ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໝໍ້ໄຟ ອາຊີ ມີບັນຫາຍ້ອນນໍ້າກັ່ນແຫ້ງ.
ຄົນປະສາປຶກໜາ

Date:
ໝໍ້ໄຟ ອາຊີ ມີບັນຫາຍ້ອນນໍ້າກັ່ນແຫ້ງ.
Permalink   
 


ການທີ່ທາງການລາວມີແຜນການຈະສ້າງເປັນສູນກາງໝໍ້ໄຟແຫ່ງອາຊີຈາກພລັງນໍ້າ

ດ້ວຍການສ້າງເຂື່ອນຕາມສາຍນໍ້າແຫ່ງຕ່າງໆທົ່ວປະເທດໂດຽການລົງທຶນ ແລະ

ສຳປະທານໄລຍະຍາວຂອງບໍລິສັດຕ່າງປະເທດເປັນສ່ວນໃຫຍ່ທີ່ລາວຖືຫຸ້ນ 15-20%

ແບບບໍ່ຕ້ອງຈົກຖົງ,ເພາະຍ້ອນຄວາມສະຫຼາດສ່ອງໃສລອບດ້ານບໍ່ວ່າດ້ານນະໂຍ

ບາຍ ແລະ ແຜນງານທີ່ສ້າງຄວາມດຶງດູດນາຍທຶນຕ່າງດ້າວທີ່ມອງເຫັນວ່າຈະໄດ້

ທຶນຄືນແລ້ວເມື່ອເລີ້ມລົງມືເພາະໄມ້ຈາກບໍລິເວນໜ່ວຍງານທີ່ໄດ້ຮັບກວ້າງກວ່າ

ຄວາມຈຳເປັນໃນການກໍ່ສ້າງບໍ່ວ່າໜ້າ ແລະ ທ້າຍເຂື່ອນ ຫຼື ອາດກວມໄປທົ່ວ

ແປດທິດຕາມຄວາມຕ້ອງການຂອງນາຍທຶນ ກໍ່ ຄືເຈົ້າໜ້າທີ່ຊັ້ນສູງທີ່ມີຜົນປະ

ໂຫຍດຮ່ວມກັນໃນການຈະໂກງສົມບັດຂອງຊາດ ກໍ່ຄືປະຊາຊົນ.

ຄືແນວນີ້ບໍ່ວ່າເດັກແດງອົມໂປມື້ກໍ່ສາມາດເຂົ້າໃຈໄດ້ເຖິງສາເຫດຂອງນໍ້າກັ່ນ

ໝໍ້ໄຟອາຊີmade in Lao pdr “ ສະແດງປະຕິກິລິຍາແຫ້ງຂາດອັນຈະສົ່ງຜົນ

ສະທ້ອນຕໍ່ຄວາມຫວັງຈະຫຼຸດພົ້ນຈາກການເປັນປະເທດດ້ອຍພັທນາຂອງລາວ

ແນ່ນອນ.

ສົນໃຈລາຍລະອຽດເບິ່ງໄດ້ຕາມລິງນີ້:

http://kpl.gov.la/detail.aspx?id=2544

 

 



__________________
Anonymous

Date:
Permalink   
 

ຖືກໂມງໜຶ້ງເຂົ້າເຮັດກິນແລງຊ້ຳເນາະ ເວນກັມ !

ຝົນບໍ່ຕົກ, ແຕ່ລະສາຂາຂອງແມ່ນ້ຳຂອງແລະສາຂາຂອງມັນຖືກອັດຖືກຕັດ

ແມ່ນ້ຳຂອງກໍ່ຕ້ອງເຫືອດແຫ້ງໄປຕາມໆກັນ. ເມື່ອບໍ່ສາມາດຜລິດກະແສໄຟຟ້າ

ສົ່ງຂາຍຕ່າງປະເທດຕາມສັນຍາກໍ່ຕ້ອງຖືກປັບໃໝ ແມ່ນບໍ່?

ຕາມປົກກະຕິແລ້ວ ລາວຊື້ໄຟແຮງຕ່ຳຈາກຕ່າງປະເທດໃນເວລາ 18 ໂມງ ຫາ 24 ໂມງ

ເມື່ອຕ້ອງຊື້ໄຟຕື່ມກໍ່ຕ້ອງຈ່າຍເງິນເພິ່ມ, ແມ່ນບໍ່ລະ?



__________________
Anonymous

Date:
Permalink   
 

ລາວກຳລັງຈະກາຍເປັນຫມໍ້ນະຣົກອາຊີ ຫລາຍກວ່າ  ຍ້ອນພວກພັກເຫັ່ງຊວຍ ພວກນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard