ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການຂຸດຄໍາຢູ່ຫຼວງພຣະບາງ
Anonymous

Date:
ການຂຸດຄໍາຢູ່ຫຼວງພຣະບາງ
Permalink   
 


ການຂຸດຄໍາຢູ່ຫຼວງພຣະບາງ

image

 

ການ ຂຸດຄົ້ນ ຄຳ ແບບ ຊະຊາຍ ບໍ່ໄດ້ ຮັບ ອະນຸຍາດ ທີ່ ແຂວງ ຫລວງ ພຣະບາງ ຍັງມີ ຢູ່ ຕລອດ ມາ. ບ່ອນທີ່ ມີ ການ ຂຸດຄົ້ນ ຄໍາ ຫລາຍ ກວ່າຫມູ່ ໃນເວລາ ນີ້ ກໍແມ່ນ ທີ່ ຜາປົ່ນ ຊຶ່ງ ຄົນຈີນ ໄດ້ ເຂົ້າມາ ຂຸດຄຳ ເປັນ ເວລາ 5 ຫາ 6 ປີ ແລ້ວ ກຸ່ມ ດັ່ງກ່າວ ໄດ້ສ້າງ ເສັ້ນທາງ ດິນແດງ ໄປຫາ ບ່ອນ ຂຸດຄຳ ແຕ່ບໍ່ໃຫ້ ປະຊາຊົນ ບ້ານ ໃກ້ຄຽງ ເຂົ້າໄປ ໃກ້ ສະຖານທີ່ ດັ່ງກ່າວ. ຊາວບ້ານ ເວົ້າວ່າ ບໍຣິສັດ ຈີນ ຈະຍ້າຍ ບ້ານ ຂະເຈົ້າ ອອກໄປ ຈາກ ທີ່ນັ້ນ ຍ້ອນວ່າ ທາງ ບໍຣິສັດ ຈະຂຍາຍ ພື້ນທີ່ ຂຸດຄຳ ຕື່ມອີກ. ຍັງບໍ່ຮູ້ ວ່າຈະໄດ້ ຄ່າ ຊົດເຊີຍ ຫລືບໍ່.

ການຂຸດຄົ້ນ ຄຳ ແບບ ຊະຊາຍ ຢູ່ ແຂວງ ຫລວງ  ພຣະບາງ ມີມາ ແຕ່ດົນ ແລ້ວ ເລີ້ມແຕ່ ປີ 1995 ເປັນຕົ້ນມາ ແມ່ນ ບໍຣິສັດ ຈີນ ເຂົ້າມາ ຂຸດຄົ້ນ ຢູ່ ບ້ານ ຫ້ວຍໂລ ເປັນ ເວລາ ຫລາຍປີ ແລະ ຄ່າ ຕອບແທນ ກໍແມ່ນ ວ່າ ບໍຣິສັດ ໄດ້ສ້າງ ເສັ້ນທາງ ບາງເສັ້ນ ໃນເຂດ ຫົວເມືອງ ໃຫ້ ແຕ່ບໍ່ໄດ້ ເປີດເຜີຍ ຣາຍຣະອຽດ ຢ່າງ ຈະແຈ້ງ ເພາະວ່າ ຣະດັບ ການນຳ ຂັ້ນ ແຂວງ ແລະ ບ້ານ ຫ້ວຍໂລ ຂຶ້ນກັບ ເມືອງ ປາກອູ, ດັ່ງນັ້ນ ຂັ້ນ ເມືອງ ເປັນຜູ້ຮັບ ຜິດຊອບ ໃນ ບັນຫາ ດັ່ງກ່າວ.

ໃນຣະຍະ ຫລາຍປີ ມາຮອດ ປັດຈຸບັນ ມີການ ຂຸດຄົ້ນ ຄຳ ຊະຊາຍ ຈາກ ນັກລົງທຶນ ຕ່າງຊາດ ໃນ ຫລາຍເຂດ ທີ່ ແຂວງ ຫລວງ ພຣະບາງ ດັ່ງ ຕາມ ນ້ຳອູ ນ້ຳເຊືອງ ເປັນຕົ້ນ ສອງ ແມ່ນ້ຳ ດັ່ງກ່າວ ແມ່ນຢູ່ ໃນ ເມືອງ ໂພນໄຊ ເມືອງ ງອຍ ແລະ ເມືອງ ປາກແຊງ.

ກຸ່ມ ດັ່ງກ່າວ ໄດ້ເຮັດກັນ ເປັນ ຂະບວນ ແລະ ໃນຣະຍະ 1 ຫາ 6 ເດືອນ ນີ້ ແມ່ນຍາມ ນ້ຳແຫ້ງ ກຸ່ມ ດັ່ງກ່າວ ໄດ້ໄປ ສຳປະທານ ນຳໃຜ ກໍບໍ່ຮູ້ ພາກັນ ເຫມົາ ເອົາຫມົດ ດອນ ຢູ່ກາງນ້ຳ ໃນມູນຄ່າ ຫລາຍ ລ້ານ ກີບ ແລະ ມີນັກຂຸດ ບາງຄົນ ເປີດເຜີຍ ວ່າ ເຂົາ ສາມາດ ຂຸດໄດ້ ຄຳ ສົດ ໃນ ແຕ່ລະປີ ຫລາຍ ສິບ ກິໂລ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard