ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຕຳຫຼວດ ສປປລາວ
Anonymous

Date:
ຕຳຫຼວດ ສປປລາວ
Permalink   
 
ຕຳຫຼວດເມືອງລາວເກັບເງິນນັກທຸລະກິດເພືອນບ້ານຂໍ້ຫາບໍ່
ມີໄກດ໌ນຳທ່ຽວມັນສົມຄວນບໍ່ພີ່ນ້ອງ ຕຳຫຼວດເມືອງລາວເຮັດ
ໃຫ້ເສຍຊື່ສຽງຂອງປະເທດແລ້ວພີ່ນ້ອງ
ຮິບເງິນ2000ບາດສຸດທ້າຍຕຳຫຼວດລາວຫຼຸດໃຫ້ເຫຼືອ800ບາດ

__________________
Anonymous

Date:
Permalink   
 
ຕໍາຣວດແລະພະນັກງານຣັຖບໍ່ໄດ້ຮັບເງິນເດືອນສອງສາມເດືອນແລ້ວຈິ່ງສວາຍ

ໂອກາດຂູດຮີດນັກທ່ອງທຽ່ວ,ນີ້ລະຄືຄວາມໂຫດຮ້າຍຂອງລະບອບຄອມມຸນິສ

ຜະເດັດການຂອງໂຈນລາວແດງ

__________________
Anonymous

Date:
Permalink   
 
Anonymous wrote:

ຕຳຫຼວດເມືອງລາວເກັບເງິນນັກທຸລະກິດເພືອນບ້ານຂໍ້ຫາບໍ່
ມີໄກດ໌ນຳທ່ຽວມັນສົມຄວນບໍ່ພີ່ນ້ອງ ຕຳຫຼວດເມືອງລາວເຮັດ
ໃຫ້ເສຍຊື່ສຽງຂອງປະເທດແລ້ວພີ່ນ້ອງ
ຮິບເງິນ2000ບາດສຸດທ້າຍຕຳຫຼວດລາວຫຼຸດໃຫ້ເຫຼືອ800ບາດ

 ໃນນາມຄົນລາວຜູ້ໜຶ່ງ ຂພຈ ຕ້ອງຂໍສະແດງຄວາມເສັຍໃຈ ນຳທ່ານນາງນັກທຸລະກິດຊາວໄທຍ໌ຄົນນີ້

ທີ່ໄດ້ຮັບປະສົບການແບບດັ່ງທີ່ກ່າວມາ ຈາກການກະທຳອັນຊົ່ວຮ້າຍຂອງກຸ່ມໂຈນໃນເຄື່ອງແບບ

ຖ້າທ່ານດື້ດ້ານ ຍັງຢາກເຂົ້າໄປລົງທຶນຢູ່ໃນ ສປປລ ທ່ານຈະເສັຍຫລາຍກວ່ານີ້ອີກຫລາຍເທົ່າ

ທ່ານຈະພົບກັບການຮີດໄຖ ແລະ ລະບົບກົດຫມາຍຕຸລາການ ກໍບໍ່ມີ ທີ່ຈະປົກປ້ອງຜົນປະໂຍດຂອງທ່ານ

ທ່ານຄຶດໃຫ້ດີໆ​ ກ່ອນຈະໄປຄ້າຂາຍນຳກຸ່ມໂຈນ ...

__________________
Anonymous

Date:
Permalink   
 
ພວກຫາເລື່ອງໃສ່ຮ້າຍປ້າຍສີຕີ້ ຕຳຫລວດຄົນໃດເດໄປຖາມປັບໃໝ

ນັກທ່ອງທ່ຽວບໍ່ມີໄກ້. ຄັນຊັ້ນພວກຝຣັ່ງ ຫລື ຊາດອື່ນໆ ເປ້ຖົງຍ່າງເລາະ

ຢູ່ທົ່ວທີບນັ້ນກໍ່ຖືກປັບໃໝຫົວລອກເຫລືອແຕ່ໂສ້ງຊັ້ນໃນກັບບ້ານໝົດແລ້ວ

ຖ້າມີຄົນຖາມເອົາເງີນແບບນັ້ນແທ້ ກໍ່ຄົງແມ່ນພວກຕົ້ມຕຸນສວມຮອຍ

ມາຫລາຍກວ່າ. ຫລືບໍ່ກໍ່ແມ່ນພວກຊ່າງພາບຫວງຖີ່ນ ຫວງກ້າງເຂົາ

ຢ່າໄປເວົ້າຕີລວດກວາດພຽງສາ ມັນບໍ່ຖືກ, ຂໍ້ກ່າວຫາແບບນີ້ບໍ່ມີໃນລະບຽບດອກ

ຫາກແນ່ແທ້ກໍ່ເອົາຊື່ອອກມາເລີຍ ເຂົາຕິດຊື່ໃສ່ຢູ່

 ເຈົ້າອາດບໍ່ມີປະສົບການທີ່ເກີດຂຶ້ນກັບເຈົ້າຕີເບາະຈຶ່ງບໍ່ຮູ້ແລະພົບເຫັນສັນດານຂອງຕຳຫລວດ

ລາວ (ບໍ່ແມ່ນທູກຄົນດອກ) ທີ່ພວກເຂົາໃຊ້ເຄື່ອງແບບເປັນວິຊາຫາກິນ ຂູດຮີດນັກທ່ອງທ່ຽວຕ່າງ

ປະເທດບໍ່ວ່າເປັນຊາດໃດ ແມ່ນແຕ່ຂ້າພະເຈົ້າທີ່ເປັນນັກທ່ອງທ່ຽວເຊື້ອສາຍລາວສັນຊາດອະເມ

ຣິກັນຍັງຖືກຕຳຫລວດລາວເມືອງປາກເຊພະຍາຍາມຂູດຮີດເອົາເງິນນຳ ແຕ່ບໍ່ສຳເຣັດເພາະຂ້າ

ພະເຈົ້າຍື່ນນາມບັດຫົວໜ້າໃຫຍ່ຂອງເຂົາໃຫ້ເບິ່ງແລະແຖມບອກເຂົາວ່າໃຫ້ເຂົາໄປເອົາຄ່າປັບ

ໃໝນຳເຈົ້າຂອງນາມບັດນັ້ນ ພໍແຕ່ເຂົາເຫັນຊຶ່ນາມສະກຸນຄົນໃນນາມບັດນັ້ນກໍສາລຸຍເຮົາປັບໂລດ

ພ້ອມກັບບອກເຮົາວ່າ ເທື່ອນີ້ໂຍະຍານໃຫ້ເດີ້ ເທື່ອໜ້າແມ່ນບໍ່ໄດ້ແທ້ໆ.

__________________
Anonymous

Date:
Permalink   
 
ແຕ່ລະມື້ ນັກທ່ອງທ່ຽວໄປຫຼີ້ນປະຕູໄຊ ບໍ່ແມ່ນໜ້ອຍ ບໍ່ຈັກວ່າຄົນລາວ

ແລະ ຄົນຕ່າງຊາດ, ທັງມາແບບກຼຸບທົວ ທັງມາດ້ວຍຕົວເອງ ແຕ່ກໍ່ບໍ່

ເຄີຍເຫັນມີຂ່າວວ່າຖືກຕຳຫຼວດໃໝຍ້ອນບໍ່ມີໄກ້ນຳພາທ່ຽວ

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard