ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຮືອ ບັກຂວ້ຳ ເດັກຫາຍສາບສູນ 10 ກວ່າ ຄົນ.
Anonymous

Date:
ເຮືອ ບັກຂວ້ຳ ເດັກຫາຍສາບສູນ 10 ກວ່າ ຄົນ.
Permalink   
 


ຕອນເຊົ້າມື້ນີ້ 26 ພຶດສະພາ 2015, ມີເຫດສະຫຼົດໃຈເກີດ ຂື້ນທ່າ ບ້ານນາບົງ ເມືອງປາກງື່ມ ຄະນະອາຈານ ພານັກສືກສາ ໄປເສັງທີ່ ບ້ານທ່າກົກໄຮ ນັກສືກສາ ປໍ5 10 ກວ່າ ຄົນ. ໄດ້ຂີ່ເຮືອຂ້າມງື່ມ ແລ້ວເຮືອຂວ້ຳ ຕອນນີຍັງບໍ່ຮູ້ ສະຕາກຳຂອງ ນັກຮຽນ. ທີມດຳນ້ຳ ກູ້ໄພ ຂອງໜ່ວຍກູ້ໄພ ມູນນິທິ ໄດ້ໄປຮອດສະຖານທີ່ ເພື່ອຄົ້ນ ຫາຜູ້ເຄາະຮ້າຍແລ້ວ!

ຈາກການລາຍງານຂອງປະຊາຊົນທີ່ເຫັນເຫດການບອກວ່າ. ເຮືອຂ້າມບັກດັ່ງກ່າວ ເປັນເຮືອນ້ອຍ, ປະກົດວ່າມີການຮັບຜູ້ໂດຍສານເກີນກຳນົດ. ນອກຈາກນັກຮຽນ ຈຳນວນສິບກວ່າຄົນ ແລະ ອາຈານແລ້ວ, ຍັງມີປະຊາຊົນຈຳນວນໜື່ງ. ພໍເຮືອອອກຈາກທ່າ ຂ້າມໄປຮອດກາງນ້ຳ ເລີຍເກີດພິກຂວ້ຳຢ່າງບໍ່ຄາດຄິດ.

ບັນດາເດັກນ້ອຍ ແມ່ນຈົມຫາຍໄປເລີຍ.

11259095_982619655103040_413437276062897691_n.jpg?oh=15bb5385e58b519f572f5d889d875d96&oe=55F84FC4&__gda__=1438785329_0aefd24e655c6425e8e3d24233214e2d10996500_982619701769702_6642100438983428337_n.jpg?oh=3fbb29b6472ddc06abda85694b7c4e5e&oe=55F4CD38



__________________
Anonymous

Date:
RE: ເຮືອຂ້າມບັກຂວ້ຳ ເດັກຫາຍສາບສູນ
Permalink   
 


11224525_982619645103041_3246800422441982722_n.jpg?oh=60e38e57ab9cef3e8ee0e136eff84c89&oe=55BEEC9019393_982644535100552_8209986254279447390_n.jpg?oh=d194cc3466afb40febdf7cde454067f0&oe=55F9E39C10300084_982619651769707_2491151632861629681_n.jpg?oh=4a1ac7c72ee1eb9757918a6329d2cda9&oe=55F7813811219030_982619685103037_8740050480583082954_n.jpg?oh=81e12246ddd64e7f5f548ad247f0f615&oe=55FBC76C



__________________


Veteran Member

Status: Offline
Posts: 52
Date:
RE: ເຮືອ ບັກຂວ້ຳ ເດັກຫາຍສາບສູນ 10 ກວ່າ ຄົນ.
Permalink   
 


ອີ ຕົນເດ ເດ້ກນອ້ຍ ແລະ ຜູ້ເປ້ນພໍ່ ແລະ ແມ່ ຍາດ ພີ່ນອ້ງ

ຂໍສະແດງຄວາມເສຍໃຈ ຫລາຍຫລາຍ ,

__________________
Anonymous

Date:
Permalink   
 

ຂໍໃຫ້ຄົນທີສູນຫາຍເຫັນໄວໆ



__________________


Veteran Member

Status: Offline
Posts: 52
Date:
Permalink   
 

ເຫັນວ່າ ມີການຂໍຄວາມຊ່ວຍເຫືອ ທີມ ມຸດນ້ຳ ຈາກປະເທດ ໃຫ້ ຊ່ວຍ ,




__________________


Veteran Member

Status: Offline
Posts: 52
Date:
Permalink   
 

ເນື່ອງຈາກກະແສນ້ຳທີ່ໄຫຼແຮງ ການລົງດຳນ້ຳ ຂອງທີມກູ້ໄພ ນະຄອນຫຼວງ 1623 ຕ້ອງໄດ້ມີການວາງແຜນຢ່າງລະອຽດ ເພື່ອຄວາມປອດໄພ ແລະ ສາມາດ ຊອກຫາສົບຜູ້ເສຍຊີວິດໃຫ້ໄດ້. ນອກຈາກນັກດຳນ້ຳຂອງລາວແລ້ວ ທາງໜ່ວຍກູ້ໄພ ຍັງໄດ້ປະສານງານຂໍການຊ່ວຍເຫຼືອຈາກ ນັກດຳນ້ຳຂອງທາງປະເທດໄທ ເພື່ອຊອກຫາສົບຜູ້ເສຍຊີວິດ.

ການລາຍງານລາຍຊື່ຜູ້ເສຍຊີວິດ ທັງໝົດ 10 ຄົນ ຍິງ 8 ຄົນ, ຊາຍ 2 ຄົນຄື:

ນາງ ກຸ້ງ ອຳພອນ
ນາງ ກົມ ອຳພອນ
ນາງ ແພ ຕາເຫີ
ນາງ ຄັດຕີ ຈານສີ
ນາງ ປູນາ ຈານສີ
ທ້າວ ແສງຈັນ ແປະ
ນາງ ສີລຽນ
ທ້າວ ວາດສະໜາ ສັງວານ
ນາງໝີ ເສົາທອງ
ນາງ ປະທຸມມາ ສົມຄິດ

ເຈົ້າໜ້າທີ່ລາຍງານວ່າ ເຮືອລຳດັ່ງກ່າວ ແມ່ນຂອງ ນາງ ດ່ອນ ທີ່ເປັນຜູ້ຮັບການປະມູນ ເຮືອຂ້າມຝາກດັ່ງກ່າວ. ໂດຍເຈົ້າໜ້າທີ່ໄດ້ກັກຕົວ ຜູ້ຂັບເຮືອໄວ້ດຳເນີນຄະດີ ແລະ ສືບສວນຕໍ່ໄປ. ຈາກການໃຫ້ປາກຄຳ,​ເຮືອຂ້າມຝາກດັ່ງກ່າວ ແມ່ນຮັບຜູ້ໂດຍສານທັງໝົດ 39 ຄົນ. ແລະ ລັດຈັກ 1 ຄັນ. ເຊິ່ງເຫັນວ່າ ເກີນກຳນົດ, ຈົນເຮັດໃຫ້ເກີດມີເຫດຮ້າຍໃນຄັ້ງນີ້.

ດ້ານການຮັກສາຄວາມປອດໄພ, ເຮືອດັ່ງກ່າວ ແມ່ນບໍ່ມີເສື້ອຊູຊີບ ພຽງພໍ ທີ່ຈະໃຫ້ກັບຜູ້ໂດຍສານທັງໝົດ, ບວກກັບການຖືເບົາມັກງ່າຍໃນການ ໃສ່ເສື້ອຊູຊີບ. ຖືເປັນບົດຮຽນອັນສຳຄັນ ທີ່ທາງໜ່ວຍງານຄົມມະນາຄົມ ແລະ ຂົນສົ່ງ ຕ້ອງໄດ້ ມີມາດຕະການບັງຂັບ ໃຫ້ຜູ້ບໍລິການເຮືອຂ້າມຝາກ ຕ້ອງໄດ້ມີເສື້ອຊູຊີບແລະ ຕ້ອງມີກົງເບັງ ໄວ້ພຽງພໍ ເພື່ອຮັບມືກັບເຫດຮ້າຍ ທີ່ອາດເກີດຂຶ້ນໄດ້ທຸກເວລາ.



ເຫດການດັ່ງກ່າວ ແມ່ນເກີດຂຶ້ນເວລາ ປະມານ 07:15 ຕອນເຊົ້າວັນອັງຄານ ທີ່ 26 ພຶດສະພາ 2015, ມີເຫດສະຫຼົດໃຈເກີດ ຂື້ນທ່າບ້ານນາບົງ ເມືອງປາກງື່ມ ຄະນະອາຈານ ພານັກສືກສາ ໄປເສັງທີ່ ບ້ານທ່າກົກໄຮ ນັກສືກສາ ປໍ 5 ຈຳນວນ 10 ກວ່າ ຄົນ. ໄດ້ຂີ່ເຮືອຂ້າມງື່ມ ແລ້ວເຮືອຂວ້ຳ ຕອນນີຍັງບໍ່ຮູ້ ສະຕາກຳຂອງ ນັກຮຽນ. ຄາດວ່າຄົງເສຍຊີວິດແລ້ວ.

ຈາກການລາຍງານຂອງປະຊາຊົນທີ່ເຫັນເຫດການບອກວ່າ. ເຮືອຂ້າມບັກດັ່ງກ່າວ ເປັນເຮືອນ້ອຍ, ປະກົດວ່າມີການຮັບຜູ້ໂດຍສານເກີນກຳນົດ. ນອກຈາກນັກຮຽນ ຈຳນວນສິບກວ່າຄົນ ແລະ ອາຈານແລ້ວ, ຍັງມີປະຊາຊົນຈຳນວນໜື່ງ. ພໍເຮືອອອກຈາກທ່າ ຂ້າມໄປຮອດກາງນ້ຳ ເລີຍເກີດພິກຂວ້ຳຢ່າງບໍ່ຄາດຄິດ​. ບັນດາເດັກນ້ອຍ ແມ່ນຈົມຫາຍໄປເລີຍ.

ຊາວບ້ານທ່ານໜື່ງ ຍັງບອກຕື່ມວ່າ ເຫດການສະຫຼົດໃຈຄັ້ງນີ້ ແມ່ນເປັນຄັ້ງທີ 3 ໃນຮອບ 3-4 ປີ. ເຊິ່ງເຫັນວ່າໜ້າຫົດຫູ່ໃຈຫຼາຍ. ແລະ ຢາກໃຫ້ທາງ ລັດຖະບານພິຈາລະນາ ສ້າງຂົວ ໃຫ້ຊາວບ້ານ ເພາະເຂດນີ້ ມີປະຊາຊົນຫຼາຍ.

__________________
Anonymous

Date:
Permalink   
 

ຖ້າເປັນດັ່ງໄທບ້ານເຂດນັ້ນເລົ່າໃຫ້ຟັງວ່າເຮືອລຳນີ້ຫຼົ້ມມາແລ້ວສອງສາມເທື່ອໃນສາມສີ່ປີຜ່ານ

ມານັ້ນ ເປັນຫຍັງລັດຖະບານບໍ່ສັ່ງປິດໄປເລີຍ ແລະຍັດຂໍ້ຫາບໍ່ມີຄວາມປອດໄພຂອງການຂົນສົ່ງ

ທາງນ້ຳ ເອົາເຈົ້າຂອງເຮືອຍັດໃສ່ຄຸກ ແລ້ວນ້ອງນ້ອຍທັງ 10 ຄົນກໍຈະບໍ່ມາຈົບຊີວິດຮ່ວມກັນ

ແບບນີ້. ຖ້າແມ່ນຢູ່ປະເທດທີ່ພັດທະນາແລ້ວ ເຈົ້າຂອງເຮືອແມ່ນຕິດຄຸກຕະຫລອດຊີວິດແລະ

ເສັຍຄ່າຫົວຜູ້ເຄາະຮ້າຍຈົນເງິນທີ່ມີທັງໝົດບວກກັບເຮືອຊານແລະລັດລາຫັ້ນຕິ. ແລະພໍ່ແມ່

ຂອງຜູ້ເຄາະຮ້າຍຍັງສາມາດຟ້ອງຮ້ອງຄ່າເສັຍຫາຍຈາກລັດຖະບານຫຼືກະຊວງທີ່ກ່ຽວຂ້ອງໄດ້ອີກ.

ຂໍດວງວິນຍານຂອງນ້ອງໆຈົ່ງໄປສູ່ສຸກຂະຕິດ້ວຍເທີ້ນ.



__________________
Anonymous

Date:
Permalink   
 

ມວນຊົນ ຮ່ວມອາທິຖານ ໃຫ້ສິ່ງສັກສິດຊ່ວຍຕາມຫາ ຜູ້ຫາຍສາບສູນ

11231087_982876058410733_5582075247033536537_n.jpg?oh=82fc94f7c8951bfc3e7065fc24ea95be&oe=55F37FA611227521_982855835079422_3512181712625794645_n.jpg?oh=0505fe5809445a5a0a850d5a439750e6&oe=5605B444

ໃນບັນຍາກາດ ຂອງຄວາມເຄັງຕຶງ ແລະ ໂສກເສຍໃຈ ຂອງເຫດການ ເຮືອຂ້າມຟາກ ຈົມ ເຮັດໃຫ້ນ້ອງນັກຮຽນ 10 ຄົນຫາຍສາບສູນ ແລະ ຍັງໄຮ້ວີແວວ ທີ່ຈະພົບເຫັນ. ມວນຊົນ ຕ່າງພາກັນພາວະນາ ຂໍໃຫ້ເກີດ ມີປະຕິຫານ ໃຫ້ເດັກນ້ອຍປອດໄພ ເຖິງຈະເປັນຄວາມຫວັງ ກໍ່ໄດ້ພ້ອມກັນອາທິຖານ. ຫຼື ຢ່າງນ້ອຍ ກໍ່ໃຫ້ໄດ້ພົບຮ່າງຂອງພວກເຂົາ ເພື່ອຈະໄດ້ໃຫ້ຄອບຄົວ ນຳໄປທຳພິທີ ໃຫ້ພວກເຂົາໄດ້ໄປດີເຖິງສຸກ.

ຄ້າຍແລງກ່ອນ ການຄົ້ນຫາໃນມື້ນີ້ຈະຖືກໂຈະ ເພາະຄວາມມືດຄືບຄານເຂົ້າມາ. ທາງພຣະສົງ ນຳໂດຍ ພຣະອາຈານ ພົງສະຫວັນ ອານຸສິນ , ບັນດາອາສາກູ້ໄພ, ປະຊາຊົນ ພ້ອມທັງ ພີ່ນ້ອງຝັງໄທ ທີ່ໄດ້ຢືນມືເຂົ້າມາຊ່ວຍຊອກຄົ້ນຫາ ຜູ້ສູນຫາຍ ໄດ້ພ້ອມກັນຈູດທູບ ບູຊາ ພະແມ່ຄົງຄາ ໃຫ້ຊ່ວຍ ຊີ້ທາງຊ່ວຍ ພາລະກິດ ການຊອກຫາ ຜູ້ເຄາະຮ້າຍຄັ້ງນີ້ ລຸລ່ວງໄປດ້ວຍດີ.

ເຫດການຄັ້ງນີ້ເປັນບົດຮຽນອັນແສນແພງ ທີ່ແລກດ້ວຍຊີວິດ ຂອງເຍົາວະຊົນ 10 ຊີວິດ. ວັນສຸດທ້າຍ ຂອງການໄປເສັງຈົບຊັ້ນປະຖົມ ກາຍເປັນສຸດທ້າຍ ທີ່ພວກເຂົາອຳລາ ຈາກຄອບຄົວ, ເພື່ອນສະຫາຍ ໂດຍບໍ່ໄດ້ມີໂອກາດ ແມ້ແຕ່ ກ່າວອຳລາ ຫຼື ທາງພໍ່ແມ່ຄອບຄົວ ໄດ້ເຫັນໜ້າອີກເລີຍ.

ການປ້ອງກັນບັນຫາ ລັກສະນະດຽວກັນນີ້ ພວກເຮົາຕ້ອງໄດ້ເອົາໃຈໃສ່ ແລະ ບໍ່ຄວນປະປ່ອຍ ຈົນໃຫ້ມີເຫດການເຊັ່ນນີ້ ແລ້ວຈິ່ງ ເອີຍອ່າວຫາທາງແກ້. ປ້ອງກັນດີກວ່າແກ້.

ຮຽກຮ້ອງໃຫ້ລັດຖະບານ ມີມາດຕະການ ຢ່າງເດັດຂາດ ເພື່ອບັງຄັບໃຫ້ຜູ້ປະກອບການ ຂົນສົ່ງທາງນ້ຳ ຕ້ອງມີຄວາມຮັບຜິດຊອບ ແລະ ເຫັນຄວາມປອດໄພ ຂອງປະຊາຊົນຜູ້ໂດຍສານ ເປັນທີ່ ໜື່ງ. ເນື່ອງຈາກຫົວໜ່ວຍທຸລະກິດເຫຼົ່ານັ້ນ ແມ່ນເກັບຄ່າບໍການໄດ້ຈຳນວນຫຼາຍ. ສະນັ້ນ ຕ້ອງເລັ່ງເຫັນຄວາມປອດໄພ ແລະ ການຫາທາງປ້ອງກັນ.

ອັນໃດທີ່ຄວນພິຈາລະນາ:

1. ເຮືອຂ້າມຟາກຕ້ອງມີມາດຕະຖານ. ຄວນຍົກເລີກເຮືອທີ່ບໍ່ໄດ້ມາດຕະຖານ. ບໍ່ມີຄວາມປອດໄພ ແລະ ມີຄວາມສ່ຽງທີ່ຈະເກີດອຸບັດຕິເຫດ.

2. ຄົນຂັບເຮືອ ຕ້ອງມີໃບອານຸຍາດ ຂັບຂີ່ຖືກຕ້ອງ ແລະ ຜ່ານການສອບເສັງ ໃຫ້ຄືກັນກັບການຂັບຂີ່ລົດ. ຖ້າຜູ້ຂັບຂີ່ເຮືອຄົນໃດບໍ່ມີໃບຂັບຂີ່ ກໍ່ຕ້ອງປັບໃໝ ແລະ ສົ່ງໄປຮຽນ ໃຫ້ຜ່ານ ແລະ ມີຄວາມຮູ້ ຖືກຕ້ອງ ໃນການຂັບຂີ່ເຮື່ອ. ຮູ້ຈັກປະເມີນຄວາມສ່ຽງ ແລະ ມີຈັນຍາບັນ ເລື່ອງຄວາມປອດໄພ.

3. ເຮືອທຸກລຳ ຕ້ອງມີເສື້ອຊູຊີບ ພຽງພໍ ແລະ ຕ້ອງມີກົງເບັງ ເພື່ອກຽມພ້ອມກັບເຫດບໍ່ຄາດຝັນທີ່ຈະເກີດຂຶ້ນ.ຜູ້ໂດຍສານ ທີ່ເປັນເດັກນ້ອຍ ຫຼື ຜູ້ລອຍນ້ຳບໍ່ເປັນ ຕ້ອງສວມເສື້ອຊູຊີບ ທັນທີ.

ເນື່ອງຈາກ ປະເທດລາວ ໃນຫຼາຍເຂດ ການນຳໃຊ້ເຮືອບັກ ໃຊ້ແພ ລັກຊະນະ ດຽວກັນນີ້ຍັງມີຫຼາຍ. ຫາກບໍ່ມີມາດຕະການປ້ອງກັນ ແລ້ວ ມັນອາດມີເຫດຮ້າຍແບບນີ້ເກີດຂຶ້ນອີກກໍ່ເປັນໄປໄດ້.

ກໍ່ຮຽກຮ້ອງໃຫ້ຜູ້ປະກອບການ ໃນວຽກງານນີ້ ຈົ່ງເອົາໃຈໃສ່ຢ່າງຈິງຈັງ ແລະ ຖ້າປະຕິບັດ 3 ຂໍ້ຂ້າງເທີງ ເຊື່ອວ່າ ຈະເປັນມາດຕະການປ້ອງກັນໄດ້ດີ.

ສຸດທ້າຍນີ້ຂໍແບ່ງເບົາຄວາມທຸກໂສກກັບຄອບຄົວທີ່ສູນເສຍລູກຫຼານ ຈາກເຫດການຄັ້ງນີ້ດ້ວຍ ແລະ ຂໍເປັນກຳລັງໃຈໃຫ້ພວກທ່ານສູ້ຕໍ່ໄປ. ຄົນລາວທຸກຄົນ ເປັນກຳລັງໃຈ ແລະ ພ້ອມໃຫ້ການຊ່ວຍເຫຼືອ.



__________________


Veteran Member

Status: Offline
Posts: 52
Date:
Permalink   
 

ຂໍ ຂອບໃຈ ທີ ມີ ທີມມຸດນ້ຳ ຈາກ ປະເທດໄທ ມາ ຊ່ວຍເຫືອ ຂໍ ສີ່ງ ສ້ກສີດ ຄຸ່ມຄອ່ງຄົນເລົ່າ ນັ້ນ ດ້ວຍ


__________________
Anonymous

Date:
Permalink   
 

11295758_903874866318578_3186196201853023547_n.jpg?oh=616e97322c0b1f4ad1e340e0cf060eee&oe=55FE95E3

----------------------------------------------------------------------------------------------------------------------------------------------------

ນີ້ແມ່ນເຮືອທີ່ຈົມ ໃນວັນທີ່ 26 ພຶດສະພາ 2015. ທີ່ເຮັດໃຫ້ ນັກຮຽນສູນຫາຍ 10 ຄົນ ທີ່ທ່າບ້ານນາບົງ, ເມືອງປາກງຶ່ມ, ນວຈ.

ຄວາມຈິງມີ 40 ຄົນ ລວມມີຄູອາຈານ4ຄົນ ນ້ອງນັກຮຽນ35 ແລ້ວລົດຈັກອີກ 1ຄັນ ໃນຫັ້ນຍັງມີແມ່ມານຖືພາອີກ1ຄົນ

ຖ້າມື້ນັ້ນບໍ່ມີພໍ່ລຸງທີ່ຍັງໃສ່ມອງຢູ່ແຖວນັ້ນ,  ຄືສິສູນຫາຍຫລາຍກວ່ານີ້ ເພາະລຸງລາວຊ່ວຍໄດ້ 10 ຄົນ

ຕາມສະພາບເຮືອຂອງລາວຮັບໄດ້ .. ບໍ່ເຫັນມີໃຜເວົ້າເຖິງລາວເລີຍ....

11143168_983041625060843_3419226946936870935_n.jpg?oh=08d1286b2f1e43b764eed0c28582eb15&oe=560C2869



__________________
Anonymous

Date:
Permalink   
 

ບໍ່ເຫັນຂ່າວວ່າມີຜູ້ນຳຂັ້ນສູງຂອງພັກລັດລົງໄປເບິ່ງນຳເລີຍເນາະ.ຕາມຂ່າວ ວຽງຈັນໄໝ່ ເຫັນຍາເຈົ້າເມືອງປາກງື່ມ

ແລະ ສຶກສາເມືອງນັ່ງໂຕະທີ່ຫ້ອງການຊີ້ແຈ້ງເຖິງເຫດທີ່ເກີດມີເນື້ອຄວາມທີ່ຍາວສໍ່າຫາງອື່ງ.

ຖ້າເປັນບ້ານເພິ່ນເມືອງທ່ານທີ່ບໍ່ເປັນສັງຄົມນິຍົມສີວິໄລແບບ ສປປ.ລາວຢ່າງນ້ອຍກໍ່ແມ່ນລັດຖະມົນຕີພາຍ

ໃນລົງໄປແນ່ນອນ.

ບາງປະເທດເຂົາໄປກັນຄົບທັງ ປະທານປະເທດ,ນຍ ເພື່ອສແດງຄວາມຫ່ວງໃຍ ແລະ ສແດງຄວາມກະຕັນຍູ

ທີ່ປະຊາຊົນເລືອກເຂົາມາ.ແຕ່ ຜູ້ນຳ ສປປ.ລາວ ຄົງຫຼາຍວຽກ ຫຼືວ່າໄປບໍ່ໄປເຂົາປະຊາຊົນກໍ່ຕ້ອງໄດ້ເລືອກເອົາ

ພວກເພິ່ນຂາດຕົວຢູ່ແລ້ວເພາະພວກເພິ່ນສະຫຼາດໃສສ່ອງໃນຮູ.

ແຕ່ຢ່າງໃດກໍ່ຕາມສ່ວນຕົວ ຜຂ ຂໍສແດງຄວາມເສຍໃຈ ແລະ ແບ່ງເບົາຄວາມທຸກໂສກນຳບັນດາຄອບຄົວ

ທີ່ສູນເສຍລູກຮັກ ຫຼານແພງຜູ້ທີ່ຈະເປັນໜໍ່ແໜງທີ່ດີຂອງຊາດໃນອະນາຄົດ ແລະ ຂໍໃຫ້ວິນຍານຂອງພວກ

ນ້ອງໆຈົ່ງໄປສູ່ສຸຂຕິພົບເທີ້ນ.



__________________
Anonymous

Date:
Permalink   
 

ໜ້າເສົ້າສະລົດໃຈນຳຄອບຄົວຜູ້ສູນເສຍລູກ ຫລານ. ກໍບໍ່ຮູ້ວ່າບ້ານເຮົາ

ຊິເອົາຈີງ ເອົາຈັງຄືບ້ານເພີ່ນບໍ່, ຄະດີນີ້ ຕ້ອງມີຜູ້ຮັບຜິດຊອບນັບແຕ່ຜູ້

ປະກອບການ ທີ່ເຫັນແກ່ຄວາມຢາກໄດ້ເງີນ ໄປຈົນເຖີງພະນັກງານ ພາກລັດ

ທີ່ມີສ່ວນກ່ຽວຂ້ອງໃນການອອກອານຸຍາດ ແລະ ຄຸ້ມຄອງ, ໂດຍສະເພາະ

ກໍ່ແມ່ນອຳນາດການປົກຄອງບ້ານ, ໂຍທາເມືອງ ແລະ ປົກຄອງເມືອງ ເພາະ

ພວກນີ້ກໍ່ເຫັນແກ່ຢ່າງດຽວ ເກັບຄ່າສຳປະທານໄດ້ສ່ວນແບ່ງແລ້ວກໍ່ບໍ່ສົນ

ເລື່ອງອື່ນໝົດ



__________________
Anonymous

Date:
Permalink   
 

Anonymous wrote:

ບໍ່ເຫັນຂ່າວວ່າມີຜູ້ນຳຂັ້ນສູງຂອງພັກລັດລົງໄປເບິ່ງນຳເລີຍເນາະ.ຕາມຂ່າວ ວຽງຈັນໄໝ່ ເຫັນຍາເຈົ້າເມືອງປາກງື່ມ

ແລະ ສຶກສາເມືອງນັ່ງໂຕະທີ່ຫ້ອງການຊີ້ແຈ້ງເຖິງເຫດທີ່ເກີດມີເນື້ອຄວາມທີ່ຍາວສໍ່າຫາງອື່ງ.

ຖ້າເປັນບ້ານເພິ່ນເມືອງທ່ານທີ່ບໍ່ເປັນສັງຄົມນິຍົມສີວິໄລແບບ ສປປ.ລາວຢ່າງນ້ອຍກໍ່ແມ່ນລັດຖະມົນຕີພາຍ

ໃນລົງໄປແນ່ນອນ.

ບາງປະເທດເຂົາໄປກັນຄົບທັງ ປະທານປະເທດ,ນຍ ເພື່ອສແດງຄວາມຫ່ວງໃຍ ແລະ ສແດງຄວາມກະຕັນຍູ

ທີ່ປະຊາຊົນເລືອກເຂົາມາ.ແຕ່ ຜູ້ນຳ ສປປ.ລາວ ຄົງຫຼາຍວຽກ ຫຼືວ່າໄປບໍ່ໄປເຂົາປະຊາຊົນກໍ່ຕ້ອງໄດ້ເລືອກເອົາ

ພວກເພິ່ນຂາດຕົວຢູ່ແລ້ວເພາະພວກເພິ່ນສະຫຼາດໃສສ່ອງໃນຮູ.

ແຕ່ຢ່າງໃດກໍ່ຕາມສ່ວນຕົວ ຜຂ ຂໍສແດງຄວາມເສຍໃຈ ແລະ ແບ່ງເບົາຄວາມທຸກໂສກນຳບັນດາຄອບຄົວ

ທີ່ສູນເສຍລູກຮັກ ຫຼານແພງຜູ້ທີ່ຈະເປັນໜໍ່ແໜງທີ່ດີຂອງຊາດໃນອະນາຄົດ ແລະ ຂໍໃຫ້ວິນຍານຂອງພວກ

ນ້ອງໆຈົ່ງໄປສູ່ສຸຂຕິພົບເທີ້ນ.


 ເລື່ອງແນວນີ້ຢ່າຫວັງເລີຍທີ່ຈະເຫັນໜ້າຂອງຜຸ້ນຳປະເທດເຂົ້າມາໃຫ້ຄວາມສົນໃຈເພື່ອສະແດງມີຈິດໃຈ

ຮ່ວງໄຍປະຊາກອນຊອງຊາດເໝືອນດັ່ງຜູ່ນຳປະເທດທີ່ພັດທະນາແລ້ວ ແລະຜູ້ນຳທີ່ມີການສຶກສາສູງເໝືອນ

ດັ່ງປະເທດອື່ນໆ. ເບິ່ງແຕ່ລົງເຮືອນໄປຍັງມີຄົນກັ້ງຄັນຮົ່ມກັນແດດໃຫ້ ມີຄົນເອົາຜ້າປູພື້ນດິນມຫ້ຢືນ

ເພາະຢ້ານເກີບເຫຼື້ອມມັນຖືກຂີ້ຕົມ, ຍາມນີ້ແຮງເປັນຍາມເລີ່ມຕົ້ນຍາມຝົນ ເພິ່ນຢ້ານປຽກຢ້ານເກີຍເປື້ອນ

ເພິ່ນຈະຮ່ວງຫຍັງນຳປະຊາຊົນ ບໍ່ແມ່ນລູກແມ່ນຫຼານເພິ່ນ.



__________________


Veteran Member

Status: Offline
Posts: 52
Date:
Permalink   
 

ຂ້າພະເຈົ້າ ໄດ້ ໄປງານ ສົ່ງສະການ ດັ່ງກ່າວ ແລ້ວ ໄດ້ເຫັນຫລາຍ ພາກສ່ວນ ໜ່ວຍງານ ເຊັ່ນ : ພໍ່ແມ່ ປະຊາຊົນທີມີນຳໃຈ ຊ່ວຍເຫືອກັນ ແລະ ທະຫານ ຕຳຫລວດ , ແພດຫມ່ ນກັຮງນ ເຈົ້າເມືອງ ອອ້ມຂ້າງ ເຈົ້າຄອງ ກະຊວງສື່ກສາ ແລະ ອື່ນ ແລະ ຍັງມີ ນາຍົກລັດຖະມົນຕີ ພອ້ມ ຄະນະ ສະພາປະຈຳເຂດ ແລະ ຄົນສຳຄັນ ອີກ ຈຳນວນໜື່ງ , ແລະ ໄດ້ ມອບເງີນໃຫ້ຄອບຄົວຜູ້ ເຄາະຮ້າຍ ຈຳນວນໜື່ງ,

ບັນຍາກາດ ແມ່ນ ມີຄວາມໂສກ ເສົ້າ ກ່າວລາຍ ງານ ແມ່ນ ທ່ານ ສາຍທອງ ຮອງເຈົ້າຄອງ ໄດ້ກ່າວ ເຖີງ ບັນດາ ນອ້ງນັກຣຽນ ທີພົບສົບ ແມ່ນ ບາງຄົນຍັງມີ ແອບເຂົ້າ ແລະ ປີ້ງປາ ເພືອ ເອົາໄປກີນ ຍຸໂຮງຮຽນ ເຮັດໃຫ້ ເພີ່ນ ຍຸດ ອ່ານ ຊົວຄະນະ

ຂ້າພະເຈົ້າ ກະເຊັນດຽວກ້ນ ຮູ້ສື່ກ ສົງສານແລະ ສະເຖືອນຄວາມຮຸ້ສື່ກ ,

ຂອບໃຈ ທີ່ ອ່ານ

__________________
Anonymous

Date:
Permalink   
 

nano wrote:

ຂ້າພະເຈົ້າ ໄດ້ ໄປງານ ສົ່ງສະການ ດັ່ງກ່າວ ແລ້ວ ໄດ້ເຫັນຫລາຍ ພາກສ່ວນ ໜ່ວຍງານ ເຊັ່ນ : ພໍ່ແມ່ ປະຊາຊົນທີມີນຳໃຈ ຊ່ວຍເຫືອກັນ ແລະ ທະຫານ ຕຳຫລວດ , ແພດຫມ່ ນກັຮງນ ເຈົ້າເມືອງ ອອ້ມຂ້າງ ເຈົ້າຄອງ ກະຊວງສື່ກສາ ແລະ ອື່ນ ແລະ ຍັງມີ ນາຍົກລັດຖະມົນຕີ ພອ້ມ ຄະນະ ສະພາປະຈຳເຂດ ແລະ ຄົນສຳຄັນ ອີກ ຈຳນວນໜື່ງ , ແລະ ໄດ້ ມອບເງີນໃຫ້ຄອບຄົວຜູ້ ເຄາະຮ້າຍ ຈຳນວນໜື່ງ,

ບັນຍາກາດ ແມ່ນ ມີຄວາມໂສກ ເສົ້າ ກ່າວລາຍ ງານ ແມ່ນ ທ່ານ ສາຍທອງ ຮອງເຈົ້າຄອງ ໄດ້ກ່າວ ເຖີງ ບັນດາ ນອ້ງນັກຣຽນ ທີພົບສົບ ແມ່ນ ບາງຄົນຍັງມີ ແອບເຂົ້າ ແລະ ປີ້ງປາ ເພືອ ເອົາໄປກີນ ຍຸໂຮງຮຽນ ເຮັດໃຫ້ ເພີ່ນ ຍຸດ ອ່ານ ຊົວຄະນະ

ຂ້າພະເຈົ້າ ກະເຊັນດຽວກ້ນ ຮູ້ສື່ກ ສົງສານແລະ ສະເຖືອນຄວາມຮຸ້ສື່ກ ,

ຂອບໃຈ ທີ່ ອ່ານ


 ແມ່ນຄືເຈົ້າວ່າຂ້ອຍກະຮູ້ແຕ່ນາຍົກຜູ້ດຽວ,ສ່ວນຄົນອື່ນໃນຖັນແຖວບໍ່ຄອຍຮູ້ໜ້າເພິ່ນປານໃດ.ແຕ່ກະບໍ່ເປັນຫັຽງໃນເມື່ອເພິ່ນ

ໄປຮ່ວມຄືແນວນີ້ກໍ່ເປັນການໃຫ້ກຳລັງໃຈແກ່ຄອບຄົວທີ່ປະສົບບັນຫາເຄາະຮ້າຍ.ແຕ່ຂ້ອຍຄຶດວ່າສອງຄົນທີ່ມາມີຄວາມເຫັນກ່ອນ

ໜ້ານີ້ຄົງມີສ່ວນກະຕຸ້ນໃຫ້ທ່ານຜູ້ນຳໄປຮ່ວມດວ້ຍໃບໜ້າໂສກເສົ້າຢ່າງບໍ່ມີກັ້ງຮົ່ມ,ພົມແດງ,ແວ່ນຕາດຳ.

ລົງສມັກຄັ້ງໜ້າປະຊາຊົນປ່ອນບັດໂທນຕາຍຕົວແນ່ນອນ.ນອກຈາກເງິນຊ່ວຍເຫຼືອທີ່ເປັນທາງການແລ້ວ,ບັນດາທ່ານຜູ້ນຳ

ທີ່ໄປຮ່ວມຄັ້ງນີ້ຄົງຈົກເງິນສ່ວນຕົວກິນທານນຳບັນດາຄອບຄົວຜູ້ເສຍລູກຮັກຫຼານແພງບໍ່ນ້ອຍຄືກັນ.ຂໍອະນຸໂມນຳທ່ານຜູ້ນຳ



__________________


Veteran Member

Status: Offline
Posts: 52
Date:
Permalink   
 

ຂອ້ຍ ຕັ້ງໃຈໄປ ກີນທານ ກັບຄອບຄົວຜູ້ ເຄາະຮ້າຍ ເຫັນທາງໂທລະທັດ ພໍ່ແມ່ ເສຍໃຈ ອົດບໍ່ໄດ້ ຕອ້ງໄປໃຫ້ໃດ້ ແລະ ເຂົ້າສັງເກດການ ຍູ່ ວ່າ ພາກລັດ ຈະມີການຊ່ວຍເຫືລອ ແນວໃດ , ແຕ່ຄັ້ງນີ້ ເຮົາເຫັນ ລັດທະບານ ໜ່ວຍງານ ຕ່າງ ໆ ກະເອົາໃຈໃສ່ແບບດີແລ້ວ ຢູ່ ຂອ້ຍກະດີໃຈ ນຳ ຄອບຄົວດັ່ງກ່າວ , ຢາງໜ້ອຍ ກະຍັງດີກວ່າ ບໍ່ເຮັດຫຍ້ງ

ເຮົາ ມາໃຫ້ ກຳລັງໃຈ ໃຫ້ແກ່ ທີມງານ ຊອກຫາ ສົບທີຍັງ ບ່ໍພົບເຫັນ ແລະ ຜູ້ ທີຍັງມີ ຊີວີດ ຕໍ່ໄປ ເນາະ ,

__________________
Anonymous

Date:
Permalink   
 

ມື້ທີ 5 ແລ້ວ, ທີມມະນຸດກົບ ທີ່ພະຍາຍາມຄົ້ນຫາ ອີກ 4 ຄົນທີ່ຍັງສູນຫາຍ. ແມ່ນຍັງໄຮ້ວິແວວ!

ຂໍໃຫ້ເຈົ້າແມ່ທໍລະນີ ເຈົ້າແມ່ຄົງຄາ ຊ່ວຍຊູຮ່າງຂອງພວກເຂົາຂຶ້ນສູ່ໜ້ານ້ຳໃຫ້ທ້ອນ!

10177924_1001266529884614_2051913214909284803_n.jpg?oh=7ca5bfbce1cad007c18829b344a26755&oe=560364C1



__________________
Anonymous

Date:
Permalink   
 

ປານນີ້ໄປຊອດບ້ານໄຮ່ປາກງຶ່ມພຸ້ນແລ້ວ ພາກັນມຸດຊອກຫາຢູ່ໃຕ້ບ່ອນເຮືອຂວ້ຳພຽງ

ສີ່ຫ້າຫລັກມັນກໍບໍ່ມີຫຍັງລະບໍ. ລອງໄປມຸດຊອກເບິ່ງທຸກຈຸດຈົນເຖິງປາກງຶ່ມພຸ້ນອາດ

ຈະພົບເຫັນ ສຳຄັນທີ່ສຸດແມ່ນບ່ອນໃດເປັນວັງເວີນນ້ຳບໍ່ໄຫລແຮງ ຮ່າງຂອງນ້ອງນ້ອຍ

ທັງສີ່ອາດຍັງຄ້າງຢູ່ທີ່ນັ້ນ, ເພາະພື້ນນ້ຳສ່ວນມາກແມ່ນຢູ່ນິ້ງ ບາງເທື່ອໄຫລຂຶ້ນເໜືອຊ້ຳ.

 



__________________


Veteran Member

Status: Offline
Posts: 52
Date:
Permalink   
 

ໃຜ ຣູ້ ຂ່າວ ເພີ້ມ ກຽ່ວກັບ ການ ຊອກຫາ ສົບ ເພີ້ມ ອີກ ບ່່ / ອັບເດດ ມາແນ່ ກຳລັງ ຕີດຕາມ ໃນການ ປະຕີງານ ຂອງ ທີມ ຖູ້ໃຜ ທູກ ພາກສ່ວນ /

__________________
Anonymous

Date:
Permalink   
 

nano wrote:

ໃຜ ຣູ້ ຂ່າວ ເພີ້ມ ກຽ່ວກັບ ການ ຊອກຫາ ສົບ ເພີ້ມ ອີກ ບ່່ / ອັບເດດ ມາແນ່ ກຳລັງ ຕີດຕາມ ໃນການ ປະຕີງານ ຂອງ ທີມ ຖູ້ໃຜ ທູກ ພາກສ່ວນ /


 ທີມ ຖູ້ໃຜ ທູກ ພາກສ່ວນ ?ເຈົ້າຢາກເວົ້າຫັຽງ? ຖູ້ໃຜ?ທູກພາກສ່ວນ?.

ໄດ້ຍິນໃນສະພາກາເຟ ວ່າເພິ່ນໄປບະ ໄກສອນ ພົມວິຫານ ໃຫ້ມາຊ່ວຍ.ເພາະຮ້ອງຫາເຈົ້າແມ່ທໍລະນີ

ນາຄໂຄ ,ເຈົ້າທີ່ເຈົ້າທາງກະບໍ່ໄດ້ຜົນ.ຮູ້ພຽງທໍ່ນີ້ລະ.ແມ່ນແທ້ ຫຼື ບໍ່? ບໍ່ຮັບປະກັນເຂົາວ່າມາກໍ່ວ່າໄປ.



__________________
ຄົນວຽງຈັນ

Date:
Permalink   
 

ໜ່ວຍກູ້ໄພກູ້ຊີບແລະດັບເພີງຂອງລາວເຮົາມັນກໍນັ້ນໆລະ ບໍ່ວ່າໄຟໄໝ້ ອຸບັດເຫດບົນທ້ອງຖະໜົນແມ່ນພາກັນ

ກິນແລງກິນງາຍກ່ອນຈະອອກໄປຫາສະຖານທີ່ເກີດເຫດ. ໄຟໄໝ້ກ່ວາລົດດັບເພີງຈະໄປຮອດແມ່ນໄຟໄໝ້ເຮືອນ

ຫຍຸບລົງໝົດແລ້ວ ຖ້າມີຄົນຄາຢູ່ໃນເຮືອນກໍຖືກໄຟສັງເຫວີຍຊີວິດໄປກັບເຮືອນແລ້ວເໝືອນກັນ ບໍ່ເຫັນໜ່ວຍ

ທີ່ມີໜ້າທີ່ຮັບຜິດຊອບມາທັນເວລາຈັກເທື່ອເລີຍ, ເປັນແບບນີ້ມາໄດ້ຊາວສາມສິບປີມາແລ້ວ. ອຸບັດເຫດລັດຕຳ

ກັນ ກວ່າໜ່ວຍກູ້ໄພແລະອຳບູນລັງຈະໄປເຖິງຈຸດທີ່ເກີດເຫດ ຜູ້ທີ່ຖືກບາດເຈັບສາຫັດແມ່ນໃຈຂາດໄປກ່ອນແລ້ວ

ກໍມີ ສ່ວນຜູ້ບາດເຈັບບໍ່ສາຫັດກໍແມ່ນວ່ານອນເກືອກຂີ້ຝຸ່ນຮ້ອງຄາງຢູ່ຕາມແຄມຖະໜົນແຈໃຜແຈມັນກໍມີ.

 

ກ່ຽວກັບການຊອກຄົ້ນຫາຮ່າງຂອງນ້ອງໆທີ່ຈົມນ້ຳເຮືອຂວ້ຳຄັ້ງນີ້ກໍເໝືອນກັນ, ເຮືອຫຼົ້ມເດັກຈົມນ້ຳແຕ່ 7 ໂມງ

ເຊົ້າ ໝ່ວຍມະນຸດກົບລາວຢູ່ວຽງຈັນໄປຮອດບ່ອນເກີດເຫດ 3 ໂມງແລງພ້ອມກັບມະນຸດກົບຈາກພີ່ນ້ອງຝັ່ງໄທ

ບໍ່ຮູ້ວ່າແມ່ນພວກເພິ່ນພາກັນເຮັດຫຍັງຢູ່ ແຕ່ 7ໂມງຫາ 3ໂມງແລງນັ້ນ. ສັງເກດເບິ່ງຄືສິພາກັນນັ່ງຖ້າມະນຸດກົບ

ຈາກປະເທດໄທມາເຖິງຈຶ່ງອອກໄປພ້ອມກັນ. ອັນພວກໄປມຸດໄປກຳນ້ຳປະລໍລິບປະລໍລິບແຕ່ຕອນ 8ໂມງ 9ໂມງ

ເຊົ້ານັ້ນກໍມີແຕ່ໄທບ້ານໃກ້ຄຽງນັ້ນ ເຫດໃດຈະພົບສົບຂອງພວກນ້ອງໆ??????

ຖ້າທຸກຢ່າງທັນການປານນີ້ພົບສົບຂອງພວກນ້ອງໆໝົດທຸກຄົນແລ້ວ. ກໍຍ້ອນໃຊ້ນິໄສໃຫ້ກູສັນເພນເສຍກ່ອນແລ້ວ

ຈັ່ງວ່າກັນ ຫຼື ຍື່ນຊອງຂາວຍັດໄສ້ໃຫ້ກ່ອນໆຈະສະເດັດອອກໂຮງ.........ສັນດານແທ້ໆ.

 



__________________
Anonymous

Date:
Permalink   
 

ຄົນວຽງຈັນ wrote:

ໜ່ວຍກູ້ໄພກູ້ຊີບແລະດັບເພີງຂອງລາວເຮົາມັນກໍນັ້ນໆລະ ບໍ່ວ່າໄຟໄໝ້ ອຸບັດເຫດບົນທ້ອງຖະໜົນແມ່ນພາກັນ

ກິນແລງກິນງາຍກ່ອນຈະອອກໄປຫາສະຖານທີ່ເກີດເຫດ. ໄຟໄໝ້ກ່ວາລົດດັບເພີງຈະໄປຮອດແມ່ນໄຟໄໝ້ເຮືອນ

ຫຍຸບລົງໝົດແລ້ວ ຖ້າມີຄົນຄາຢູ່ໃນເຮືອນກໍຖືກໄຟສັງເຫວີຍຊີວິດໄປກັບເຮືອນແລ້ວເໝືອນກັນ ບໍ່ເຫັນໜ່ວຍ

ທີ່ມີໜ້າທີ່ຮັບຜິດຊອບມາທັນເວລາຈັກເທື່ອເລີຍ, ເປັນແບບນີ້ມາໄດ້ຊາວສາມສິບປີມາແລ້ວ. ອຸບັດເຫດລັດຕຳ

ກັນ ກວ່າໜ່ວຍກູ້ໄພແລະອຳບູນລັງຈະໄປເຖິງຈຸດທີ່ເກີດເຫດ ຜູ້ທີ່ຖືກບາດເຈັບສາຫັດແມ່ນໃຈຂາດໄປກ່ອນແລ້ວ

ກໍມີ ສ່ວນຜູ້ບາດເຈັບບໍ່ສາຫັດກໍແມ່ນວ່ານອນເກືອກຂີ້ຝຸ່ນຮ້ອງຄາງຢູ່ຕາມແຄມຖະໜົນແຈໃຜແຈມັນກໍມີ.

 

ກ່ຽວກັບການຊອກຄົ້ນຫາຮ່າງຂອງນ້ອງໆທີ່ຈົມນ້ຳເຮືອຂວ້ຳຄັ້ງນີ້ກໍເໝືອນກັນ, ເຮືອຫຼົ້ມເດັກຈົມນ້ຳແຕ່ 7 ໂມງ

ເຊົ້າ ໝ່ວຍມະນຸດກົບລາວຢູ່ວຽງຈັນໄປຮອດບ່ອນເກີດເຫດ 3 ໂມງແລງພ້ອມກັບມະນຸດກົບຈາກພີ່ນ້ອງຝັ່ງໄທ

ບໍ່ຮູ້ວ່າແມ່ນພວກເພິ່ນພາກັນເຮັດຫຍັງຢູ່ ແຕ່ 7ໂມງຫາ 3ໂມງແລງນັ້ນ. ສັງເກດເບິ່ງຄືສິພາກັນນັ່ງຖ້າມະນຸດກົບ

ຈາກປະເທດໄທມາເຖິງຈຶ່ງອອກໄປພ້ອມກັນ. ອັນພວກໄປມຸດໄປກຳນ້ຳປະລໍລິບປະລໍລິບແຕ່ຕອນ 8ໂມງ 9ໂມງ

ເຊົ້ານັ້ນກໍມີແຕ່ໄທບ້ານໃກ້ຄຽງນັ້ນ ເຫດໃດຈະພົບສົບຂອງພວກນ້ອງໆ??????

ຖ້າທຸກຢ່າງທັນການປານນີ້ພົບສົບຂອງພວກນ້ອງໆໝົດທຸກຄົນແລ້ວ. ກໍຍ້ອນໃຊ້ນິໄສໃຫ້ກູສັນເພນເສຍກ່ອນແລ້ວ

ຈັ່ງວ່າກັນ ຫຼື ຍື່ນຊອງຂາວຍັດໄສ້ໃຫ້ກ່ອນໆຈະສະເດັດອອກໂຮງ.........ສັນດານແທ້ໆ.

 


 ຕາມຄວາມເຂົ້າໃຈຂອງຂ້ອຍເດີ: ເມືອງລາວບໍ່ມີນັກດຳນ້ຳ ຕ້ອງໄດ້ອາໄສຂໍຄວາມຊ່ວຍເຫຼືອຈາກເພື່ອນບ້ານ

ກໍ່ຕ້ອງເສຍເວລາໃນຂັ້ນຕອນປະຕິບັດໄປແດ່, ອີກຢ່າງໜື່ງທີ່ເກີດເຫດກໍ່ຢູ່ນອກເມືອງ ໃຊ້ເວລາເດີນທາງ

ກໍ່ເກືອບ 2ຊມ



__________________
Anonymous

Date:
Permalink   
 

ພາຫະນະຂອງໜ່ວຍກູ້ພັຍປະເທດໃດກໍຕາມໃນໂລກນີ້ແມ່ນມີຄົບທັງສາມ

ຣະບົບ ບໍ່ວ່າຈະເປັນທາງນ້ຳກໍມີເຮືອ ທາງບົກກໍມີຣົຖ ແລະ ທາງອາກາດກໍ

ມີຍົນເຫາະ ແລະ ຍຸກນີ້ການຄົມະນາຄົມແລະການສື່ສານແມ່ນສະດວກຍິ່ງ

ກ່ວາຍຸກທີ່ຜ່ານມາ. ການໃຊ້ພາຫະນະສິ່ງໃດຈະສະດວກແລະທັນກັບເຫດການ

ກໍຄວນເລືອກເອົາສິ່ງນັ້ນ, ຖ້າຣະຍະທາງໄກໃຊ້ຣົຖເປັນສອງສາມຊົ່ວໂມງກໍຄວນ

ໃຊ້ຍົນ ມີແຕ່ວ່າຈະຍອມສະລະເສັຍທຶນຮອນຂອງອົງກອນນັ້ນໆບໍ່? ຣັຖະບານ

ກໍມີງົບຢູ່ແລ້ວແຕ່ບໍ່ຢາກຈົກອອກເທົ່າເພາະພບກທີ່ເຄາະຮ້າຍນັ້ນບໍ່ແມ່ນລູກ

ຫຼານຂອງເພິ່ນ. ຖ້າວ່າແມ່ນລູກຫຼານຜູ້ໃດຜູ້ໜຶ່ງຂອງຄົນສຳຄັນໃນຄນະຣັຖະ

ບານແມ່ນໜ່ວຍກູ້ພັຍໄວກ່ອນໝື້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard