ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພະພຸດທະຮູບທີ່ເຈົ້າໜ້າທີ່ກັກໄວ້ ທີ່ສະໜາມບິນສາກົນວັດໄຕ
Anonymous

Date:
ພະພຸດທະຮູບທີ່ເຈົ້າໜ້າທີ່ກັກໄວ້ ທີ່ສະໜາມບິນສາກົນວັດໄຕ
Permalink   
 


ພຣະອົງນີ້ບໍ່ຮູ້ວ່າທີ່ໄປທີ່ມາວ່າເອົາມາແຕ່ໃສ ຫຼື ຢູ່ວັດໃດເຊິ່ງຈະນຳອອກໄປປະເທດຫວຽດນາມມື້ ວັນທີ່ 13 ເມສາ 2015 ນີ້ ໄປໂດຍທ່ຽວບິນ VN920 ແຕ່ເຈົ້າໜ້າທີ່ດ່ານພາສີອາກອນລາວຍັງບໍ່ປອ່ຍເພາະບໍ່ມີເອກະສານນຳອອກຕ່າງປະເທດເຊິ່ງປະຈຸບັນພຣະອົງນີ້ແມ່ນຍັງຢູ່ທີ່ສະໜາມບິນສາກົນວັດໄຕ
ຢາກຝາກເຖິງທ່ານໃດທີ່ເປັນຜູ້ຮູ້ ແລະ ຊຳນານເລື່ອງພຣະພຸດທະຮູບ ຫລື ພະແນກການທີ່ກ່ຽວຂ້ອງຊ່ວຍຕິດຕາມກວດສອບເບິ່ງດ້ວຍວ່າທີ່ມາທີ່ໄປຂອງພຣະອົງນີ້ໄດ້ມາຈາກໃສ ແລະ ການທີ່ຈະນຳພຣະ ຫລື ວັດຖຸບູຮານ ອອກໄປຕ່າງປະເທດຕ້ອງມີການດຳເນີນການດ້ານການຂໍອະນຸຍາດຈາກເຈົ້າໜ້າທີ່ຮັບຜິດຊອບດູແລ ໜ່ວຍງານທີ່ອອກເອກະສານສົ່ງອອກໃດແດ່ຈຶ່ງສາມາດນຳເອົາອອກໄດ້ເພື່ອປົກປັກຮັກສາພຣະພຸດທະຮູບຂອງຊາດລາວ ວັດຖຸບູຮານ ແລະ ສິ່ງສັກສິດຄູ່ບ້ານຄູ່ເມືອງຂ້າພະເຈົ້າຂໍໃຫ້ເປັນຫູເປັນຕາຊ່ວຍແຈ້ງຫາເຈົ້າໜ້າທີ່ໜ່ວຍງານຮັບຜິດຊອບນຳກັນເພື່ອຄົງໃວ້ໃຫ້ລູກຫຼານລຸ້ນຫຼັງໄດ້ຮັບຮູ້ ແລະ ສືບທອດໄດ້ກາບໄຫວ້ບູຊາຕະຫຼອດໄປ

ຝາກແຟນເພຈ໌ ທຸກທ່ານ ແຊຣ ບອກຕໍ່ໄປເຖິງຄູບາອາຈານ ຜູ້ທີ່ຮູ້ຊຳນານດ້ານພຣະພຸດທະຮູບບູຮານ ແລະ ເຈົ້າໜ້າທີ່ຮັບຜິດຊອບຊ່ວຍກວດສອບປະຫວັດແລະຄວາມເປັນມາຂອງພຣະອົງນີ້ດ້ວຍ
ໝາຍເຫດ : ພາບນີ້ແມ່ນຖ່າຍຈາກເຄື່ອງສະແກນເຊິ່ງຍັງຫຸ້ມຫໍ່ດ້ວຍແກັດເຊິ່ງບໍ່ສາມາດແກະອອກຈາກກ່ອງໄດ້ເຊິ່ງເຫັນແຕ່ດ້ານຫຼັງຂະໜາດປະມານ 60 cm

ພາບຂໍ້ມູນຈາກ : ຜູ້ບໍ່ປະສົງອອກນາມທີ່ຮັກ ແລະ ຫວງແຫນມໍລະດົກຂອງຊາດ

11051206_803604406397551_6280429973635601207_n.jpg?oh=f54b5ec1db109ff38845f4e18aaba6db&oe=55DB95F0



__________________
Anonymous

Date:
RE: ພະພຸດທະຮູບ ທີ່ເຈົ້າໜ້າທີ່ກັກໄວ້ ທີ່ສະໜາມບິນສາກົນວັດໄຕ
Permalink   
 


ພາຍຫຼັງພາກສ່ວນ ກ່ຽວຂ້ອງ ໄດ້ຊ້ອງໜ້າ ເພືອເຮັດການແກະ ຫີບ ບັນຈຸ ພະອົງດັ່ງ ກ່າວ ກໍ່ສາມາດ ໃຫ້ຄວາມກະຈ່າງແຈ້ງ ແກ່ສັງຄົມ ຜູ້ຮັກ ແລະ ຫວງແຫນ ມໍລະດົກຂອງຊາດ.
ຈາກການສຳຫຼວດ ອົງພະຕົວຈິງແລ້ວ ພະອົງດັ່ງກ່າວ ແມ່ນເປັນພະຫຼໍ່ຂຶ້ນໃໝ່ ແລະ ໄດ້ຮັບການຢືນຢັນຈາກທາງຮ້ານ ທີ່ຫຼໍ່ພະອົງດັ່ງກ່າວ.

ເຖິງຢ່າງໃດກໍ່ດີ ການເຄືອນຍ້າຍ ພະພຸດທະຮູບ ບໍ່ວ່າຈະເປັນອົງໃໝ່ ກໍ່ຕ້ອງ ຕ້ອງມີເອກະສານຖືກຕ້ອງ ແລະ ມີການຢືນຢັນ ທີ່ໄປທີ່ມາ.ເນື່ອງຈາກ ບັນຫາ ການລັກເອົາພະພຸດທະຮູບເກົ່າ

ແກ່ອອກຈາກ ສປປລາວ ແມ່ນມີຫຼາຍ ແລະ ຕ້ອງການ ໃຫ້ທຸກຄົນໄດ້ຊ່ວຍ ກັນເປັນຫູເປັນຕາ. ເພາະບາງຄັ້ງ ພວກລັກລອບ ອາດໃຊ້ອຸບາຍ ເອົາພະເກົ່າໄປຍ້ອມສີໃໝ່ເພື່ອຕົບຕາ ວ່າເປັນພະຫຼໍ່ໄໝ່ ກໍ່ອາດເປັນໄປໄດ້.

ຂອບໃຈພົນລະເມືອງດີທຸກໆ ຄົນທີ່ຊ່ວຍກັນ ເປັນຫູເປັນຕາ ແລະ ຂອບໃຈມາຍັງ ພາກສ່ວນໜ່ວຍງານຮັບຜິດຊອບທຸກຂະແໜງການຂອງລັດ ທີ່ເອົາໃຈໃສ່ ແລະ ລົງກວດສອບ

ໃນມື້ນີ້ ເພື່ອໃຫ້ສັງຄົມ ໄດ້ຫາຍຂ້ອງໃຈ. ແລະ ກໍ່ຫວັງວ່າ ມາດຕະການ ໃນການປ້ອງການການລັກລອບ ເອົາພະພຸດທະຮູບ ແລະ ຂອງມີຄ່າ ທີ່ເປັນມໍລະດົກຂອງຊາດ

ອອກຈາກ ສປປລາວ ຈະໄດ້ຮັບການ ປະຕິບັດ ຢ່າງເຄັ່ງຄັດ ດັ່ງໃນກໍລະນີ້ນີ້!

11109170_803691239722201_4766487732687378703_o.jpg



__________________
Anonymous

Date:
RE: ພະພຸດທະຮູບທີ່ເຈົ້າໜ້າທີ່ກັກໄວ້ ທີ່ສະໜາມບິນສາກົນວັດໄຕ
Permalink   
 


ແກວ,ນາຍກະມອມຈອມຂັວນຂອງ 11 ຊຽນ ພັກ-ລັດ ໝອບຫົວດົມຫຳແກວ,ເຮັດວຽກ

ອີກແລ້ວໃນການປຸ້ນສະດົມມໍລະດົກຂອງຊາດລາວ ຫຼັງຈາກເອົາໄມ້ໄປໝົດແລ້ວ ກໍ່ມາເອົາ

ວັດຖຸບູລານອັນເກົ່າແກ່ອີກ.ຍ້ອນວ່າມັນຮູ້ຈຸດອອ່ນຂອງ 11 ຊຽນ ກກມສກພ ທີ່ຕິດການ

ດົມກິນ ຫ ແກວ ຍິ່ງກົ່ວຄົນຕິດຢາບ້າຫຼາຍເທົ່າ.



__________________
Anonymous

Date:
Permalink   
 

Anonymous wrote:

ແກວ,ນາຍກະມອມຈອມຂັວນຂອງ 11 ຊຽນ ພັກ-ລັດ ໝອບຫົວດົມຫຳແກວ,ເຮັດວຽກ

ອີກແລ້ວໃນການປຸ້ນສະດົມມໍລະດົກຂອງຊາດລາວ ຫຼັງຈາກເອົາໄມ້ໄປໝົດແລ້ວ ກໍ່ມາເອົາ

ວັດຖຸບູລານອັນເກົ່າແກ່ອີກ.ຍ້ອນວ່າມັນຮູ້ຈຸດອອ່ນຂອງ 11 ຊຽນ ກກມສກພ ທີ່ຕິດການ

ດົມກິນ ຫ ແກວ ຍິ່ງກົ່ວຄົນຕິດຢາບ້າຫຼາຍເທົ່າ.


 ມັນບໍ່ແມ່ນ 11 ຊຽນ ມັນແມ່ນ ສັດ

 ສັດ 11 ໂຕ ຕ່າງຫາກ ເຊີນໃຊ້ສັບໃຫ້ຖືກຕ້ອງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard