ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານລາວຖືກບັງຄັບເຣື້ອງ ສິດທິ ມະນຸດ
Anonymous

Date:
ຣັຖບານລາວຖືກບັງຄັບເຣື້ອງ ສິດທິ ມະນຸດ
Permalink   
 


ຣັຖບານລາວຖືກບັງຄັບເຣື້ອງ ສິດທິ ມະນຸດ

image

 

ສປປລາວ ເປັນ ປະເທສ ນຶ່ງ ໃນ ຈໍານວນ 14 ປະເທສ ທີ່ ຕົກເປັນ ເປົ້າ ຂອງ ການ ທົບທວນ ການ ປະຕິບັດ ສິດທິ ມະນຸດ ຮວມທັງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຊຶ່ງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ເລັ່ງໃສ່ ຢູ່ ໃນ ກອງ ປະຊຸມ ຄັ້ງທີ 2 ທີ່ ນະຄອນ ເຈນີວາ ເມື່ອ ວັນທີ 20 ມົກກະຣາ 2015.

ການ ປະຕິບັດ ສິດທິ ມະນຸດ ເວົ້າ ສະເພາະ ຢູ່ ສປປ ລາວ ນັ້ນ ເປັນເຣຶ່ອງ ສໍາຄັນ ທີ່ສຸດ ສໍາລັບ ປະຊາຊົນ ລາວ ເພາະ ມີການ ຣະເມີດ ຢ່າງ ຮຸນແຮງ ຈົນ ສົ່ງຜົລ ກະທົບ ໂດຍກົງ ໃສ່ ຊີວິດ ການ ເປັນຢູ່ ແລະ ການທໍາມາ ຫາກິນ ຂອງ ປະຊາຊົນ, ໃສ່ ການ ພັທນາ ເສຖກິດ ສັງຄົມ ຂອງຊາດ ທີ່ ຍັງທຸກຍາກ ຂາດເຂີນ ຢູ່ນີ້. ດັ່ງນັ້ນ ປະເທສ ປະຊາ ທິປະຕັຍ ທີ່ ຈະເຣີນ ຮວມທັງ ສະຫະຣັຖ ອະເມຣິກາ ຈຶ່ງ ມີຄວາມ ເປັນຫ່ວງ ນໍາ ປະຊາຊົນ ລາວ ທີ່ ມີຊີວິດ ຢູ່ໃນ ສະພາບ ຂາດ ສິດ ເສຣີພາບ ແລະ ປະຊາ ທິປະຕັຍ.



__________________
Anonymous

Date:
Permalink   
 

ບັງຄັບເພິ່ນບໍ່ໄດ້ດອກເພາະເພິ່ນສະຫຼາດສ່ອງໃສສຸດໂຕ່ງ,ແຖມມີອ້າຍກົກແກວຫວຽດ

ແລະ ອ້າຍລອງເຈັກຈີນ ປະຄອງສອງປີກນ້ອງຫຼ້າທີ່ບອກລອນສອນງ່າຍບໍ່ມີມະນຸດໃນ

ໂລກນີ້ສເມີເໜືອນເລີຍ.



__________________
Overseas Man

Date:
Permalink   
 

ມີປັນຍາອີ່ຫຍັງມາບັງຄັບນໍ ພວກໝາເຫົ່າໂພນປວກເຮີ່ຍ

ເຊີນນັ່ງເຫົ່າ ນອນເຫົ່າ ຈົນຕາຍໂພນປວກມັນກໍ່ບໍ່ມີມື້ຊິເໜັງຕີງດອກ

nonono



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard