ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານ Boris Nemtsov ຝ່າຍຄ້ານມະຫາປະຊານິຍົມຂອງຣັດເຊຍຖືກຄາດຕະກັມ.
ຄົນທາດຫລວງ

Date:
ທ່ານ Boris Nemtsov ຝ່າຍຄ້ານມະຫາປະຊານິຍົມຂອງຣັດເຊຍຖືກຄາດຕະກັມ.
Permalink   
 


ທ່ານ Boris Nemtsov ຝ່າຍຄ້ານມະຫາປະຊານິຍົມຂອງຣັດເຊຍທີ່ຂັດຕໍ່ສາຍຕາຂອງ

ຜູ່ມີອຳນາດໄດ້ຖືກຄາດຕະກັມໃນກາງເມືອງຫລວງຂອງຣັດເຊຍຊຶ່ງບໍ່ໄກຈາກສຳນັກ

ແຄຣມແລງ.ລູກກະສູນຈຳນວນ 4 ນັດ ໄດ້ເຈາະເຂົ້າຫຼັງໃນຂນະຍ່າງຫຼີ້ນຕາມທາງຍ່າງ

ໃນຄໍ່າຄືນວັນສຸກຕໍ່ວັນເສົາເວລາ 23ໂມງ 15ຕາມເວລາທ້ອງຖີ່ນ.

ທ່ານ Boris Nemtsov ອະດີດຮອງນາຍົກລັດຖະມົນຕີທຳງານປະມານປີເຄິ່ງໃນສະໄໝ

ທ່ານ Boris Eltsine ເປັນ ປະທານາທິບໍດີໃນທ້າຍປີ 1990. ປີ 2000 ເມື່ຶອທ່ານປູຕິນ

ເປັນຫົວໜ້າວັງແຄຣມແລ້ງ,ທ່ານ Boris Nemtsov ຜູ່ໄຝ່ປະຊາທິປະໄຕ ໄດ້ກາຍເປັນ

ຝ່າຍຄ້ານທີ່ແຂງຂັນສຽບຂາດ ແລະ ເປັນທີ່ຊອບພໍຂອງປະຊາຊົນຍ້ອນເຮັດດີເພື່ອ

ປະໂຫຍດຂອງເຂົາຊຶ່ງບໍ່ຕ່າງກັນກັບພນັກງານພັດທະນາລາວທ່ານສົມບັດ ສົມພອນ

ຜູ້ດີເດັ່ນທີ່ມີຊາຕາກັມຄ້າຍເຄິ່ງກັນໂດຽຖືກບັງຄັບໃຫ້ຫາຍສາບສູນດ້ວຍ

ອຳນາດມືດທີ່ເຮັດໃຫ້ເຫດການນີ້ໂດ່ງດັ່ງໄປທົ່ວໂລກ.ແຕ່ທີ່ງຽບໄປເລີຍນັ້ນກໍ່ຄົງມີບໍ່

ນ້ອຍເຊັ່ນກັນ.ແຕ່ຄັ້ງນີ້ທີ່ຣັດເຊຍປະຊາຊົນຜູ້ຮັກຄວາມເປັນທັມຫຼາຍພັນຄົນໄດ້ອອກ

ມາເດີນໄວ້ອາໄລແກ່ທ່ານ Boris Nemtsov ຜູ້ທີ່ມີແຜນຈະພາມວນຊົນເດີນຂະບວນ

ໃນວັນອາທິດມື້ວານນີ້ເອງ.ແຕ່ມາຖືກຂ້າກ່ອນ.ແຕ່ຢູ່ລາວປະຊາຊົນບໍ່ໄດ້ອອກມາເດີນ

ຫ່ວງອາໄລ,ຄົງສັ່ງຊາວ່າໂອກາດບໍ່ທັນອຳນວຍ,ໄດ້ແຕ່ພຽງເກັບຄວາມໂສກເສົ້າ,ຂົ່ມຂື່ນ,

ອາໄລອາວອນໄວ້ໃນຊວງໄປກ່ອນເພື່ອລໍໂອກາດມາເຖິງ.

 



__________________
Anonymous

Date:
RE: ທ່ານ Boris Nemtsov ຝ່າຍຄ້ານມະຫາປະຊານິຍົມຂອງຣັດເຊຍຖືກຄາດຕະກັມ.
Permalink   
 


ແຕ່ຍ້ອນກ້ອງວົງຈອນປິດເຂົາສາມາດຈັບກຸມຜູ່ຕ້ອງສົງໃສໄດ້ 5 ຄົນເດີ.ຕ່າງກັນກັບລາວເຈົ້າເດີ.

ແມ່ນຢູ່ວ່າຣັດເຊຍ ແລະ ລາວ ແມ່ນປົກຄອງລະບອບ ຄມ ຄືກັນ.ຫຼື ວ່າ ຣັດເຊຍຕຳຫຼວດເຂົາ

ສະຫຼາດກວ່າບໍ?



__________________
Anonymous

Date:
Permalink   
 

Anonymous wrote:

ແຕ່ຍ້ອນກ້ອງວົງຈອນປິດເຂົາສາມາດຈັບກຸມຜູ່ຕ້ອງສົງໃສໄດ້ 5 ຄົນເດີ.ຕ່າງກັນກັບລາວເຈົ້າເດີ.

ແມ່ນຢູ່ວ່າຣັດເຊຍ ແລະ ລາວ ແມ່ນປົກຄອງລະບອບ ຄມ ຄືກັນ.ຫຼື ວ່າ ຣັດເຊຍຕຳຫຼວດເຂົາ

ສະຫຼາດກວ່າບໍ?


 ທ່ານ ອາດເຂົ້າໃຈຜິດໄປແລ້ວ ວ່າຣັດເຊັຽ ແລະ ລາວມີຣະບອບການປົກຄອງ

ແບບ ຄມນ ຄືຫັນ. ຣັດເຊັຽໃນປະຈຸບັນໄດ້ປ່ຽນໄປແລ້ວນັບຕັ້ງແຕ່ cccp ໄດ້

ຫລົ້ມສລາຍໄປ ພ້ອມກັບຄ້າຍ ສຍ ຢູໂຣບຕາເວັນອອກພັງພິນາດໄປ, ຣັດເຊັຽ

ບໍ່ໄດ້ໃຊ້ທິສດີ ມາກ - ເລນີນ ອີກແລ້ວ ແລະ ກໍ່ບໍ່ໄດ້ເອົາໃຈໃສ່ຊ່ວຍ ສປປລ

ຄືສມັຍ ສສສຊ ອີກແລ້ວ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard