ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພັກຄອມມຸນິສລາວພາຍໃຕ້ ວຽດນາມ
Anonymous

Date:
ພັກຄອມມຸນິສລາວພາຍໃຕ້ ວຽດນາມ
Permalink   
 


ພັກຄອມມຸນິສລາວພາຍໃຕ້ ວຽດນາມ

image

ອະດີດ ເລຂາ ຜູ້ນຳ ຄົນ ສຳຄັນ ຣະດັບ ສູງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ທີ່ ຂໍ ສງວນຊື່ ທ່ານນຶ່ງ ໄດ້ ອະນຸຍາດ ໃຫ້ ຜູ້ ຮ່ວມ ງານ ຂອງທ່ານ ໃຫ້ ສຳພາດ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນ ວັນ ຄອບຮອບ 60 ປີ ຂອງ ການສ້າງຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ວ່າ ພັກ ປະຊາຊົນ ປະຕິບັດ ລາວ ເປັນ ພຽງຫຸ່ນ ຫລື ລູກຫລອດ ຂອງ ພັກ ຄອມມຸນິສ ອິນໂດຈີນ ຂອງ ປະທານ ໂຮຈີມິນ ມາແຕ່ຕົ້ນ ເພື່ອ ຈຸດປະສົງ ໃນການ ຄວບຄຸມ ແລະ ກືນກິນ ລາວ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:

------ສຽງ--------------

ທ່ານວ່າ ແກນນຳ ຄົນ ສຳຄັນ ໃນການ ສ້າງຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ໃນ ວັນທີ 22 ມິນາ ປີ 1955 ໃກ້ ກັບ ບ້ານ ນາແມວ ແຂວງ ຊຳເຫນືອ ນັ້ນ ກໍມີ ທ່ານ ໄກສອນ ພົມວິຫານ  ທ່ານ ໜູຮັກ ພູມສະຫວັນ, ທ່ານ ມະຫາ ຄຳແສນ ສີວິໄລ ທ່ານ ສີສວາດ ແກ້ວບຸນພັນ ແລະ ທ່ານ ບຸນ ພົມມະຫາໄຊ. ທ່ານ ໄກສອນ ພົມວິຫານ ຖືກເລືອກ ໃຫ້ ເປັນ ເລຂາທິການ ໃຫຍ່ ພັກ ຄົນທຳອິດ. ທ່ານກ່າວ ຕື່ມວ່າ:

----ສຽງ-----------

ທ່ານວ່າ ຈຸດປະສົງ ຂອງ ພັກ ຄອມມຸນິສ ອິນໂດຈີນ ດັ່ງ ທີ່ກ່າວ ມາຂ້າງ ເທີງ ນັ້ນ ໃນ ເບື້ອງຕົ້ນ ກໍແມ່ນ ເພື່ອ ຕໍ່ສູ້ກັບ ປະເທດ ລ້າ ຫົວເມືອງ ຂຶ້ນ ເຊັ່ນ: ຝຣັ່ງເສດ ແລະ ອັງກິດ ເມື່ອ ໄດ້ ໄຊຊນະ ຝຣັ່ງເສດ ແລ້ວ ຈຸດປະສົງ ຕໍ່ມາ ກໍແມ່ນ ການ ຄວບຄຸມ ອິນໂດຈີນ ຄື: ລາວ ແລະ ກຳພູຊາ ຈຶ່ງ ສນັບສນູນ ໃຫ້ ມີການ ສ້າງຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ແລະ ປະຊາຊົນ ປະຕິວັດ ຂແມ ຂຶ້ນມາ ແຕ່ ຣັຖບານ ລາວ ອ່ອນແອ ຈື່ງ ສາມາດ ຄວບຄຸມ ໄດ້ງ່າຍ ບໍ່ຄື ກັບ ກຳພູຊາ ມີຄວາມ ຮັກຊາດ ສູງ ຈຶ່ງຍາກ ໃນການ ຄວບຄຸມ ຊຶ່ງ ໃນ ປັດຈຸບັນ ນະໂຍບາຍ ຕ່າງໆ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ແມ່ນຖືກ ຊີ້ແນະ ແລະ ຄວບຄຸມ ໂດຍ ພັກ ປະຊາຊົນ ປະຕິວັດ ວຽດນາມ ຢ່າງ ສຽບຂາດ ດ້ວຍການ ໃຊ້ ສັນຍາ ຄວາມ ຮ່ວມມື ຖານ ພິເສດ ຣະຫວ່າງ ກັນ.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard