ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການ ໂກງກິນຊາດຂອງພັກລັດ
Anonymous

Date:
ໂຄງການ ໂກງກິນຊາດຂອງພັກລັດ
Permalink   
 


11120533_895715693814195_951272124974674617_n.jpg?oh=1d136abda5f5596e8bdba6fc584d2aba&oe=55E58792

ເດີ່ນຍົນນະຄອນຫລວງວຽງຈັນ ກຳລັງຢູ່ໃນຂັ້ນຕອນສຶກສາ ລາວ-ຈີນ
ກົມການບິນພົນລະເຮືອນ ໄດ້ຈັດທຳບົດບັນທຶກຄວາມເຂົ້າໃຈ (MOU)
ວ່າດ້ວຍການສຶກສາຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງ ສະໜາມບິນນານາຊາດ
ແຫ່ງໃໝ່ ໃນເຂດນະຄອນຫລວງວຽງຈັນ ຮ່ວມກັບເອກະຊົນລາວ ທີ່ຮ່ວມທຶນກັບບໍລິສັດ
ຈາກຈີນ ເມື່ອບໍ່ນານມານີ້.
ໂດຍພາຍໃຕ້ບັງຄັບຂອງບົດບັນທຶກຄວາມເຂົ້າໃຈດັ່ງກ່າວນີ້ ຈະເຮັດໃຫ້ບໍລິສັດຮ່ວມທຶນລາວ-ຈີນ ເປັນຜູ້ຮັບຜິດຊອບ
ໃນການສຶກສາຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງ
ສະໜາມບິນນານາຊາດແຫ່ງໃໝ່ ຂອງນະຄອນຫລວງວຽງຈັນໃຫ້ແລ້ວເສັດພາຍໃນ 2 ປີ
ແລະ ຖ້າຫາກຜົນການສຶກສາພົບວ່າ ໂຄງການມີຄວາມເປັນໄປໄດ້ສູງ ແລະຄຸ້ມຄ່າ ທີ່ຈະ
ລົງທຶນ ລັດຖະບານລາວ ກໍຈະດຳເນີນມາດຕະການສົ່ງເສີມການລົງທຶນທັງຈາກພາຍໃນ
ແລະ ຕ່າງປະເທດໃຫ້ເຂົ້າມາ ໃນໂຄງການທັນທີ.

ທ່ານຍາກົວ ລໍປາງກາວ ໃຫ້ການອະທິບາຍວ່າ ສະໜາມບິນນານາຊາດວັດໄຕ ໃນປັດຈຸບັນ ນີ້ ເລີ້ມປະເຊີນກັບບັນຫາ ແອອັດທັງຈຳນວນຖ້ຽວບິນ ແລະ ຜູ້ໂດຍສານ ທີ່ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນນັບແຕ່ວັນທີ 31 ທັນວາ 2015 ທີ່ທັງ 10 ປະເທດ ສະມາຊິກຂອງ ອາຊ່ຽນ ຈະກ້າວສູ່ການເປັນປະຊາຄົມດຽວກັນ ແລະ ຕ້ອງເປີດເສລີ ດ້ານການບິນໃນທັງ 10 ປະເທດດ້ວຍ ແລ້ວກໍຍັງຈະເຮັດໃຫ້ສະໜາມບິນວັດໄຕ ບໍ່ສາມາດຮອງຮັບຈຳນວນຖ້ຽວບິນ ແລະ ຜູ້ໂດຍສານ ທີ່ຈະເພີ້ມຂຶ້ນໄດ້ເລີຍ.
ປ້າຍໂຄສະນາ ຂອງບໍລິສັດ ລັດວິສາຫະກິດ ການບິນລາວປ້າຍໂຄສະນາ ຂອງບໍລິສັດ ລັດວິສາຫະກິດ ການບິນລາວ



__________________
Anonymous

Date:
Permalink   
 

ກ່ອນໜ້ານີ້ ລັດຖະບານລາວໄດ້ວາງແຜນການໄວ້ວ່າ ຈະກໍ່ສ້າງ ສະໜາມບິນນານາຊາດແຫ່ງໃໝ່ ຢູ່ເຂດບ້ານດົງໝາກຄາຍ
ເມືອງໄຊທານີ ຫ່າງຈາກເທດສະບານນະຄອນຫລວງວຽງຈັນ 18
ກິໂລແມັດ ໄປຕາມເສັ້ນທາງເລກ 10 ໂດຍມີເນື້ອທີ່ປະມານ
5,000 ເຮັກຕາ ແຕ່ການສຶກສາພົບວ່າ ມີຄວາມເປັນໄປໄດ້ຍາກ
ເນື່ອງຈາກເປັນເຂດ ທີ່ມີບ້ານເຮືອນຂອງປະຊາຊົນຢູ່ ຢ່າງໜາ
ແໜ້ນ ມີຫ້ອງການ ມີຕະຫລາດ ແລະມີສະໜາມກີລາຢູ່ບໍລິເວນ
ໃກ້ຄຽງທັງຍັງເປັນພື້ນທີ່ ຮອງຮັບການຂະຫຍາຍຕົວເມືອງ
ຂອງເຂດນະຄອນຫລວງວຽງຈັນອີກດ້ວຍ.

ສຳຫລັບພື້ນທີ່ ທີ່ຈະທຳການສຶກສາຕາມບົດບັນທຶກຄວາມເຂົ້າໃຈ ສະບັບໃໝ່ນີ້ ຢູ່ທີ່ຫລັກ
35 ຖະໜົນເລກ 13 ໃຕ້ ຊຶ່ງຖ້າຫາກຜົນການສຶກສາພົບວ່າ ມີຄວາມເມາະສົມ ແລະ ຄຸ້ມຄ່າ
ທີ່ຈະລົງທຶນ ລັດຖະບານລາວ ກໍຈະສົ່ງເສີມການລົງທຶນຈາກພາຍໃນ ແລະ ຕ່າງປະເທດ
ທັນທີ ພາຍໃຕ້ເປົ້າໝາຍທີ່ຈະຊຸກຍູ້ ໃຫ້ການກໍ່ສ້າງສະໜາມບິນແຫ່ງໃໝ່ນີ້ ໃຫ້ແລ້ວເສັດ
ແລະ ເປີດໃຊ້ຢ່າງເປັນທາງການພາຍໃນປີ 2025 ເປັນຢ່າງຊ້າ.

ແຕ່ສຳຫລັບໃນລະຍະສະເພາະໜ້ານີ້ ທາງການລາວກໍໄດ້ແກ້ໄຂບັນຫາແອອັດ ຢູ່
ສະໜາມບິນວັດໄຕ ດ້ວຍການພັດທະນາ ແລະ ປັບປຸງ ເພື່ອຍົກລະດັບສະໜາມບິນວັດໄຕ
ໃຫ້ໄດ້ມາດຕະຖານສາກົນຫຼາຍຂຶ້ນ ດັ່ງທີ່ທ່ານສົມມາດ ພົນເສນາ ລັດຖະມົນຕີປະຈຳ
ສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ:

“ລັດຖະບານພວກເຮົານີ້ ກໍໄດ້ເອົາໃຈໃສ່ ໃນການພັດທະນາການບິນໃນໄລຍະ
ຜ່ານມານີ້ ກໍຄືມີລານຈອດເຮືອບິນ ຫຼືວ່າທາງຂຶ້ນ-ລົງ ລະບົບບັນຊາການບິນ ດຽວນີ້ບັນຫາທີ່ວ່າ ພວກເຮົາຈະຕ້ອງໄດ້ປັບປຸງ ກໍຄືຍົກລະດັບອາຄານ
ຜູ້ໂດຍສານນີ້.”

ທັງນີ້ ໂດຍລັດຖະບານລາວໄດ້ຮັບການສະໜັບສະໜຸນເງິນທຶນ ຈາກລັດຖະບານຍີ່ປຸ່ນ
1,246 ລ້ານເຢນ ແລະກູ້ຢືມຈາກລັດຖະບານຈີນຫຼາຍກວ່າ 37 ລ້ານດອນລາ ສຳຫລັບ
ໃຊ້ໃນການພັດທະນາສະໜາມບິນວັດໄຕ ເພື່ອຮອງຮັບການເປັນເຈົ້າພາບ ຈັດປະຊຸມ
ສຸດຍອດຜູ້ນຳເອເຊຍ-ຢູໂຣບ ຄັ້ງທີ 9 ເມື່ອທ້າຍປີ 2012 ຢູ່ທີ່ນະຄອນຫລວງວຽງຈັນ
ໂດຍໄດ້ຂະຫຍາຍລານຈອດ ໃຫ້ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້ ເຖິງ 40 ລຳ
ພ້ອມທັງຕິດຕັ້ງລະບົບຮັກສາຄວາມປອດໄພ ແລະສິ່ງອຳນວຍຄວາມສະດວກຕ່າງໆ
ຢ່າງຄົບຊຸດມາແລ້ວ.



__________________
Anonymous

Date:
Permalink   
 

ທາງດ້ານລັດວິສາຫະກິດ ການບິນລາວ ຫຼື Lao Airlines ກໍໄດ້ວາງເປົ້າໝາຍ ໃນ
ຕະຫລອດ ປີ 2015 ນີ້ໄວ້ວ່າ ຈະເພີ້ມຈຳນວນຜູ້ໂດຍສານ ທີ່ໃຊ້ບໍລິການຂອງສາຍການ
ບິນລາວ ໃຫ້ເປັນຫຼາຍກວ່າ 1 ລ້ານຄົນ ແລະກໍເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍ
ດັ່ງກ່າວໄດ້ ຢ່າງແທ້ຈິງ ດ້ວຍເນື່ອງຈາກວ່າ ມີຜູ້ໂດຍສານທີ່ໃຊ້ບໍລິການສາຍການບິນລາວ
ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍຈະເຫັນໄດ້ຈາກຈຳນວນຜູ້ໂດຍສານ ທີ່ເພີ້ມຈາກ 5 ແສນ
ກວ່າຄົນ ໃນປີ 2010 ເປັນ 9 ແສນກວ່າຄົນ ໃນປີ 2014 ແລະ ສະໜາມບິນວັດໄຕ ກໍຄື
ສະໜາມບິນ ທີ່ຮອງຮັບຊາວຕ່າງຊາດ ໄດ້ພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວ
ເພີ້ມຂຶ້ນທຸກປີນັ້ນເອງ.



__________________
Anonymous

Date:
Permalink   
 

ເບື່ອຫນ່າຍ ກັບແຜນການພັດທະນາ ຄວາມເປັນຊາດລາວຈະສູນເສຍກ້າວຫາຄວາມເປັນຕົວເອງບໍ່ມີແທ້ເດ

ຂະນາດລົດໄຟຄວາມໄວສູງງງງງງງງງ ທີ່ກຳລັງຈະສ້າງຈັກຊິມີຜົນດີ ປະໂຍດຊຳໃດຫຸ ອັນຜົນເສຍຫັນ

ຊຳເມັດຊາຍໃນທະເລຊາຍພຸ້ນລະ ເອົາບ້ວງຕັກເທື່ອດຽວມານັບເມັດຍັງວ່າຫລາຍແລ້ວ ຄືບໍ່ພັດທະນາດ້ານອື່ນ

ປະເທດໄທກະມີ ຫວຽດນາມກະມີ ມາເລກະມີ ຊິໄປແຂ່ງຂັນກັບເຂົາຕິ ຮ່າໆໆ

ນະໂຍບາຍໝໍ້ໄຟໄປໃສແລ້ວ ໂອ່ຫຼືວ່ານ້ຳແຫ້ງ ເລີຍວ່າງຜ່ານການໄກວ່າຊັນເທາະ



__________________
Anonymous

Date:
Permalink   
 

ມັນບໍ່ແມ່ນແຜ່ນຂອງລັດຖະບານລາວ ມັນແມ່ນແຜ່ນການຂອງນັກທຸລະກີດ

ຄົນຈີນ ເອົາມາໃຫ້ລັດທະບານລາວເບີ່ງ ວ່າຊິໂກງປະຊາຊົນ 7.000.000 ຄົນ ມັນຊີຄຸ້ມຄ່າບໍ່?



__________________
Anonymous

Date:
Permalink   
 

11139383_378971402287338_3791074849641132948_n.jpg?oh=75e8617fa1ff9b0d820a2d5be167d924&oe=55A97379

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard