ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄຸນນະທຳ ຄືສິ່ງວິເສດຂອງສັງຄົມມະນຸດ
Anonymous

Date:
ຄຸນນະທຳ ຄືສິ່ງວິເສດຂອງສັງຄົມມະນຸດ
Permalink   
 


Untitled.png

ໄດ້ມີໂອກາດ ອ່ານເລື່ອງລາວດີໆ ທີ່ແຊກັນທາງເຟດສ໌ບຸກ ໂທລະໂຄ່ງຈິ່ງໄດ້ ນຳເອົາມາແປເປັນພາສາລາວ ເພື່ອໃຫ້ຄົນລາວໄດ້ຮຽນຮູ້ ແລະ ເອົາໄປນຳໃຊ້ໃນຊີວິດປະຈຳວັນ.
ເລື່ອງລາວທີ່ຫຼາຍຄົນອາດໄດ້ຍິນ ແລະ ໄດ້ຮຽນຮູ້ ກ່ຽວກັບນັກປາດທີ່ມີຊື່ສຽງຂອງຈີນ ຊື່ ຂົງຈື້. ທີ່ຈະເປັນຜູ້ໃຫ້ແງ່ຄິດ ໃນການດຳລົງຊີວິດ ໂດຍຍຶດຫຼັກຄວາມເປັນທຳ, ຈັນຍາບັນ ແລະ ຄຸນນະທຳ ເປັນທີ່ຕັ້ງ.
ເລື່ອງລາວຂອງເລື່ອງ 8 x 3 = 23 ນັ້ນເປັນສິ່ງທີ່ຫຼາຍຄົນທີ່ຮຽນວິຊາເລກ ຕ້ອງຄິດວ່າແມ່ນຜິດ ເພາະ 8 x 3 = 24 ຖາມເດັກນ້ອຍ ປະຖົມ ກໍ່ຕອບ 24. ແຕ່ເຫດໃດ ຂົງຈື້ຈິ່ງຕອບວ່າຄວນຈະເປັນ 23.
ເລື່ອງນີ້ເກີດຂຶ້ນລະຫວ່າງການຕັດສິນບັນຫາ ທີ່ ຮ້ຽນອຸ້ຍ ທີ່ເປັນລູກສິດຂອງຂົງຈື້ ໄດ້ມີບັນຫກັບພໍ່ຄ້າ ຂາຍແຜ່ແພ ທີ່ຕະຫຼາດ. ເຊິ່ງພໍ່ຄ້າບອກວ່າ 8 x 3 = 23, ເຊິ່ງພໍ່ຄ້າເອງກໍ່ບໍ່ຮູ້ວ່າ ຮ້ຽນອຸ້ຍ ແມ່ນລູກສິດ ຂອງນັກປາດ ແລະ ການບອກວ່າ 8 x 3 = 23 ຍ່ອມຜິດແນ່ນອນ. ທັງສອງຈິງຖຽງກັນ ໂດຍທີ່ບໍ່ມີໃຜຍອມກັນຢ່າງເປັນຢ່າງຕາຍ. ສຸດທ້າຍຕົກລົງກັນໄປຫາ ຂົງຈື້ ໃຫ້ຕັດສິນວ່າໃຜຖືກໃຜຜິດ.
ພໍໄປຮອດຂົງຈື້, ຮ້ຽນອຸ້ຍກໍ່ເອີຍຂຶ້ນເຖິງບັນຫາ ແລະຢາກໃຫ້ຂົງຈື້ເປັນຄົນຕັດສິນບັນຫານີ້ ໂດຍມີເງື່ອນໄຂວ່າ: ຖ້າ 8 x 3 = 23 ແທ້ ຮ້ຽນອຸ້ຍ ຈະຍອມສະຫຼະຍົດຕຳແໜ່ງຂອງຕົນ ທັນທີ ແຕ່ ຖ້າ 8 x 4 = 24 ພໍ່ຄ້າຕ້ອງຖືກຕັດຫົວ.
ເມື່ອຂົງຈື້ໄດ້ຍິນແບບນີ້ຈິ່ງໄດ້ຕັດສິນບັນຫາວ່າ ພໍ່ຄ້າເວົ້າຖືກແລ້ວ ທີ່ 8 x 3 = 23!
ພາຍຫຼັງໄດ້ຍິນຄຳຕອບ, ຮ້ຽນອຸ້ຍກໍ່ເສຍໃຈ ທີ່ອາຈານທີ່ຕົນນັບຖືກ ແລະ ຮຽນວິຊາມານຳ ໄປເຂົ້າຂ້າງຄົນຜິດ ແລະ ຄິດວ່າຂົງຈື້ ບໍ່ຍຸຕິທຳ, ແຕ່ກໍ່ຕາມສັນຍາ ຮ້ຽນອຸ້ຍຕ້ອງໄດ້ ສະຫຼະຍົດຕຳແໜ່ງຂອງຕົນ ເພາະ ຂົງຈື້ຕັດສິນໄປແລ້ວ.
ແຕ່ກ່ອນຮ້ຽນອຸ້ຍ ຈະຈາກໄປ ຂົງຈື້ໄດ້ກ່າວວ່າ: ' ເຈົ້າຈົ່ງຢ່າຢູ່ກ້ອງຕົ້ນໄມ້ ແລະ ຖ້າເຈົ້າຄິດຈະຂ້າໃຜ ໃຫ້ຄິດດີໆເສຍກ່ອນ."
ຮ້ຽນອຸ້ຍກໍ່ຈາກໄປດ້ວຍຄວາມເສຍໃຈ. ລະຫວ່າງທາງກັບບ້ານ ໄດ້ເກີດຝົນຕົກໜັກ, ຮ້ຽນອຸ້ຍຈິ່ງເຂົ້າໄປລົບຝົນທີ່ກ້ອງຕົ້ນໄມ້. ແຕ່ທັນໃດ ລາວກໍ່ຄິດຈຳຄຳຂອງຂົງຈື້ວ່າ ຢ່າຢູ່ກ້ອງຕົ້ນໄມ້. ລາວຈິ່ງແລນອອກມາ, ທັນໃດ ສາຍຟ້າກໍ່ໄດ້ຜ່າລົງຕົ້ນໄມ້ດັ່ງກ່າວ. ຮ້ຽນອຸ້ຍກໍ່ຮູ້ສຶກ ປະຫຼາດໃຈວ່າເປັນຫຍັງ ຂົງຈື້ຈິ່ງຮູ້ວ່າ ມັນຈະມີເລື່ອງນີ້ເກີດຂຶ້ນ.
ຈາກນັ້ນ ຮ້ຽນອຸ້ຍກໍ່ກັບມາຮອດເຮືອນຂອງຕົນ ແຕ່ຍ້ອນມາຮອດເດິກ ຈິ່ງບໍ່ຢາກໃຫ້ເມຍຂອງຕົນຕື່ນ ເລີຍຄ່ອຍໄຂປະຕູເຂົ້າໄປໃນເຮືອນ ແລະ ປະກົດວ່າ ທີ່ຕຽງນອນ ມີຄົນນອນສອງຄົນ ຈິງຄິດແຄ້ນທີ່ ເມຍຂອງຕົນພາຊູ້ມານອນ ຕອນທີ່ຜົວອອກໄປຮ່ຳຮຽນວິຊາ ຫາລ້ຽງຊີບ. ຈິ່ງຈັບດາບອອກມາຫວັງປິດຊີບ ທັງສອງ. ທັນໃດ ຮ້ຽນອຸ້ຍກໍ່ຄິດເຫັນຄຳເວົ້າຂອງ ຂົງຈື້ທີ່ວ່າ ກ່ອນຈະຂ້າຄົນອື່ນ ໃຫ້ຄິດໃຫ້ດີກ່ອນ. ລາວຈິ່ງຕັດສິນໃຈ ໄຕ້ກະຕຽງ ເບິ່ງຄົນທັງສອງ ປະກົດວ່າ ຜູ້ທີ່ນອນນັ້ນ ແມ່ນເມຍ ແລະ ນ້ອງສາວຂອງເມຍ. ຖ້າລາວພຽງໃຈໂມໂຫ ແລະ ຄິດຊ້າກ່ອນນີ້ ລາວອາດຂ້າເມຍ ແລະ ນ້ອງເມຍໄປແລ້ວ.
ຮ້ຽນອຸ້ຍ ບໍ່ລໍຊ້າ ຟ້າວແລ່ນກັບໄປຫາ ຂົງຈື້ ເພື່ອຮັບຟັງຄຳອະທິບາຍທັນທີ, ແລະ ໄດ້ຖາມວ່າເປັນຫຍັງຂົງຈື້ຈິ່ງຮັບຮູ້ສິ່ງທີ່ຈະເກີດຂຶ້ນກັບຕົນ.
ຂົງຈື້ໄດ້ກ່າວວ່າ: ຖ້າເຮົາຕັດສິນວ່າ 8 x 3 = 24 ພໍ່ຄ້າຄົນນັ້ນຄົງຖືກຕັດຄໍໄປແລ້ວແມ່ນບໍ່?
ທີ່ຈົງໃຈຕັດສິນຜິດ ກໍ່ເພື່ອບໍ່ໃຫ້ມີຄົນລົ້ມຕາຍ, ມັນອາດຈະເປັນການຄິດໄລເລກທີ່ບໍ່ຖືກຕ້ອງ ແຕ່ ຄຸນນະທຳຕ່າງຫາກ ທີ່ຖືກຕ້ອງ.
ເຈົ້າອາດຈະເສຍກຽດ ແຕ່ ຢ່າໃຫ້ຄົນອື່ນ ເສຍຊີວິດ.
ເພາະຄົນທີ່ກຳັລງໂມໂຫ ມັກຈະຂາດສະຕິ ແລະ ເຮັດທຸກຢ່າງໂດຍບໍຄິດການຜິດຖຽງກັບລູກຄ້າ ແມ່ນວ່າຈະຊະນະ ແຕ່ກໍ່ຍັງພ່າຍແພ້ຢູ່ດີ ເພາະເຂົາຈະບໍ່ກັບມາຊື້ສິນຄ້ານຳທ່ານອີກ

  • ການຜິດຖຽງກັບຄົນແກ່ເຖົ້າ ແມ່ນວ່າຈະຊະນະ ກໍ່ຍັງພ່າຍແພ້ຢູ່ດີ ເພາະພວກທ່ານເຖົ້າແກ່ແລ້ວ ອາດສະຕິບໍດີດັ່ງຄົນໜຸ່ມ
  • ການຜິດຖຽງກັບຄູອາຈານ ແມ່ນວ່າຈະຊະນະ ກໍ່ຍັງພ່າຍແພ້ຢູ່ດີ ເພາະພວກທ່ານຍ່ອມຮຽນຮູ້ເລື່ອງລາວມາກ່ອນພວກເຮົາ ແລະ ເຈົ້າອາດຈະບໍ່ໄດ້ຄວາມຮູ້ຈາກພວກເຂົາອີກ, ສະນັ້ນ ຕ້ອງຫາທາງອອກທີ່ເປັນກາງ ບໍ່ແມ່ນການເອົາຊະນະ
  • ການຜິດຖຽງກັບໝູ່ເພື່ອນ ແມ່ນຈະຊະນະ ກໍ່ຍັງພ່າຍແພ້ຢູ່ດີ ເພາະວ່າ ເຈົ້າອາດຈະເສຍໝູ່ເພື່ອນໄປ ພຽງເພາະການຕ້ອງການເອົາຊະນະຈາກການຜິດຖຽງກັນ
  • ການຜິດຖຽງກັບພັນລະຍາ ແມ່ນຈະຊະນະ ແຕ່ກໍ່ຍັງພ່າຍແພ້ຢູ່ດີ ເພາະພັນລະຍາ ຄືຄູ່ຊີວິດ ບໍ່ຄວນຈະຫາເລື່ອງວ່າຕົນເອງຊະນະ ຫຼື ເໜືອເມຍສະເໝີ
  • ການຜິດຖຽງກັບເຈົ້ານາຍ ແມ່ນຈະຊະນ ແຕ່ກໍ່ຍັງພ່າຍແພ້ຢູ່ດີ ເພາະເຈົ້າອາດຈະບໍ່ມີໂອກາດມີຄວາມກ້າວໜ້າ, ຄວນປ່ຽນຈາກການຈະເອົາຊະນະ ມາເປັນການແລກປ່ຽນ ແລະ ຫາທາງອອກທີ່ທັງສອງຝ່າຍເຫັນດີນຳກັນ.
ຂອບໃຈເລື່ອງລາວດີໆ ແລະ ຫວັງວ່າຈະໃຫ້ແງ່ຄິດກັບການດຳລົງຊິວິດ.


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard