ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ່ນຳ ພັດລັດທັງຫລາຍຄວນເອົາເປັນແບບຢ່າງ.
Anonymous

Date:
ຜູ່ນຳ ພັດລັດທັງຫລາຍຄວນເອົາເປັນແບບຢ່າງ.
Permalink   
 


11251046_987857024579303_5674598672185738829_n.jpg?oh=0cca87a1b023934a036a79ab4917d894&oe=55FD99B0

ທ່ານ ສັກໄຊ ວົງມາລາສິດ (ປີເຕີຈັນ)

ປີເຕີຈັນປະກາດສະແດງເຈດຈໍານົງມອບທຶນຊ່ວຍເຫລືອລ້າສ້າງຂົວຂ້າມນໍ້າງື່ມຢູ່ເຂດບ້ານນາບົງເພື່ອເປັນຂອງຂວັນໃຫ້ພໍ່ແມ່ປະຊາຊົນຢູ່ດັ່ງກ່າວ ພາຍຫລັງເກີດສິ່ງບໍ່ຄາດຄິດຂຶ້ນຄືເຫດການເຮືອຫລົ້ມເຮັດໃຫ້ເດັກນັກຮຽນເສຍຊີວິດ 7 ລາຍ ແລະ ຍັງສູນຫາຍອີກ 3 ລາຍ ພ້ອມກັນນີ້ກໍຍັງຈະສືບຕໍ່ມອບທຶນຊ່ວຍສ້າງຂົວຮ່ອງແຊງຫລັງວິທະຍາໄລລາວ-ອາເມລິກາເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບທີ 40 ປີ.
ການປະກາດຄັ້ງນີ້ໄດ້ສະແດງເຖິງນໍ້າໃສໃຈຈິງ ແລະ ຄວາມຮັກຊາດບ້ານເກີດເມືອງນອນຂອງ ທ່ານ ປີເຕີຈັນອອກສູ່ເວທີພາຍໃນ ແລະ ຕ່າງປະເທດຢ່າງຈະແຈ້ງ
ໃນຄວາມເປັນຈິງ ຫລາຍທ່ານອາດບໍ່ຄຸ້ນເຄີຍກັບ ຊື່ແທ້ໆຂອງເພີ່ນທີ່ມີ ນາມ ວ່າ ທ່ານໂຊກໄຊ ແຕ່ຖ້າເອີ້ນ ຫລື ກ່າວ ປີເຕີຈັນນັ້ນ ເດັກນ້ອຍໆຢູ່ນະຄອນຫລວງວຽງຈັນ ຫລື ຕ່າງແຂວງອາດຮູ້ດີ. ທ່ານ ປີເຕີຈັນເປັນປະທານ ບໍລິສັດລາວເວີນມະຫາຊົນ ແລະ ຖິ່ນກໍາເນີດຢູ່ເມືອງປາກເຊ ແຂວງຈໍາປາສັກ

---------------------------------------------------------------------------------

ທ່ານ ປີເຕີຈັນ ກັບຄວາມສຳເລັດທາງທຸລະກິດ ແລະ ຊ່ວຍເຫຼືອສັງຄົມທ່ານ ປີເຕີຈັນ ມີຊື່ແທ້ວ່າ ທ່ານ ສັກໄຊ ວົງມາລາສິດ, ເປັນຄົນລາວເຊື້ອສາຍຈີນ ເກີດຢູ່ເມືອງປາກເຊ ແຂວງຈຳປາສັກ ເປັນນັກທຸລະກິດໃຫຍ່ລະດັບພາກພື້ນ ມີທຸລະກິດຢູ່ຫຼາຍປະເທດ ໂດຍສະເພາະແມ່ນຢູ່ ຈີນ, ຈີນຮົງກົງ, ຝຣັ່ງ, ໄທ, ລາວ…

ທຸລະກິດຢູ່ຕ່າງປະເທດສ່ວນຫຼາຍ ຈະເປັນປະເພດທຸລະກິດສົ່ງອອກ ແລະຕັງແຟ. ສິນຄ້າສົ່ງອອກທີ່ຄົນລາວຮູ້ຈັກດີ ຢ່າງໜຶ່ງທີ່ຕັ້ງຢູ່ປະເທດໄທແມ່ນ ຜະລິດຕະພັນກະທິ “ອະຣ່ອຍດີ” ແລະສຳລັບຢູ່ລາວ ທ່ານເປັນເຈົ້າຂອງກຸ່ມບໍລິສັດລາວເວີນ ເຊິ່ງປະກອບມີສູນການຄ້າລາວ-ໄອເຕັກ, ສູນການຄ້າສະຫວັນ-ໄອເຕັກ, ສູນການຄ້າໄອເຕັກມໍ, ບໍລິສັດກໍ່ສ້າງ ແລະອື່ນໆ ທີ່ສຳຄັນບໍລິສັດລາວເວີນ ໄດ້ເຂົ້າສູ່ຕະຫຼາດຫຼັກຊັບລາວແລະເປີດຂາຍຫຸ້ນ ເມື່ອປີ 2014 ທີ່ຜ່ານມາ.

ທ່ານ ປີເຕີຈັນ ເປັນຄົນມີວິໄສທັດກວ້າງໄກ, ມີນ້ຳໃຈໂອບເອື້ອອາລີ, ເວົ້າແທ້ເຮັດຈິງ, ມັກຊ່ວຍເຫຼືອສັງຄົມຢູ່ເລື້ອຍໆ ທີ່ຮູ້ຈັກກັນດີແມ່ນ ການໃຫ້ສະຖານທີ່ຄ້າ-ຂາຍແກ່ຊາວຄ້າຂາຍຕະຫຼາດທົ່ງຂັນຄຳ (ຍ້ອນຖືກໄຟໄໝ້) ໂດຍການສ້າງຕະຫຼາດໃໝ່ແບບຊົ່ວຄາວໃຫ້ຢູ່ເດິ່ນສູນການຄ້າລາວ-ໄອເຕັກ ແລະການປະກາດຈະສ້າງຂົວຂ້າມນ້ຳງື່ມທີ່ທ່ານາບົງແລະຂົວຂ້າມຮ່ອງແຊງເຂດຫຼັງວິທະຍາໄລລາວອາເມລິກາ ເມື່ອຕົ້ນເດືອນມິຖຸນານີ້.

ຄວາມສຳເລັດທາງດ້ານການເຮັດທຸລະກິດທີ່ກ້າວໜ້າ ແລະການໃຫ້ຄວາມຊ່ວຍເຫຼືອສັງຄົມ ໃນລະດັບຕ່າງໆ ຂອງທ່ານ ປີເຕີຈັນ ເຮັດໃຫ້ພັກແລະລັດຖະບານລາວກໍໃຫ້ຄວາມເຊື່ອໝັ້ນຕໍ່ທ່ານ ແລະປະຊາຊົນລາວຕ່າງກໍຍ້ອງຍໍຊົມເຊີຍ ແລະອວຍພອນໃຫ້ທ່ານ ພ້ອມທັງຍົກຍ້ອງວ່າທ່ານ ປີເຕີຈັນ ຫຼື ທ່ານ ສັກໄຊ ວົງມາລາສິດ ເປັນເສດຖີໃຈບຸນຂອງລາວ.

ສຳລັບໂຄງການໃຫຍ່ ທີ່ທາງບໍລິສັດ ລາວເວີນ ຂອງທ່ານ ປີເຕີຈັນ ກຳລັງດຳເນີນ ການກໍ່ສ້າງ ກໍ່ແມ່ນ ITECC Mall ແລະ ຕະຫຼາດທົ່ງຂັນຄຳຫຼັງໃໝ່, ທີ່ຈະກາຍເປັນສີສັນ ແລະ ແຫຼ່ງທຸລະກິດໂສມໜ້າໃໝ່ ໃນນະຄອນຫຼວງວຽງຈັນ.



__________________
Anonymous

Date:
Permalink   
 

10464380_779493602169570_3568640286361368940_n.jpg?oh=39a4f851465751ac2d6890e2e335ae17&oe=55EA69F4

ແຕ່ກຕ່າງກັນຫລາຍກັບພວກ ບ້ານີ້ ທີ່ບໍ່ຮູ້ຈັກ ຊ່ວຍເຫຼືອສັງຄົມ

ແລະບໍ່ມີຄຳວ່າພໍ, ໃນການໂກງຊາດກິນຂອງພວກເຂົາ



__________________
Anonymous

Date:
Permalink   
 

ຜູ້ນຳ ພັກ-ລັດ ແມ່ນຝຸງຄົນຈຳພວກ ສີ່ເຈົາ,ເດົາລິງ=ສຈ,ດລ.ໃນຫົວຂອງຄົນຝຸງນີ້ບໍ່ມີດອກ

ແນວຄິດ ຫຼື ສມອງຢ່າງທ່ານປີເຕີຈັນ.ເຂົາບໍ່ໄປຂໍຫັກເປີເຊັນຈາກຈຳນວນເງິນທີ່ບໍລິຈາກລາຍນີ້

ກໍ່ເປັນກຸສົນສູງສຸດແລ້ວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard