ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖບານ ລາວ ສະເໜີ ຂໍຢືມ ເງິນ ຈາກ ຈີນ 100 ລ້ານ ໂດລາ
Anonymous

Date:
ຣັຖບານ ລາວ ສະເໜີ ຂໍຢືມ ເງິນ ຈາກ ຈີນ 100 ລ້ານ ໂດລາ
Permalink   
 


ລາວສເນີຂໍກູ້ເງິນຈາກຈີນ

image

 

ແຫລ່ງຂ່າວ ຈາກ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ ເວົ້າວ່າ, ຣັຖບານ ລາວ ສະເໜີ ຂໍຢືມ ເງິນ ຈາກ ຈີນ ເກືອບ ຮອດ 100 ລ້ານ ໂດລາ ສະຫະຣັຖ ເພື່ອ ປັບປຸງ ກໍ່ສ້າງ ເສັ້ນທາງ ຫລວງ ເລກທີ 13 ເໜືອ, ແຕ່ ປາກມອງ ແຂວງ ຫລວງ ພຣະບາງ ຫາ ເມືອງ ໄຊ ແຂວງ ອຸດົມໄຊ ທີ່ ມີ ຄວາມຍາວ ປະມານ 90 ກິໂລແມັດ. ອີງໃສ່ ໃບ ສະເໜີ ທີ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຼີ, ປະທານ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ ເຖີງ ທ່ານ ກວນ ຮວາ ບິງ ທູດ ຈີນ ປະຈໍາ ລາວ.

ການຂໍ ກູ້ຢືມ ເງິນ ຈາກ ຈີນ ຄັ້ງນີ້ ຣັຖບານ ລາວ ເວົ້າວ່າ, ຈະ ເຮັດໃຫ້ ເສັ້ນທາງ ດັ່ງກ່າວ ມີ ຄວາມໝາຍ ສໍາຄັນ ຕໍ່ ຍຸທສາດ ການ ພັທນາ ເສຖກິດ ສັງຄົມ ແຕ່ນີ້ ເຖີງ ປີ 2020, ຕໍ່ ການ ຄົມມະນາຄົມ ຂົນສົ່ງ ແລະ ຈະ ເຮັດໃຫ້ ລາວ ເຊື່ອມຕໍ່ ກັບ ປະເທດ ຕ່າງໆ ໃນ ພາກພື້ນ.

ເພື່ອ ຄວາມ ກະຈ່າງແຈ້ງ ເອເຊັຽ ເສຣີ ກໍໄດ້ ໂທຣະສັບ ໄປຍັງ ທ່ານ ວັນທອງ ບຸດຕະນະວົງ ຜູ້ ຮັບຜິດຊອບ ໂຄງການ ປັບປຸງ ກໍ່ສ້າງ ເສັ້ນທາງ ດັ່ງກ່າວ, ແຕ່ ທ່ານ ກໍ ປະຕິເສດ ທີ່ ຈະ ຕອບ ຄໍາຖາມ.

ໂຄງການ ກູ້ຢືມ ເງິນ ຈີນ ນັ້ນ ແມ່ນ ນອນຢູ່ ໃນ ແຜນ ບູຣິມະສິດ ຂອງ ຣັຖບານ ລາວ ຕາມບົດ ບັນທຶກ ຄວາມ ຊ່ວຍຈໍາ ຣະຫວ່າງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ລາວ ແລະ ກຸ່ມ ບໍຣິສັດ ກໍ່ສ້າງ ຢູນນານ Yunnan Construction Groups ທີ່ ໄດ້ ລົງນາມ ກັນ ເມື່ ອວັນທີ 26 ເມສາ 2010.



__________________
Anonymous

Date:
RE: ຣັຖບານ ລາວ ສະເໜີ ຂໍຢືມ ເງິນ ຈາກ ຈີນ 100 ລ້ານ ໂດລາ
Permalink   
 


ໜີ້ສິນມະຫາສານຂອງ ສປປລ

image

 

ຣັຖບານ ສປປ ລາວ ເປັນໜີ້ ຕ່າງ ປະເທດ ຫລາຍ ເກີນໄປ, ປີນີ້ ຈະມີ ໜີ້ ເພິ້ມຂຶ້ນ ເປັນ 6.1 ຕື້ ດອນລ່າ ສະຫະຣັຖ. ໜີ້ ຫລາຍ ເທົ່ານີ້ ຣັຖບານ ກໍ ບໍ່ ສາມາດ ຈະ ໃຊ້ຄືນ ໄດ້ ຢູ່ແລ້ວ; ເຖິງປານ ນັ້ນ ຣັຖບານ ລາວ ກໍຍັງ ຈະຢືມເງິນ ຈາກ ຈີນ ຕື່ມອີກ 7.2 ຕື້ ດອນລ່າ ເພື່ອ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ, ຊຶ່ງ ຈະເຮັດ ໃຫ້ ໜີ້ ເພິ້ມຂຶ້ນ ເປັນ ຢ່າງໜ້ອຍ 13.3 ຕື້ ດອນລ່າ ຊຶ່ງ ເປັນເງິນ ອັນ ມະຫາສານ.

ທຸກ ທ່ານ ອາຈຢາກ ຖາມວ່າ ຣັຖບານ ລາວ ຈະ ໃຊ້ໜີ້ ຄືນ ແນວໃດ, ໂດຍ ສະເພາະ ໜີ້ ທີ່ ຢືມມາ ສ້າງ ທາງ ຣົດໄຟ ຄວາມໄວສູງ ນັ້ນ, ຣັຖບານ ລາວ ກໍຈະ ຕອບ ຄຳຖາມ ນັ້ນວ່າ, ຈະ ໃຊ້ໜີ້ ຄືນ ດ້ວຍ ວິທີ ອະນຸຍາດ ໃຫ້ ຈີນ ເຂົ້າ ມາ ຂຸດຄົ້ນ ເອົາ ແຮ່ທາດ ເຊັ່ນ: ຄຳ, ເງິນ, ທອງ, ແລະ Bauxite. ວິທີ ນີ້ ຣັຖບານ ລາວ ໄດ້ໃຊ້ ມາແລ້ວ ຫລາຍ ຄັ້ງ; ຕົວຢ່າງ ເວລາ ສ້າງ ສນາມ ກິລາ ແຫ່ງຊາດ ໃໝ່, ກໍໃຫ້ ສັມປະທານ ທີ່ ດິນ ບຶງ ທາດຫລວງ ໃຫ້ ແກ່ຈີນ.

ຖ້າ ຈະ ອາສັຍ ໄມ້ ໄມ້ ກໍໝົດ ແລ້ວ; ຖ້າຈະ ອາສັຍ ການ ໃຊ້ໜີ້ ຄືນ ດ້ວຍ ເງິນສົດ ແບບ ປະເທດ ອື່ນ, ສປປລາວ ກໍຄົງ ຈະບໍ່ມີ ເງິນ ພຽງພໍ ແມ້ແຕ່ ງົປມານ ຈ່າຍ ເງິນ ເດືອນ ພະນັກງານ ຣັຖກອນ ຂອງ ຣັດ, ຣັຖບານ ກໍຍັງ ບໍ່ມີ ຈ່າຍໃຫ້ ຢ່າງ ທົ່ວເຖິງ ແລະ ທັນ ເວລາ.

ບັດນີ້ ພວກເຮົາ ມາ ສຶກສາ ເບິ່ງ ວິທີ ຈ່າຍ ດ້ວຍ ແຮ່ທາດ ບັນຫາ ໃຫຍ່ ກໍຄື ປະເທດ ລາວ ຍັງມີ ແຮ່ທາດ ຫລື ບໍ່ແຮ່ ຫລາຍ ພໍຈະໃຊ້ ໜີ້ ຄືນ ໄດ້ ຫລືບໍ່. ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ໃຫ້ ຄຳຄິດ ຄຳເຫັນ ຕອບ ຄຳຖາມ ນັ້ນວ່າ:

“ຂ້າພະເຈົ້າ ຕີ ຣາຄາ ວ່າ ບໍ່ແຮ່ ຢູ່ລາວ ນີ້ມັນ ບໍ່ມີ ຫລາຍ ແລ້ວ ບໍ່ຄຳ ເຊໂປນ ມັນ ກໍໝົດ ໄປແລ້ວ ແມ່ນບໍ່, ມັນ ບໍ່ມີ ຫຍັງ ຫລວງ ຫລາຍ ມາເບິ່ງ ແລ້ວ ເນື້ອ ທີ່ດິນ ຂອງ ປະເທດ ລາວ ມັນ ກໍບໍ່ໄດ້ ກວ້າງໃຫຍ່ ໄພສານ, ໃນເມື່ອ ຂຸດ ອອກໄປ ຂາຍ ຕິກໆ ມັນ ຈະບໍ່ມີ ຫຍັງ ເຫລືອ ໃນ ອະນາຄົດ ໃຫ້ ແກ່ ລູກຫລານ ລາວ ໃນການ ພັທນາ ສ້າງສາ ປະເທດ ຊາດ, ມັນ ບໍ່ມີ ຄວາມ ຈຳເປັນ ຕ້ອງມາ ຟ້າວຟັ່ງ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ທີ່ ເປັນການ ຕິດໜີ້ ຢ່າງໃຫຍ່ ຫລວງ. ປັດຈຸບັນ ນີ້ ປະເທດ ລາວ ເປັນໜີ້ ຫລາຍ ທີ່ສຸດ ໃນ ບັນດາ ປະເທດ ທີ່ ດ້ອຍ ພັທນາ. ທາງການ ຂອງ ສປປລາວ, ບໍ່ ຄຳນຶງ ເຖິງ ອະນາຄົດ ຂອງ ປະເທດ ຊາດ ບ້ານເມືອງ, ເຫັນແກ່ ຜົນປໂຍດ ສ່ວນຕົວ ໃນການ ສໍ້ໂກງ ເພື່ອ ຈະແບ່ງປັນ ເງິນ ຈຳນວນ 7 ຕື້ ນີ້ມາ ເຂົ້າຖົງ ແຕ່ລະ ທ່ານ ຜູ້ນຳ ຫລື ກຳ ອຳນາດ.”

ແຮ່ທາດ ເປັນ ຊັພຍາກອນ ທັມມະຊາດ ທີ່ ມີ ປະຣິມານ ຈຳກັດ ຕົວຢ່າງ ຄຳ, ບໍ່ຄຳ ເຊໂປນ ແຂວງ ສວັນນະເຂດ ກໍ່ໝົດ ຄຳ ແລ້ວ ແຕ່ ສອງສາມ ປີ ກ່ອນ ປັດຈຸບັນ ຍັງເຫລືອ ແຕ່ ທອງ. ໄລ່ ສະເລັ່ຽ ແລ້ວ ບໍ່ຄຳ ແຫ່ງນຶ່ງ ຈະມີ ອາຍຸ ພຽງແຕ່ ສິບປີ. ບໍ່ ພູຄຳ ທີ່ ແຂວງ ໄຊສົມບູນ ກໍ ຈະ ຄືກັນ ຖືກ ຂຸດຄົ້ນ ມາຫ້າ ປີ ກວ່າ ແລ້ວ ອີກ ຫ້າ ປີ ກໍ ຈະໝົດ.

ອີກ ແຮ່ທາດ ນຶ່ງ ທີ່ ປະເທດ ລາວ ອາດມີ ກໍຄື ທາດ Bauxite. ເມື່ອ ເກືອບ ສິບ ປີ ກ່ອນ ນັກ ສຳຣວດ ແຮ່ທາດ ຄົ້ນພົບ ບໍ່ Bauxite ຢູ່ ພາກໃຕ້ ຂອງລາວ, ແລະ ຣາຍງານ ວ່າ ເປັນ ບໍ່ໃຫຍ່ ທີ່ສຸດ ແຫ່ງນຶ່ງ ໃນ ໂລກ ສາມາດ ຜລິດ Aluminum ຊຶ່ງ ເປັນ ໂລຫະ ຊນິດ ນຶ່ງ ທີ່ ມີ ຣາຄາ ແພງ, ແລະ ໂລກ ຕ້ອງການ ທີ່ສຸດ ໄດ້ ຫລາຍ ລ້ານ ຕັນ. ໃນ ເວລາ ນັ້ນ ຈີນ ກໍສົນໃຈ ຢາກ ລົງທຶນ ຂຸດຄົ້ນ, ແຕ່ ຈົນເຖິງ ປັດຈຸບັນ ກໍຍັງ ມິດ ງຽບ ຢູ່. ຄຳຖາມ ກໍຄື ຈະ ເປັນໄປໄດ້ ບໍ່ ທີ່ ຣັຖບານ ລາວ ຈະໃຊ້ ແຮ່ທາດ Bauxite ເພື່ອ ໃຊ້ ໜີ້ ຄືນ ໃຫ້ແກ່ ຈີນ.

ນັກ ທໍຣະນີສາດ ຕ່າງ ປະເທດ ຣາຍງານ ຜົນ ຂອງ ການ ສຶກສາ ສຳຣວດ ທາງ ອິນເຕີແນັດ ເມື່ອ ປີ 2007 ວ່າ, ພູພຽງ ບໍຣິເວນ ໃນ ພາກໃຕ້ ຂອງລາວ ມີ Bauxite ທີ່ ຈະມີ ມູນຄ່າ ທັງໝົດ ພຽງແຕ່ 3.2 ຕື້ ດອນລ່າ, ເຄິ່ງນຶ່ງ ຂອງ ໜີ້ ທາງ ຣົດ ໄຟ ບໍ່ພໍ ບໍ່ພໍ ໃຊ້ ໜີ້. ທະນາຄານ ໂລກ ກໍເຄີຍ ເຕືອນ ຣັຖບານ ລາວ ແລ້ວວ່າ ຈະ ສ້າງ ເສຖກິດ ເປັນຕົ້ນ ຈະ ສ້າງ ທາງ ຣົດໄຟ, ຣັຖບານ ລາວ ບໍ່ຄວນ ອາສັຍ ແຕ່ ຊັພຍາກອນ ທັມມະຊາດ ຢ່າງດຽວ ຄວນມີ ຂແນງການ ອື່ນໆ ນຳ. ຖ້າ ອາໄສ ແຮ່ທາດ ບໍ່ໄດ້ ຣັຖບານ ລາວ ກໍຕ້ອງ ໃຊ້ ເງິນສົດ, ວິທີ ນີ້ ນັກ ຊ່ຽວຊານ ຕ່າງ ປະເທດ ກໍ ເຫັນວ່າ, ເປັນໄປ ບໍ່ໄດ້ ທີ່ ຣັຖບານ ລາວ ຈະ ໃຊ້ໜີ້ ອັນ ມະຫາສານ ນັ້ນ ດ້ວຍ ເງິນສົດ, ເພາະ ເສຖກິດ ລາວ ນ້ອຍ ປະຊາຊົນ ບໍ່ມີ ຣາຍຮັບ ແລະ ຣັຖບານ ກໍ ຈະຂາດ ເຂີນ ງົບປະມານ ຢ່າງໜັກ ຕລອດ ເວລາ.

ຕາມ ທັມມະດາ ຣັຖບານ ກໍຕ້ອງ ອາໄສ ເກັບ ພາສີ ອາກອນ ຈາກ ປະຊາຊົນ, ເພື່ອ ໃຊ້ໜີ້ ຕ່າງ ປະເທດ; ແຕ່ ປະຊາຊົນ ລາວ ສ່ວນຫລາຍ ຍັງ ທຸກຍາກ ຂາດເຂີນ. ເບິ່ງ ຄືວ່າ ຣັຖບານ ເປັນ ຜູ້ຢືມ ແລະ ຣັຖບານ ກໍເປັນ ຜູ້ຕິດໜີ້, ແຕ່ ຕາມ ຫລັກ ວິຊາການ ຫລື ຕາມ ຄວາມ ເປັນຈິງ ແລ້ວ, ແມ່ນ ປະຊາຊົນ ເປັນ ຜູ້ ຕິດໜີ້ ແລະ ກໍເປັນຜູ້ ໃຊ້ໜີ້. ສະນັ້ນ ໃນ ກໍຣະນີ ປະເທດ ລາວ ໜີ້ ທີ່ ຣັຖບານ ລາວ ຢືມມາ ນັ້ນ, ຈະ ຕົກທອດ ລົງໄປ ສູ່ ປະຊາຊົນ ລຸ້ນລູກ ລຸ້ນຫລານ. ດັ່ງ ຄົນລາວ ຜູ້ນຶ່ງ ໄດ້ ສະແດງ ຄວາມ ວິຕົກ ກັງວົນ ເມື່ອ ບໍ່ດົນ ຜ່ານມາ ວ່າ:

“ກ່ຽວກັບ ວ່າ ຣັຖບານ ລາວ ຈະ ຢືມເງິນ ມາ ເພື່ອ ທາງ ຣົດໄຟ ຫລື ຫລາຍໆ ຢ່າງ ນັ້ນ, ຣັຖບານ ເຂົາຮູ້ ຢູ່ແລ້ວ ໃຊ້ ຄືນ ບໍ່ໄດ້, ເພາະເຂົາ ບໍ່ມີ ຣາຍໄດ້ ເດ໋; ເງິນ 7 ພັນ ລ້ານ ເຂົາ ກໍຈ່າຍຄືນ ບໍ່ໄດ້ ແຕ່ ເຂົາ ກໍຢືມ ເພາະ ເຂົາຢາກ ໄດ້ ເງິນ ຄ່າ ນາຍໜ້າ ແລະ ເມື່ອ ເຂົາ ຈະຈ່າຍ ຄືນ ຫັ່ນ ເຂົາ ຮັ່ງມີ ແລ້ວ ບາງທີ ຕໍ່ໄປ ເຂົາ ກໍຕາຍ ໄປ ແລ້ວ, ແລະ ເງິນ ທີ່ ເຂົາ ຕິດໜີ້ ມັກ ຈະໄປ ຄາຢູ່ ກັບ ປະຊາຊົນ ລາວ ພຸ້ນ ລູກ ຫລານ ທີ່ ຈະ ເກີດມາ ຊິມາ ເສັຽ ຄ່າຢືມ ເງິນ ຫລື ດອກເບັ້ຽ ຕ່າງໆ ນີ້ ແປວ່າ ອັນຕະຣາຍ ອັນຕະຣາຍ ຫລາຍ ໂຕ ນີ້ນ໋າ.”

ທະນາຄານ ພັທນາ ເອເຊັຽ ຫລື ເອດີບີ ຊຶ່ງ ໃຫ້ ເງິນ ຊ່ວຍເຫລືອ ແກ່ ຣັຖບານ ລາວ ຫລາຍ ສິບ ລ້ານ ດອນລ່າ ສະຫະຣັຖ ຕໍ່ ປີ, ກໍເຕືອນ ຣັຖບານ ລາວ ວ່າ, ເປັນໄປ ບໍ່ໄດ້ ທີ່ ຣັຖບານ ລາວ ຈະ ຢືມເງິນ ກວ່າ 7 ຕື້ ດອນລ່າ ອີກ ແລະ ກໍເປັນໄປ ບໍ່ໄດ້ ເຊັ່ນກັນ ທີ່ ຣັຖບານ ລາວ ຈະ ໃຊ້ ຄືນ. ຖ້າຍັງ ຈະດື້ ດັນຢືມ ຕື່ມ ປະເທດ ລາວ ຈະຕົກຢູ່ ຂຸມໜີ້ ທີ່ ເລິກ ເກີນໄປ ຈົນ ບໍ່ສາມາດ ຟື້ນໂຕ ຄືນ ໄດ້.

ເຈົ້າໜ້າທີ່ ທາງການ ລາວ ທ່ານນຶ່ງ ທີ່ ຮູ້ ກ່ຽວກັບ ການ ເຈຣະຈາ ຢືມເງິນ ກັບ ຈີນ, ເພື່ອ ມາສ້າງ ທາງ ຣົດໄຟ ນັ້ນ ກໍຍອມ ຮັບວ່າ ບັນຫາ ໃຫຍ່ ທີ່ ລາວ ແລະ ຈີນ ຍັງ ບໍ່ສາມາດ ຕົກລົງ ກັນໄດ້ ໃນ ຣະຍະ ຜ່ານມາ ແມ່ນ ບັນຫາ ດອກ ເບັ້ຽ; ທາງ ຝ່າຍຈີນ ຈະຍອມ ໃຫ້ ລາວ ຢືມ ເງິນ ຈຳນວນ 7.2 ຕື້ ນັ້ນ ຢູ່ ແຕ່ ລາວ ຕ້ອງຈ່າຍ ດອກເບັ້ຽ ສູງ ເຖິງ 5.7 ສ່ວນຮ້ອຍ; ແຕ່ ຝ່າຍ ລາວ ເວົ້າວ່າ ຖ້າ ດອກເບັ້ຽ ສູງ ປານນັ້ນ ລາວ ຈະ ບໍ່ສາມາດ ຈ່າຍຄືນ ໄດ້, ລາວ ຢາກ ຈ່າຍ ດອກເບັ້ຽ ຕ່ຳ ເປັນ ພິເສດ ຄື ໃນ ຣະຫວ່າງ 2 ຫຼື 3 ສ່ວນຮ້ອຍ ເທົ່ານັ້ນ.

ອີກຢ່າງ ນຶ່ງ ເຈົ້າໜ້າທີ່ ລາວ ທ່ານນີ້ ກໍ ເຊື່ອວ່າ, ການ ລົງທຶນ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ, ຈະ ເປັນການ ລົງທຶນ ທີ່ ບໍ່ ຄຸ້ມຄ່າ ເພາະ ລາວ ຈະບໍ່ໄດ້ ຫຍັງ ຫລາຍ ຣາຍຈ່າຍ ສຳລັບ ການ ບໍຣິຫານ ແລະ ຮັກສາ ກໍ ຈະສູງ ສູງ ຈົນ ຣັຖບານ ລາວ ຈະ ບໍ່ ສາມາ ດຳເນີນ ໄປ ໄດ້.

ສລຸບ ແລ້ວ ຣັຖບານ ລາວ, ຊຶ່ງ ປັດຈຸບັນ ເປັນໜີ້ ຕ່າງ ປະເທດ ຫລາຍ ຢູ່ແລ້ວ ແລະ ຖ້າ ຈະຢືມ ເງິນ ຕື່ມ ອີກ ເຖິງ 7 ຕື້ ດອນລ່າ, ຈະ ບໍ່ ສາມາດ ໃຊ້ ໜີ້ຄືນ ງ່າຍໆ ບໍ່ວ່າ ຈະ ໃນ ວິທີ ໃດ ກໍຕາມ.



__________________
Anonymous

Date:
Permalink   
 

11007738_10203706544455839_959032906110335164_n.jpg?oh=21a4646bc00998810589da2c0097a95e&oe=55F8DBDD



__________________
Anonymous

Date:
Permalink   
 

ບັກເຈັກແປະມຶງສິຢືມເງິນມາສ້າງທາງຣົຖໄຟຄວາມໄວສູງນັ້ນບໍ?ທາງHighway

ເສັ້ນນຶ່ງຍັງບໍ່ມີ,ກູຮູ້ແລ້ວວ່າມຶງຕ້ອງການຢາກໄດ້ແຕ່ເງິນກອ້ງໂຕະ,ຫນີ້ສີນອັນ

ມະຫາສານແມ່ນປະຊາຊົນຈະໄດ້ຮັບເຄາະ,ໃຫ້ມຶງຄິດແດ່ບັກສະຫມອງຄວາຍ



__________________
Anonymous

Date:
Permalink   
 

[video=https://www.malimar.tv/episodes/EP4114343?show=LaoRFA]

ກະລຸນາຟັງຂ່າວການຕິດໜີ້ຂອງລັດຖະບານ ສປປ ລາວ ທີ່ຫລາຍເກີນກ່ວາ

ຈະສາມາດຄືນໄດ້ ໃນນາທີທີ່ 19 ຂຶ້ນໄປ.



__________________
Anonymous

Date:
Permalink   
 

ຈັບຜູ້ກະທໍາຜິດ 57 ຄົນໃນຂໍ້ຫາລັກຂາຍຊັບສິນຂອງລັດຢູ່ແຂວງວຽງຈັນ

11101628_1447785698871513_1606036613282847540_o.jpg11402517_1447785702204846_3753346798915614678_o.jpg
ຂປລ. ເຈົ້າຫນ້າທີ່ກວດກາແຂວງວຽງຈັນໄດ້ເປີດເຜີຍໃນວັນທີ 4 ມິຖູນາ 2015 ວ່າ: ໃນປີ 2014 ທີ່ຜ່ານມານີ້ ລົງກວດກາ ແລະ ສົມທົບກັບພາກ ສ່ວນກ່ຽວຂ້ອງໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໂດຍສະເພາະເຈົ້າໜ້າທີ່ກ່ຽວຂ້ອງສາມາດກວດເຫັນ ແລະ ໄດ້ຕັດສິນຕໍ່ຜູ້ກະທຳຜິດຈຳນວນ 57 ຄົນໃນຂໍ້ຫາຊື້-ຂາຍຊັບຂອງລັດຜິດກົດຫມາຍ ຢູ່ເມືອງໂພນໂຮງ ແລະ ການຊື້-ຂາຍດິນທີ່ບໍ່ຖືກຕ້ອງຢູ່ເມືອງຫີນເຫີບ ແລະ ເກັບກູ້ເງິນຄືນໄດ້ແລ້ວເກືອບ 700 ລ້ານກີບໃນຈຳນວນມູນຄ່າການຊື້ຂາຍດິນ 1.733 ລ້ານກວ່າກີບ.
ທ່ານ ບຸນເພັງ ສາຍນໍລະດີ ຄະນະປະຈຳພັກແຂວງ, ປະທານກວດກາພັກທັງເປັນຫົວຫນ້າພະແນກກວດກາລັດແຂວງວຽງຈັນໄດ້ລາຍງານຕໍ່ກອງປະຊຸມກວດກາປະຈຳປີ 2014 ວ່າ: ໃນ ປີ 2014 ທີ່ຜ່ານມານັ້ນ ເຈົ້າຫນ້າທີ່ກວດກາແຂວງວຽງຈັນໄດ້ເອົາໃຈໃສ່ຕິດຕາມ ແລະ ກວດກາການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຕໍ່ຜູ້ກຳຜິດ 57 ຄົນໃນຂໍ້ຫາຊື້-ຂາຍຊັບຂອງລັດຢູ່ເມືອງໂພນໂຮງ ແລະ ຕິດຕາມກວດກາການຕັດສິນຂອງສານຕໍ່ຜູ້ກະທຳຜິດທີ່ພົວພັນກັບການຊື້-ຂາຍດິນຢູ່ເມືອງຫີນເຫີບ(ດິນບໍ່ຖືກຕ້ອງ) ຈຳນວນ 5.228,9 ເຮັກຕາ ເຊິ່ງມີເງິນທີ່ໄດ້ຈາກການຊື້ຂາຍດັ່ງກ່າວ1.733 ລ້ານກວ່າກີບ ກັບ 55.000 ໂດລາ; ໃນນີ້ເຈົ້າຫນ້າທີ່ເກັບກູ້ຄືນໄດ້ແລ້ວ 689 ລ້ານກີບ ກັບ 2.500ໂດລາຍັງເກັບກູ້ບໍ່ທັນໄດ້ 1.044 ລ້ານກວ່າກີບ ກັບ 33.000 ໂດລາ, ຄຽງຄູ່ກັນນີ້ໄດ້ຈັດຕັ້ງການແຈ້ງຊັບສິນ ແລະລາຍຮັບຂອງພະນັກງງານລັດຖະກອນທົ່ວແຂວງ ເຊິ່ງມີພະນັກງານມາແຈ້ງຊັບສິນທັງຫມົດ10.583ສະຫາຍ ຍິງ1.156 ສະຫາຍ ໃນນີ້ເປັນພະນັກງານຂັ້ນສູນກາງຄຸ້ມຄອງ1.92 8ສະຫາຍ,ຍິງ 618ສະຫາຍ.
ທ່ານ ບຸນເພັງ ສາຍນໍລະດີ ກ່າວອີກວ່າ ຄະນະກວດກາສະເພາະລົດນຳເຂົ້າບໍ່ຖືກຕ້ອງ ແລະ ລົດປ້າຍສີຟ້າທີ່ບໍ່ທັນໄດ້ເສຍພາສີເຊິ່ງໄດ້ລົງກວດ4ເມືອງຄື: ເມືອງຫີນເຫີບພົບລົດໃຫຍ່ 17 ຄັນທີ່ນຳເຂົ້າບໍ່ຖືກຕ້ອງໃນນີ້ໃສ່ປ້າຍສີຟ້າ 3 ຄັນໃນຈຳນວນ 17 ຄັນທີ່ບໍ່ຖືກຕ້ອງຢູ່ຂົງເຂດ ປ.ກ.ສ 15 ຄັນ, ພົບລົດຈັກ 18 ຄັນ, ປະຊາຊົນຄອບຄອບ 3 ຄັນ, ສ່ວນທີ່ເຫລືອແມ່ນພະນັກງານຢູ່ເມືອງເຟືອງພົບ 10 ຄັນ, ໃນນີ້ຢູ່ ປກສ ເມືອງ 6 ຄັນພົບລົດຈັກ 52 ຄັນ ເປັນພະນັກງານລັດ 80%, ຢູ່ເມືອງຫມື່ນພົບລົດໃຫຍ່ 7ຄັນໃນນີ້ ຢູ່ປກສ 4 ຄັນພົບລົດຈັກ 117 ຄັນເປັນພະນັກງານລັດ 50% ແລະ ເມືອງຊະນະຄາມພົບລົດໃຫຍ່ 20 ຄັນໃນນີ້ ຢູ່ປກສ 18 ຄັນ, ລົດຈັກ 657 ຄັນເປັນພະນັກງານຄອບຄອງ 20%, ສ່ວນທີ່ເຫລືອແມ່ນປະຊາຊົນ.



__________________
Anonymous

Date:
Permalink   
 

ຄ່າສໍາປະທານຄືເງິນໃຊ້ໜີ້

653ede90-b32f-43b2-85dd-e23cbde28a58.jpeg

 

ປັດຈຸບັນ ສປປລາວ ຕິດໜີ້ ຈີນ ຫລາຍ ເຖິງ 2 ຕື້ ດອນລ່າ ສະຫະຣັຖ ແຕ່ ບໍ່ມີເງິນ ໃຊ້ຄືນ, ຈໍາເປັນ ໄດ້ ໃຫ້ ຈີນ ຫັກ ຈາກ ຄ່າ ສັມປະທານ ແລະ ພາສີ ອາກອນ ຈາກ ບໍຣິສັດ ຈີນ ທີ່ ດຳເນີນ ກິຈການ ຢູ່ ສປປລາວ;

ຕົວຢ່າງ ບໍຣິສັດ ຢາງ ຈາກ ແຂວງ ຢູນ່ານ ຂອງ ຈີນ, ຕ້ອງ ເສັຽຄ່າ ສັມປະທານ ທີ່ດິນ ເພື່ອ ປູກ ຢາງພາຣາ ຢູ່ ແຂວງ ຜົ້ງສາລີ ປີ ລະ 10 ລ້ານ ດອນລ່າ, ແຕ່ ແທນທີ່ ຈະຈ່າຍ ໃຫ້ ຣັຖບານ ລາວ ບໍຣິສັດ ນັ້ນ ກໍໍ ຈະຈ່າຍ ໃຫ້ ຣັຖບານ ຈີນ ເພື່ອ ເປັນການ ໃຊ້ ໜີ້ ຄືນ ຕາງໜ້າ ຣັຖບານ ລາວ. ເຈົ້າໜ້າທີ່ ຂັ້ນສູງ ໃນ ກະຊວງ ການເງິນ ຂອງລາວ ທ່ານນຶ່ງ ເປີດເຜີຍ ວ່າ, ການໃຊ້ ໜີ້ ຄືນ ດ້ວຍ ວິທີ ນີ້ ໄດ້ເລິ້ມ ປະຕິບັດ ແລ້ວ ຢູ່ ພາກເໜືອ ຂອງລາວ, ຊຶ່ງ ເປັນເຂດ ທີ່ ມີການ ລົງທຶນ ຂອງຈີນ ຫຼາຍ ທີ່ສຸດ.

ໃນ ຣະຍະ ສອງປີ ທີ່ ຜ່ານມາ ຣັຖບານ ລາວ ຂາດເຂີນ ງົບປະມານ ຢ່າງໜັກ, ບໍ່ ສາມາດ ໃຊ້ ໜີ້ ຄືນ ໃຫ້ ຈີນ ໄດ້ຕາມ ກຳນົດ, ຣັຖບານ ຈີນ ຈຶ່ງ ສເນີ ທາງອອກ ໃຫ້ ຣັຖບານ ລາວ ວ່າໃຫ້ ໃຊ້ວິທີ ດັ່ງທີ່ ກ່າວມາ ຂ້າງເທິງ ນີ້, ແລະ ທາງຝ່າຍ ຣັຖບານ ລາວ ກໍ ຕົກລົງ ເຫັນດີ ຕາມ ຄຳສເນີ ຂອງ ຈີນ.

ນອກຈາກ ວິທີ ນີ້, ຖ້າ ຈະຢືມເງິນ ຈາກ ຈີນ ຕື່ມອີກ 7.2 ຕື້ ດອນລ່າ ເພື່ອ ມາສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ, ຣັຖບານ ລາວ ຄາດວ່າ ຈະ ໃຊ້ໜີ້ ຄືນ ດ້ວຍ ວິທີ ໃຫ້ ຈີນ ມາຂຸດ ຄົ້ນເອົາ ແຮ່ທາດ ໃນ ລາວ.

ເຈົ້າໜ້າທີ່ ກະຊວງ ການເງິນ ເປີດເຜີຍ ອີກວ່າ, ຈີນ ລົງທຶນ ຢູ່ລາວ ເພີ້ມຂຶ້ນ ຢ່າງ ໄວວາ, ປັດຈຸບັນ ໄດ້ ລົງທຶນ ໄປແລ້ວ ເຖິງ 6 ຕື້ ດອນລ່າ ຊຶ່ງ ຖືວ່າ ເປັນ ປະເທດ ທີ່ ລົງທຶນ ຫລາຍ ທີ່ສຸດ ໃນ ສປປລາວ. ຈີນ ລົງທຶນ ສ່ວນຫລາຍ ໃນ ໂຄງການ ສ້າງ ເຂື່ອນ ໄຟຟ້າ ຂຸດຄົ້ນ ບໍ່ແຮ່ ແລະ ປູກ ຢາງ ພາຣາ.

 

 



__________________
Anonymous

Date:
Permalink   
 

100 ລ້ານໂດລາ ສາມາດສ້າງທາງ ສີ່ເລນ ປູຄອນກີດ ຫລື ເບຕົງອັສຟັນ ໄດ້ 100 ກິໂລແມດ

ຖ້າເບິ່ງເດີ ສີເປັນແນວໃດ 

ຖ້າສະເປັກຕຳ່ກວ່ານັ້ນ ຖືວ່າ ໂກງແນ່ນອນ



__________________
Anonymous

Date:
Permalink   
 

Anonymous wrote:

100 ລ້ານໂດລາ ສາມາດສ້າງທາງ ສີ່ເລນ ປູຄອນກີດ ຫລື ເບຕົງອັສຟັນ ໄດ້ 100 ກິໂລແມດ

ຖ້າເບິ່ງເດີ ສີເປັນແນວໃດ 

ຖ້າສະເປັກຕຳ່ກວ່ານັ້ນ ຖືວ່າ ໂກງແນ່ນອນ

ບໍ່ຕ້ອງຖ້າດົນດອກທ່ານ ເພີ່ນກໍ່ບອກຢູ່ຫັ້ນແລ້ວເດ ທາງຍາວ 90ກມ

ທາງເລກ 13ເໜືອ ເຂດນີ້ ເປັນທາງ 2ເລນ (3.5x2), ໜ້າທາງອາດເປັນ

ອາສຟານ ຄອນກຣີດ ເພາະຊ່ວງ ອຸດົມໄຊ - ຫລວງນ້ຳທາປູແບບນັ້ນ


 



__________________
Anonymous

Date:
Permalink   
 

 

ຍີ່ປຸ່ນຊອ່ຍ ອັບ ເສັ້ນທາງ ເລກ 9 ດວ້ຍການປູຢາງ ອາສຟັນຄອນກຣີດ ຫນາ 10 ເຊັນ??

ແຕ່ລາຄາ ກໍປະມານ 3 ແສນກວ່າ ຕໍ່ ກິໂລ

ເປັນຫຍັງທາງເສັ້ນນີ້ ຕອ້ງແພງຮອດ ລ້ານ ຕໍ່ ກິໂລ

ພາກສວ່ນ ວິຊາການທີ່ກຽ່ວຂອ້ງ ຈະຕອ້ງ ອະທິບາຍແນວໄດ ສັງຄົມຈັ່ງສີເຊື່ອ 

 

ເບິ່ງແມ ທາງ ອອກໄປທ່າງອ່ນ ເພິ່ນປະກາດ ລາຄາກັນ ປະມານ 60ລ້ານ ຕໍ່ 12 ຫລັກ ມາຮອດມື້ນີ້ ຍັງສ້າງບໍແລວ້ 

ແທນທີ່ ສີແມ່ນ ເຄືອບຄຳ ກໍຍັງບໍ່ມົ້ມ ເຄືອບຂີ້ຕົມຢູ່ ຫັ້ນເດ 

 

 



__________________
Anonymous

Date:
Permalink   
 

Anonymous wrote:

 

ຍີ່ປຸ່ນຊອ່ຍ ອັບ ເສັ້ນທາງ ເລກ 9 ດວ້ຍການປູຢາງ ອາສຟັນຄອນກຣີດ ຫນາ 10 ເຊັນ??

ແຕ່ລາຄາ ກໍປະມານ 3 ແສນກວ່າ ຕໍ່ ກິໂລ

ເປັນຫຍັງທາງເສັ້ນນີ້ ຕອ້ງແພງຮອດ ລ້ານ ຕໍ່ ກິໂລ

ພາກສວ່ນ ວິຊາການທີ່ກຽ່ວຂອ້ງ ຈະຕອ້ງ ອະທິບາຍແນວໄດ ສັງຄົມຈັ່ງສີເຊື່ອ 

 

ເບິ່ງແມ ທາງ ອອກໄປທ່າງອ່ນ ເພິ່ນປະກາດ ລາຄາກັນ ປະມານ 60ລ້ານ ຕໍ່ 12 ຫລັກ ມາຮອດມື້ນີ້ ຍັງສ້າງບໍແລວ້ 

ແທນທີ່ ສີແມ່ນ ເຄືອບຄຳ ກໍຍັງບໍ່ມົ້ມ ເຄືອບຂີ້ຕົມຢູ່ ຫັ້ນເດ 

 

 


 ມາຕະຖານຍີ່ປຸ່ນມັນຕ່ຳ ໃຊ້ເທັກນິກຫລ້າຫລັງ, ມາຕະຖານຈີນມັນສູງ ທັນສມັຍກວ່າ

ມາຕະຖານຂອງພໍ່ຄ້າລາວ ຍີ່ງສູງ Super Hi Tech ສຸດຍອດເລີຍ

ນັກວິສະວະກອນຫັ້ນເພີ່ນບໍ່ໃຊ້ດອກ ເພີ່ນເຮັດເອງທັງຫມົດ ເພາະມັນຈະໄປຂັດແນວຄິດເພີ່ນ

ຖ້າທ່ານເປັນວິສະວະກອນ ຢາກເຮັດວຽກນຳເພີ່ນກໍ່ຕ້ອງບໍ່ຂັດເພີ່ນ ຕົວຢ່າງ:

ເວລາເຫັນໂຕຫ່ານຍ່າງມາ ເພີ່ນທ້ວງວ່າເປັດໃຫຍ່ ກໍ່ຕ້ອງໄດ້ເວົ້ານຳເພີ່ນ

ເວລາເຫັນໝູພັນຂາວ ເພີ່ນເອີ້ນວ່າ ໝູເຜືອກ ກໍ່ຕ້ອງໄດ້ວ່ານຳເພີ່ນ ເດີຖ້າຢາກເປັນ

ວິສະວະກອນທີ່ກ້າວຫນ້າ

 


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard