ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສິນຄ້າເຖື່ອນຈາກລາວ ໄປ ວຽດນາມ
Anonymous

Date:
ສິນຄ້າເຖື່ອນຈາກລາວ ໄປ ວຽດນາມ
Permalink   
 


ສິນຄ້າເຖື່ອນຈາກລາວ ໄປ ວຽດນາມ

image

 

ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງ ສວັນນະເຂດ ເປີດເຜີຍ ວ່າ ໃນ ແຕ່ລະປີ ມີ ການລັກ ຂົນ ສິນຄ້າ ແລະ ສິ່ງ ຫວງຫ້າມ ຈາກ ປະເທສ ລາວ ໄປ ວຽດນາມ ຜ່ານດ່ານ ຊາຍແດນ ສວັນ-ລາວບາວ ແຂວງ ສວັນນະເຂດ ມີມູລຄ່າ ເຖິງ 500 ລ້ານ ກີບ:

"ສິນຄ້າ ທີ່ເຂົາ ເກືອດຫ້າມ ຫັ້ນແຫລະ ວ່າຊັ້ນ ໄປ໊ ຂາຍໄມ້ ສິນຄ້າ ທີ່ ຄ້າຂາຍ ເຖື່ອນ ຫັ້ນແຫລ້ວ ບໍ່ມີ ເອກກະສານ ຖືກຕ້ອງ ຕາມ ກົດໝາຍ ສິນຄ້າ ນີ້ ບໍ່ມີ ອອກໄປ ຊາຍແດນ ອອກໄປ ຂາຍ ຊາຍແດນ ວຽດນາມ ປະມານ 300 ຫາ 500 ລ້ານ ນີ້ ແຫລະ".

ທ່ານວ່າ ສິນຄ້າ ທີ່ວ່ານັ້ນ ສ່ວນຫລາຍ ແມ່ນ ໄມ້ ແປຮູບ, ໄມ້ທ່ອນ, ຊິ້ນສ່ວນ ສັດປ່າ ຫວງຫ້າມ ທີ່ ຫາຍາກ ຊຶ່ງ ຊາວ ວຽດນາມ ແລະ ຊາວຈີນ ຕ້ອງການ ຫຼາຍ ແລະ ຍັງເຊື່ອວ່າ ມີສິນຄ້າ ອີກ ຈໍານວນ ນຶ່ງ ທີ່ ຖືກ ຫລຸດລອດ ເຂົ້າ ວຽດນາມ ຊຶ່ງ ບໍ່ສາມາດ ປະເມີນ ມູລຄ່າ ໄດ້.

ໃນການ ແກ້ໄຂ ບັນຫາ ນີ້ ເຈົ້າໜ້າທີ່ ແຂວງ ສວັນນະເຂດ ກໍ ພຍາຍາມ ກວດກາ ການ ລັກ ຕັດໄມ້ ແລະ ລ້າ ສັດປ່າ ແບບ ຜິດ ກົດໝາຍ ຫລາຍຂຶ້ນ. ໄມ້ ທີ່ ຈັບ ໄດ້ນັ້ນ ກໍມອບ ສົ່ງໃຫ້ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງ ນໍາໄປ ປະມູນ ເອົາເງິນ ເຂົ້າ ງົບປະມານ ເພື່ອ ພັທນາ ແຂວງ ຕໍ່ໄປ.

ປີຜ່ານມາ ແຂວງ ສວັນນະເຂດ ສົ່ງ ໄມ້ອອກ ໄປຂາຍ ຕ່າງ ປະເທສ ຫລາຍ ກວ່າ 1 ແສນ ແມັດກ້ອນ. ໃນນັ້ນ ສົ່ງໄປ ວຽດນາມ ຫລາຍ ກວ່າໝູ່ ຄື ເຖິງ 84 ພັນ ແມັດກ້ອນ, ສົ່ງໄປ ໄທ 17 ພັນ ແມັດກ້ອນ ແລະ ສົ່ງໄປຈີນ 1,600 ແມັດກ້ອນ ແລະ ຍັງມີໄມ້ ສ່ວນນຶ່ງ ອີກ ທີ່ຂາຍ ພາຍໃນ ແຂວງ ແລະ ສົ່ງໄປ ຂາຍ ຕ່າງ ແຂວງ. ພ້ອມກັນ ນັ້ນ ກໍຍຶດ ໄມ້ ຈາກ ຂະບວນ ລັກ ຕັດໄມ້ ອີກ ເກືອບ 3,000 ແມັດກ້ອນ.



__________________
Anonymous

Date:
Permalink   
 

ບໍ່ແມ່ນເຖື່ອນ,ແຕ່ແມ່ນສິນຄ້າອະພິສິດຂອງກຸມພັກ-ລັດ ຂາຍຊາຍ,ປຸ້ນປະຊາຊົນລາວບັນດາເຜົ່າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard