ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເສັ້ນທາງຈີ່ນາຍໂມ້-ບ້ານຫ້ອມ ເປ່ເພ
Anonymous

Date:
ເສັ້ນທາງຈີ່ນາຍໂມ້-ບ້ານຫ້ອມ ເປ່ເພ
Permalink   
 


ເສັ້ນທາງຈີ່ນາຍໂມ້-ບ້ານຫ້ອມ ເປ່ເພ

image

 

ຊາວບ້ານ ໃນເຂດ ລຽບຕາມ ເສັ້ນທາງ ແຕ່ 3 ແຍກ ຈີ່ນາຍໂມ້ ຫາ ບ້ານຫ້ອມ ພາກັນ ຈົ່ມວ່າ ພວກ ເຂົາເຈົ້າ ໄດ້ຮັບ ຜົນກະທົບ ຈາກ ເສັ້ນທາງ ທີ່ ເປ່ເພ ນັ້ນ ມາດົນ ແລ້ວ, ການ ໄປມາ ລໍາບາກ ທັງມີ ຝຸ່ນ ໄງ່ ກຸ້ມ ໄປ ທົ່ວ ຕລອດ ມື້. ກ່ອນໜ້າ ນີ້ ມີຫລາຍ ພາກສ່ວນ ໄດ້ມາ ສຳຣວດ ວ່າ ຈະມີ ການ ກໍ່ສ້າງ ເສັ້ນທາງ ນັ້ນ ແຕ່ ຫລາຍປີ ແລ້ວ ກໍ່ຍັງ ບໍ່ມີຫຍັງ ເກີດຂຶ້ນ.

ໃນ ອາທິດ ທີ່ແລ້ວ ມີ ພາກສ່ວນ ຈາກໃສ ກໍບໍ່ຮູ້ ເອົາ ດິນຊາຍ ມາ ຖອກໃສ່ ຕື່ມ ຍິ່ງເຮັດ ໃຫ້ ມີຝຸ່ນ ໄງ່ ກວ່າເກົ່າ. ຕາມ ຄໍາເວົ້າ ຂອງ ຊາວບ້ານ ທ່ານາ ເມືອງ ຫາດຊາຍຟອງ ນາງ ນຶ່ງ ໃນ ວັນທີ 12 ພຶສພາ 2015 ນີ້. ໃນຂນະ ດຽວກັນ ຊາວບ້ານ ອີກ ທ່ານນຶ່ງ ເວົ້າວ່າ ເສັ້ນທາງ ນີ້ ຖືເປັນ ສາຍຫລັກ ມີຣົຖ ແລ່ນ ຢູ່ບໍ່ຂາດ ໃນ ແຕ່ລະມື້ ຈົນ ຊາວບ້ານ ເລີ້ມ ກັງວົນ ນໍາ ເຣື້ອງ ສຸຂພາບ ແລ້ວ:

"ໂອ້ຍ! ມັນເປ່ເພ ຫຼາຍນ່າ ເປັນຕົມ ຂີ້ຝຸ່ນ ເໝິດ ຂະເຈົ້າ ຈົນຊິເປັນ ປອດແຫ້ງ ເໝິດລະນີ້. ບໍ່ ແປງ ກະພຽງ ແຕ່ວ່າ ຊື້ ຂີ້ຊາຍ ມາໃສ່ ຊື່ໆ ແຮ່ງໄງ່ ຕື່ມຫັ້ນນ່າ. ຣົຖຄົນ ກະລົ້ມ ບັກຫຼາຍໆ ແຕ່ລະມື້ ເດັກນ້ອຍ ນັກຮຽນ ໄປ ໂຮງຮຽນ ຫັ້ນນ່າ".

ກ່ຽວກັບ ແຜນ ກໍ່ສ້າງ ທາງ ເສັ້ນນີ້ ເຈົ້າໜ້າທີ່ ໂຍທາ ທິການ ແລະ ຂົນສົ່ງ ນະຄອນ ຫລວງ ວຽງຈັນ ທ່ານນຶ່ງ ທີ່ ຂໍ ບໍ່ອອກຊື່ ເວົ້າວ່າ ຍັງບໍ່ໄດ້ ຈັດຕັ້ງ ປະຕິບັດ:

"ມີ ແຜນການ ແລ້ວ ບໍ່ທັນໄດ້ ເຊັນ ສັນຍາ ອີ່ຫຍັງ. ກະບໍ່ທັນ ຮູ້ວ່າ ມື້ໃດ ເພິ່ນຊິໄດ້ ເຊັນ ກັນເນາະ ມີແຕ່ ລໍຟັງ ໄປກ່ອນ ພວກເຮົາ ກະ ພຍາຍາມ ຊອກ ທຶນຮອນ ໄປ ສ້ອມແປງ ຢູ່".

ເສັ້ນທາງ ແຕ່ 3 ແຍກ ຈີ່ນາຍໂມ້ ໄປຫາ ບ້ານຫ້ອມ ມີຄວາມຍາວ ປະມານ 12 ກິໂລແມັດ ເປັນ ເສັ້ນທາງ ສາຍຫລັກ ທີ່ ຣົດ ຂົນສົ່ງ ພືດຜັກ ຕ່າງໆ ຈາກ ບ້ານຫ້ອມ ເຂົ້າມາ ນະຄອນ ຫຼວງ ວຽງຈັນ. ເມື່ອ ຕົ້ນເດືອນ ກຸມພາ ຜ່ານມາ ມີ ຣາຍງານ ວ່າ ນາຍົກ ຣັຖມົນຕຣີ ທອງສິງ ທຳມະວົງ ໄດ້ ຊຸກຍູ້ ໃຫ້ ເອົາໃຈໃສ່ ເລັ່ງ ສ້ອມແປງ ເສັ້ນທາງ ດັ່ງກ່າວ, ແຕ່ ມາຮອດ ປັດຈຸບັນ ກໍຍັງ ບໍ່ເຫັນ ມີ ຫຍັງ ເກີດຂຶ້ນ ເທື່ອ.



__________________
Anonymous

Date:
Permalink   
 

ຂ້າພະເຈົ້າຂີ່ລົດກາຍໄປກາຍມາທາງເສັ້ນນີ້ຕະຫລອດ. ເຫັນເປັນບວກນໍ້າແບບນີ້ມາດົນເກືອບປີແລ້ວ

ທາງ 4 ແຍກໄຟແດງ ໂພນພະເນົາ ຫາໂພນຕ້ອງ ບ່ອນຫ້ອງການຫວຍ. ກໍ່ເລີຍຖ່າຍຮູບມາໃຫ້ເບິ່ງ

11227057_976767459021593_7133549078035631101_n.jpg?oh=4159d279c1cc2b5966c296d43d982d88&oe=55C8AA59&__gda__=1439510224_adf0740cd6205ed8538f4bbf433d337d

 

ຄົນແຖວນັ້ນ ເອີ້ນກັນວ່າ : 4 ແຍກໄຟແດງ ສາຍໃຈ  



__________________
Anonymous

Date:
Permalink   
 

11262415_897539310285467_7322127551362109736_n.jpg?oh=11f67cfd709e5131514f3f73b97fd23c&oe=55D7E2CF

ດີໃຈນຳເດີ ພັກລັດມອບໃຫ້ ເປັນບ້ານພັດທະນາແລ້ວ, ບໍ່ມີ
ຄົນທຸກຍາກ ອີກຕໍ່ໄປແລ້ວ

-------------------------------------------

11206781_1015735161791688_2820118128081110753_o.jpg

 

ໝູ່ບ້ານຂອ້ຍພັກລັດເພີ່ນມອບໃຫ້ ໄດ້ສອງຕຳແໝ່ງ

1, ເປັນໝູ່ບ້ານ ພັດທະນາ

2, ເປັນໝູ່ບາ້ນ ສະອາດ ແລະ ອານະໄມ



__________________
Anonymous

Date:
Permalink   
 

10391051_10204200682008282_8467906982652212633_n.jpg?oh=39124c9fdf66976c191c3e326c0f96ca&oe=5604D87310373675_10204200682528295_2760421754304541832_n.jpg?oh=7f7abfb8ddd630176f37d3cf34ca15a7&oe=55C8B3F411261698_10204200682488294_2943476253476262893_n.jpg?oh=7522e9318e706a4df92710b4013c2633&oe=560534F4

ໃນຕົວເມືອງແທ້ໆ ພວກມັນຍັງຮັກສາຄວາມສະອາດບໍ່ໄດ້



__________________
Anonymous

Date:
Permalink   
 

ລົດເກັບຂີ້ເຫຍື້ອ ຍັງຂໍທານຈາກຕ່າງຊາດ

ຍີ່ປຸ່ນຈະຊ່ວຍເຫລືອລົດເກັບຂີ້ເຫຍື້ອໃຫ້ແກ່ນະຄອນຫລວງວຽງຈັນຕື່ມອີກປະມານ 40 ກວ່າຄັນ

Khi%2BYua.jpg

   ທ່ານສອນທະວີພິມມະສານຫົວໜ້າກອງບໍລິການຂົນສົ່ງຂີ້ເຫຍື້ອອົງ ການພັດທະນາແລະບໍລິຫານຕົວເມືອງວຽງຈັນ (ອພບ) ໃຫ້ຮູ້ເມື່ອບໍ່ນີ້ວ່າ: ລັດຖະບານຍີ່ປຸ່ນໄດ້ຕົກລົງໃຫ້ການຊ່ວຍເຫລືອລົດເກັບຂີ້ເຫຍື້ອຕື່ມອີກປະ ມານ 45 ຄັນໃຫ້ນະຄອນຫລວງວຽງຈັນ, ເພື່ອນຳໃຊ້ເຂົ້າໃນການບໍລິການຈັດເກັບ ຂີ້ເຫຍື້ອໃນຕົວເມືອງນະຄອນ ຫລວງໃຫ້ມີປະສິດທິຜົນແລະທົ່ວເຖິງກວ່າເກົ່າ, ເຊິ່ງຄາດວ່າລົດເກັບຂີ້ເຫຍື້ອດັ່ງກ່າວຈະມາຮອດລາວໃນເດືອນຕຸລາປີນີ້, ເພື່ ອໃຫ້ທັນໄດ້ນຳໃຊ້ເກັບມ້ຽນຂີ້ເຫຍື້ອຊະຊາຍຕາມຕົວເມືອງ ໃຫ້ມີຄວາມສະອາດຈົບງາມກ່ອນກອງປະຊຸມສຸດຍອດອາ ຊຽນທີ່ປະເທດ ລາວເຮົາໄດ້ຮັບກຽດເປັນເຈົ້າພາບຈັດໃນປີ 2016 ທີ່ຈະເຖິງນີ້.

    ທ່ານຫົວໜ້າກອງບໍລິການຂີ້ເຫຍື້ອກ່າວວ່າ:ປັດຈຸບັນຢູ່ນະຄອນຫລວງວຽງຈັນມີຂີ້ເຫຍື້ອປະມານ 300 ໂຕນຕໍ່ມື້, ໃນນັ້ນມີ 9 ບໍລິສັດເອກະຊົນທີ່ໃຫ້ບໍລິການຈັດເກັບຂີ້ເຫຍື້ອໃນຕົວເມືອງໃຫຍ່ແລະສ່ວນໜຶ່ງແມ່ນພາກສ່ວນລັດເປັນຜູ້

ຈັດເກັບ, ແຕ່ກໍເຫັນວ່າການຈັດເກັບຕົວຈິງແມ່ນມີຄວາມຫຍຸ້ງຍາກສົມຄວນ, ຍ້ອນສ່ວນໜຶ່ງມາຈາກບັນຫາລົດເກັບຂີ້ເຫຍື້ອ ບໍ່ພຽງພໍ, ເຊິ່ງປັດຈຸບັນກອງບໍລິການຂີ້ເຫຍື້ອມີລົດເກັບຂີ້ເຫຍື້ອປະມານ 20 ກວ່າຄັນ, ໃນນັ້ນໃຊ້ງານໄດ້ພຽງ 10 ກວ່າຄັນ. ດັ່ງນັ້ນ, ລົດເກັບຂີ້ເຫຍື້ອທີ່ຈະໄດ້ຮັບການຊ່ວຍເຫລືອຈາກຍີ່ປຸ່ນໃນຄັ້ງນີ້ຈະປະກອບສ່ວນສຳຄັນ ໃນການຮັບໃຊ້ຈັດເກັບຂີ້ເ ຫຍື້ອໃນນະຄອນຫລວງວຽງຈັນໄດ້ຢ່າງມີປະສິດຜົນ, ຮັບປະກັນຄວາມສະອາດປອດໄພດ້ານມົນລະພິດດີກວ່າເກົ່າແລະເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍສະອາດຂອງນະຄອນຫລວງວຽງຈັນປະກົດຜົນເປັນຈິງຂຶ້ນເທື່ອລະກ້າວ.



__________________
Anonymous

Date:
Permalink   
 

Anonymous wrote:

10391051_10204200682008282_8467906982652212633_n.jpg?oh=39124c9fdf66976c191c3e326c0f96ca&oe=5604D87310373675_10204200682528295_2760421754304541832_n.jpg?oh=7f7abfb8ddd630176f37d3cf34ca15a7&oe=55C8B3F411261698_10204200682488294_2943476253476262893_n.jpg?oh=7522e9318e706a4df92710b4013c2633&oe=560534F4

ໃນຕົວເມືອງແທ້ໆ ພວກມັນຍັງຮັກສາຄວາມສະອາດບໍ່ໄດ້

ສະຫາຍຊຽງບຸນຍັງເວົ້າວ່າປີ2020ສປປລາວຈະກາຍເປັນປະເທດຮັ່ງມີ,ເສຖກິດ

ຈະເຂັ້ມແຂງກ່ອນປະເທດກູເວດ


 



__________________
Anonymous

Date:
Permalink   
 

ເສັ້ນທາງເສັ້ນນີ້ເປັນເສັ້ນທາງ

ຫລັກຂອງຫລາຍຫມູ່ບ້ານ ທີ່ຂົນສົ່ງ

ຜະລິດຕະພັນກິຊິກຳ.ຫີນຊາຍ ປ້ອນໃຫ້ນະຄອນຫລວງ

ແຕ່ພາກລັດບໍ່ເຫັນຄວາມສຳຄັນ ຫລືວ່າບໍ່ມີເງິນປົວແປງ

ບໍ່ເຫັນຫນ່ວຍງານໃດມາ ໃຫ້ຄວາມກະຈ່າງແຈ້ງຕໍ່ປະານ

ແລະພະນັກງານ ນັກຮຽນ ທີ່ທຽວເສັ້ນທາງນີ້



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard