ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຮ້ານນວດ-ບໍຣິການທາງເພດ ບໍ່ແກ້ວ
Anonymous

Date:
ຮ້ານນວດ-ບໍຣິການທາງເພດ ບໍ່ແກ້ວ
Permalink   
 


ຮ້ານນວດ-ບໍຣິການທາງເພດ ບໍ່ແກ້ວ

image640d1361888743-chinese-casino-boten-laos-massage.jpg

 

ອີງຕາມ ການ ເປິດເຜີຍ ຂອງ ຊາວບ້ານ ຢູ່ ແຂວງ ບໍ່ແກ້ວ ເວົ້າວ່າ ປັຈຈຸບັນ ຢູ່ເຂດ ເສຖກິດ ພິເສດ ສາມຫລ່ຽມ ຄໍາ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ມີການ ເປິດ ຮ້ານນວດ ສະປາ ແລະ ຂາຍ ບໍຣິການ ທາງເພດ ຢ່າງ ເສຣີ ເຈົ້າຂອງ ຮ້ານ ເປັນຄົນ ຈີນ ແລະ ຈະເອົາ ຜູ້ຍິງ ຈາກ ຈີນ ເຂົ້າມາ ບໍຣິການ ລູກຄ້າ ໃນ ຮ້ານນວດ ແຕ່ ຜູ້ຍິງ ເຫລົ່ານັ້ນ ບໍ່ຢູ່ ຄົງທີ່ ຈະຖຶກ ສັບປ່ຽນ ຍ້າຍໄປ ບໍຣິການ ລູກຄ້າ ຕາມ ຮ້ານ ນວດ ບ່ອນໃໝ່ ໄປ ເລື້ອຍໆ. ດັ່ງ ຊາວບ້ານ ເວົ້າວ່າ:

“ເຂົາຊິຊອກ ເອົາ ຢູ່ທີ່ວ່າ ໂຕນອກ ກາຊິໂນ ຊີ້ເນາະ ມີຜູ້ສາວ ເຂົາມັກ ສິປ່ຽນໄປ ເລື້ອຍໆ ເນາະ ຄືວ່ານະ ເຂົາ ຍ້າຍໄປ ຍ້າຍມາ ບາງເທື່ອ ກໍມີ ບາງເທື່ອ ກໍບໍ່ມີ”.

ຊາວບ້ານ ເວົ້າ ຕໍ່ໄປວ່າ ສໍາລັບ ລູກຄ້າ ທີ່ ມັກເຂົ້າໄປ ໃຊ້ ບໍຣິການ ໃນ ຮ້ານນວດ ທີ່ວ່າ ນີ້ ສ່ວນຫລາຍ ແມ່ນ ນັກ ທ່ອງທ່ຽວ ຄົນຈີນ, ຫລັງຈາກ ຫລີ້ນ ການ ພະນັນ ເມື່ອຍ ແລ້ວ ກໍເຂົ້າໄປ ໃຊ້ ບໍຣິການ ໃນ ຮ້ານນວດ ລູກຄ້າ ອີກ ສ່ວນນຶ່ງ ກໍ ແມ່ນ ຄົນໄທ ແລະ ຮວມທັງ ຄົນລາວ ຜູ້ທີ່ ມີ ຖານະ ດີໆດັງໆ ທັງນັ້ນ.

ຕໍ່ ບັນຫາ ນີ້ ທາງ ວິທຍຸ ເອເຊັຽ ເສຣີ ໄດ້ ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ຜແນກ ຖແລງຂ່າວ ແລະ ວັທນະທັມ ເພື່ອ ສອບຖາມ ກ່ຽວກັບ ເຣື້ອງນີ້ ແຕ່ ທາງ ເຈົ້າໜ້າທີ່ ລາວ ເວົ້າວ່າ ບໍ່ ສາມາດ ອອກ ຄວາມເຫັນ ໄດ້ ແຕ່ ແນະນໍາ ໃຫ້ ຕິດຕໍ່ ໄປຍັງ ຄນະ ຮັບ ຜິດຊອບ ໃນເຂດ ເສຖກິດ ສາມຫລຽມ ຄໍາ ໂດຍກົງ ເພາະ ທາງ ເຈົ້າໜ້າທີ່ ລາວ ບໍ່ໄດ້ ຮັບ ຜິດຊອບ ໃນ ເຣື້ອງ ນີ້.

ເຖິງຢ່າງໃດ ກໍຕາມ ຈາກ ການລົງ ໄປ ສໍາຣວດ ດ້ວຍ ຕົວເອງ ຂອງ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ພົບວ່າ ຣ້ານ Spa ແລະ ຂາຍ ບໍຣິການ ທາງເພດ ມີແທ້ ຕັ້ງຢູ່ ກົງກັນຂ້າມ ກັບ ໂຮງແຮມ (ມາຣວຍ) ຫ່າງຈາກ ໂຮງ casino King’s Roman ປະມານ 500 ແມັດ ຮ້ານນີ້ ເປິດ ບໍຣິການ ລູກຄ້າ ແຕ່ ຕອນທ່ຽງ ຈົນຮອດ ກາງຄືນ ຢູ່ ໜ້າຮ້ານ ມີຣົຖ ນັກ ທ່ອງທ່ຽວຈອດ ລຽນ ກັນ ເປັນແຖວ.



__________________
Anonymous

Date:
Permalink   
 

ເປັນບ່ອນສະມາຊິກ ພັກ-ລັດ ຈະມີໂອກາດໄປປ່ຽນລົດຊາດເພື່ອເຮັດໃຫ້ປາແດກຖ້ວຍເກົ່າ

ກັບເປັນຕາແດກອີກເທື່ອໄໝ່ເມື່ອທຽບກັບໝູອັງເຈັກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard