ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອົງການທາງສັງຄົມໃນລາວ ຖືກ ຄວບຄຸມ
Anonymous

Date:
ອົງການທາງສັງຄົມໃນລາວ ຖືກ ຄວບຄຸມ
Permalink   
 


ອົງການທາງສັງຄົມໃນລາວ ຖືກ ຄວບຄຸມ

ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ຍັງ ຖືກ ຄວບຄຸມ ບໍ່ໃຫ້ ເວົ້າ ເຣື້ອງ ສິດທິມະນຸດ ໃນ ກອງ ປະຊຸມ ພາກ ປະຊາຊົນ ຢູ່ ປະເທດ ມາເລເຊັຽ.

ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຫລື APF ດໍາເນີນ ການ ແຕ່ ວັນທີ 22-24 ເມສາ ທີ່ມີ ຫົວຂໍ້ ຫລັກ ເພື່ອ ສົ່ງເສີມ ສິດທິ ມະນຸດ ແລະ ເວທີ ການ ສະແດງ ຄໍາຄິດເຫັນ ຂອງ ປະຊາຊົນ. ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ບໍ່ກ້າ ທີ່ຈະ ນໍາເອົາ ບັນຫາ ສິດທິ ມະນຸດ ທີ່ ເກີດຂຶ້ນ ຢູ່ ໃນລາວ ຂຶ້ນໄປ ນໍາ ສະເໜີ ຢູ່ ກອງ ປະຊຸມ ເພາະວ່າ ຢ້ານ ບໍ່ມີ ຄວາມ ປອດໄພ ສໍາລັບ ຕົນເອງ ຫລັງຈາກ ທີ່ ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວ ໄປ ໃນ ວັນທີ 15 ທັນວາ 2012. ດັ່ງ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ທ່ານ ນຶ່ງ ຜູ້ ທີ່ບໍ່ ປະສົງ ອອກຊື່ ແລະ ອອກສຽງ ໄດ້ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

"ສ່ວນຫລາຍ ຈະເວົ້າ ເຣື້ອງ ບົດບາດ ຍິງຊາຍ ເທົ່ານັ້ນ. ແຕ່ ເຣື້ອງອື່ນ ເປັນ ຕົ້ນວ່າ ການ ຣະເມີດ ສິດທິ ທາງ ດ້ານ ທີ່ດິນ ແລະ ຜົນ ກະທົບ ຈາກ ການ ສ້າງ ເຂື່ອນ, ເຣື້ອງ ທີ່ດິນ ແລະ ການ ບີບບັງຄັບ ໃຫ້ ຫາຍສາບສູນ ເພາະ ເຂົາເຈົ້າ ຢ້ານວ່າ ຕົນເອງ ຊິບໍ່ ປອດໄພ".

ເຈົ້າໜ້າທີ່ ທ່ານ ນີ້ ກ່າວ ອີກວ່າ ສ່ວນຫລາຍ ແລ້ວ ອົງການ ຈັດຕັ້ງ ທາງ ສັງຄົມ ລາວ ບໍ່ມີໃຜ ຢາກໄປ ຮ່ວມ ກອງ ປະຊຸມ ດັ່ງກ່າວ ແຕ່ວ່າ ກະຊວງ ການ ຕ່າງ ປະເທດ ແລະ ກະຊວງ ພາຍໃນ ຂອງ ລາວ ຣະດົມ ໃຫ້ໄປ. ສະມາຄົມ ຫຼັກໆ ທີ່ ເຮັດວຽກ ເຣື້ອງ ສິດທິ ປະຊາຊົນ ແທ້ໆ ເຂົາເຈົ້າ ກໍບໍ່ໄປ ເພາະ ສະນັ້ນ ກໍເລີຍ ຣະດົມ ສະມາຄົມ ອື່ນໆ ໄປ ແທນ.

ມີຕົວ ແທນ ຈາກ ອົງການ ຈັດຕັ້ງ ທາງ ສັງຄົມ ປະມານ 50 ອົງການ ໄປ ຮ່ວມ ກອງ ປະຊຸມ ໃນ ຄັ້ງນີ້ ເພື່ອ ໄປຮັບເອົາ ທຸງ ອາຊຽນ ໃນ ໂອກາດ ທີ່ ປະເທດ ລາວ ຈະເປັນ ເຈົ້າພາບ ຈັດ ກອງປະຊຸມ ສຸດຍອດ ຜູ້ນໍາ ອາຊຽນ ແລະ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ໃນປີ 2016. ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ທ່ານນີ້.

ເຖິງຢ່າງໃດ ກໍຕາມ ຄນະ ຈັດຕັ້ງ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ກໍໃຫ້ ທັສນະ ວ່າ ຣັຖບານ ລາວ ບໍ່ຄວນໄປ ແຊກແຊງ ເຣື້ອງນີ້ ດັ່ງ ທ່ານ ຈາຣາດ ໂຈເຊຟ ປະທານ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ໄດ້ກ່າວ ຕໍ່ ນັກ ຂ່າວ ເອເຊັຽ ເສຣີ ວ່າ:

"Lao government should not be involved in the people’s forum processes. They should allow local CSOs to decide if to work with NGOs from other ASEAN countries and decide as ASEAN countries what should be in the APF also. Lao government must learn from other governments how it is possible to respect civil societies to organizing the event".

"ຣັຖບານ ລາວ ບໍ່ຄວນ ໄປ ແຊກແຊງ ຂະບວນ ການ ຈັດ ກອງປະຊຸມ ພາກ ປະຊາຊົນ. ເຂົາເຈົ້າ (ຣັຖບານ) ຄວນປ່ອຍ ໃຫ້ ອົງການ ຈັດຕັ້ງ ທາງ ສັງຄົມ (ຂອງລາວ) ໄດ້ ຕັດສິນໃຈ ຮ່ວມງານ ກັບ ອົງການ ຈັດຕັ້ງ ທີ່ ບໍ່ ສັງກັດ ຮັຖບານ ຫລື NGOs ຈາກ ປະເທດ ອາຊຽນ ອື່ນໆ. ຣັຖບານ ລາວ ຈະຕ້ອງ ຮຽນຮູ້ ຈາກ ຣັຖບານ ອື່ນໆ ວ່າ ມີຄວາມ ເປັນໄປໄດ້ ແນວໃດ ທີ່ ຈະໃຫ້ ຄວາມ ເຄົາຣົບ ຕໍ່ ອົງການ ຈັດຕັ້ງ ພາກ ປະຊາ ສັງຄົມ ໃນການ ຈັດຕັ້ງ ກອງ ປະຊຸມ".

ຜ່ານມາ ຍັງມີ ຂ່າວວ່າ ຄນະ ປະທານ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ຮຽກຮ້ອງ ໃຫ້ ຄນະ ກັມມະການ ຈັດ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ມາເລເຊັຽ ລົບ ຊື່ ທ່ານ ສົມບັດ ສົມພອນ ອອກຈາກ ຖແລງການ ພາກ ປະຊາຊົນ ອາຊຽນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard