ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເວົ້າອອກມາໄດ້ແນວໃດ?
Anonymous

Date:
ເວົ້າອອກມາໄດ້ແນວໃດ?
Permalink   
 


ອີກຫ້າປີ ສປປລ ຈະພົ້ນທຸກ

image10420204_906653386040726_4910610682229141418_n.jpg?oh=d780bdcb7809cac540545f4ed0389bdb&oe=5603C78411109446_10204329244342260_2808898826976946761_n.jpg?oh=2960ad83003efea456aa1397cbfe68ff&oe=55EB99EA11231690_10204329244622267_5262590924856786841_n.jpg?oh=a55b8b6381fe245c5f917fe5dcaba5b9&oe=55ED796E10408611_10204329245302284_2116827255008289134_n.jpg?oh=f948db044aafd3f5f7d2cd0da9bbe485&oe=55F0D96A

ຮອງ ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງລຸນ ສີສຸລິດ, ໄດ້ກ່າວ ໃນ ຫົວຂໍ້ “40 ປີ ສປປລາວ ແລະ ເສັ້ນທາງ ສູ່ ອະນາຄົດ ຂອງ ລາວ” ຢູ່ ບາງກອກ ປະເທສ ໄທ ໃນ ວັນທີ 28 ພຶສພາ 2015 ວ່າ, ສປປລາວ, ມີ ເປົ້າໝາຍ ທີ່ ຈະ ເຮັດໃຫ້ ປະຊາຊົນ ລາວ ຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ ໃຫ້ໄດ້ ພາຍໃນ ປີ 2020, ແລະ ເລິ່ມ ພັທນາ ໄປສູ່ ປະເທສ ທີ່ ມີ ຣາຍໄດ້ ປານກາງ ເພື່ອ ກ້າວໄປ ສູ່ ຣາຍໄດ້ ສູງ. ຕາມ ເປົ້າໝາຍ ຂອງ ສະຫະ ປະຊາຊາດ, ໂດຍຈະ ໃຫ້ ມີ ຣາຍໄດ້ 8,໐໐໐ ໂດລາ ສະຫະຣັຖ ຕໍ່ຄົນ ຕໍ່ປີ ໃນ ປີ 2032. ຕາມ ຣາຍງານ ຂອງ ມະຕິຊົນ ອອນລາຍ.

ຣາຍງານ ເວົ້າວ່າ ຫຼັງຈາກ ລາວ ຕໍ່ສູ້ ປົດປ່ອຍ ຈາກ ຕ່າງຊາດ, ແລະ ປ່ຽນແປງ ອຳນາດ ການ ປົກຄອງ ເມື່ອ ວັນທີ 2 ທັນວາ 1975, ໃນຊ່ວງ 3 ປີ ທຳອິດ ເປັນຊ່ວງ ທີ່ ຍາກ ລຳບາກ ທີ່ສຸດ, ໃນການ ປົວແປງ ບາດແຜ ສົງຄາມ, ນອກຈາກ ຟື້ນຟູ ເສຖກິດ ແລ້ວ ທີ່ ສຳຄັນ ຄື ພາວະ ຈິດໃຈ ຂອງ ປະຊາຊົນ ທີ່ ຍັງ ສັບສົນ ວ່າ ປະເທສ ຈະໄປ ໃນ ທິດທາງ ໃດ.

ແລະ ຕໍ່ມາ ໃນປີ 1986 ພັກ ປະຊາຊົນ ປະຕິວັດ ລາວ ໄດ້ ວາງ ແນວທາງ ທີ່ ໃຫ້ ຊື່ວ່າ: “ຈິນຕະນາການ ໃໝ່” ໂດຍ ຮັບຮູ້ ຄວາມ ເປັນຈິງ ຂອງ ປະເທສ ປ່ອຍໃຫ້ ມີ ເສຖກິດ ຫລາຍ ພາກສ່ວນ ແລະ ເປີດກວ້າງ ທາງ ດ້ານ ເສຖກິດ ສູ່ໂລກ ພາຍນອກ, ຊຶ່ງ ກ່ອນໜ້າ ນັ້ນ ບັງຄັບ ໃຫ້ ປະຊາຊົນ ເຮັດນາ ລວມໝູ່, ໃຫ້ ຈັດຕັ້ງ ສະຫະກອນ ກະເສດ, ສະຫະກອນ ຊື້-ຂາຍ ໃນ ທົ່ວ ປະເທສ.

ແຕ່ປີ 1991 ມາ ສປປລາວ ມີ ຣັຖທັມນູນ ສະບັບ ທຳອິດ ຊຶ່ງ ໃນນັ້ນ, ບົ່ງໄວ້ ເຖິງການ ຮັບປະກັນ ສິດ ເສຣີພາບ ແລະ ປະຊາ ທິປະຕັຍ ຂອງ ພົລເມືອງ ລາວ ທຸກຄົນ ແຕ່ ໃນ ພາກ ຕົວຈິງ ຫລາຍຄົນ ເວົ້າວ່າ ປະຕິບັດ ບໍ່ໄດ້ ພໍ ເທົ່າໃດ, ແລະວ່າ ຈະ ພັທນາ ເສຖກິດ ຕາມ ຣະບົບ ຕລາດ ການຄ້າ ຮວມທັງ ເປີດກວເາງ ການ ລົງທຶນ ຂອງ ຕ່າງ ປະເທສ ຂນະທີ່ ປັດຈຸບັນ ສປປລາວ ປະເຊີນ ກັບ ຄວາມ ຫຍຸ້ງຍາກ ທາງ ດ້ານ ເສຖກິດ ການເງິນ, ເປັນຕົ້ນ ຕິດໜີ້ ຕ່າງ ປະເທສ ເປັນ ຈຳນວນ ມະຫາສານ ເປັນການ ຍາກ ທີ່ ຈະໃຊ້ ແທນຄືນ ໄດ້.

 



__________________
Anonymous

Date:
Permalink   
 

ທາງການລາວຢາກໄດ້ຣົດໄຟ ປີນີ້

image

ທ່ານ ສົມສວາດ ເລັ່ງສວັດ ຮອງ ນາຍົກ ຣັຖມົນຕຣີ ສປປ ລາວ, ຮຽກຮ້ອງ ໃຫ້ ຈີນ ສນັບສນູນ ໂຄງການ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ, ຊຶ່ງ ທາງຝ່າຍ ລາວ ຢາກ ໃຫ້ ມີການ ລົງມື ສ້າງ ພາຍໃນ ທ້າຍ ປີ ນີ້. ເມື່ອ ອາທິດ ທີ່ແລ້ວ ທີ່ ນະຄອນ ຫລວງ ວຽງຈັນ, ຄນະ ກັມມາທິການ ຮ່ວມມື ລາວ-ຈີນ ໄດ້ ປະຊຸມ ຫາລື ກັນ ກ່ຽວກັບ ແຜນການ ຮ່ວມມື ສອງຝ່າຍ ລາວ-ຈີນ 5 ປີ ຂ້າງໜ້າ, ຄື ນັບແຕ່ ປີ 2016 ຈົນເຖິງ ປີ 2020.

ໃນ ໂອກາດ ນີ້ ທາງ ຝ່າຍລາວ ໄດ້ ຂໍຮ້ອງ ໃຫ້ ຝ່າຍ ຈີນ ແຕ່ງຕັ້ງ ທິມງານ ສຳລັບ ເຮັດວຽກນ ຮ່ວມກັບ ຝ່າຍລາວ, ເພື່ອ ຊ່ວຍກັນ ຮ່າງ ແຜນ ຮ່ວມມື ປີ 2016-20 ຊຶ່ງ ຮວມທັງ ໂຄງການ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ຣະຫວ່າງ ສອງ ປະເທດ.

ທ່ານ ວິຈິດ ສິນດາວອນ ຮອງ ຫົວໜ້າ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ ກ່າວກັບ ໜັງສືພິມ ວຽງຈັນ ທາມສ ຂອງ ທາງການ ລາວ ວ່າ, ທາງຝ່າຍ ຈີນ ຈະ ຮ່ວມມື ກັບ ຝ່າຍລາວ ເພື່ອ ດຳເນີນ ໂຄງການ ສ້າງ ທາງ ຣົດໄຟ ລາວ-ຈີນ ໄດ້ ເກີດ ເປັນ ຜົນ ສຳເຣັດ.

ນອກຈາກ ໂຄງການ ສ້າງ ທາງ ຣົດໄຟ ທາງ ຝ່າຍລາວ ຍັງ ຂໍຮ້ອງ ໃຫ້ ຝ່າຍຈີນ ຊ່ວຍ ຮັບຊື້ ຜົນຜລິດ ທາງ ດ້ານ ກະສິກັມຈາກ ລາວ ນໍາດ້ວຍ, ເປັນຕົ້ນ ກ້ວຍ, ສາລີ, ໝາກໂມ, ແລະ ເຂົ້າ. ເຣື່ອງ ທີ່ ສໍາຄັນ ອີກ ຢ່າງນຶ່ງ ທາງການ ລາວ ແລະ ຈີນ ຍັງໄດ້ ທົບທວນ ເບິ່ງ ການໃຫ້ ເງິນ ຊ່ວຍເຫລືອ ແກ່ ສປປລາວ ຂອງ ຈີນ. ເມື່ອ ປີກາຍ ຈີນ ໃຫ້ ເງິນ ຊ່ວຍເຫລືອ ແກ່ ລາວ ທັງໝົດ 250 ລ້ານ ດອນລ່າ ສະຫະຣັຖ ໃນ ນັ້ນ 114 ລ້ານ ດອນລ່າ ເປັນ ເງິນ ຊ່ວຍເຫລືອ ລ້າ.



__________________
Anonymous

Date:
Permalink   
 

ອີກ 100 ປີ, 1000 ປີ...???

ກະຊິຍັງຄືເກົ່າ ຄືເດີມ...???



__________________
Anonymous

Date:
Permalink   
 

ຊົນນະບົດລາວຍັງທຸກຍາກ

image

 

ການ ປະຕິຮູບ ທາງດ້ານ ການຕລາດ ໄດ້ ຊ່ວຍໃຫ້ ສປປ ລາວ ມີການ ເຕີບໂຕ ຢ່າງ ໝັ້ນຄົງ, ຫລຸດຜ່ອນ ຄວາມ ທຸກຍາກ, ແຕ່ວ່າ ຄວາມ ບໍ່ ເທົ່າທຽມ ຣະຫວ່າງ ຕົວເມືອງ ກັບ ຊົນນະບົດ ກໍ ເພີ້ມຂຶ້ນ. ອີງຕາມ ການ ສຶກສາ ວິໄຈ ຂອງ ທະນາຄານ ພັທນາ ເອເຊັຽ.

ທ່ານ ຊານດຣາ ນີໂຄລ ຜູ້ ຕາງໜ້າ ທະນາຄານ ພັທນາ ເອເຊັຽ ປະຈໍາ ລາວ ກ່າວວ່າ: ຄວາມ ບໍ່ ເທົ່າທຽມ ກັນ ທີ່ ເພີ້ມສູງ ຂຶ້ນ ເປັນບັນຫາ ທີ່ ໜ້າ ເປັນຫ່ວງ ຕໍ່ ນະໂຍບາຍ ຂອງ ຣັຖບານ ລາວ ຍ້ອນວ່າ ມັນເປັນ ພັຍ ຂົ່ມຂູ່ ຕໍ່ ຄວາມ ສາມັກຄີ ຂອງຊາດ ແລະ ການ ເຕີບໂຕ ທາງດ້ານ ເສຖກິດ ແບບ ຍືນຍົງ ໃນ ອະນາຄົດ.

ນອກຈາກ ນີ້ ທ່ານ ຈາຢັນ ເມັນນອນ ນັກ ເສຖສາດ ປະຈໍາ ທະນາຄານ ພັທນາ ເອເຊັຽ ກໍ ກ່າວວ່າ: ການ ສຶກສາ ວິໄຈ ໄດ້ ສະແດງ ໃຫ້ ເຫັນວ່າ ຄວາມ ບໍ່ ເທົ່າທຽມ ກັນ ໄດ້ ເພີ້ມຂຶ້ນ ຣະຫວ່າງ ຕົວເມືອງ ແລະ ເຂດ ຊົນນະບົດ.

ຄວາມ ບໍ່ ເທົ່າທຽມ ກັນ ແມ່ນໄດ້ ມາຈາກ ການ ສົມທຽບ ການ ຊົມໃຊ້ ພາຍໃນ ຄົວເຮືອນ ຊຶ່ງ ມາຈາກ ການ ສໍາຣວດ ຂໍ້ມູນ ຄົວເຮືອນ ຕລອດ ລະຍະ ເວລາ 20 ປີ ໃນ ຄັ້ງ ທໍາອິດ, ແລະ ການ ສົມທຽບ ການ ຊົມໃຊ້ ພາຍໃນ ຄົວເຮືອນ ໃນ ປີ 2012 ແລະ 2013.



__________________
Anonymous

Date:
Permalink   
 

ບໍ່ເວົ້າບໍ່ຕົວະອອກມາກໍບໍ່ໄດ້ ເພາະມີຫລາຍໆປະເທດໃຫ້ຄວາມຊ່ວຍເຫຼືອໄປຍັງປະຊາຊົນລາວຜູ້ຍາກຈົນ

ມາໄດ້ສີ່ສິບປີແລ້ວ ແຕ່ຂອງຊ່ວຍເຫຼືອເຫຼົ່ານັ້ນບໍ່ວ່າເປັນວັດຖຸຫຼືເງິນຕາແມ່ນພັກລັດເອົາໄປງາບຫ່າໝົດ.

ພວກທູດປະເທດຕ່າງໆເຂົາບໍ່ໄດ້ໄປຢ້ຽມຢາມເຂດຊົນນະບົດກໍເລີຍບໍ່ເຫັນຄວາມທຸກຍາກຂອງປະຊາຊົນ

ຜູ່ທີ່ຢູ່ໄກກັບຄວາມຈະເລີນ, ພວກເຂົາເຫັນແຕ່ການຢູ່ກິນຂອງຊາວລາວທີ່ຢູ່ໃນເມືອງໃຫຍ່ແລະເຂດທີ່ມີ

ເສັ້ນທາງຄົມມະນາຄົມໄປເຖິງເທົ່ານັ້ນທີ່ມີຊີວິດການເປັນຢູ່ອັນດີ ໂດຍສະເພາະຄົນຢູ່ນະຄອນຫຼວງ.



__________________
Anonymous

Date:
Permalink   
 

ຫລຸດພົ້ນແທ້ ໃນກຸ່ມເຄືອຍາດຂອງພວກເພີ່ນ ແມ່ນແຕ່ປະຈຸບັນ

ກໍ່ຫລຸດພົ້ນເກີນຄາດໝາຍແລ້ວ. ລາຍຮັບສະເລັ່ຽຂອງປະຊາຊົນກໍ່ສູງແທ້

ເພາະເອົາເງີນຂອງກຸ່ມພວກເພີ່ນທີ່ເປັນເສດຖີແລ້ວນັ້ນມາສະເລັ່ຽໃສ່

ສະລຸບແລ້ວແມ່ນເພີ່ນເວົ້າຖືກ



__________________
Anonymous

Date:
Permalink   
 

大家好



__________________
Anonymous

Date:
Permalink   
 

ຂ້າພະເຈົ້າຢາກຮູ້ວ່າມາຈາກແຂວງກວາງຕຸ້ງ, ຫມູ່ເພື່ອນຈີນລາວ, ຜູ້ທີ່ມີຄວາມສົນໃຈສົ່ງ EM: 457416747@qq.com ໃຫ້ຂ້າພະເຈົ້າ ah



__________________
Anonymous

Date:
Permalink   
 

ເພາະພວກນີ້ແມ່ນພວກໄດ້ປະກາດ ສຈ,ດລ=ສີ່ເຈົາ,ເດົ້າລິງ ຈາກສວນສັດ ສປປ.ຈີນ,ຫວຽດນາມ

ໃນທາງໄປປະຕິບັດຕົວຈິງ ແລະ ລັດສະທານ.(ລັດເລົ່ານີ້ທານໃຫ້ໂດຽຕົງເພື່ອບໍ່ໃຫ້ເກີ້ເຂີນເມື່ອໄປຮ່ວມ

ປະຊຸມກັບບັນດາຜູ້ນຳ ຫຼື ບຸຄຄົນປະເທດອື່ນທີ່ເຂົາໄດ້ຮຽນຈົບຕາມຫຼັກສູດສາກົນແທ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard