ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານລາວຄວນຖືກກົດດັນ ຕື່ມອີກ
Anonymous

Date:
ຣັຖບານລາວຄວນຖືກກົດດັນ ຕື່ມອີກ
Permalink   
 


ຣັຖບານລາວຄວນຖືກກົດດັນ ຕື່ມອີກ

image

ຍານາງ Elaine Pearson ຜູ້ ອຳນວຍການ ອົງການ ສິ້ງຊອມ ສິທທິ ມະນຸສ ອອສເຕຣເລັຽ (Human Rights Watch Australia) ກ່າວວ່າ ຣັຖບານ ອອສເຕຣເລັຽ ຄວນ ກົດດັນ ຣັຖບານ ລາວ ໃຫ້ ຫລາຍຂຶ້ນ. ຍານາງ Pearson ກ່າວຕໍ່ ຜູ້ສື່ຂ່າວ RFA ໃນ ວັນທີ 10 ມິນາ 2015 ວ່າ ໃນ ການ ປຶກສາ ສົນທະນາ 2 ຝ່າຍ ຜ່ານມາ ຣັຖບານ ຄວນ ເປີດເຜີຍ ຂໍ້ຄວາມ ທີ່ ຕົກລົງ ກັນ ເພື່ອໃຫ້ ຊຸມຊົນ ໄດ້ ຮັບຮູ້. ຍານາງ Pearson ກ່າວວ່າ:

"ເພື່ອ ໃຫ້ການ ປຶກສາ ສົນທະນາ 2 ຝ່າຍ ຜ່ານມາ ມີ ປະສິທ ທິພາບ ຕ້ອງໄດ້ຈັດ ຣະດັບ ຂອບເຂດ ບໍ່ຄວນໃຫ້ ມີແຕ່ ສິລປະ ໃນ ການໃຊ້ ຂໍ້ຄວາມ ແບບເປົ່າໆ ບໍ່ມີ ແກ່ນສາຣ ຫລື ມີແຕ່ການ ປະຊຸມ ແບບງຽບໆ ໃນຫ້ອງ ປະຊຸມ ລັບໆ ກ່ຽວກັບ ບັນຫາ ສິທທິມະນຸສ ຊື່ໆ. ທີ່ຈິງ ແລ້ວ ພວກເຮົາ ຢາກໃຫ້ ຣັຖບານ ເປີດເຜີຍ ຕໍ່ ສາທາຣະນະຊົນ ກ່ຽວກັບ ວ່າໄດ້ ປຶກສາ ສົນທະນາ ກັນ ຫຍັງແດ່ ແລະ ແນໃສ່ ຄວາມ ຄືບໜ້າ ຈາກ ການປະຊຸມ ນີ້ ເພື່ອ ເຮັດໃຫ້ ກອງ ປະຊຸມ ນີ້ໄດ້ ໝາກ ໄດ້ຜົນ ມີ ປະສິທທິພາບ ຊຸກຍູ້ ກົດດັນ ໃຫ້ ຣັຖບານ ລາວ ປະຕິບັດ ດັດແປງ ແກ້ໄຂ ບັນຫາ ສິທທິ ມະນຸສ ທີ່ ຄ້າງຄາ ຍືດເຍື້ອ ຍາວນານ".

ນອກຈາກ ນັ້ນ ທາງ ອົງການ ສິ້ງຊອມ ສິທທິ ມະນຸສ ອອສເຕຣເລັຽ ຍັງໄດ້ ສເນີ ບັນຫາ ເພື່ອໃຫ້ ຣັຖບານ ນຳໄປ ກົດດັນ ທາງການ ລາວ ໃຫ້ ຫາທາງ ແກ້ໄຂ. ຍານາງ Pearson ກ່າວວ່າ:

"ອົງການ ສິ້ງຊອມ ສິທທິ ມະນຸສ ອອສເຕຣເລັຽ ໄດ້ ສເນີຂໍ້ມູນ ການຣະເມີດ ສິທທິ ມະນຸສ ໃນລາວ ກ່ອນ ກອງປະຊຸມ 2 ຝ່າຍ ອອສເຕຣເລັຽ-ລາວ. ພວກເຮົາ ກໍ ໄດ້ສເນີ ບັນຫາ 4 ຂໍ້. ຂໍ້ທີ 1 ແມ່ນ ການບັງ ຄັບ ໃຫ້ ຫາຍສາບສູນ, ແລ້ວ ຕໍ່ມາ ແມ່ນ ສິທທິ ໃນການ ປາກເວົ້າ ອອກ ຄວາມຄິດ ຄວາມເຫັນ, ສິທທິ ໃນການ ຈັດຕັ້ງ ເຂົ້າຮ່ວມ ກຸ່ມກ້ອນ ສະມາຄົມ, ສິທທິ ແຮງງານ ແລະ ອັນ ສຸດທ້າຍ ແມ່ນ ກ່ຽວກັບ ສູນກັກຂັງ ຄົນຕິດ ຢາເສບຕິດ".

ເຖິງຢ່າງໃດ ກໍດີ ອົງການ ສິ້ງຊອມ ສິທທິ ມະນຸສ ອອສເຕຣເລັຽ ຢືນຢັນ ວ່າ ຈະ ບໍ່ລົດລະ ຄວາມ ພຍາຍາມ ກຳກັບ ເອົາໃຈໃສ່ ນຳການ ກວດສອບ ຂອງ ຣັຖບານ ອອສເຕຣເລັຽ ໃຫ້ ຄວບຄຸມ ໃກ້ຊິດ ການ ນັບຖື ປະຕິບັດ ສິທທິ ມະນຸສ ໃນ ລາວ ຍ້ອນວ່າ ຣັຖບານ ອອສເຕຣເລັຽ ໃຫ້ທຶນ ຊ່ວຍເຫລືອ ສນັບສນູນ ຣັຖບານ ລາວ ໃນ ກິຈກັມ ດ້ານ ສິທທິ ມະນຸສ ຂອງລາວ.



__________________
Anonymous

Date:
Permalink   
 

ກົດດັນເທົ່າໃດກໍ່ບໍ່ຮູ້ສຶກດອກເພາະໜັງໜ້າໜາຍິ່ງກວ່າໜັງຊ້າງນໍ້າອາຟຣິກກາ.

ນອກຈາກຖືກຮວດດ້ວຍງ່ຽວແກວ,ງ່ຽວເຈັກເທົ່ານັ້ນ,ໜັງໜ້າພວກນີ້ຈຶ່ງຈະມີຄວາມຮູ້ສຶກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard