ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກຸ່ມສິທທິມະນຸສເຂົ້າພົບ ທາງການ ອອສເຕຣເລັຽ
Anonymous

Date:
ກຸ່ມສິທທິມະນຸສເຂົ້າພົບ ທາງການ ອອສເຕຣເລັຽ
Permalink   
 


ກຸ່ມສິທທິມະນຸສເຂົ້າພົບ ທາງການ ອອສເຕຣເລັຽ

image

 

ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ແລະ ຂະບວນການ ເພື່ອ ສິທທິ ມະນຸສ ແລະ ປະຊາ ທິປະໄຕ ລາວ-ອອສເຕຣລຽນ ເຂົ້າພົບ ເຈົ້າໜ້າທີ່ ຣະດັບ ສູງ ກະຊວງ ການ ຕ່າງ ປະເທດ ອອສເຕຣເລັຽ.

ໃນ ວັນທີ 25 ກຸມພາ 2015 ສະມາຊິກ ຂະບວນການ ເພື່ອ ສິທທິ ມະນຸສ ແລະ ປະຊາ ທິປະໄຕ ລາວ-ອອສເຕຣລຽນ (ຂສປ) ຮ່ວມກັບ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ (ພປລ) ໄດ້ ເຂົ້າພົບ ຮອງ ຣັຖມົນຕຣີ ຜູ້ທີ່ນຶ່ງ ກະຊວງ ການຕ່າງ ປະເທດ ອອສເຕຣເລັຽ ສາຂາ ເອເຊັຽ-ປາຊີຝິກ ຢູ່ ນະຄອນຫລວງ ແຄນເບຣາ.

ການພົບ ກໍເພື່ອ ປຶກສາ ຫາລື ແລກປ່ຽນ ຄວາມຄິດ ຄວາມເຫັນ ແລະ ເປີດ ໂອກາດ ໃຫ້ (ຂສປ) ແລະ (ພປລ) ຍື່ນ ເອກກະສານ ຂໍ້ມູນ ກ່ຽວກັນ ການລ່ວງ ຣະເມີດ ສິທທິ ມະນຸສ ໃນລາວ ຂອງ ອຳນາດ ປົກຄອງ ລາວ ກ່ອນ ກອງ ປະຊຸມ ກວດສອບ ທົບທວນ ການ ນັບຖື ປະຕິບັດ ສິທທິ ມະນຸສ ໃນລາວ ທີ່ ຈະມີຂຶ້ນ ລະຫວ່າງ 2 ຝ່າຍ ອອສເຕຣເລັຽ ແລະ ລາວ ໃນເດືອນ ມິນາ ນີ້. ການ ກວດສອບ ທົບທວນ ມີ ຂຶ້ນທຸກໆ 2 ຫາ 3 ປີ.

ຮ່ວມ ໃນຄນະ ການເຂົ້າພົບ ເຈົ້າໜ້າທີ່ ຣະດັບ ສູງ ຂອງ ກະຊວງ ການຕ່າງ ປະເທດ ອອສເຕຣເລັຽ ມີ ສະມາຊິກ ຈາກ ນິວຊີແລນ, ນະຄອນ ຊິດນີ ແລະ ນະຄອນ ຫລວງ ແຄນເບຣາ. ຮອງ ປະທານ ພປລ ສາຂາ ນິວຊີແລນ ທ່ານ ຕຸ້ຍ ຕຸລາ ມະນີຄຳ ກ່າວ ກ່ຽວກັບ ຈຸດປະສົງ ໃນການ ເຂົ້າພົບ ຄັ້ງນີ້ວ່າ:

"ຂ້າພະເຈົ້າ ໄດ້ ເດີນທາງ ມາຈາກ ນິວຊີແລນ ມາ ອອສເຕຣເລັຽ ເພື່ອ ມາທວງ ໃຫ້ ຣັຖບານ ອອສເຕຣເລັຽ ຮູ້ຈັກວ່າ ຣັຖບານ ສປປລາວ ເຮັດຫຍັງ ໃຫ້ ປະເທດ ຊາດ ບ້ານເມືອງ ຂອງ ພວກເຮົາ ດັ່ງທີ່ ເຮົາ ເຫັນ ຜ່ານມາ. ຂ້າພະເຈົ້າ ມານີ້ ແມ່ນມາ ສັພພອຕ ແລະ ເອົາຂໍ້ມູນ ສຳຄັນໆ ມາມອບ ໃຫ້ ຣັຖບານ ອອສເຕຣເລັຽ ໃຫ້ ຮູ້ຈັກ ເລິກຊຶ້ງ ກ່ຽວກັບ ວ່າ ຣັຖບານ ສປປລາວ ຣະເມີດ ສິທທິ ມະນຸສ".

ສ່ວນທ່ານ Richard Andrews ຮອງ ຣັຖມົນຕຣີ ຜູ້ ທີ່ນຶ່ງ ກະຊວງ ການຕ່າງ ປະເທດ ອອສເຕຣເລັຽ ສາຂາ ເອເຊັຽ-ປາຊີຝິກ ກ່າວ ຍິນດີ ກ່ຽວກັບ ການ ພົບພໍ້ ຜູ້ ຕາງໜ້າ 2 ອົງການ ຂອງລາວ ຄັ້ງນີ້ ແລະ ຢືນຢັນວ່າ ຈະນຳ ຂໍ້ຄວາມ ທວງຖາມ ຂໍ້ຂ້ອງໃຈ ຂອງ (ຂສປ) ແລະ (ພປລ) ໄປ ພິຈາຣະນາ ແລະ ສເນີ ຕໍ່ ເຈົ້າໜ້າທີ່ ທາງການ ລາວ ເມື່ອ ມີການ ກວດສອບ ທົບທວນ ການ ນັບຖື ປະຕິບັດ ສິທທິ ມະນຸສ ໃນລາວ ໃນຕົ້ນ ເດືອນ ໜ້າ, ຊຶ່ງ ຈະຈັດຂຶ້ນ ເປັນ ເທື່ອ ທຳອິດ ໃນ ອອສເຕຣເລັຽ. 3 ເທື່ອ ຜ່ານມາ ໄດ້ ຈັດຂຶ້ນ ຢູ່ລາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard