ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບໍຣິຄໍາໄຊຕັດໄມ້ນອກ ໂຄຕ້າ
Anonymous

Date:
ບໍຣິຄໍາໄຊຕັດໄມ້ນອກ ໂຄຕ້າ
Permalink   
 


ບໍຣິຄໍາໄຊຕັດໄມ້ນອກ ໂຄຕ້າ

image59.jpg10531262_1437202566561008_5152406783464974242_o.jpg10549245_1437202559894342_4717763429516076213_o.jpg

 ແຫລ່ງ ຂ່າວ ຈາກ ແຂວງ ບໍຣິຄໍາໄຊ ໄດ້ ແຈ້ງຕໍ່ ເອເຊັຽ ເສຣີ ວ່າ ມີການ ຕັດໄມ້ ນອກ ໂຄຕ້າ ຢູ່ ເຂດ ເມືອງທວຍ ແຂວງ ບໍຣິຄໍາໄຊ, ແລະ ເຈົ້າໜ້າທີ່ ກວດກາ ປ່າໄມ້  ເອງ ກໍ ໃຫ້ການ ວ່າ ທາງ ແຂວງ ບໍ່ໄດ້ມີ ຄໍາສັ່ງ ໃຫ້ ຕັດໄມ້.

ໄມ້ ນອກ ໂຄຕ້າ ດັ່ງກ່າວ ແມ່ນ ຕັດມາ ກອງໄວ້ຢູ່ ສນາມໄມ້ ທີ ນຶ່ງ ແລະ ສນາມໄມ້ ທີສອງ ຊຶ່ງ ຫ່າງຈາກ ເທສບານ ເມືອງ ທວຍ ປະມານ 20 ກິໂລແມັດ. ແຫລ່ງ ຂ່າວ ຢູ່ ແຂວງ ບໍຣິຄໍາໄຊ ໄດ້ ແຈ້ງວ່າ, ເຈົ້າໜ້າທີ່ ຣະດັບ ການນໍາ ຂອງ ແຂວງ ບາງທ່ານ ມີສ່ວນ ຮູ້ເຫັນ ໃນການ ສັ່ງ ຕັດໄມ້ ໃນເຂດ ດັ່ງກ່າວ.

ນັກຂ່າວ ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ເຈົ້າໜ້າທີ່ ຝ່າຍ ກວດກາ ປ່າໄມ້ ຂອງ ແຂວງ, ແລະ ໄດ້ ຄາໍຕອບ ວ່າ ທາງແຂວງ ບໍ່ໄດ້ ອອກ ໂຄຕ້າ ໃຫ້ ຕັດໄມ້. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:

"ໂຕນີ້ ທາງ ແຂວງ ບໍຣິຄໍາໄຊ ໄດ້ຢຸດ ໂຈະ ການ ຂຸດຄົ້ນ ໄມ້ ແລ້ວ ໝົດປີ ແລ້ວ ຖືວ່າ ບໍ່ໄດ້ ທໍາການ ຂຸດຄົ້ນ ໄມ້".

ເຈົ້າໜ້າທີ່ ກ່າວ ອີກວ່າ ການ ຕັດໄມ້ ແມ່ນ ແຂວງ ໄຊສົມບູນ ເປັນຜູ້ ອອກ ໂຄຕ້າ ສັ່ງຕັດ, ແຕ່ ຕາມ ຫລັກການ ແລ້ວ ອໍານາດ ການ ປົກຄອງ ແຂວງ ໄຊສົມບູນ ຈະ ບໍ່ ສາມາດ ອອກ ໂຄຕ້າ ໃຫ້ ມາຕັດ ໄມ້ ຢູ່ ແຂວງ ບໍຣິຄໍາໄຊ ໄດ້ ເດັດຂາດ ຍົກເວັ້ນ ໃນ ກໍຣະນີ ທີ່ ມີ ຄໍາສັ່ງ ເຈົ້າໜ້າທີ ສູນກາງ.

ທີ່ ຜ່ານມາ ມີການ ສົ່ງອອກ ໄມ້ ຈາກ ແຂວງ ບໍຣິຄໍາໄຊ ໄປ ແຂວງ ບຶງການ ປະເທດ ໄທ ຫລາຍ 10 ຄັນ ຣົດ. ອີງຕາມ ການ ບອກເລົ່າ ຂອງ ແຫລ່ງຂ່າວ. ແຂວງ ບໍຣິຄໍາໄຊ  ໄດ້ ມີບັນຫາ ເຣື້ອງ ການ ຕັດໄມ້ ນອກ ໂຄຕ້າ ມາ ຕັ້ງແຕ່ ປີ 2014 ເປັນ ຕົ້ນມາ ຊຶ່ງ ສະມາຊິກ ສະພາ ແຫ່ງຊາດ ແຂວງ ບໍຣິຄໍາໄຊ ກໍໄດ້ຍົກ ຂຶ້ນຖາມ ທ່ານ ນາຍົກ ຣັຖມົນຕຣີ ຢູ່ ກອງ ປະຊຸມ ສະພາ ແຫ່ງຊາດ.



Attachments
__________________
Anonymous

Date:
Permalink   
 

ນີ້ຄືການປຸ້ນຊາດຂອງຜູ້ນຳພັກລັດ ບໍ່ຄຳ ພູເບ້ຍ ມາຍນິ່ງ

1501838_624442820949233_546658772_n.jpg?oh=1832fe9d256efccf76db8187e594353b&oe=55B5529E1504002_624442837615898_587346897_n.jpg?oh=497725cbed26da4841472ab55962babb&oe=55B5D7951506059_624442847615897_810429568_n.jpg?oh=7a0e2ecc53b544c6c084e80916f5d40c&oe=55B2ED39&__gda__=1438550346_627a0f47fe750542e3fec38aab6bf2c81901229_654173814642800_1301185636_n.jpg?oh=8d0dd8fcf2530fcece3a200b27f0b9e3&oe=55A455F5999156_654664164593765_375423466_n.jpg?oh=b2cfe83b4ef6531a0a4d30abcd9ac444&oe=55A960A9&__gda__=1433472069_896e2764c0f34eb2ecdbfd0e53940859



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard