ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມາເບິ່ງເສັ້ນທາງການເງິນຂອງຜູ້ນຳລາວ
Anonymous

Date:
ມາເບິ່ງເສັ້ນທາງການເງິນຂອງຜູ້ນຳລາວ
Permalink   
 


ທ່ານໃດ ເຂົ້າໃຈດີ ເລື່ອງເສັ້ນທາງການເງິນ ຂອງລັດ ແລະເສັ້ນທາງການເງິນຂອງພະນັກງານຜູ້ໂກງກິນ

ຊ່ວຍ ອະທິບາຍ ວ່າເປັນຫັຍງ ລັດຄືທຸກຍາກ ແຕ່ຄົນເຮັດວຽກນຳ ພັກ ນຳ ລັດຄືມີເງີນຫລາຍ ?



__________________
Anonymous

Date:
Permalink   
 

ຍ້ອນວ່າ: ພະນັກງານສັງກັດລັດ ເຂົາມີການອອກແຮງງານ ແລະ ສ້າງເສດຖະກິດຄອບຄົວ ປະຕິບັດຕາມແນວທາງນະໂຍບາຍຂອງພັກທີ່ວາງອອກຄື: ເພິ່ງຕົນ ແລະ ກຸ້ມຕົນເອງ



__________________
Anonymous

Date:
Permalink   
 

 

1. ເງິນເປີເຊັນຈາກໂຄງການຕ່າງໆ ລັດຖະບານ

2. ເງິນສິນບົນ ຈາກການຄ້າໄມ້ ແລະບໍ່ແຮ່ຕ່າງໆ

3. ເງິນສິນບົນ ຈາກການຊື້ ຈ້າງຂື້ນຕຳແໜ່ງ ແລະ ຊ່ວຍຄະດີ

4. ເງິນຖືຮຸ້ນ ນຳບໍລິສັດເອກະສານ ແລະບໍລິສັດຕ່າງຊາດ

5. ເງີນເກັບພາສີທີ່ຮົ່ວໄຫລ

ສະເໜີ ກວດກາ ສະຖານະການເງິນຂອງນັກການເມືອງທັງໝົດ ແລະເຜີຍແຜ່ໃຫ້ສັງຄົມ ແລະ ບັນຫາຈະຖືກແກ້ແບບເປັນທຳ



__________________
Anonymous

Date:
Permalink   
 

ການສໍ່ລາດບັງຫລວງຂອງ ພະນັກງານພັກລັດ ມີຫລາຍຮຸບແບບ
1. ຝ່າຝືນ ຫລີກລຽ້ງ ບິດເບືອນລະບຽບແຜນການແລະກົດຂໍ່ບັງຄັບ
2.ຈູງໃຈ ຮຽກຮ້ອງ ບັງຄັບ ຂົ່ມຄູ່ ໜ່ວງໜຽ່ວ ກັ່ນແກ້ງ ຫາຜົນປະໃສ່ຕົວເອງແລະພັກພວກ
3. ການສົມຍອມ ຮູ້ເຫັນເປັນໃຈ ເສີຍເມີຍ ລະເວັ້ນໜ້າທີ, ໃນທີ່ຕ້ອງປະຕິບັດ ຮັບຜິດຊອບ ຕາມໜ້າທີ່
4. ປອມແປງ /ກະທຳໃດ ໆ ໃຫ້ເປັນຈິງ
5. ຍັກຢອກ ບຽດບັງ ຊັບສິນຂອງພັກລັດ
6. ມີຜົນປະໂຍດລວມໃນກິດຈະການບາງປະເພດ ທີ່ສາມາດໃຊ້ອຳນາດລະໜ້າທີ່ຂອງຕົນບັນດານຫາຜົນປະໂຍດສວ່ນຕົວ

ສາຍເຫັດພະນັກງານພັກລັດສໍ່ລາດບັງຫລວງ
1. ເຈົ້າໜ້າທີ່ຂາດ ຄຸນນະທັມແລະຈະຣິຍະທັມ
2. ຂາດກົງໄກ ໃນການລົງໂທດແລະການບັງຄັບໃຊ້ກົດໜາຍ
3. ຂາດການກວດສອບ ຄວບຄຸມ ກຳກັບ ແລະດູແລ ຂອງຫັວໜ້າບໍຣິຫານງານ
4. ເຈົ້າໜ້າທີ່ໄດ້ຮັບຄ່າຕອບແທນ, ເງີນເດືອນ ຊັກຊ້າ ບໍພຽງພໍກັບການດຳລົງຊີວິດຫລືມີບັນຫາທາງເສດຕະກິດ
5. ສະພາບການທຳງານເປີດໂອກາດ ເອື້ອອຳນວຍຕໍ່ການກະທຳສໍ່ໂກງ ຄະບວນການປະຕິບັດງານມີຊ່ອງໂຫ່ວ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard