເລັດໃນ ເດືອນມິນານີ້ເພື່ອ ລາຍງານໃຫ້ລັດຖະບານໄດ້ຮັບຮູ້ແລະ ​​ເຮັດໃຫ້ການກວດກາປະເມີນ​​ດໍາເນີນໄປຢ່າງມີປະສິດທິພາບແລະ ມີຄຸນນະ ພາບ ຈຶ່ງຢາກໃຫ້ອົງການປົກຄອງທ້ອງຖິ່ນແລະ ທຸກພາກສ່ວນຈົ່ງຊ່ວຍກັນຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ບົນຈິດໃຈແຂ່ງຂັນຮັກຊາດແລະ ສ້າງຄວາມເຂັ້ມ​​ແຂງໃຫ້ເມືອງ​ ​ແລະທ້ອງຖິ່ນ​​ໃນການສຶກສາອົບຮົມປະຊາຊົນບັນດາເຜົ່າໃຫ້ມີຄວາມຕື່ນຕົວເປັນເຈົ້າການພັດທະນາຕົນເອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ​​ໄດ້ເທື່ອລະກ້າວ.



__________________
Anonymous

Date:
Permalink   
 

10333252_1596401580592003_1404422288503660917_o.jpg10357656_1596401300592031_2330328629493265874_o.jpg10849011_1596401353925359_3192455669811397005_o.jpg10644503_1596401543925340_5330804781308419324_o.jpg



__________________
Anonymous

Date:
Permalink   
 

Anonymous wrote:

10333252_1596401580592003_1404422288503660917_o.jpg10357656_1596401300592031_2330328629493265874_o.jpg10849011_1596401353925359_3192455669811397005_o.jpg10644503_1596401543925340_5330804781308419324_o.jpg


 ເລື່ອງແບບນີ້ຖ້າປະຊາຊົນລາວມີນໍ້າໃຈຂອງຄວາມເປັນລາວ,ຮັກລາວ ແລະຜືນແຜ່ນດິນ ພ້ອມກຽດແລະສັກສີແລ້ວ.

ຂ້ອຍຄິດວ່າບັນຫານີ້ມີຊ່ອງທາງແກ້ໄດ້ແມ່ນວ່າມັນຈະຍາກຕໍ່ຄວາມຊິນເຄີຍຕໍ່ຄວາມມັກງ່າຍໃນດ້ານຮັບບໍລິການ

ກໍ່ຈດີ,ແຕ່ເຮັດໄດ້.ສຳຄັນວ່າພີ່ນ້ອງລາວໃຜຈະເລີ້ມເປັນແບບຢ່າງກ່ອນ.ທັງໝົດນີ້ຕ້ອງກຳໄດ້ອຸປະນິໃສຂອງມະນຸດ

ເວົ້າຮວມ,ເວົ້າສເພາະພິເສດກໍ່ຄືຄົນລາວເຮົານີ້ເອງໃນເລື່ອງອວດອົງທະນົງຕົວ,ຫຼີ້ນກິນຟຸມເຟືອຍທີ່ຮຽນແບບ

ຈາກການນຳຜູ້ອ້າງຕົນວ່າສະຫຼາດສ່ອງໃສສຸດໂຕງ,ເຫັນຊ້າງຂີ້ກອງໃຫ່ຍກໍ່ຢາກຂີ້ຄືຊ້າງ.ແຕ່ຫົວຄິດປັນຍາບໍ່ມີ

ເທົາຊ້າງໆມັນຮູ້ຫາຢູ່ຫາກິນປະຢັດ,ຖະໜອມປົກປ້ອງອາຫານທີ່ທັມມະຊາດປະທານໃຫ້ເພື່ອໄດ້ກິນຍາວນານ

ທີ່ຈະໄດ້ຂີ້ກ້ອນໃຫຍ່ໂຊວ໌ໃຫ້ຜູ້ນຳລາວກໍ່ຄືພັກ-ລັດທີ່ສ່ອງໃສໄດ້ຮຽນຮູ້.ແຕ່ສັນດານຄວາມທະເຍີທະຍານຢາກ

ສຸກກ່ອນເຫີ່ມກໍ່ຂຸດຄົ້ນທຳລາຍຊັພສົມບັດທາງທັມມະຊາດທີ່ເກີດມາກັບແຜນດິນລາວແຕ່ປາງປະຖົມເພື່ອ

ມາແບ່ງກັນໄຊ້ປັນກັນກິນໃນກຸ່ມຂອງພວກເຂົາຢ່າງບໍ່ຄຳນຶງວ່າປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າກໍ່ມີສິດ

ຊົມໄຊ້ຢ່າງສເມີພາບຕໍ່ຊັພສົມບັດເຫຼົ່ານັ້ນ.ຍິ່ງຮ້າຍກວ່ານັ້ນຄືການອະນຸຍາດໃຫ້ຕ່າງຊາດເຂົາມາຂຸດຄົ້ນຢ່າງ

ບໍ່ມີການຄິດໄລ່,ເຮັດໃຫ້ຕ່າງປະເທດເອົາປຽບທີ່ສຸດບໍ່ສົມກັບຄຳສະຫຼາຍສ່ອງໃສທີ່ອອກຈາກປາກໃນເວລາ

ປາໃສ ແລະ ກາໃສ່ໜ້າຜາກຂອງແຕ່ລະຜູ້ນຳລາວປະຈຸບັນ.ເພາະສນັ້ນແລ້ວຖ້າພີ່ນ້ອງລາວໃນຜູ້ຮັກຊາດ

ບໍ່ຢາກເຫັນຄົນຕ່າງຊາດໂດຽສເພາະແກວຈາກຫວຽດນາມຫຼັ່ງໄຫຼເຂົາມາຍາດແຍ່ງອາຊີບຂອງພີ່ນ້ອງ

ພໍ່ແມ່ປະຊາຊົນລາວດັ່ງບາງຮູບພາບທີ່ທ່ານນຳມາໂປສ໌ນີ້ກ່ອນອື່ນໝົດແມ່ນການງົດໄຊ້ບໍລິການຂອງ

ພວກເຂົາຢ່າງສີ້ນເຊີງ.ໂດຽສເພາະກ່ຽວກັບອາຫານການກິນຢ່າໄປບໍຣິໂພກເລີຍຖ້າພວກທ່ານຢາກມີ

ສຸກຂະພາບສົມບຸນ ແລະ ອາຍຸຍາວນານຈົ່ງປຸ່ງແຕ່ງກິນເອງເພາະມັນຈະຖືກ,ສະອາດ ແລະປະຢັດກວ່າ

ຫຼາຍເທົ່າຕົວ.ຈົ່ງຢຸດພຶດຕິກັມຂີ້ຄ້ານມັກງ່າຍ ແລະ ເຫີ່ເຫີມຕາມສັງຄົມຟຸມເຟືອຍທີ່ຄົນບໍ່ຫວັງດີຍັດທອດ

ແບບຢ່າງໃຫ້.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard