ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບັນຫາ ຊາວ​ຜູ້​ອອກ​ແຮງ​ງານ
Anonymous

Date:
ບັນຫາ ຊາວ​ຜູ້​ອອກ​ແຮງ​ງານ
Permalink   
 


ຊາວ​ຜູ້​ອອກ​ແຮງ​ງານ ​ເຮັດ​ການ​ກະ​ເສດ ປູກ​ຜັກ ​ແລະ​ລ້ຽງສັດ ຢູ່​ປະ​ເທດ​ລາວ​ເຮົາ​ກໍ່​ກ່ວມ​ເອົາ​ຫລາຍ​ເປີ​ເຊີ​ຂອງ​ປະຊາ​ກ່ອນ ​ແຕ່​ອຸປະ​ສັກ​ຂອງຊາວ​ຜູ້​ອອກ​ແຮງ​ງານ ​ແມ່ນ​ຕົ້ນ

ທືນສູງ ລັດຖະບານ​ຊ່ວຍ​ເຫລືອ​ບໍ່​ທົ່ວ​ເຖີງ

ຕົ້ນ​ທືນ​ໃນ​ການ​ຜະລິດ ​ຈຳນວນ​ໜື່ງ ​ແມ່ນ ຄ່າ​ໄຟຟ້າ ​ແລະ​ນ້ຳ ​ເມື່ອ​ຄ່າ​ໄຟຟ້າ ​ແລະ​ນ້ຳ​ແພງ ຈະ​ເຮັດ ໃຫ້​ລາ​ຄ່າ​ຕົ້ນ​ທີ​ນສູງ​ຂື້ນ ​ແລ້ວ​ມັນ​ກໍ່​ຫລີ​ຫລ້ຽງ​ບໍ່​ໄດ້

ກໍ່​ຕ້ອງ​ຂາຍ​ແພງ​ຂື້ນ ​ແລ້ວ​ຈະ​ສົງ​ໃຫ້​ທຸກ​ຢ່າງ​ແພງ​ຂື້ນ​ໄປ​ຕາມ​ໆກັນ 

​ແລະ​ອີກ​ຢ່າງ​ລັດ​ຖະບານ​ລາວ ກໍ່​ເກັບ​ອາກອນ​ນຳ​ເຂົ້າ ​ແບບ ຊ້ຳໆ ຊ້ອນ ຈົນ​ນ່າລັງ​ກຽດ

ສັງ​ເກດ ​ເມືອ​ເຮົາ​ລົງ​ຕະຫລາດ ສິງ​ທີ່​ຕ້ອງ​ປະ​ເຊີນ

1. ຄ່າ​ປີ້​ລົດ(ບ້ານ ​ເມືອງ​ເຮົາ ​ເຮົາ​ບໍ່​ມີ​ຄວາມ​ສະ​ງົບ ​ເພາະ​ມີ​ພວກ​ຂີ້ລັກ​ຫລາຍ ​ເພາະ​ຊິວິດ​ການ​ເປັນ​ຢູ່​ຍັງ​ທົນ​ຈົນ. ຢາກ​ໃຫ້

ບ້ານ ທີ່​ເພິ່ນ​ປະກາດ​ວ່າ ບ້ານ​ປອດ​ຄະດີ ບໍ່​ໃຫ້​ມີຄ່າ​ຝາກ​ລົດ ​ໃນ​ຕະຫລາດ)

2. ສິນຄ້າ​ລາຄາ​ແພງ

3. ຊິງ​ຊັງ ບໍ່​ມາດຕະຖານ

4. ອາຫານ​ບໍ່​ໄດ້​ກວດ​ສອບ​ຄວາມ​ສະອາດ ​ແລະ​ພະຍາດ

5. ​ແມ່​ຄ້າ​ຖືກ​ເກັບ​ຄ່າ​ອາກອນ​ແພງ

ຜົນ​ກະທົບ ບັນ​ຫາ​ນີ້ ​ແມ່ນ​ຫັຍ​ງ ​ແລະ​ໃຜ​ໄດ້​ປະ​ໂຫຍ​ດ ?

​ເບິ່ງ​ແລ້ວ ​ບ້ານ ​ເມື່ອ​ງ​ເຮົາ ​ແມ່ນ ກັດ​ແຫ້ນ​ກັນ​ເອງ ລັດຖະບານ​ກໍ່​ຫາ​ເງີ​ນນຳ​ປະຊາຊົນ ​ແຕ່​ບໍ່​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ເປັນ​ຢ່າງ​ດີ.

ການ​ໄປ​ໂຮງໝໍ ກໍ່​ໄດ້​ຈ່າຍ​ຄ່າ​ຝາກ​ລົດ​ທີ່​ແພງ ​ແຕ່ ຄ່າ​ຝາກ​ລົດ​ນັ້ນ ບໍ່​ເຂົ້າ​ລາຍ​ຮັບ​ໂຮງໝໍ ​ ເຮັດ​ໃຫ້​ໂຮງໝໍ​ບໍ່​ມີ​ເງີ​ນ​ໃນ​ສ່ວນ​ຂອງ

ການ​ບໍລິຫານ ຈັດການ ທາງ​ດ້ານ​ຕ່າງ​ເຊັ່ນ ​​ຫ້ອງ​ນ້ຳ​ເປິ​ເປືອ​ນ ສ່ວນດອກ​ໄມ້ ກໍ່​ບໍ່​ງາມ ບ່ອນ​ຜ່ອນຄາຍ​ພັກຜ່ອນ​ບໍ່​ດີ​ພໍ ສຳລັບ​ຄົນ​ເຈັບ ​ ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຮັດ​ໃຫ້​ຄົນ​ບໍ່​ຢາກ​ເຂົ້າ​ບໍລິການ

ຫລື​ບໍ່​ຢາກ​ໄປ​ອີກ​ເທື່ອ​ຕໍ່​ໄປ ​ເວລາ​ເຈັບ​ເປັນ.

ຂ້າພະ​ເຈົ້າ ມີ​​ໂອກາດ ​ໄປ​ກວດ ຢູ່​​ໂຮງ ໝໍ​ເອກ​ອຸດອນ ປະ​ເທດ​ໄທ ​ເຫັນ​ລະບົບ ຈັດການ​ຄົນ​ຂ້າ​ເຂົ້າ​ດີ​ຫລາຍ ​ເກັບ​ປະຫວັດຄົນ​ໄຂ່ ຂໍ້​ມູນ ຕ່າງໆ​ທີ່​ຜ່ານ​ມາ​ຄົບ ​ແລະ​ລະບົບ​ມີ​ຄວາມ​ສຳ​ພັນ

ກັນດີ ​ແລະ​ເປັນ​ລະບຽບ ຢາກ​ໃຫ້​ຜູ້​ບໍລິຫານ​ໂຮງ​ໝໍ​ລາວ​ໄປ​ເບິ່ງ ​ແລະ​ເຮັດ​ຄືນ​ເຂົາ ຢາກ​ໃຫ້​ລົບ​ລ້າງ ວິທີ​ບໍລິຫານ​ແບບ​ເກົ່າ. ສິງ​ໃດ​ຄວນ​ລົງ​ທືນກໍ່​ຕ້ອງ​ລົງ​ທືນ ບໍ່​ຢາກ​ໃຫ້​ຖ້າແຕ່​ປະ​ເທດ​ອື່ນ​ມາ​ຊ່ວຍ​ ​ເຮັດ​ແບບ​ນີ້ ມັນ

ຄື​ວ່າ ຄົນ​ບໍ່​ມີ​ຄວາມ​ຮູ້​ໃນ​ການ​ບໍລິຫານ.​

ຢາກ​ໃຫ້​ໂຮງໝໍ​ລາວ ພັດທະນາ ​ແລະ​ເປັນ​ທີ່​ເຊື່ອ​ໝັ້ນ​ຂອງ​ຄົນ​ລາວ ​ເພາະທີ່​ຜ່ານ​ມາ ​ໂຮງໝໍ​ລາວ​ຍັງ​ບໍ່​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ພ ສັງ​ເກດ​ການ​ນຳ​ລາວ​ເມື່ອ​ເຈັບ​ເປັນ​ ມັກ​ໄປ​ໃຊ້​ບໍລິການ​ປະ​ເທດ​ເພື່ອ​ບ້ານ

ມັນ​ກໍ່ສະ​ແດງ​ວ່າ ການ​ນຳ​ບໍ່​ເຊື່ອ​ໝັ້ນ ໝໍ​ລາວ ​ແລະ​ບໍ່​ຢາກ​ພັດທະນາ​ວົງ​ການ​ແພດ​ລາວ​ພ້ອມ

ມາ​ເບິ່ງ​ແລ້ວ ນັກ​ການ​ເມືອງ ລາວ​ຫລາຍ ​ເກີນ​ໄປ ປະມານ 500,000 ກ່ວາຄົນ ຫລື​ຫລາຍ​ກ່ວາ​ນີ້ ລັດ​ຖະບານ​ມົວ​ເມົາ​ແຕ່​ສ້າງ​ນັກ​ການ​ເມື່ອ​ງ ຈົນ​ລືມ​ສ້າງ​ນັກ​ຊ່ຽວຊານ​ດ້ານ​ຕ່າງ​ໆ ຈຸດ​ນີ້​ຜູ້ນຳ​ລາວ​ຄວນ​​ເນັ້ນ​ໜັກ

​ຄວນຫລຸດ​ຜ່ອນ​ການ​ໂຄສະນາແບບບໍ່ມີປະໂຫຍດ ​ແລະ​ເຮັດ​ກອງ​ປະຊຸມ​ທີ່​ບໍ່​ຈຳ​ເປັນ. ຄວນຫັນ​ເອົາ Technology ໃນການສື່ສານມາໃຊ້  ເພາະສັງເກດກອງປະຊຸມແຕ່ລະເທືອຕ້ອງມີຕົ້ນທືນສູງ ແລະເສຍເວລາ

ການເດີນທາງຫລາຍ  ແຕ່ແກ້ບັນຫາບໍ່ໄດ້.

ສັງເກດອີກ ເວລາເຮົາແລ່ນເອກະສານ ເອກສານຈະຊັກຊ້າ ຍ້ອນເຫດຜົນຫົວໜ້າ ຄ່າປະຊຸມຕະຫລອດເວລາ ເຮັດໃຫ້ແຜນການອື່ນຢຸດໝົດ ອັນນີ້ກໍ່ຕ້ອງແກ້ໃຂ

ເອົາເທົ່ານີ້ກ່ອນ ທ່ານໃດ ມີຫັຍງຢາກປະກອບຕື່ມ ເຊີນເລີຍ ຢ່າເປັນຄົນມີແຕ່ອ່ານຫລາຍ ອອກຄວາມຄິດແດ່ ເພື່ອຈະມີແນວຄິດທີ່ດີຂື້ນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard