ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍິງກັນຕາຍທີ່ ບ້ານສີໄຄ 24/5/2015
Anonymous

Date:
ຍິງກັນຕາຍທີ່ ບ້ານສີໄຄ 24/5/2015
Permalink   
 
ຍິງກັນຕາຍທີ່ ບ້ານສີໄຄ 24/5/2015

ຕອນເວລາປະມານ 16:15 ວັນທີ 24 ພຶດສະພາ 2015. ໄດ້ຮັບການລາຍງານ ມີເຫດການຍິງກັນຕາຍທີ່ບ້ານສີໃຄ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.ຈາກການລາຍງານຂອງ ຊາວບ້ານບອກວ່າ ຜູ້ຕາຍ ຊື່ ຕຸ້ຍ ບ້ານວັດໄຕໃຫຍ່ທ່າ ອາຍຸ 41 ປີ ສາເຫດແມ່ນຖືກມືປືນເຂົ້າມາລັກຍິງ. ເຊິ່ງມືປືນແມ່ນ ໄດ້ຂີ່ລົດຈັກແວບ ສີປອນບໍ່ໃສ່ປ້າຍມາສອງຄົນ ໄດ້ຢ່າງເຂົ້າໄປຍີງໃສ່ແກ້ມ ແລະ ຍີງຊໍ້າເຂົ້າໄປຫລັງອີກນັດຫນຶ່ງ ລວມເປັນ 2 ນັດ, ຂະນະທີ່ຜູ້ກ່ຽວກຳລັງຊຸມແຊວກັບໝູ່ຂອງລາວ. ເຮັດໃຫ້ທ້າວຕຸ້ຍເສຍຊີວິດຄ່າທີ່ຕຳຫລວດໄດ້ເຂົ້າກວດ ທີ່ເກີດເຫດ ແລະ ສອບຖາມຜູ້ເຫັນເຫດການ ເພື່ອເກັບຂໍ້ມູນຕາມຫາ ຜູ້ກະທຳຜິດຕໍ່ໄປ. ສ່ວນສາເຫດຂອງການຄາດຕະກຳຄັ້ງນີ້ ເຈົ້າໜ້າທີ່ ຄາດວ່າອາດມາຈາກການຄັດຜົນປະໂຫຍດທາງທຸລະກິດ

11224538_981707578527581_6451984111239001227_n.jpg549209_10152835321579149_1240855706945984563_n.jpg

__________________
Anonymous

Date:
Permalink   
 
ຕຳຫຼວດໄທ ຈັບສິບໂທ ທະຫານລາວຄ້າຢາບ້າເພາະເງິນ
ເດືອນຂອງທະຫານລາວບໍ່ອອກເລີຍໄປສົ່ງຢາບ້າແທນ
ແອັດມິນບອກແລ້ວເມືອງລາວລະດັບນາຍພົນນາຍພັນເປັນ
ຜູ້ຜະລິດຢາບ້າເປັນລາຊາຢາເສບຕິດເລືອງນີ້ລັດຖະບານລາວ
ຮູ້ດີລັດຖະບານລາວຢູ່ເບື້ອງຫລັງແນ່ນອນ

__________________
Anonymous

Date:
Permalink   
 
ແກັງ (Gangs) ອັນທະພານຂ້າມແດນຂອງ ສປປລ ລ້ວນແລ້ວແຕ່ເປັນລູກຫລານ

ນອງຜູ່ທີ່ມີອຳນາດແລະອິດທິພົນທັງນັ້ນ ແລະ ສ່ວນຫລາຍແມ່ນລູກຫລານຂອງອະດີດ

ແລະປັດຈຸບັນຂອງນາຍົກ ປະທານປະເທດ ແລະນາຍທະຫານຕຳຫລວດຂັ້ນສູງ. ພວກ

ອັນທະພານຂ້າມແດນເຫຼົ່ານີ້ແມ່ນອາໄສຫລືພໍ່ແມ່ເປັນຜູ່ໜູນຫລັງໂດຍທາງກົງແລະ

ທາງອ້ອມຈຶ່ງສາມາດຄ້າຂອງຜິດກົດໝາຍສາກົນໄດ້ (ບໍ່ຂໍກ່າວເຖິງກົດໝາຍຂອງ ສປ

ປລ ດອກ ເພາະພໍ່ແມ່ຂອງພວກເຂົາຢູ່ເໜືອກົດໝອຍນັ້ນແລ້ວ). ພວກເຂົາໄດ້ແບ່ງ

ປັນທຸລະກິດກັນດັ່ງນີ້:

-ສັບພະຍາກອນພື້ນດິນ= ປະທານປະເທດຜູ້ປັດຈຸບັນ ແລະ ແລະອາດີດ ແລະ ບັກແປະເມືອງຫຼວງ.

-ສັບພະຍາກອນເທິງດິນ= ຊຽງບຸນຍັງ ທອງສິງ ບັກແຈ້ງ ແລະ ຄຳໄຕ.

-ຢາເສບຕິດ ຄ້າມະນຸດ= ບັກແຈ້ງ ສີສະຫວາດ ແລະ ຄຳໄຕ.

ຄອບຄົວຂອງອະດີດແລະປັດຈຸບັນຜູ້ນຳແມ່ນພາກັນຮັ່ງກັນມີເປັນມະຫາເສດຖີຢູ່ບົນຫລັງ

ຄວາມທຸກຍາກຂອງປະຊາຊົນຊາວລາວພາຍໃນປະເທດມານານກ່ວາຊາວປີແລ້ວ. ປະຊາຊົນ

ຈະບໍ່ມີສິດສຽງປາກເວົ້າຫລືຂັດຜົນປະໂຫຍດຂອງພວກເຂົາ, ຖ້າໃຜຝືນແມ່ນຕ້ອງມີເຫດ

ຮ້າຍຂັ້ນເອົາຊີວິດກັນດັ່ງຂ່າວແລະພາບທີ່ໂພດລົງໃນກະທູ້ນີ້.

__________________
Anonymous

Date:
Permalink   
 
ປາງຫລັງຈາກປົດປ່ອຍປະເທດປີ 75 ຂຶ້ນມານັ້ນທຸກໆມື້ໄດ້ຍິນສຽງຂອງພະນັກງານການເມືອງກ່າວປາໄສ

ອອກໂທລະໂຄ່ງທີ່ຕິດຕັ້ງຢູ່ເທິງຫຼັກເສົາສາຍໄຟຟ້າຢູ່ທຸກຈອກທຸກແຈຂອງກຳແພງນະຄອນຫຼວງວຽງຈັນ

ທີ່ກ່າວປະນາມສັງຄົມຂອງລະບອບເກົ່າວ່າເປັນສັງຄົມເປື່ອຍເຍື່ອຍ ໜຸ່ມສາວພາກັນຕິດໄພສັງຄົມ ກິນ

ເຫຼົ້າເມົາຊາດຶ່ມສຸລາຢາຝິ່ນ ເປັນນັກເລງຕ່ອຍຕີກັນທຸກຄ່ຳທຸກຄືນ. ທີ່ຈິງແລ້ວພະນັກງານການເມືອງໃນ

ຍຸກນັ້ນກໍຍົກເອົາເລື່ອງຈິງຂຶ້ນມາກ່າວ ແລະບໍ່ເຄີຍປະຕິເສດວ່າສັງຄົມຂອງລະບອບເກົ່າວ່າບດີ ທີ່ພວກ

ເຂົາຍົກອອກມາຖະແຫຼງທຸກເຊົ້າທຸກແລງທຸກມື້ທຸກວັນ. ກ່ອນປົດປ່ອຍ ລູກເຈົ້າລູກນາຍ ຫຼືລູກຫຼານຜູ່

ມີອຳນາດ ບໍ່ມີໃຜຢູ່ເໜືອກົດໝາຍຕັ້ງກຸ່ມຕັ້ງກ້ອນຂຶ້ນມາເປັນອັນທະພານກວນບ້ານກວນເມືອງ ຮີດ

ໄຖຍຶດຫຼືຍາດແຍ່ງເອົາດິນດອນຕ່ອນຫຍ້າຂອງປະຊາຊົນມາເປັນຂອງພວກຂະເຈົ້າ. ສັບພະຍາກອນທາງ

ພື້ນແລະເທິງດິນແມ່ນບໍ່ເຄີຍມີຜູ່ມີອຳນາດຄົນໃດລັກຂາຍໃຫ້ຕ່າງປະເທດ ທຸກຢ່າງບໍ່ເຕີຍຂຸດຄົ້ນແລະຕັດ

ໄມ້ທຳລາຍປ່າມາກ່ອນເລີຍ. ເວົ້າເຖິງນັກເລງໃນລະບອບເກົ່າກໍບໍ່ມີການຍິງກັນຂ້າກັນແບບສັງຄົມຂອງ

ສປປ ລາວທຸກວັນນີ້ ຢ່າງໜັກກໍມີແຕ່ຍົກພວກຕີກັນດ້ວຍກຳປັ້ນສົດເທົ່ານັ້ນ. ເວົ້າເລື່ອງຕິດຢາເສບຕິດ

ນັ້ນກໍມີແຕ່ຕິດຊາ ສ່ວນເຮໂລອິນນັ້ນບໍ່ມີໃຜສາມາດມີເງິນຊື້ມາເສບດອກ ເພາະມັນແພງ ເຖິງຜູ່ມີເງິນ

ກໍບໍ່ສາມມາດຫາຊື້ໄດ້ງ່າຍໆເໝືອນດັ່ງຢາບ້າລະບາດຂາຍກັນຕາມຖະໜົນເຕັມບ້ານເຕັມເມືອງປານເຂົ້າ

ໜົມລູກກອນໃນທຸກວັນນີ້ທີ່ ສປປລ. ລະບອບເກົ່າເຈົ້າໜ້າທີ່ບ້ານເມືອງໄດ້ຈັດການກັບເລື່ອງຢາເສບຕິດ

ຢ່າງເດັດຂາດ ຈະເຫັນລູກກະສັດລັດຖະມົນຕີ ນາຍພົນຂັ້ນໃດແມ່ນຈັບລຽບ ຕິດຄຸກລຽບ ບໍ່ມີເກງກົວຕໍ່

ອຳນາດແລະໜ້າທີ່ຂອງຜູ້ກະທຳຜິດເດັດຂາດ. ແຕ່ລະບອບນີ້ ປັດຈຸບັນນີ້ມັນແຕກຈ່າງກັບລະບອບເກົ່າ

ຟ້າກັບດິນ ລູກຫລານຜູ້ມີອຳນາດ (ລູກພັກຫລານພັກ) ແມ່ນມີອຳນາດແລະອິດທິພົນເໜືອຟ້າເພາະພໍ່

ແມ່ຂອງພວກເຂົາເປັນເສົາຫຼັກໜູນຫລັງພວກເຂົາໃຫ້ກະທຳສິ່ງຜິດກົດໝາຍເສຍເອງ. ແມ່ນໃຜກັນແທ້

ລະບອບໃດກັນແທ້ທີ່ມີສັງຄົມເປື່ອຍເຍື່ອຍ ແລະຂາຍຊາດຂາຍແຜ່ນດິນ ຂາຍຮອດປະຊາຊົນໃຫ້ໄປເປັນຂ້າ

ທາດຕ່າງປະເທດ ຊຶ່ງມີຊາວໜຸ່ມລາວຫຼາຍຮ້ອຍຄົນທີ່ອອກຈາກປະເທດໄປໃນນາມໄປທຳງານຢູ່ປະເທດເພື່ອນ

ບ້ານແລະແລ້ວຫາຍສາບສູນໄປເປັນສິບປີທີ່ທາງຄອບຄົວບໍ່ໄດ້ຮັບຂ່າວຄາວ.

__________________
Anonymous

Date:
Permalink   
 
/download.spark?ID=1550246&aBID=138054/download.spark?ID=1554434&aBID=138054/download.spark?ID=1549638&aBID=138054/download.spark?ID=1550251&aBID=138054

__________________
Anonymous

Date:
Permalink   
 
ແຫຼ່ງຂ່າວຈາກນັກຂ່າວຊຸບຊິບຂອງສື່ສະພາກາເຟຂອງຕູ້ແດງເກົ້າຍອດໄດ້ລິດລອດອອກມາວ່າຄະດີ

ຍິງກັນຢ່າງອຸກອາດແລະປ່າເຖື່ອນສະເທືອນຂັວນຂອງຄະດີນີ້ໄດ້ເຮັດໃຫ້ເຈົ້າໜ້າທີ່ສືບສວນແລະສອບສວນ

ຕ້ອງຕົກຕະລຶງແລະບໍ່ສາມາດຈະນຳເອົາມືປືນແລະຜູ່ຊ່ວຍມືປືນມາດຳເນີນຄະດີໄດ້. ດັ່ງເຈົ້າໜ້າທີ່ຕຳຫລວດ

ຂັ້ນຍົດພັນເອກທ່ານນຶ່ງຫລົງອຸທານອອກມາວ່າ:  ພໍແຕ່ຮູ້ວ່າຄົນຮ້າຍແມ່ນໃຜ ໜັງຫົວກໍລຸກພອງຂຶ້ນແລ້ວ

ຊາຫຍັງຈະໄປຈັບຕົວມາດຳເນີນຄະດີ ແມ່ນແຕ່ວ່າຈະໄປເຊື້ອເຊີນມາໃຫ້ປາກຄຳກໍຍັງບໍ່ແນ່ວ່າໂຕເອງຈະມີຊິ

ວິດລອດຫລືບໍ່? ແລະນາຍຕຳຫຼວດທ່ານນັ້ນແຖມທ້າຍດ້ວຍການຕອບຄຳຖາມຂອງສື່ປະຈຳສະພາກາເຟຕູ້

ແດງເກົ້າຍອດວ່າ:  ທຸລະກິດທີ່ຜິດກົດໝາຍທີ່ທຳເງິນເປັນຮ້ອຍລ້ານພັນລ້ານໂດລາຕໍ່ປີຢູ່ໃນປະເທດລາວແມ່ນ

ພໍ່ຂອງຄາດຕະກອນຄົນນັ້ນ ມີທັງອຳນາດແລະອິດທິພົນຄັບຟ້າຢູ່ທຸກວັນນີ້ ໃຜໆກໍຮູ້ດີ.

__________________
Anonymous

Date:
Permalink   
 
Anonymous wrote:

 ຖ້າເບິງບາດພວກມັນເຈດໂຫຼຍ ,ມັນຊິຄັບໂລງບໍ່?ຈັບມັນມັດໃຫ້ຂ້ອຍແດ່ນາ,ຊິເຕະໃຫ້ມັນສົມໃຈຕີນເບິ່ງ.

__________________
Anonymous

Date:
Permalink   
 
Anonymous wrote:

ຍິງກັນຕາຍທີ່ ບ້ານສີໄຄ 24/5/2015

ຕອນເວລາປະມານ 16:15 ວັນທີ 24 ພຶດສະພາ 2015. ໄດ້ຮັບການລາຍງານ ມີເຫດການຍິງກັນຕາຍທີ່ບ້ານສີໃຄ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.ຈາກການລາຍງານຂອງ ຊາວບ້ານບອກວ່າ ຜູ້ຕາຍ ຊື່ ຕຸ້ຍ ບ້ານວັດໄຕໃຫຍ່ທ່າ ອາຍຸ 41 ປີ ສາເຫດແມ່ນຖືກມືປືນເຂົ້າມາລັກຍິງ. ເຊິ່ງມືປືນແມ່ນ ໄດ້ຂີ່ລົດຈັກແວບ ສີປອນບໍ່ໃສ່ປ້າຍມາສອງຄົນ ໄດ້ຢ່າງເຂົ້າໄປຍີງໃສ່ແກ້ມ ແລະ ຍີງຊໍ້າເຂົ້າໄປຫລັງອີກນັດຫນຶ່ງ ລວມເປັນ 2 ນັດ, ຂະນະທີ່ຜູ້ກ່ຽວກຳລັງຊຸມແຊວກັບໝູ່ຂອງລາວ. ເຮັດໃຫ້ທ້າວຕຸ້ຍເສຍຊີວິດຄ່າທີ່ຕຳຫລວດໄດ້ເຂົ້າກວດ ທີ່ເກີດເຫດ ແລະ ສອບຖາມຜູ້ເຫັນເຫດການ ເພື່ອເກັບຂໍ້ມູນຕາມຫາ ຜູ້ກະທຳຜິດຕໍ່ໄປ. ສ່ວນສາເຫດຂອງການຄາດຕະກຳຄັ້ງນີ້ ເຈົ້າໜ້າທີ່ ຄາດວ່າອາດມາຈາກການຄັດຜົນປະໂຫຍດທາງທຸລະກິດ

11224538_981707578527581_6451984111239001227_n.jpg549209_10152835321579149_1240855706945984563_n.jpg

 [video=http://jclao.com/edmonton-woman-wants-answers-after-bloody-scene-in-laos-airport/]

ສັນດານຊົ່ວຂອງເຈົ້າໜ້າທີ່ສືບສວນຄະດີ ແລະ ໜ່ວຍຮັກສາຄວາມສງົບຂອງ ສປປ ລາວ

ທີ່ໃຫ້ການວ່າຊາຍສັນຊາດ ການາດຽນ ຜູ້ເຄາະຮ້າຍນີ້ເອົາມີດແທງໂຕເອງຕາຍ. ມີຄົນໃດ

ແດ່ທີ່ສາມາດທົນຕໍ່ຄວາມເຈັບປວດຂອງບາດແຜທີ່ແທງຮ່າງກາຍຂອງຕົນເອງເປັນສິບໆ

ເທື່ອຈົນຂາດໃຈຕາຍ? ກ້ອງວົງຈອນປິດກໍສຳເພາະມາຕາຍໃນມື້ເກີດເຫດທີ່ສນາມບິນວັດ

ໄຕນັ້ນ! ວຽງຈັນກາຍເປັນເມືອງເຖື່ອນໄປແລ້ວທີ່ມີນັກເລງຢູ່ເໜືອກົດໝາຍ. ອ່ານຂ່າວຢູ່

ລິ້ງຂ້າງເທິງນີ້.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard