ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນກວດສອບສິທທິມະນຸສ ຢູ່ ລາວ
Anonymous

Date:
ຜົນກວດສອບສິທທິມະນຸສ ຢູ່ ລາວ
Permalink   
 


ຜົນກວດສອບສິທທິມະນຸສ ຢູ່ ລາວ

image

 

ຜົນ ຂອງ ກອງປະຊຸມ ຣະຫວ່າງ ອອສເຕຣເລັຽ ແລະ ທາງການ ລາວ ເພື່ອ ກວດສອບ ທົບທວນ ການ ນັບຖື ປະຕິບັດ ສິທທິມະນຸສ ໃນ ສປປ ລາວ ທີ່ ໄດ້ ຈັດຂຶ້ນ ຄັ້ງ ທຳອິດ ຢູ່ ປະເທດ ອອສເຕຣເລັຽ.

ແຕກຕ່າງ ກັບ ກອງ ປະຊຸມ UN Universal Periodic Review ຢູ່ ນະຄອນ ເຈນີວາ ປະເທດ ສວິສເຊີແລັນ, ທຸກໆ 2 ຫາ 3 ປີ ອອສເຕຣເລັຽ ແລະ ສປປລາວ ກໍມີ ກອງ ປະຊຸມ ສອງຝ່າຍ ກ່ຽວ ດ້ານ ສິທທິ ມະນຸສ ເພື່ອ ປຶກສາ ຫາລື ແລກປ່ຽນ ຄວາມ ຄິດເຫັນ ໃນ ຫລາຍໆ ປະເດັນ ທີ່ ພົວພັນ ກັບ ສິທທິ ມະນຸສ.

ກອງ ປະຊຸມ ສອງຝ່າຍ ນີ້ ຈັດຂຶ້ນ ກໍເພື່ອ ກວດສອບ ທົບທວນ ສອບຖາມ ເບິ່ງ ການ ປົກປ້ອງ ປະຕິບັດ ນັບຖື ສິທທິ ມະນຸສ ໃນລາວ ໂດຍ ສະເພາະ ຍ້ອນວ່າ ຣັຖບານ ອອສເຕຣເລັຽ ເປັນຜູ້ ໃຫ້ ເງິນທຶນ ສນັບ ສນູນ ໂຄງການ ສິທທິ ມະນຸສ ແກ່ ທາງການ ລາວ ຣະຫວ່າງ ປີ 2012 ຫາ 2015.

ສຳລັບ ກອງ ປະຊຸມ ຄັ້ງທີ 4 ນີ້ ເປັນ ເທື່ອ ທຳອິດ ທີ່ ໄດ້ຈັດ ຂຶ້ນ ຢູ່ ອອສເຕຣເລັຽ ແລະ ເປັນ ກອງ ປະຊຸມ ປຶກສາ ຫາລື ຣະດັບ ຣັຖບານ ຕໍ່ ຣັຖບານ. ຄນະ ຕາງໜ້າ ຝ່າຍ ລາວ ນຳພາ ໂດຍ ດຣ ພູຂົງ ສີສຸລັດ ເອກ ອະທິບໍດີ ຜແນກ ສົນທິ ສັນຍາ ແລະ ກົດໝາຍ ກະຊວງ ການ ຕ່າງປະເທດ ສປປລາວ. ສ່ວນ ຄນະ ຜູ້ ຕາງໜ້າ ຝ່າຍ ອອສເຕຣເລັຽ ນຳພາ ໂດຍ ທ່ານ Craig Chittick, ຜູ້ຊ່ວຍ ຣັຖມົນຕຣີ ກະຊວງ ການ ຕ່າງປະເທດ ແລະ ການຄ້າ ຜແນກ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້.

ກອງ ປະຊຸມ ດັ່ງກ່າວ ໄດ້ ຈັດຂຶ້ນ ຕັ້ງແຕ່ ວັນທີ 5 ມິນາ 2015 ແບບ ລັບໆ ຄື ບໍ່ໄດ້ ເຊື້ອເຊີນ ອົງການ ບໍ່ ສັງກັດ ຣັຖບານ NGO, ສື່ມວນຊົນ, ສາທາຣະນະຊົນ ແລະ ຜູ້ທີ່ມີ ຄວາມ ສົນໃຈ ກ່ຽວກັບ ສະພາບການ ຣະເມີດ ສິທທິ ມະນຸສ ໃນລາວ ເຂົ້າຮ່ວມ ຈຶ່ງໄດ້ ຖືກ ຕໍ່ວ່າ ຕິຕຽນ ຮຸນແຮງ ຈາກ ຫລາຍ ອົງການ ປະຊາ ສັງຄົມ ເປັນຕົ້ນ ອົງການ Human Rights Watch Australia, ຂບວນການ ເພື່ອ ສິທທິ ມະນຸສ ແລະ ປະຊາທິປະໄຕ ລາວ ອອສເຕຣລຽນ ຫລື (ຂສປລ) ແລະ ອື່ນໆ.

ເຖິງຢ່າງໃດ ກໍດີ ເມື່ອ ມີກະແສ ຄວາມ ກົດດັນ ຮຸນແຮງ ຂຶ້ນ ເລື້ອຍມາ ທາງ ກະຊວງ ການ ຕ່າງ ປະເທດ ແລະ ການຄ້າ ອອສເຕຣເລັຽ ກໍໄດ້ ຕັດສິນ ໃຈ ເປີດ ກອງ ປະຊຸມ ໃນ ວັນທີ 27 ມີນາ 2015 ເພື່ອ ເປີດເຜີຍ ຜົນສລູບ ຂອງ ກອງ ປະຊຸມ ອອສເຕຣເລັຽ-ລາວ ແລະ ເປີດ ໂອກາດ ໃຫ້ ສາທາຣະນະຊົນ ທັງ ອົງການ ຈັດຕັ້ງ NGO ໄດ້ ສອບຖາມ ຂໍ້ ຂ້ອງໃຈ ແຕ່ຍັງ ເປັນຄວາມ ລັບ ຢູ່ ຄືບໍ່ ອະນຸຍາດ ໃຫ້ ອັດສຽງ ຫລື ຖ່າຍຮູບ ບັນທຶກ ພາບ.

ທ່ານ Richard Andrews, ທ່ານ Anthony Aspden ແລະ ຍານາງ Katherine Vouzas ເຈົ້າໜ້າທີ່ ຣະດັບ ສູງ ຂອງ ກະຊວງ ການ ຕ່າງ ປະເທດ ແລະ ການຄ້າ ອອສເຕຣເລັຽ ໄດ້ ຮ່ວມກັນ ກ່າວ ຖແລງ ສລຸບຜົນ ຂອງ ກອງ ປະຊຸມ ແລະ ຕອບ ຂໍ້ ຂ້ອງໃຈ ຂອງ ອົງການ ຈັດຕັ້ງ NGO ທີ່ໄດ້ ເຂົ້າຮ່ວມ ຫລາຍ ອົງການ ພໍສລູບ ໄດ້ວ່າ:

ກອງ ປະຊຸມ ນີ້ ເປັນ ໂອກາດ ຊ່ອງທາງ ເພື່ອ ສົ່ງເສີມ ອຳນວຍ ໃຫ້ລາວ ໄດ້ເຮັດ ການ ປະຕິຮູບ ສະພາບ ສິທທິ ມະນຸສ ໃຫ້ ດີຂຶ້ນ ແລະ ເປັນ ໂອກາດ ໃຫ້ ອອສເຕຣເລັຽ ສາມາດ ຫາ ຊ່ອງທາງ ຊ່ວຍເຫລືອ ລາວ ດ້ານ ເທັກນິກ ສິທທິ ມະນຸສ ຕື່ມ ຂຶ້ນ ໂດຍໃຫ້ ປັບ ຍົກ ຣະດັບ ຄວາມ ເຂົ້າໃຈ ຕື່ມ ສມັຖພາບ ການ ແກ້ໄຂ ບັນຫາ ກ່ຽວກັບ ສິທທິ ມະນຸສ.

ອອສເຕຣເລັຽ ໄດ້ ບອກແຈ້ງ ເຖິງ ກົລໄກ ສ່ວນນຶ່ງ ຊຶ່ງ ອອສເຕຣເລັຽ ໃຊ້ ໃນ ພາກ ປະຕິບັດ ໃນ ການ ຕໍ່ສູ້ ສແວງຫາ ສິທທິ ມະນຸສ ຂອງ ອອສເຕຣເລັຽ ເອງ. ນອກຈາກ ນັ້ນ ກອງ ປະຊຸມ ຍັງ ອຳນວຍ ໃຫ້ ອອສເຕຣເລັຽ ສາມາດ ຕື່ມຕໍ່ ແນວຄິດ ຂໍ້ ສເນີ ສຳຄັນໆ ທີ່ໄດ້ ຊີ້ ສະແດງ ອອກ ໃນ ກອງປະຊຸມ UN UPR ຂອງລາວ ເມື່ອເດືອນ ມົກກະຣາ 2015. ແນວຄິດ ຂໍ້ສເນີ ເຫລົ່ານີ້ ແມ່ນ ການ ຮຽກຮ້ອງ ຮີບເຮັ່ງ ໃຫ້ ລາວ:

1/-ຕ້ອງ ສະຖາ ປະນາ ຄຳບົ່ງ ບັນຍັດ ຕາມ ກົດໝາຍ ວ່າດ້ວຍ ການ ຕັດສິນ ປະຫານ ຊີວິດ ໂດຍ ແນໃສ່ ເພື່ອໃຫ້ ສັຕຍາບັນ ແກ່ ສັນຍາ ພາກ ທີສອງ ວ່າດ້ວຍ ການຮັບຮູ້ ສົນທິ ສັນຍາ ສາກົນ ກ່ຽວກັບ ສິທທິ ພົລເມືອງ ແລະ ສິທທິ ທາງ ການເມືອງ;

2/-ຕ້ອງ ທົບທວນ ຂໍ້ ດຳຣັດ ວ່າດ້ວຍ ການ ຄວບຄຸມ ຂ່າວສານ ຂໍ້ມູນ ແລະ ການ ບໍຣິຫານ ກ່ຽວດ້ານ Internet ເພື່ອ ຮັບ ປະກັນ ວ່າ ສິທທິ ພົລເມືອງ ໃນການ ຊອກ ສແວງ ຫາ ຂ່າວສານ ໄດ້ ຮັບການ ເຄົາຣົບ ນັບຖື ຢ່າງ ຄົບຖ້ວນ;

3/- ສັລສ້າງ ສະພາບ ແວດລ້ອມ ເພື່ອ ເອື້ອ ອຳນວຍ ໃຫ້ ອົງການ ຈັດຕັ້ງ ປະຊາ ສັງຄົມ ພົລເຮືອນ NGO ສາມາດ ປະຕິບັດ ວຽກງານ ໃຫ້ ບັນລຸ ຕາມ ຄວາມ ມຸ້ງມາດ ປາຖນາ ພາຣະ ໜ້າທີ່ ຂອງຕົນ ໃນການ ສົ່ງເສີມ ສນັບ ສນູນ ການ ພັທນາ ເສຖກິຈ ສັງຄົມ;

4/- ທາງການ ຕຳຣວດ ລາວ ຕ້ອງ ດຳເນີນ ການ ສືບສວນ ຂໍ້ມູນ ຄວາມຈິງ ຢ່າງ ຮີບດ່ວນ ແລະ ໃຫ້ ເປັນ ທີ່ໜ້າ ເຊື່ອຖື ໄດ້ ກ່ຽວກັບ ການ ຫາຍສາບສູນ ຂອງ ດຣ ສົມບັດ ສົມພອນ ແລະ ໃຫ້ ຖແລງ ແຈ້ງ ບອກ ສິ່ງ ທີ່ ສືບມາໄດ້ ນັ້ນ ພ້ອມດຽວກັນ ນັ້ນ ຕ້ອງສຶບ ຊອກຫາ ຄວາມຈິງ ກ່ຽວກັບ ຂໍ້ ສົງໄສ ທີ່ ວ່າ ທາງການ ຣັຖບານ ລາວ ມີ ສ່ວນ ກ່ຽວຂ້ອງ ນຳ ໃນການ ບັງຄັບ ໃຫ້ ຫາຍສາຍສູນ ຂອງ ຜູ້ກ່ຽວ; ແລະ

5/- ໃຫ້ ຕື່ມ ຂຍາຍ ປະສິທທິພາບ ຄວາມ ຮອບຮູ້ ຂອງ ເຈົ້າໜ້າທີ່ ທາງການ ຣະດັບ ບ້ານ ແລະ ຣະດັບ ເມືອງ ກ່ຽວກັບ ພາຣະ ໜ້າທີ່ ຄວາມ ຜິດຊອບ ຂອງຕົນ ເພື່ອ ຄຸ້ມຄອງ ປ້ອງກັນ ສິທທິ ເສຣີພາບ ສ່ວນ ບຸກຄົນ ໃນການ ນັບຖື ສາສນາ.

ພາຍຫລັງ ເຂົ້າ ຮັບຟັງ ຄຳຖແລງ ຂອງ ຜູ້ ຕາງໜ້າ ຣັຖບານ ອອສເຕຣເລັຽ ສະມາຊິກ (ຂສປລ) ຈາກ  ນະຄອງຫລວງ Canberra  ທ່ານ ກິແກ້ວ ຊາພິລົມ ໄດ້ ກ່າວ ຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ວ່າ:

"ຢູ່ Canberra ໄດ້ໄປ ແລະ ກໍໄດ້ ຍິນ ເຈົ້າໜ້າທີ່ ທາງ ກະຊວງ ຕ່າງ ປະເທດ ຂອງ ອອສເຕຣເລັຽ ຂະເຈົ້າ ກໍ ແນະນຳ ຣັຖບານ ຫລື ບອກ ຣັຖບານ ໃຫ້ ປະຕິບັດ ຕາມ ນະໂຍບາຍ ຂອງ ອອສເຕຣເລັຽ. ໃຫ້ ພວກເຈົ້າ ປະຕິບັດ ເຣື່ອງ ສິທທິ ມະນຸສ ບໍ່ ເຣື່ອງ ຍຶດ ທີ່ດິນ ທີ່ດອນ ໄລ່ທີ່ ຂອງ ປະຊາຊົນ ເຫດການ ບ້ານເມືອງ ລາວ ຫັ້ນແລ໋ະ ໃຫ້ຟັງ ໂດຍ ສະເພາະ ກໍແມ່ນ ເຣື່ອງ ທ່ານ ສົມບັດ ສົມພອນ".

ສ່ວນ ປະທານ (ຂສປລ) ທ່ານ ປຣາກຽນ ວີຣະວົງ ກໍມີ ຄວາມເຫັນ ກ່ຽວກັບ ກອງ ປະຊຸມ ສອງຝ່າຍ ລາວ-ອອສເຕຣລຽນ ເທື່ອນີ້ວ່າ:

"ຕາມທີ່ ທ່ານ Richard Andrews ແລະ ຄນະ ຜູ້ ຕາງໜ້າ ກະຊວງ ຕ່າງ ປະເທດ ອອສເຕຣເລັຽ ເລົ່າແຈ້ງ ຖແລງໄຂ ໃຫ້ຟັງ ມື້ນີ້ ວ່າການ ເຈຣະຈາ ຫາລື ກັນ ຣະຫວ່າງ ລາວ-ອອສເຕຣເລັຽ ນັ້ນ ທາງລາວ ຫັ້ນ ຮັບຮູ້ ວ່າ ຊິ່ ປະຕິບັດ ທຸກຂໍ້ ຕາມ ການສເນີ ຂອງ ອອສເຕຣເລັຽ ແລະ ຕາມ ຄວາມ ຕົກລົງ ຂອງ ສະຫະ ປະຊາຊາດ ແຕ່ ຂ້າພະເຈົ້າ ຍັງສົງໄສ ຢູ່ວ່າ ລາວ ຊີ່ ປະຕິບັດ ທຸກຂໍ້ ໄດ້ ຊ່ຳໃດ".

ສ່ວນ ຜູ້ ຕາງໜ້າ ເຈົ້າໜ້າທີ່ ທາງການ ລາວ ຈາກ ສະຖານທູດ ລາວ ປະຈຳ ນະຄອນ ຫລວງ Canberra ຜູ້ທີ່ ໄດ້ ເຂົ້າຮ່ວມ ກອງປະຊຸມ ຫລັງຈາກ ຕິດຕໍ່ ໄປ ຫລາຍເທື່ອ ບໍ່ໄດ້ ໃຫ້ ຄຳຕອບ ກ່ຽວກັບ ຄວາມເຫັນ ຂອງ ຝ່າຍລາວ ກ່ຽວກັບ ກອງ ປະຊຸມ ດັ່ງກ່າວ.

ເຖິງຢ່າງໃດ ກໍດີ ເຈົ້າໜ້າທີ່ ຣະດັບ ສູງ ຂອງ ກະຊວງ ການ ຕ່າງ ປະເທດ ແລະ ການຄ້າ ອອສເຕຣເລັຽ ໄດ້ກ່າວ ສລຸບ ວ່າ:

“ເຖິງ ເວລາ ແລ້ວ ທີ່ ລາວ ຕ້ອງ ປະຕິບັດ ຕາມ ຂໍ້ຕົກລົງ ໃນຄວາມ ຜູກພັນ ສັນຍາ ໃນ ຂໍ້ສເນີ 196 ຂໍ້ ຈາກ ກອງປະຊຸມ UN UPR ຂອງລາວ ເມື່ອເດືອນ ມົກກະຣາ 2015 ນັ້ນ ຊຶ່ງ ລາວ ເອງ ຮັບຮອງ ວ່າ ຈະ ປະຕິບັດ ໃຫ້ເຫັນ ຜົນ ສຳເຣັດ ໃຫ້ ທັນ ເວລາ ກອງປະຊຸມ UN UPR ທີ່ ກຳນົດ ຈັດຂຶ້ນ ໃນເດືອນ ມິຖຸນາ 2015 ນີ້. ຊຶ່ງ ການ ປະຕິບັດ ຕໍ່ ຂໍ້ສເນີ ທັງໝົດ ນັ້ນ ຈະເປັນ ຜົນປະໂຫຍດ ຢ່າງ ໃຫຍ່ຫລວງ ຕໍ່ ລາວ ເອງ”.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard