ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການຕັດໄມ້ສົ່ງອອກຂອງ ຜູ້ນໍາ ລາວ
Anonymous

Date:
ການຕັດໄມ້ສົ່ງອອກຂອງ ຜູ້ນໍາ ລາວ
Permalink   
 


ການຕັດໄມ້ສົ່ງອອກຂອງ ຜູ້ນໍາ ລາວ

image

 

 

ການ ຕັດໄມ້ ສົ່ງອອກ ຂອງ ສປປ ລາວ ສ່ວນຫລາຍ ແມ່ນ ມີ ນັກ ການເມືອງ ຢູ່ ເບື້ອງ ຫລັງ. ແຫລ່ງຂ່າວ ຢູ່ ແຂວງ ບໍຣິຄໍາໄຊ ໄດ້ ຣາຍງານ ວ່າ ມີການ ຂົນໄມ້ ອອກຈາກ ປະເທດ ລາວ ໄປ ປະເທດ ໄທ ໂດຍ ຜ່ານດ່ານ ແຂວງ ບໍຣິຄຳໄຊ ຂ້າມ ນ້ຳຂອງ ໄປ ແຂວງ ບຶງການ ປະເທດ ໄທ.

ການຂົນສົ່ງ ໄມ້ ປະເພດ ແປຮູບ ດ້ວຍ ຣົດບັນທຸກ ຂນາດ ໃຫຍ່ ໂດຍ ມີການ ໃຊ້ ຜ້າເຕັ້ນ ຄຸມຫລັງຄາ ຣົດ ເພື່ອ ບໍ່ໃຫ້ ເປັນ ທີ່ ສັງເກດ. ແຫລ່ງຂ່າວ ຣາຍງານ ວ່າ ນັບ ແຕ່ ວັນທີ 16 ຫາ 20 ກຸມພາ ມີຣົດ ບັນທຸກ ໄມ້ ປະມານ 20 ຄັນ ຕໍ່ມື້ ມາຂ້າມ ຢູ່ດ່ານ ຊາຍແດນ ແຂວງ ບໍຣິຄຳໄຊ ຊຶ່ງ ບໍ່ແມ່ນ ດ່ານ ສາກົນ.

ຕາມການ ຣາຍງານ ຂອງ ແຫລ່ງຂ່າວ, ໄມ້ ດັ່ງກ່າວ ແມ່ນ ຂົນ ມາຈາກ ໂຮງເລື່ອຍ ຢູ່ ເຊໂປນ ແລະ ເມືອງພິນ ແຂວງ ສວັນນະເຂດ ຊຶ່ງຜູ້ທີ່ ເປັນ ເຈົ້າຂອງ ໂຮງເລື່ອຍ ແມ່ນ ທ່ານ ຈຽງ, ແລະ ມາຈາກ ໂຮງເລື່ອຍ ທີ່ ຢູ່ ເຂດ ເຊທ່າມວກ ແຂວງ ສວັນນະເຂດ ຊຶ່ງ ຜູ້ທີ່ ເປັນ ເຈົ້າຂອງ ໂຮງເລື່ອຍ ຊື່ ທ່ານ ຫອມ. ແຫລ່ງຂ່າວ ຍັງ ຢືນຢັນ ອີກວ່າ ເຈົ້າຂອງ ໂຮງເລື່ອຍ ທັງສອງ ຄົນ ນີ້ ແມ່ນໄດ້ ຮັບການ ໜູນຫລັງ ຈາກ ເຈົ້າໜ້າທີ່ ຢູ່ ຜແນກ ການ ຄ້າ ແຂວງ ຊຶ່ງ ເປັນ ຫລານເຂີຍ ຂອງ ການນຳ ຣະດັບ ກົມ ການເມືອງ ທ່ານນຶ່ງ.

ການ ສົ່ງໄມ້ ອອກ ບໍ່ໄດ້ ຄ່ອຍໄດ້ ຜ່ານດ່ານ ສາກົນ, ແຕ່ ສ່ວນຫລາຍ ຈະສົ່ງຜ່ານ ດ່ານ ຂະໜາດ ນ້ອຍ ເພາະ ສາມາດ ຫລົບຫລີກ ການ ກວດກາ ຂອງ ເຈົ້າໜ້າທີ່ ໄດ້. ທີ່ ຜ່ານມາ ກະຊວງ ກະເງິນ ຂອງ ລາວ ໄດ້ ອອກຄຳສັ່ງ ເພື່ອ ຄວບຄຸມ ການ ສົ່ງ ອອກໄມ້ກ. ໂດຍ ການສົ່ງ ອອກ ຈະຕ້ອງ ຜ່ານ ສະເພາະ ດ່ານ ສາກົນ ເທົ່ານັ້ນ ແລະ ການ ຊື້ຂາຍ ຈະຕ້ອງ ຜ່ານ ຣະບົບ ທະນາຄານ ເທົ່ານັ້ນ, ແຕ່ ໃນ ຕົວຈິງ ກໍ ບໍ່ ສາມາດ ປະຕິບັດ ໄດ້ ຢ່າງ ຂາດຕົວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard