ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເງີນຈຳນວນນີ້ ພັກລັດພາກັນເອົາໄປໃຊ້ຈ່າຍຫຍັງ?
Anonymous

Date:
ເງີນຈຳນວນນີ້ ພັກລັດພາກັນເອົາໄປໃຊ້ຈ່າຍຫຍັງ?
Permalink   
 
ເງີນຈຳນວນນີ້ ພັກລັດພາກັນເອົາໄປໃຊ້ຈ່າຍຫຍັງ?

11406937_992785400753132_6033329306216045020_n.jpg?oh=52d70eb25d560595dd6b7acf1b0d2f37&oe=55EF655D

ບໍລິສັດລ້ານຊ້າງມິເນໂຣນ ຈຳກັດ ຫລື MMG LXML ເຊໂປນ ໄດ້ມອບເງິນຄ່າຊັບພະ ຍາກອນ ສຳລັບໄຕມາດ 1 ຂອງປີ 2015 ມູນຄ່າ 5.299.290 ໂດລາສະຫະລັດ ໃຫ້ແກ່ກະຊວງການເງິນ ແລະ ໄດ້ຈ່າຍອາກອນກຳໄລ ຂອງປີ 2014 ຈຳນວນ 71.338.680 ໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ ໃນເດືອນມິີນາ ຜ່ານມາ ລວມຄ່າຊັບພະຍາກອນ, ຄ່າເຊົ່າ, ອາກອນລາຍໄດ້ , ອາກອນຊົມໃຊ້ນ້ຳມັນ ແລະ ເງິນປັນຜົນ ລາຍຮັບທັງໝົດ ໃຫ້ລັດຖະບານ ຈຳນວນ 117.264.840 ໂດລາສະຫະລັດ.
ພ້ອມນີ້ ບໍລິສັດລ້ານຊ້າງມິເນໂຣນ ຍັງໄດ້ມອບເງິນທີ່ເປັນລາຍໄດ້ໂດຍກົງໃຫ້ແກ່ ລັດຖະບານລາວ ຈຳນວນ 1,3 ຕື້ໂດລາສະຫະລັດ ນັບແຕ່ LXML ໄດ້ເລີ່ມດຳເນີນງານ ແຕ່ປີ 2003 ເປັນຕົ້ນມາ, ຊຶ່ງລັດຖະບານລາວ ຖືຮຸ້ນ 10 % ໃນບໍລິສັດ LXML .
ພິທີມອບ-ຮັບເງິນ ຈຳນວນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2015 ຢູ່ ນະຄອນຫລວງວຽງຈັນ ກ່າວຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ຊ່ວຍວ່າການກະຊວງການເງິນ , ແລະ ກ່າວມອບໂດຍ ທ່ານ ຊູເຮັດ ວາດນາກຣາ ຜູ້ຈັດການໃຫຍ່ບໍລິສັດ MMG LXML ເຊໂປນ.

------------------------------------------------------------------------------------------------------

__________________
Anonymous

Date:
Permalink   
 
ບໍ່ຄຳເຊໂປນ ຢູ່ບ້ານຂ້ອຍນີ້ແຫລະ ເມືອງວິລະບູລີ ແຂວງສະຫວັນນະເຂດ

11196325_911430142229717_4838799132417076110_n.jpg?oh=5dc25635690787519fa9728666ca5f7a&oe=55F4C6CB08.jpg

ບໍລິສັດມີຊື່ສຽງໂດ່ງດັງ ແຕ່ຖະຫນົນຫົນທາງບ້ານຂ້ອຍມີແຕ່ຂຸມໄລຍະທາງຈາກເມືອງເຊໂປນເຂົ້າໄປ 45 ກິໂລແມັດ ທາງເປ່ເພມາຫລາຍປີ ທາງສອງເລນ ລົດຫລີກກັນຈົນບໍ່ຢາກຫວິດ (ຄິດເອົາວ່າຮ່ອມສໍ່າໃດ) ລົດຂອງບໍລິສັດແລ່ນແຕ່ລະມື້ເປັນຮ້ອຍໆຄັນແຖມລົດຫນັກອີກ ລົດແກ່ທອງແດງຄິດເອົາວ່າມັນຫນັກຈັກໂຕນ. ຂີ້ຝຸ່ນບໍ່ໃຫ້ວ່າ ຍາມຝົນຫົນທາງຕາມນອກເມືອງໄປມາລຳບາກທີ່ສຸດ ບໍ່ນັບລວມເສັ້ນທາງເລກ 9 ທາງຫລວງແຫ່ງຊາດ ສະຫວັນ-ລາວບາວ ໄລຍະ 200 ກວ່າກິໂລ ເຊິ່ງຕອນນີ້ຍັງສ້າງໃຫມ່ບໍ່ແລ້ວ ສ່ວນທີ່ແລ້ວ ກະເພໄປແລ້ວກະມີ. ໄດ້ເງິນມາກະແປງທາງຢູ່ນີ້ ແປງໄປແປງມາ ບໍ່ກຸ້ມຊໍ້າ. ແຖມເຂດນີ້ ຍັງໄດ້ໃຊ້ໄຟຟ້າຊື້ມາຈາກຫວຽດນາມ. ຍາມຝົນ ໄຟຟ້າດັບເກືອບທຸກມື້ ມັນບໍ່ກຸ້ມດອກກັບການສູນເສັຍຊັບພະຍາກອນໄປໃນແຕ່ລະປີ ແຖມຈ້າງປະຊາຊົນໄປຕັດຕົ້ນໄມ້ຖິ້ມໃນແຕ່ລະມື້ມັນຫມົດຈັກເຮັກຕ້າ ກວ່າຕົ້ນໄມ້ມັນຊິໃຫຍ່ ຂຸດຄົ້ນບໍ່ແຮ່ຂຶ້ນຫມົດ ສ້າງອ່າງເຄມີຢູ່ເທິງພູ ຫາກດູແລບໍ່ດີ ເຄມີຮົ່ວໄຫລ ຕາຍດັບຫມົດເມືອງ ຄົນທີ່ບໍ່ເຄີຍເຫັນກະຮູ້ສຶກທຳມະດາ ແຕ່ຂ້ອຍເຫັນມາແຕ່ເກີດຈົນອາຍຸຊາວປາຍປີ ປະຊາຊົນຍັງທຸກຍາກຄືເກົ່າ ມັນເຫລືອໃຈແທ້ເດ້ລາວເອີຍ ບໍ່ຢາກກ່າວກ່າຍໃຜດອກ ແຕ່ນີ້ຄືຄວາມຈິງຂອງສັງຄົມ ຢ່າໂຄສະນາວ່າລາວອຸດົມສົມບູນໃຫ້ເສັຍຊື່. ການຂຸດຄົ້ນບໍແຮ່, ບໍ່ແມ່ນມີແຕ່ບໍ່ຄຳເຊໂປນ,ມີທົ່ວປະເທດ, ຖ້ານັບລວມທັງຫມົດໃນລາວ ພິຈາລະນາເອົາວ່າສໍ່າໃດ ຂໍໂທດ ທີ່ຂ້າພະເຈົ້າອາດເວົ້າໃນແງ່ລົບ ແຕ່ມັນກະຄືຄວາມຈິງ

Attachments
__________________
Anonymous

Date:
RE: ເງີນຈຳນວນນີ້ ພັກລັດພາກັນເອົາໄປໃຊ້ຈ່າຍຫຍັງ?
Permalink   
 
ຄຳເຊໂປນ ມິມະຫາສານຖ້າສະເລຍໃສຫົວຄົນລາວທັງປະເທດແລ້ວລວຍ

ກັນໄດ້ສະບາຍແຕ່ນີ້ໃຫ້ຕ່າງຊາດມາຂຸດເອົາໄປໝົດ

ລັດຖະບານ ຖືຮຸ້ນ 10 % ເຫຼືອນັ້ນ ແມ່ນ ຕ່າງປະເທດ

ນີ້ລະເຂົາເອີ້ນວ່າ ພວກຂາຍຊາດ

__________________
Anonymous

Date:
Permalink   
 
Anonymous wrote:

ເງີນຈຳນວນນີ້ ພັກລັດພາກັນເອົາໄປໃຊ້ຈ່າຍຫຍັງ?

11406937_992785400753132_6033329306216045020_n.jpg?oh=52d70eb25d560595dd6b7acf1b0d2f37&oe=55EF655D

ບໍລິສັດລ້ານຊ້າງມິເນໂຣນ ຈຳກັດ ຫລື MMG LXML ເຊໂປນ ໄດ້ມອບເງິນຄ່າຊັບພະ ຍາກອນ ສຳລັບໄຕມາດ 1 ຂອງປີ 2015 ມູນຄ່າ 5.299.290 ໂດລາສະຫະລັດ ໃຫ້ແກ່ກະຊວງການເງິນ ແລະ ໄດ້ຈ່າຍອາກອນກຳໄລ ຂອງປີ 2014 ຈຳນວນ 71.338.680 ໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ ໃນເດືອນມິີນາ ຜ່ານມາ ລວມຄ່າຊັບພະຍາກອນ, ຄ່າເຊົ່າ, ອາກອນລາຍໄດ້ , ອາກອນຊົມໃຊ້ນ້ຳມັນ ແລະ ເງິນປັນຜົນ ລາຍຮັບທັງໝົດ ໃຫ້ລັດຖະບານ ຈຳນວນ 117.264.840 ໂດລາສະຫະລັດ.
ພ້ອມນີ້ ບໍລິສັດລ້ານຊ້າງມິເນໂຣນ ຍັງໄດ້ມອບເງິນທີ່ເປັນລາຍໄດ້ໂດຍກົງໃຫ້ແກ່ ລັດຖະບານລາວ ຈຳນວນ 1,3 ຕື້ໂດລາສະຫະລັດ ນັບແຕ່ LXML ໄດ້ເລີ່ມດຳເນີນງານ ແຕ່ປີ 2003 ເປັນຕົ້ນມາ, ຊຶ່ງລັດຖະບານລາວ ຖືຮຸ້ນ 10 % ໃນບໍລິສັດ LXML .
ພິທີມອບ-ຮັບເງິນ ຈຳນວນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2015 ຢູ່ ນະຄອນຫລວງວຽງຈັນ ກ່າວຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ຊ່ວຍວ່າການກະຊວງການເງິນ , ແລະ ກ່າວມອບໂດຍ ທ່ານ ຊູເຮັດ ວາດນາກຣາ ຜູ້ຈັດການໃຫຍ່ບໍລິສັດ MMG LXML ເຊໂປນ.

------------------------------------------------------------------------------------------------------

ຂ້າພະເຈົ້າຕ່າງໜ້າໃຫ້ປະຊາຊົນ ເຂດບໍ່ຄຳເຊໂປນ ແຂວງສະຫວັນນະເຂດ, ມີຄວາມປະສົງຮຽນສະເໜີ ມາຍັງທ່ານເພື່ອສົ່ງຕໍ່ໃຫ້ພາກສ່ວນ ຂອງແຂວງ ແລະ ສູນກາງ ໄດ້ມີການພິຈາລະນາ ແລະ ຊ່ວຍເຫຼືອ.

ບໍ່ຄຳເຊໂປນ ແມ່ນສ້າງລາຍຮັບມະຫາສານ ແຕ່ປະຊາຊົນທີ່ ເຝົ້າບໍ່ຄຳມາຫຼາຍເຊັ່ນຄົນ ແມ່ນບໍ່ໄດ້ຮັບຜົນປະໂຫຍດເທົ່າທີ່ຄວນ ສົມກັບທີ່ວ່າເປັນຊັບສິນ ທີ່ພວກເຂົາເຝົ້າ ແລະ ປົກປັກຮັກສາມາຫຼາຍເຊັ່ນຄົນ.

ຂ້າພະເຈົ້າຂໍສະເໜີ ອັນສຳຄັນທີ່ສຸດກະແມ່ນຫົນທາງນີ້ແລ້ວ ທາງ 28 A ຈາກເມືອງເຊໂປນຫາເມືອງວິລະບູລີ ເຂດບໍ່ຄຳເຊໂປນ, ເສັ້ນທາງແມ່ນເປເພ ແລະ ຫຍຸ້ງຍາກຫຼາຍ. ຫຼັກໆ ກໍ່ແມ່ນຍ້ອນລົດຂົນສົ່ງຂອງບໍ່ຄຳແມ່ນມີແຕ່ລົດໃຫຍ່ ທຽວໄປມາ ຕະຫຼອດເວລາຂອງໂຄງການ ແຕ່ວ່າ ເສັ້ນທາງພັດບໍ່ສາມາດຮອງຮັບ ກັບປະລິມານການສັນຈອນ ແລະ ລົດໃຫຍ່ເຫຼົ່ານີ້, ຈິ່ງເຮັດໃຫ້ທາງເປເພ. ການປົວແປງກໍ່ພໍເຮັດແລ້ວ ໃຊ້ໄດ້ສອງສາມອາທິດ ກະເພອີກ.

ຈິ່ງຂໍຮຽກຮ້ອງໃຫ້ທາງບໍລິສັດຂຸດຄົ້ນຄຳເຊໂປນ MMG ໄດ້ມີການພິຈາລະນາ ສ້າງທາງໃຫ້ແດ່. ໃຫ້ສົມກັບວ່າ ເປັນເຂດຂຸດຄົ້ນ ບໍ່ຄຳທີ່ມີລາຍຮັບມະຫາສານ ແຕ່ການຊ່ວຍຊຸມຊົນ ໃຫ້ມີຄວາມສະດວກໄປມາ ລຳບາກແບບນີ້ ກໍ່ບໍ່ຄັກປານໃດ.

ໂດຍ: ຊາວບ້ານເຂດ ເຊໂປນ!

__________________
Anonymous

Date:
Permalink   
 
Anonymous wrote:

ຄຳເຊໂປນ ມິມະຫາສານຖ້າສະເລຍໃສຫົວຄົນລາວທັງປະເທດແລ້ວລວຍ

ກັນໄດ້ສະບາຍແຕ່ນີ້ໃຫ້ຕ່າງຊາດມາຂຸດເອົາໄປໝົດ

ລັດຖະບານ ຖືຮຸ້ນ 10 % ເຫຼືອນັ້ນ ແມ່ນ ຕ່າງປະເທດ

ນີ້ລະເຂົາເອີ້ນວ່າ ພວກຂາຍຊາດ

 ຄືວ່າໄດ້ໜ້ອຍແທ້ ແມ່ນໄເຊັນກັນຈັ່ງໃດ?

ເພາະວ່າຜູ້ນຳໂງ່ຫງາ່ວ ຖືຮຸ້ນ 10 %

 11377119_913250278714370_3499228087835220609_n.jpg?oh=c77a533ea83c88983c715257019482f5&oe=55FA16CD

__________________
Anonymous

Date:
Permalink   
 
ໄປຈ້າງເລຍຫີ ແລະ ອົມໂຄຽແກວ.ເພາະຂາຍທຸກຢ່າງຈົນໝົດແລ້ວປະຊາຊົນຍັງທຸກ

ແລະ ເປັນປະເທດດ້ອຍພັດທະນາ,ເກີດເປັນມື້ມີແຕ່ເອົາໜ້າປະຊາຊົນໄປອ້າງເພື່ອ

ຂໍທານເຂົາ.

__________________
Anonymous

Date:
Permalink   
 
ມີບັກໃດອີ່ໃດແດ່ທີ່ເປັນລັດຖະມົນຕີແລະຮອງທຸກໆກະຊວງຮວມທັງ ນາຍົກ ແລະ ປະທານປະເທດ ຂອງ ສປປລ ທີ່ຈົບ

Master Degree  ຝ່າຍຂະແໜງການຂອງກະຊວງທີ່ກ່ຽວຂ້ອງ.   ມີແຕ່ຫລຸ້ນເກົ່າເຕົ່າລ້ານປິທີ່ໝົ້ນອອກມາຈາກຖ້ຳ

ຈາກຮູທີ່ຈົບການສຶກສາພຽງຂັ້ນປະຖົມທີ່ເປັນສຳມະຊິກພັກເທົ່ານັ້ນທີ່ຍົກຍໍປໍປັ້ນກັນຂຶ້ນເປັນຫົວໜ້າແຕ່ລະກະຊວງທະ

ບວງກົມຕ່າງໆ ຈຶ່ງພາກັນຕົກໂງ່ໃຫ້ຕ່າງຊາດທີ່ເຂົ້າໄປສຳປະທານໂຄງການຕ່າງໆ. ສ່ວນຜູ່ທີ່ມີການ ສສ ສູງແລະເປັນຄົນ

ຫລຸ້ນໃໝ່ທີ່ບໍ່ແມ່ນລູກຫລານຂອງຜູ່ທີ່ເປັນສຳມະຊິກສູນກາງພັກ, ທີ່ມີລະດັບຄວາມຮູ້ຂັ້ນປະລິນຍາໂທ-ເອກ,  ບໍ່ຍອມໃຫ້

ເຂົ້າຮ່ວມໃນຄະນະລັດຖະບານຫລືຂະແໜງການສຳຄັນທາງດ້ານການຕະຫລາດແລະການເງິນທີ່ກ່ຽວຂ້ອງກັບການຄ້າກັບ

ຕ່າງປະເທດ. ຖ້າຍັງລໍໃຫ້ແຕ່ຄົນຫລຸ້ນໃໝ່ທີ່ເປັນລູກຫລານຂອງຄະນະສຳມະຊິກສູນກາງພັກເຂົ້າມາຮ່ວມໃນຄະນະລັດຖະ

ບານດັ່ງທີ່ຜ່ານໆມານັ້ນ ປະເທດລາວຈະມີແຕ່ຄວາມຫຼົ້ມຈົມເໝືອນເດີມທີ່ຕົກໂງ່ໃຫ້ນັກລົງທຶນຕ່າງຊາດເພາະບໍ່ມີຄວາມ

ສາມາດເທົ່າທຽມເຂົາ ເພາະສ່ວນຫລາຍລູກຫລານສຳມະຊິກສູນກາງພັກລ້ວນແລ້ວແຕ່ຊື້ເອົາໃບປະກາດສະນິຍະບັດທັງນັ້ນ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard