ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພາຍຸໝາກເຫັບ ສ້າງຄວາມເສຍຫາຍ ແກ່ເມືອງຫາດຊາຍຟອງ ຢ່າງໜັກ
Anonymous

Date:
ພາຍຸໝາກເຫັບ ສ້າງຄວາມເສຍຫາຍ ແກ່ເມືອງຫາດຊາຍຟອງ ຢ່າງໜັກ
Permalink   
 


ພາຍຸໝາກເຫັບ ສ້າງຄວາມເສຍແກ່ເມືອງຫາດຊາຍຟອງ

ພາຍຸ ເຂົ້າຢ່າງໜັກຕອນເວລາປະມານ 04:45-06:00 ຕອນເຊົ້າ ວັນທີ 18 ກຸມພາ 2015.

ທີ່ມາພ້ອມກັນໝາກເຫັບ ເຮັດໃຫ້ບ້ານເຮືອນ ຫຼາຍຮ້ອຍຫຼັງ ໄດ້ຮັບຜົນກະທົບ ເສຍຫາຍ ຢ່າງໜັກ.
ເຮືອນຊານບ້ານຊ່ອງ, ຫຼັງຄາໂຮງຮຽນ, ເສົາໄຟຟ້າ, ປ້າຍຈາລະຈອນ, ປ້າຍໂຄສະນາ ແມ່ນຫັກເພພັງ.

ລວມທັງພາຫະນະ ລົດລາ ທີ່ຖືກຕ້ົນໄປທັບໃສ່.
ຄວາມເສຍຫາຍທັງໝົດ ແມ່ນຍັງບໍ່ມີການສະຫຼຸບ

1620664_931652653533074_4969506545938656257_n.jpg?oh=048f73de2d03ffdb12a4109c6f2c8332&oe=558D52DD&__gda__=1435543324_fa89c0cffa4b5e43bcb369edbaac39c211010579_931652646866408_8562621307502767381_n.jpg?oh=8067348e40c657f99bc8dd81ea76a2a4&oe=554D63ED10437656_931653133533026_642621832702437177_n.jpg?oh=fe1ceb09270692126a63f2d4b7a8daaf&oe=554C57CE&__gda__=1430789205_72e0e54e2dd20602cf42fc59c5d7e51b10993083_931653043533035_9222841350448550685_n.jpg?oh=da0c57e14ebd310b3c36ea0d7270a9a7&oe=558D4A61&__gda__=1431144971_61bf3bf9ffd79c0891d54233cead3f6010991298_931652696866403_3796690240804362473_n.jpg?oh=8cbc239d663bc36f94662982ed0dcbf8&oe=554A93D2&__gda__=1435440398_f9b67db4db21425ffcf8fa3134a91b2e10378130_931652956866377_4083889941159422904_n.jpg?oh=2ee3ac67458c85cc48aec861f0ff1c2b&oe=554D4B7E&__gda__=1431337122_02ac4fd6f21623eeb18aa963d58a21c510998315_931653060199700_1585884705920543540_n.jpg?oh=f6942b7e22da6e3db32cc9cb083aaf82&oe=55906B7E10001445_931653113533028_8440566057929319584_n.jpg?oh=e3ddd0d6674c2d5c5d5168546fe0bed2&oe=555955F010457962_931652650199741_8268827232858349470_n.jpg?oh=5716700ca3b7bf9e5137aaf19d215cc8&oe=555778C8&__gda__=1435710576_e4e9c9de7703069879d8d78af4a48ccb



__________________
Anonymous

Date:
RE: ພາຍຸໝາກເຫັບ ສ້າງຄວາມເສຍຫາຍ ແກ່ເມືອງຫາດຊາຍຟອງ ຢ່າງໜັກ
Permalink   
 


/download.spark?ID=1675463&aBID=138054

ໄພທຳມະຊາດ ສັ່ງສອນ ພັກລັດ ຍ້ອນການຕັດໄມ້ ທຳລາຍປ່າ



__________________
Anonymous

Date:
Permalink   
 

ມັນໜ້າຈະພັດໄປຖລົ່ມທາງຫໍຄຳບ່ອນເຈົ້າພໍ່ຕັດໄມ້ທຳລາຍປ່າຢູ່ອາໃສພູ້ນນາ.

ເປັນຫັຽງຈຶ່ງມາບຽດບຽນປະຊາຊົນຜູ່ບໍ່ມີຄວາມຜິດ ຫຼື ທັມຊາດຢາກໃຫ້ປະຊາຊົນລຸກຂື້ນ

ມາຊ່ວຍປະທ້ວງຄົນບໍ່ຫວັງດີທຳລາຍພວກເຂົາບໍ?



__________________
Anonymous

Date:
Permalink   
 

ຂໍຂອບໃຈຜູ່ທີ່ນຳຂ່າວມາໃຫ້ເຫັນ.ແຕ່ມີຂໍ້ຢາກຖາມກ່ຽວກັບຮູບນີ້ວ່າ:

ເຫຼັກທີ່ຄ້າຍເຄື່ອງກັ້ນຂອບທາງ ແຕ່ມາຢູ່ກາງທາງດັ່ງຮູບນີ້ຍ້ອນເຫດໃດ? ຫຼືວ່າ.....?

10001445_931653113533028_8440566057929319584_n.jpg?oh=e3ddd0d6674c2d5c5d5168546fe0bed2&oe=555955F0



__________________
Anonymous

Date:
Permalink   
 

Anonymous wrote:

ຂໍຂອບໃຈຜູ່ທີ່ນຳຂ່າວມາໃຫ້ເຫັນ.ແຕ່ມີຂໍ້ຢາກຖາມກ່ຽວກັບຮູບນີ້ວ່າ:

ເຫຼັກທີ່ຄ້າຍເຄື່ອງກັ້ນຂອບທາງ ແຕ່ມາຢູ່ກາງທາງດັ່ງຮູບນີ້ຍ້ອນເຫດໃດ? ຫຼືວ່າ.....?

10001445_931653113533028_8440566057929319584_n.jpg?oh=e3ddd0d6674c2d5c5d5168546fe0bed2&oe=555955F0


 ເຫຼັກກັ້ນຂອບທາງນີ້ ທ່ານ ຈະສັງເກດເຫັນວ່າ ເພີນບໍ່ໄດ້ຝັງເສົາລົງດິນ

ເພິ່ນເຮັດຍອງໄວ້ ເທິງໜ້າດິນ ເວລາລົມພັດແຮງ ກໍເປັນແບບນີ້ລະ



__________________
Anonymous

Date:
Permalink   
 

10993399_931928266838846_6385487546734713756_n.jpg?oh=e2e66283c9fe3f8014a55381d1a49a3b&oe=55900940

ພວກເຮົາໄດ້ຮັບການບໍລິຈາກ ເງິນຈຳນວນ 400 ໂດຣາ ຫຼື 3,200,000 ກີບໄປຊື້ເຕັ້ນ. ເນື່ອງຈາກວ່າ ຕະຫຼາດສ່ວນໃຫຍ່ ແມ່ນປິດ, ຕ້ອງຂອບໃຈ ທາງສະມາຄົມອາສາກູ້ໄພນະຄອນຫຼວງ ຄືທ່ານຕຸ້ຍ ປະທານສະມາຄົມ ທີ່ເອົາໃຈໃສ່ ແລະ ຂີ່ລົດໄປຊື້ເຕັ້ນໄດ້ຈຳນວນ 26 ອັນຢູ່ ໜອງຄາຍ. ທີມງານຂ້າມຂົວໄປຊື້ ກໍ່ຕອນເວລາ 19:45 ນາທີ່ ໃຊ້ເວລາ ໄປກັບ ກໍ່ຊົ່ວໂມງກວ່າໆ ຈົນຮອດເວລາປະມານ 21:00 ຈິ່ງໄດ້ຂ້າມມາຮອດຝັ່ງລາວ ແລະ ໄດ້ມຸງໜ້າໄປ ທີ່ບ້ານ ໜອງແ່ວງ ໂດຍສາມາດ ມອບເຕັ້ນ ໃຫ້ກັບ ເຮືອນທີ່ຂາດແຄນ ແລະ ຂາດທີ່ກຳບັງ. ພວກເຮົາໄດ້ຍາຍ ແລະ ເຮັດການຕັ້ງເຕັ້ນໃຫ້ ກໍ່ຮອດເວລາ 23:00, ສ່ວນເຕັ້ນທີ່ຍັງເຫຼືອ ແມ່ນຈະສືບຕໍມອບໃຫ້ໃນມື້ອື່ນ. ເຊິ່ງເຂດດັ່ງກ່າວ ແມ່ນເຫັນວ່າ ຫຍຸ້ງຍາກ ເພາະໄຟຟ້າ ແມ່ນດັບ ແລະ ສາຍໄຟຟາ ກໍ່ຍັງບໍ່ທັນໄດ້ມີການປົວແປງ ໃຫ້ກັບຄືນສະພາບປົກກະຕິ, ແຕ່ກໍ່ຕ້ອງ ໄດ້ຊົມເຊີຍ ບັນດາ ອ້າຍນ້ອງໄຟຟ້າ ທີ່ໄດ້ເອົາໃຈໃສ່ ເຕັມທີ່ເພາະ ພວກເຂົາຍັງຄົງປະຕິບັດໜ້າທີ່ ຈົນເດີກຈົນດື່ນ ເພື່ອປົວແປງສາຍໄຟຟ້າ ໃຫ້ໄວເທົາທີ່ຈະໄວໄດ້, ແຕ່ດັ່ງທີ່ເຫັນຈາກ ສະພາບຕົວຈິ່ງ ມັນຕ້ອງໄດ້ໃຊ້ເວລາ ເພາະຄວາມເສຍຫາຍໜັກ,ຫຼັກເສົາໄຟຟ້າຫຼາຍຕົ້ນ ທີຢູ່ເຂດ ທາງໃຫຍ່ ແລະ ໃນໝູ່ບ້ານ ແມ່ນລົ້ມຫັກຫຼາຍບ່ອນ ເຊິ່ງ ກໍ່ຈຳເປັນຕ້ອງໄດ້ມີທັງແຮງ ງານ ແລະ ອຸປະກອນ ຢ່າງພຽງພໍ. ຄາດວ່າພາຍໃນ ມື້ອື່ນ 19 ກຸມພາ 2015 ການປົວແປງໄຟຟ້າ ກໍ່ຈະຄືບໜ້າໄປອີກ ຫຼື ຈົນສາມາດກັບມາໃຊ້ໄດ້ປົກກະຕິ.

ຄວາມຕ້ອງການທີ່ຈຳເປັນ ສຳລັບຫຼາຍໆ ຄົວເຮືອນ ແມ່ນ ສັງກະສີ ທີ່ຈະໃຊ້ມຸງຫຼັງຄາ ແລະ ບາງເຮືອນ ກໍ່ແມ່ນກະເບື້ອງ ເພາະຫຼາຍໆ ເຮືອນ ແມ່ນຖືວ່າ ພາຍຸ ພັດພັງເພໝົດເລີຍ. ຈຳນວນ ຄົວເຮືອນ ທີ່ເສຍຫາຍ ແລະ ຈຳນວນ ສັງກະສີ ແລະ ໄມ້ ທີ່ຕ້ອງການ ເພື່ອຟື້ນຟູ ແລະ ປົວແປງເຮືອນຂອງປະຊາຊົນ ແມ່ນຍັງບໍ່ມີລາຍລະອຽດຊັດເຈນ ເພາະການເກັບກຳຂໍ້ມູນ ຍັງບໍ່ຄົບ. ສະນັ້ນ, ກໍ່ຕ້ອງໄດ້ ຖ້າໃຫ້ແຕ່ລະຄອບຄົວ ມາລາຍງານທາງບ້ານ ແລະ ແຈ້ງໃຫ້ເມືອງຢ່າງເປັນທາງການ. ສະນັ້ນ, ເພື່ອລໍ້ຖ້າຕົວເລກດັ່ງ, ທ່ານໃດທີ່ຕ້ອງການຈະຮ່ວມ ປະກອບສ່ວນບໍລິຈາກ ກໍ່ສາມາດແຈ້ງເຈດຈຳນົງເຂົ້າມາໄດ້. ພວກເຮົາຂໍຮັບບໍລິຈາກ ເປັນວັດຖຸທັງໝົດ ບໍ່ເອົາເງິນ.ສິ່ງຈຳເປັນປະກອບມີ

1. ສັງກະສີ ຈຳນວນຫຼາຍ
2. ໄມ້ເພື່ອເຮັດຫຼັງຄາ ຈຳນວນຫຼາຍ.
3. ໄມ້ອັດ ເພື່ອເຮັດຝາແອ້ມ ໃຫ້ບາງເຮືອນ ຈຳນວນຫຼາຍ
4. ຕະປູ (ທັງແບບທຳມະດາ ແລະ ຕະປູໝວກ ຕອກສັງກະສີ)
5. ເຄື່ອງນອນ ເພາະຫຼາຍເຮືອນ ແມ່ນເສຍຫາຍ ປຽກນ້ຳໝົດ
6. ເຄື່ອງເຮືອນຄົວ
7. ອາຫານແຫ້ງ (ໝີ່, ປ໋ອງປາ, ແລະ ອື່ນໆ)
8. ນ້ຳດື່ມ

ສະນັ້ນ, ຫາກທ່ານໃດ ຕ້ອງການຈະປະກອບສ່ວນ ກໍ່ສາມາດ ໂທຫາພວກເຮົາໄດ້. ໂທສະມາຄົມ ເບີ 02023449090, ຫົວໜ້າທີມງານອາໂຫຼ 02078888888 ແລະ 02055654321



__________________
Anonymous

Date:
Permalink   
 

Anonymous wrote:
Anonymous wrote:

ຂໍຂອບໃຈຜູ່ທີ່ນຳຂ່າວມາໃຫ້ເຫັນ.ແຕ່ມີຂໍ້ຢາກຖາມກ່ຽວກັບຮູບນີ້ວ່າ:

ເຫຼັກທີ່ຄ້າຍເຄື່ອງກັ້ນຂອບທາງ ແຕ່ມາຢູ່ກາງທາງດັ່ງຮູບນີ້ຍ້ອນເຫດໃດ? ຫຼືວ່າ.....?

10001445_931653113533028_8440566057929319584_n.jpg?oh=e3ddd0d6674c2d5c5d5168546fe0bed2&oe=555955F0


 ເຫຼັກກັ້ນຂອບທາງນີ້ ທ່ານ ຈະສັງເກດເຫັນວ່າ ເພີນບໍ່ໄດ້ຝັງເສົາລົງດິນ

ເພິ່ນເຮັດຍອງໄວ້ ເທິງໜ້າດິນ ເວລາລົມພັດແຮງ ກໍເປັນແບບນີ້ລະ


 ຕາມທີ່ ຂພຈ ສັງເກດເບີ່ງຮູບນີ້ ຄົງຈະບໍ່ແມ່ນເຫຼັກກັນຂອບທາງ ຫຼືທີ່ເອີ້ນກັນວ່າຮາວປ້ອງກັນໄພນັ້ນ.

ອາດຈະເປັນໂຄງສ້າງຫຼັງຄາ ຫຼືໂສງສ້າງໃດໜື່ງທີ່ຢູ່ສູງ ເພາະເບີ່ງເປັນເຫຼັກນ້ອຍ ແລະມີລັກສະນະໂຄງສ້າງຖັກ.

ໂຄງສ້າງຮາວປ້ອງກັນໄພຈະບໍ່ເປັນແບບນີ້ ແລະ ກໍ່ເປັນໄປບໍ່ໄດ້ທີ່ລົມຈະພັດຈົນປີວປານນີ້ ສີ່ງອື່ນ ຄົງຈະບໍ່ເຫຼືອອີກແລ້ວ



__________________
ຜູ້ເຫັນໃຈ

Date:
Permalink   
 

ກ່ອນອື່ນກໍ່ຂໍສແດງຄວາມເສັຍໃຈຕໍ່ມີນ້ອງຊາວລາວບັນດາເຜົ່າຜູ້ໄດ້ຮັບເຄາະຮ້າຍຈາກໄພພິດບັດຄັ້ງນີ້.

ຕາມຄວາມເຂົ້າໃຈ ແລະ ອິງຕາມການຄົ້ນຄວ້າຂອງສາກົນທີ່ມັກເວົ້າວ່າໄພທັມຊາດແມ່ນຜົນພອຍ

ຈາກການກະທຳຂອງມະນຸດໃນການໄປບຽດບຽນທັມຊາດກໍ່ຄືການຕັດໄມ້ທຳລາຍປ່າ,ຊຶ່ງເປັນການທຳ

ລາຍສະພາບແວດລ້ອມ.ແຕ່ພາຍໄຕ້ການນຳທີ່ສະຫຼາດສ່ອງໃສຂອງ ພັກ-ລັດ ລາວ ປະຈຸບັນ

ຜູ້ຮູ້ຈັກຈັບໂອກາດຍາດແຍ່ງການຊ່ວຍເຫຼືອໂດຽເອົາໜ້າປະຊາຊົນ 6.000.000 ຄົນເປັນເດີມພັນ

ກໍ່ຄືປະເທດລາວທີ່ທຸກຍາກຫຼ້າຫລັງຍ້ອນພັກດຽວປົກຄອງມາ 4 ທົດສວັດນັ້ນເອງ.

ພາຍໄຕ້ການສູນເສັຍຊັພສິນ ແລະ ຄວາມໂສກເສົ້າຂອງຄົນກຸ່ມນຶ່ງອາດເປັນຄວາມດີໃຈຂອງກຸ່ມຄົນ

ບໍ່ດີທີ່ມັກເຮັດນາເທິງຫຼັງ ແລະ ຄວາມທຸກຍາກຂອງປະຊາຊົນດັ່ງໃນອະດີດຈົນເຖິງປະຈຸບັນເຊັ່ນ:

ປະຊາຊົນລາວອົພຍົກໃນຕົ້ນປີ 1975 ທີ່ຈຳໃຈທົນທຸກທໍລະມານປະເຮືອນຊານບ້ານຊ່ອງເອົາຕົວລອດ

ຈາກໄພຂອງຜູ້ບໍ່ຫວັງດີກໍ່ຄືປະຊາຊົນລາວໃນປະເທດປະຈຸບັນທີ່ຈຳຕ້ອງເສຍດິນດອນໄຮ່ນາຮົ້ວສວນ

ໃຫ້ແກ່ຄົນບໍ່ດີເພື່ອນຳໄປຂາຍໃຫ້ນາຍທຶນຕ່າງຊາດ.

 



__________________
Anonymous

Date:
Permalink   
 

​ໂອ​ສິ່ງ​ສັກ​ສິດ​ຄື​ບໍ່​ພັດ​ຫົວ​ບັກ​ຫ່າ​ຈູມ​ໝາຫຼີ້​ກັບ​ບັກ​ຫ່າ​ເຕັ້ຍ​ທອງ​ສິງ

ພ​ອ້ມ​ດ້ວຍ​ຄ​ນະ​ໄປ​ຢູ່​ກັບ​ບັກ​ຫ່າ​ສຸ​ພາ​ນຸ​ວົງ​ແລະ​ບັກ​ໄກ​ສອນ​ພຸ້ນ​ເປັນ

ຫ​ຍັງ​ຄື​ມາ​ເຮັດ​ໃຫ້​ປ​ຊ​ຊ​ເດືອດ​ຮ້ອນ ສາ​ທຸ​ເທຶ່ອ​ໜ້າ​ຢ່າ​ລືມ​ເດີ້​ຂະ​ນ້ອຍ

ສາ​ທຸໆໆໆໆໆ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard