ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສຳນັກງານສູນກາງພັກປະຊາຊົນປະຕິວັດລາວທີ່ຈີນຊ່ວຍເຫຼືອກໍ່ສ້າງ
Anonymous

Date:
ສຳນັກງານສູນກາງພັກປະຊາຊົນປະຕິວັດລາວທີ່ຈີນຊ່ວຍເຫຼືອກໍ່ສ້າງ
Permalink   
 


ຈີນຊ່ວຍເຫຼືອກໍ່ສ້າງສຳນັກງານສູນກາງພັກປະຊາຊົນປະຕິວັດລາວ(ຟັງຄຳເວົ້າເປັນຕາສະອອນ)

ແຕ່ໃນການຊ່ວຍເຫຼືອຄັ້ງນີ້ຈີນຈະໄດ້ ຫຼື ເອົາຫັຽງຈາກລາວ.ຫຼື ເວົ້າອີ່ແບບນຶ່ງລາວຈະເສັຍຫັຽງໃຫ້ເຈັກ-ຈີນ

ເພາະພ່ານມາທີ່ຈີນສ້າງສະໜາມກິລາ ຫຼັກ 18 ເພື່ອຮອງຮັບກິລາຊິເກມ,ຈີນກໍ່ໄດ້ບຶງທາດຫຼວງໄປ,

ພ້ອມຂະຫຍາຍຕື່ມເນື້ອທີ່ບໍ່ແຕນແດນຄຳໃຫ້ເຈັກ-ຈີນເພີ້ມອີກຫຼາຍພັນເຮັກຕາ.

ທີ່ມາຂອງຂ່າວ:

128c8f5c5886474c9ca0234d888ab9e6.jpg

5213d49e418845c299a5be43ce7936f0.jpg

ທ່ານ​ດຣ ຄຳ​ສຸກ ​ໄຊ​ຍະ​ສອນ ​ໄດ້​ຕາງໜ້າ​ຝ່າຍ​ລາວ​ກ່າວ​ຄຳ​ປາ​ໄສ​​ໂດຍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ແລະຄວາມ​ຮູ້​ບຸນຄຸນອັນ​ລົ້ນ​ເຫຼືອ​ໄປ​ຍັງ​ສູນ​ກາງ​ພັກ, ລັດຖະບານ​ແລະ​ປະຊາຊົນ​ຈີນ ທີ່​ໄດ້​ໃຫ້ການ​ຊ່ວຍ​​ເຫຼືອ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ພັກ, ລັດ​ແລະ​ປະຊາຊົນ​ລາວ​ຢ່າງ​ຈິງ​ໃຈ.

​ໂອກາດ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ ດັ່ງກ່າວ, ທ່ານ​ຖົງ​ຕ້າວ​ສື ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ວ່າ ​ໂຄງການ​ກໍ່ສ້າງ​ອາຄານ​ເຮັດ​ວຽກ​ຂອງ​ສຳນັກງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ ລາວ​ເປັນ​ອີກໂຄງການ​ໜຶ່ງ​ອັນ​ສຳຄັນ​ທີ່​ປະ​ເທດ​ຈີນ​ຊ່ວຍ​ເຫຼືອ​ກໍ່ສ້າງ ນອກຈາກ​ໂຄງການ​ສູນ​ປະຊຸມ​ສາກົນ (ຫໍ​ປະຊຸມ​ແຫ່ງ​ຊາດ), ​ເປັນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ຂອງ​ສອງ​ພັກ ​ແລະລັດຖະບານຈີນ-ລາວ​ໃນ​ຍຸກ​ສະ​ໄໝ​ໃໝ່, ຝ່າຍ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ ​ແລະ​ລັດຖະບານ​ຈີນ-ລາວ​ຕື່ມ​ອີກ, ​ໃຫ້ການ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ສາມາດ​ຂອງ​ຕົນ​​ແກ່​ພາລະກິດ​ສັງຄົມ​ນິຍົມ​ແລະ​ ການ​ພັດທະນາ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ລາວ.

http://laos.cri.cn/681/2015/02/13/106s186404.htm

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard