ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່າເຊົ່າຫ້ອງແຖວຂອງນັກສຶກສາ
Anonymous

Date:
ຄ່າເຊົ່າຫ້ອງແຖວຂອງນັກສຶກສາ
Permalink   
 


 

ຄ່າເຊົ່າຫ້ອງແຖວຂອງນັກສຶກສາ

ຂ້າພະເຈົ້າຢາກສະເໜີ ເລື່ອງການເຊົ່າທີພັກອາໄສຢູ່ ນະຄອນຫຼວງ ໂດຍສະເພາະຫ້ອງແຖວ. ສວນໃຫຍ່ແມ່ນນັກສຶກສາຈາກຕ່າງແຂວງ ເປັນຜູ້ເຊົ່າ ເບີງແລ້ວລາຄາບໍ່ຍຸດຕິທຳ ແລະ ບໍ່ສົມເຫດສົມຜົນ ເພາະມັນແພງຫຼາຍ. ເພາະເຈົ້າຂອງຫ້ອງແຖວວ່າງລາຄາເອົາເອງ ໂດຍບໍ່ໄດ້ຄຳນຶງວ່າ ບັນດານັກສຶກສາເຫຼົ່ານັ້ນ ຈະມີຄວາມສາມາດຈ່າໄດ້ບໍ່ ແລະ ເວລາຢາກຂື້ນລາຄາເຂົາເຈົ້າກໍ່ຂື້ນ ໂດຍບໍ່ມີພາກສວນພັກລັດມາກ່ຽວຂ້ອງເລີຍ ປະຈຸບັນນີ້ລາຄາເຊົ່າຕັ້ງແຕ່ 2,500-3,500 ບາດ ຫຼື ປະມານ 600,000-850,000 ກີບ/ເດືອນ (ເພີ່ນວາງລາຄາເປັນເງີນບາດ) ບໍ່ໄດ້ລວມຄ່ານໍ້າຄ່າໄຟຟ້າ ຄ່າຂີ້ເຫຍື້ອ ແລະ ຄ່າພັກເຊົາໃຫ້ບ້ານ.

ແຕ່ຖ້າເຮົາຕໍ່ວ່າເຈົ້າຂອງ ຄືແພງແທ້ ເຂົາເຈົ້າກໍ່ຕອບວ່າ ບໍ່ພໍໃຈລະໄປບ່ອນອື້ນໂລດ ກໍ່ຍ້ອນມາຄວາມຈຳເປັນເພາະບໍ່ມີບ່ອນຢູ່ (ໜ້າເຫັນໃຈຜູ້ເຊົ່າ). ອັນນີ້ຢາກເໜີໃຫ້ພັກລັດ ມາກວດກາ ແລະ ວາງລາຄາໃຫ້ເໝາະສົມກັບຄວາມເປັນຈິງ.

ບາງຄົນກໍ່ທັງຮຽນທັງເຮັດວຽກໄປນຳ ເພາະທາງຄອບຄົວທຸກຍາກ, ໄປເຮັດວຽກຕອນແລງ ກໍ່ໄດ້ເງິນປະມານ 500,000 -1,000,000 ກີບ ຕໍ່ເດືອນ. ບາງເດືອນຄ່ານ້ຳຄ່າໄຟແພງ ບວກກັບຄ່ານ້ຳມັນທ່ຽວໄປວຽກໄປຮຽນ ກໍ່ເຫັນວ່າກັດແຂ້ວສູ້ເຕັມທີ່.

ຢາກໃຫ້ຄ່າຫໍພັກຖືກລົງແດ່ ແລະ ຖ້າທາງໂຮງຮຽນ ຫຼື ພາກສ່ວນໃດໃຈບຸນ ຫາກຊ່ວຍໃນການສ້າງທີ່ພັກ ໃຫ້ນັກຮຽນບ້ານນອກຟຣີ ກໍ່ຈະເປັນການສົ່ງເສີມການສຶກສາໄປອີກ. ເພາະຫ້ອງພັກ ໃນ ມຊ ແລະ ວິທະຍາເຂດ ຕ່າງໆ ແມ່ນບໍ່ພຽງພໍ ແລະ ສຳຄັນ ແມ່ນຄວາມສະອາດ ໃນບາງບ່ອນ ແມ່ນບໍ່ໄດ້ເລີຍ ແລະ ຍັງແອອັດ.

ຂ້າພະເຈົ້າຕ່າງໜ້າໃຫ້ນັກຮຽນບ້ານນອກທຸກຄົນ ຂໍຄວາມຊ່ວຍເຫຼືອ ໃຫ້ທ່ານຊ່ວຍເປັນສືໃຫ້ຫຼາຍຄົນ ໃຫ້ຄວາມຄິດເຫັນນຳກັນເບິ່ງ ໂດຍສະເພາະຜູ້ພັກເຊົາ.

ຂໍຂອບໃຈ
ແຟນເພດຈ໌ ນັກຮຽນບ້ານນອກ

11051999_943644292333910_5852311596872151600_n.png?oh=bc1451fbcd73627230fe5369fd45feb9&oe=55836D21&__gda__=1434667595_aa2bab83d3f2d53227ac486699e0137f



__________________
Anonymous

Date:
Permalink   
 

 ຄ່າຫ້ອງເດືອນ2-3ພັນຍັງບໍ່ພໍ ກອງຫຼອນບ້ານຕາມມາຕິດໆ ຢູ່ຫ້ອງຕົນເອງ

ນອນເບິ່ງໜັງເດິກເດິກ11-12ໂມງກໍ່ບໍ່ໄດ້ ເອິ້ນຂຶ້ນຫ້ອງການບ້ານ

ຂູດຮີດໄດ້ເທື່ອລະ50-60ພັນກີບ ຮ້າຍກວ່າວ່າແຜ່ນດິນນີ້ບໍ່ແມ່ນບ້ານພໍ່ເມືອງແມ່ຕົນເອງ!!!!



__________________
Anonymous

Date:
Permalink   
 

ສົງໄສແມ່ນນັກສືກສາຂີ້ຢາຂຽນ, ຄວນໄປພົບຈິດຕະແພດໄດ້ແລ້ວ

ລັດບໍ່ໄດ້ຊ່ວຍຫຍັງເຂົາຜູ້ລົງທືນ, ແຖມເຂົາຍັງເສຍພາສີອີກ, ອັນນີ້

ແມ່ນກົນໄກເສດຖະກິດຕະລາດ ຜູ້ຊື້ ຜູ້ຂາຍກຳນົດກັນເອງ. ຮຮ ເຂົາ

ກໍ່ມີຫໍພັກໃຫ້ ແຕ່ເຈົ້າຢາກສະບາຍ, ຢາກຢູ່ແບບສ່ວນຕົວ ບໍ່ມັກລະບຽບ

ບັງຄັບຂອງ ຮຮ ເຈົ້າກໍ່ຕ້ອງໄດ້ເສຍຄ່າໃຊ້ຈ່າຍສູງ ເປັນທຳມະດາ. ຫາກຈະ

ສະເໜີຫາລັດຖະບານມາຊ່ວຍແກ້ ກໍ່ສະເໜີໃຫ້ເພີ່ນປຸກຫໍພັກຕື່ມໃຫ້ຫຼາຍ

ໃຫ້ພໍກັບນັກສືກສາ 1ຄົນຕໍ່ຫ້ອງເລີຍ ແລະ ກໍ່ບໍ່ໃຫ້ຢູ່ລ້າໆອີກຈະບໍ່ດີກວ່າບໍ່

 



__________________
Anonymous

Date:
Permalink   
 

Anonymous wrote:

ສົງໄສແມ່ນນັກສືກສາຂີ້ຢາຂຽນ, ຄວນໄປພົບຈິດຕະແພດໄດ້ແລ້ວ

ລັດບໍ່ໄດ້ຊ່ວຍຫຍັງເຂົາຜູ້ລົງທືນ, ແຖມເຂົາຍັງເສຍພາສີອີກ, ອັນນີ້

ແມ່ນກົນໄກເສດຖະກິດຕະລາດ ຜູ້ຊື້ ຜູ້ຂາຍກຳນົດກັນເອງ. ຮຮ ເຂົາ

ກໍ່ມີຫໍພັກໃຫ້ ແຕ່ເຈົ້າຢາກສະບາຍ, ຢາກຢູ່ແບບສ່ວນຕົວ ບໍ່ມັກລະບຽບ

ບັງຄັບຂອງ ຮຮ ເຈົ້າກໍ່ຕ້ອງໄດ້ເສຍຄ່າໃຊ້ຈ່າຍສູງ ເປັນທຳມະດາ. ຫາກຈະ

ສະເໜີຫາລັດຖະບານມາຊ່ວຍແກ້ ກໍ່ສະເໜີໃຫ້ເພີ່ນປຸກຫໍພັກຕື່ມໃຫ້ຫຼາຍ

ໃຫ້ພໍກັບນັກສືກສາ 1ຄົນຕໍ່ຫ້ອງເລີຍ ແລະ ກໍ່ໃຫ້ຢູ່ລ້າໆອີກຈະບໍ່ດີກວ່າບໍ່

 


 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard