ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພວກຫົວຊາດ ນິຍົມແກວ
Anonymous

Date:
ພວກຫົວຊາດ ນິຍົມແກວ
Permalink   
 
celebration%2Bvietnam%2Bnew%2Byear.jpg

ທູດຫວຽດນາມປະຈຳລາວສະຫລອງບຸນປີໃໝ່ປະຈຳຊາດປີ 2015

ໃນຕອນຄ່ຳວັນທີ 6 ກຸມພາຜ່ານມານີ້, ທ່ານ ຫງວຽນ ແມ໋ງ ຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ພ້ອມດ້ວຍພັນລະຍາ ແລະ ພະນັກງານພາຍໃນສະຖານທູດ ໄດ້ຈັດງານລ້ຽງ ເພື່ອ ສະເຫລີມສະຫລອງບຸນປີໃໝ່ປະຈຳຊາດຫວຽດນາມສົ່ງ​ທ້າ​ຍປີ​ເກົ່າ 2014 ​ແລະ ຕ້ອນຮັບ​ປີ​ໃໝ່ 2015, ໂດຍການເປັນກຽດ ເຂົ້າຮ່ວມຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ດຣ ພັນ​ຄຳ​ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ທັງ​ເປັນ​ປະທານ​ສະມາ ຄົມ​ມິດຕະພາບ​ລາວ- ຫວຽດນາມ, ທ່ານ ດຣ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ນາຍົກລັດຖະມົນຕີ, ມີບັນດາການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.      ເອກອັກຄະລັດຖະທູດ ຫງວຽນ ແມ໋ງ ຮຸ່ງ ກ່າວວ່າ: ​ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ບັນດາ​ຜົນງານ​ສຳ ຄັນທີ່ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ​ພວກ​ເຮົາ​ຍາດ​ມາ​ໄດ້​ ພາຍ​ໃຕ້​ການ​ນຳພາ​ຂອງ​ສອງ​ພັກ​ທີ່​ມີ​ກຽດສະຫງ່າ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ປະການ ​ແຕ່​ຫວຽດນາມ ​ແລະ ລາວ ຍັງ​ສືບຕໍ່​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ-ສັງຄົມ​ໄວ້​ໄດ້,​ ເພີ່ມ​ທະວີ​ດ້ານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ​ມີ​ການ​ຂະຫຍາຍ​ຕົວ​ໃນ​ລະດັບ​ສູງ, ສືບຕໍ່​ປະຕິບັດການ​ລຶບ​ລ້າງ​ຄວາມ​ອຶດຫິວຫລຸດຜ່ອນ​ຄວາມທຸກ​ຍາກ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບການ​ຍົກ​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ; ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານຫວຽດນາມ-ລາວ ​ມີ​ບາດກ້າວ​ຂະຫຍາຍຕົວນັບ​ມື້ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນອັນ​ໄດ້​ ຢັ້ງຢືນ​ວ່າ: ນ້ຳ​ໃຈ​ມິດຕະພາບຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ ຫວຽດນາມ-ລາວ ​ແມ່ນ​ແຫ​ລ່ງພະລັງ​ແຮງ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ສອງ​ຊາດຫວຽດນາມ-ລາວຢ່າງ​ແທ້​ຈິງ ແລະ ໃນ​ໂອກາດ​ນີ້ຕາງໜ້າ​ໃຫ້​ແກ່​ພັກ, ລັດ​ຖະບານ ​ແລະ ປະຊາຊົນ​ຫວຽດນາມ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່ງ​ເລິກ​ເຊິ່ງຕໍ່​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ​ອ້າຍ​ນ້ອງ ທີ່​ຍາມ​ໃດ​ກໍ​ໃຫ້ການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ​ແກ່​ຫວຽດນາມ ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ການ​ນຳ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ, ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດຕັ້ງມະຫາຊົນ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວທີ່​ໄດ້​ມີ​ການ​ຊີ້ນຳ, ຊ່ວຍ​ເຫລືອ ​ແລະ ປະສານ​ງານ​ກັບ​ສະຖານທູດ ​ແລະ ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ​ລາວ ​ໃນ​ປີ​ຜ່ານ​ມາ ​ແລະ ​ເຊື່ອ​ໝັ້ນ​ວ່າຈະ​ສືບຕໍ່​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ ​ແລະ ຊ່ວຍ​ເຫລືອ​ໃນ​ຂັ້ນຕໍ່​ໄປ.                   

__________________
Anonymous

Date:
Permalink   
 
Anonymous wrote:

ເບິ່ງແກວມັນປະຢັດ ຄົນອອ້ມເຕັມໂຕະ ມີເຂົ້າຕົ້ມໃສ້ໜາກທົ່ວຂຽວຍັດຊີ້ນໝາເຄິ່ງຫໍ່.

ເຫຼົ້າວາຍກະພໍເລຍກົ້ນຈອກ.ເບິ່ງບາດມັນຊິຖາມໜີ້ຄືນ,ມັນຊິບໍ່ໄປຍົກເອົາພະວັດອົງຕື້

ໄປອີກບໍ່?ຄືບໍ່ເຫັນອະແແປະຫວາດ?ເພິ່ນຄາໄປຕີກອບຢູ່ທາງໃດ?ຫຼືຢ້ານເຂົ້າຕົ້ມແກວ

ເປື່ອຍຕິດໃສ້ບໍ?

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard