ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄະດີ ຜູ້ບໍລິຫານ ທະນາຄານການຄ້າ ແຂວງສະຫວັນນະເຂດ
Anonymous

Date:
ຄະດີ ຜູ້ບໍລິຫານ ທະນາຄານການຄ້າ ແຂວງສະຫວັນນະເຂດ
Permalink   
 


ຄະດີ ຜູ້ບໍລິຫານ ທະນາຄານການຄ້າ ແຂວງສະຫວັນນະເຂດ ຫາຍຕົວໄປ ທີ່ມຸກດາຫານ ໃນວັນທີ 27 ເມສາ 2015

EyWwB5WU57MYnKOuFtMvl5CJMFkF6nXzNzlcFPWLRA9Tj0uy44K0Jq.jpg10956522_969471843084488_6554030322214907963_n.jpg?oh=a7a57e7966b70085a441891e5d04bb74&oe=55D3D0D1

21807_969569186408087_3708535584276153563_n.jpg?oh=972f5cfdacafcfe6454c98fcfe51bc1f&oe=55CC41D114029_969569189741420_2419986592456224567_n.jpg?oh=110ce1d702522b92d9c484c45b744a14&oe=55DCEC7B

 ທ້າວ ອະທິວາ                                                                                                                    ຜູ້ຕິດຕາມ

 ພີ່ນ້ອງຂອງຜູ້ຫາຍຕົວໄປ ໄດ້ ໃຫ້ຂໍ້ມູນເພີ່ມເຕີມວ່າ, ເຫດການຫາຍຕົວໄປ ແມ່ນອາດມີເງື່ອນງຳ. ສ່ວນການ ທີ່ວ່າຜູ້ກ່ຽວໄປຢາມພີ່ນ້ອງນັ້ນ ອາດບໍ່ແມ່ນຄວາມຈິງ.

ເພາະຈາກຂໍ້ມູນຈາກພີ່ນ້ອງຄົນໃນຄອບຄົວ ຂອງຜູ້ຫາຍຕົວໄປ ແມ່ນບອກວ່າ ທ້າວ ອະທິວາ ໄດ້ຂ້າມໄປ ເອົາເງິນ ກ່ຽວກັບທຸລະກິດ (ເຊິ່ງພີ່ນ້ອງບໍ່ໄດ້ເປີດເຜີຍວ່າ ໄປເອົາເງິນກ່ຽວກັບຫຍັງ?)

ທາງພີ່ນ້ອງຍັງບອກວ່າ, ທ້າວ ອະທິວາ ໄປກັບຄົນຕິດຕາມໜຶ່ງຄົນ (ພີນ້ອງບໍ່ໄດ້ເປີດເຜີຍຊື່) ເຊິ່ງຫຼ້າສຸດ ແມ່ນເຈົ້າໜ້າທີ່ໄດ້ພົບເຫັນສົບຜູ້ຕິດຕາມ ໄປນຳ ຖືກແຂວນຄໍ ຢູ່ຕົ້ນໄມ້. ສ່ວນວ່າ ສະຕາກຳຂອງ ທ້າວ ອະທິວາ ແມ່ນຍັງບໍ່ຮູ້.

ພີ່ນ້ອງຂອງ ທ້າວ ອະທິວາ ຍັງໃຫ້ຂໍ້ມູນບອກວ່າ, ຜູ້ກ່ຽວ ຫາກໍ່ຖືກເລື່ອນຕຳແໜ່ງ ມາເປັນຜູ້ບໍລິຫານ ຂອງທະນາຄານການຄ້າ ແຂວງສະຫວັນນະເຂດ ໄດ້ ສອງເດືອນ ເທົ່ານັ້ນ.

ເຫດຈູງໃຈ ແລະ ຄວາມຈິງ ຂອງການລັກພາຕົວ ໃນຄັ້ງນີ້ ຕ້ອງໄດ້ຮັບການກວດສອບຕໍ່ໄປ ແລະ ພາວະນາ ໃຫ້ ຜູ້ກ່ຽວປອດໄພ. ແລະ ຮຽກຮ້ອງໃຫ້ທາງເຈົ້າໜ້າທີ່ໄດ້ຊ່ວຍຢ່າງເຕັມທີ່ ໃນການຕິດຕາມຫາ ຜູ້ກ່ຽວດ້ວຍ.



__________________
Anonymous

Date:
RE: ຄະດີ ຜູ້ບໍລິຫານ ທະນາຄານການຄ້າ ແຂວງສະຫວັນນະເຂດ
Permalink   
 


ລາວໜີຄະດີ,ແລ້ວຖືກທາງການລາວຕາມເກັບຢູ່ໄທ ທຳນອງນີ້ບໍ?

ອ່ານແລ້ວບໍ່ເຂົ້າໃຈຄັກ.ໃຜສັນທັດໃນເລື້ອງນີ້ຊ່ວຍຊີ້ແຈ້ງແດ່.



__________________
Anonymous

Date:
Permalink   
 

ຂ່າວອອກມາແລ້ວ...ສະຫາຍຍັກຍອກເງິນທະນາຄານແລ້ວພະຍາຍາມຫລົບຫນີ

ເຈົ້າຫນ້າທີ່ຂອງໄທກຳລັງຕິດຕາມຫາຕົວຢູ່

...ສົມພໍຫັ້ນແລ້ວ ຈັ່ງຮັ່ງ ຈັ່ງມີ ຫລາຍແທ້ຫລາຍວ່າ !!!

ເອົາໄປອວດສາວໄທ ສົງໃສເຂົາຄົງຫນີບຄໍ ລຽບລ້ອຍ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard