ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຕາດກວາງຊີ ຖືກສຳປະທານໃຫ້ນາຍທຶນຕ່າງຊາດແລ້ວ!
Anonymous

Date:
ຕາດກວາງຊີ ຖືກສຳປະທານໃຫ້ນາຍທຶນຕ່າງຊາດແລ້ວ!
Permalink   
 


ແຫຼ່ງທ່ອງທ່ຽວ ທຳມະຊາດ ຕາດກວາງຊີ ກໍ່ຈະມອບໃຫ້ ບໍລິສັດ ຂອງຈີນ ສຳປະທານ. ຄວນໃຫ້ຄົນລາວ ເປັນຄົນເຮັດໄດ້ ບໍ່ ຫຼື ວ່າຄົນລາວບໍ່ມີຄວາມສາມາດ?

ຖ້າໃຫ້ສຳປະທານໄປແລ້ວ ລາຍຮັບ ກໍ່ຈະຕົກໄປເປັນຂອງນາຍທຶນເປັນສ່ວນໃຫຍ່! ແຫຼ່ງທ່ອງທ່ຽວນ້ຳຕົກຕາດ ກວາງຊີ ເປັນຈຸດຂາຍທີ່ສຳຄັນ ສາມາດ ສ້າງລາຍຮັບ

ໃຫ້ລັດໄດ້ເປັນຢ່າງດີ ຖ້າມີການຈັດການຢ່າງມີລະບົບ ແລະ ພັດທະນາໃຫ້ເໝາະສົມ.
ແຕ່ການໃຫ້ບໍລິສັດ ຕ່າງຊາດ ສຳປະທານ ໄປແລ້ວ ເຮົາຈະໄດ້ຫຍັງຫຼາຍບໍ່?
ຝາກຄຳຖາມນີ້ໃຫ້ພາກສ່ວນກ່ຽວຂ້ອງໄດ້ ກວດສອບ ພິຈາລະນາແດ່!

11056604_998926273472378_4626379378914253854_n.jpg?oh=b2f7e3344744b6f8c395c3e4e3831622&oe=56296215



__________________
Anonymous

Date:
RE: ຕາດກວາງຊີ ຖືກສຳປະທານໃຫ້ນາຍທຶນຕ່າງຊາດແລ້ວ!
Permalink   
 


3078766.jpeg?376

ຕາດກວາງຊີ

ອອກຈາກຕົວເມືອງຫລວງພຣະບາງໄປທາງໃຕ້ປະມານ 29 Km ຫລື ປະມານ 45 ນາທີ ພວກເຮົາກໍ່ຈະໄດ້ພົບກັບທຳ ມະຊາດ ອັນ ຂຽວສົດ ງົດ ງາມຕະການຕາປຽບດັ່ງສວນສະຫັວນຊັ້ນດາວະດິງ ບວກກັບ ຄວາມງາມອັນໃສເຢັນຂອງນ້ຳ ຕົກກາດກວາງຊີ. ນ້ຳຕົກແຫ່ງນີ້ ກໍເປັນອີກ ແຫ່ງ ໜຶ່ງທີ່ເປັນ ແຫລ່ງທ່ອງທຽວທາງທຳມະຊາດອັນດັບ ຕົ້ນໆຂອງ ເມືອງຫລວງພຣະບາງ. ເໝາະສຳລັບຜູ້ທີ່ຕ້ອງການພັກ ຜ່ອນຄາຍອາລົມ ກັບນຳຕົກອັນໃສສະອາດ. ນອກຈາກໄດ້ທ່ຽວຊົມນ້ຳກແລ້ວ ຍັງຈຳໄດ້ຮັບ ຊົມສິນຄ້າອັນປານີແລະງົດງາມ, ຂອງທີ່ລະນຶກຫລາກຫຼາຍຂອງປະຊາຊົນ ຊາວບ້ານເມືອງຂາຍນຳອີກ. ນອກຈາກຈະທ່ຽວຊົມຄວາມສວຍງາມຂອງ ທຳມະຊາດ ແລະ ເຄື່ອງຫັດຖະກຳຕ່າງໆແລ້ວເພິ່ນຍັງໄດ້ມີການອານຸລັກ ສັດນ້ຳສັດປ່າໄວ້ໃຫ້ເຮົາໄດ້ຮັບຊົມອີກ.



__________________
Anonymous

Date:
Permalink   
 

ເມືອງລາວຈະກາຍເປັນດິນແດນຂອງຕ່າງຊາດເໝືອນດິນດອນລາວໃນອະດີດທີ່ຖືກຈັກກະພັດທ້ອງຖີ່ນ

ຈີນ,ຫວຽດນາມຢຶດໄປໃນສະໄໝປະຫວັດສາດບໍ່ຫ່າງໄກ້ຄືປະມານໃນສັຕະວັດທີ 18 ຫາ 19

ນັ້ນຄື ສິບສອງພັນນາ ແລະ ສິບສອງຈູ່ໄທໂດຽການສ້າງປັດໃຈອຳນວຍພາຍໃນສະໄໝທີ່ເຈົ້າລາວກັດກັນເອງ.

ແລະ ເຫດການພາຍນອກບັງຄັບ ແລະ ອຳນວຍແກ່ການເສຍດິນແດນດັ່ງກ່າວ.ປະຫວັດສາດກຳລັງ

ຈະຊໍ້າຮອຍອີກໃນສັດຕະວັດນີ້.ຄັ້ງນີ້ຈະກາຍເປັນຄັ້ງທີ່ລາວຈະມີຊື່ປາກົດພຽງໃນປະຫວັດສາດເທົ່ານັ້ນ

ເພາະຈະກາຍເປັນປະຊາຊົນໄຮ້ຊາດຂາດແຜ່ນດິນເປັນຂອງຕົນເອງຍ້ອນເຈົ້າສອງອ້າຍນ້ອງຕ່າງມາດດາ.

ແລະ ພັກ-ລັດ ປະຊາຊົນປະຕິວັດລາວ ຜູ້ສືບທອດເລັ່ງກົນໄກອຳນວຍຄວາມສະດວກເພື່ອໃຫ້ສອງ

ຈັກກະພັກທ້ອງຖິ່ນຢຶດຄອງປະເທດລາວໄວເທົ່າທີ່ຈະໄວໄດ້ດັ່ງເຫດປະກົດການຕ່າງໆດັ່ງກ່າວ.



__________________
Anonymous

Date:
Permalink   
 

Anonymous wrote:

ເມືອງລາວຈະກາຍເປັນດິນແດນຂອງຕ່າງຊາດເໝືອນດິນດອນລາວໃນອະດີດທີ່ຖືກຈັກກະພັດທ້ອງຖີ່ນ

ຈີນ,ຫວຽດນາມຢຶດໄປໃນສະໄໝປະຫວັດສາດບໍ່ຫ່າງໄກ້ຄືປະມານໃນສັຕະວັດທີ 18 ຫາ 19

ນັ້ນຄື ສິບສອງພັນນາ ແລະ ສິບສອງຈູ່ໄທໂດຽການສ້າງປັດໃຈອຳນວຍພາຍໃນສະໄໝທີ່ເຈົ້າລາວກັດກັນເອງ.

ແລະ ເຫດການພາຍນອກບັງຄັບ ແລະ ອຳນວຍແກ່ການເສຍດິນແດນດັ່ງກ່າວ.ປະຫວັດສາດກຳລັງ

ຈະຊໍ້າຮອຍອີກໃນສັດຕະວັດນີ້.ຄັ້ງນີ້ຈະກາຍເປັນຄັ້ງທີ່ລາວຈະມີຊື່ປາກົດພຽງໃນປະຫວັດສາດເທົ່ານັ້ນ

ເພາະຈະກາຍເປັນປະຊາຊົນໄຮ້ຊາດຂາດແຜ່ນດິນເປັນຂອງຕົນເອງຍ້ອນເຈົ້າສອງອ້າຍນ້ອງຕ່າງມາດດາ.

ແລະ ພັກ-ລັດ ປະຊາຊົນປະຕິວັດລາວ ຜູ້ສືບທອດເລັ່ງກົນໄກອຳນວຍຄວາມສະດວກເພື່ອໃຫ້ສອງ

ຈັກກະພັກທ້ອງຖິ່ນຢຶດຄອງປະເທດລາວໄວເທົ່າທີ່ຈະໄວໄດ້ດັ່ງເຫດປະກົດການຕ່າງໆດັ່ງກ່າວ.


 ຂ້າພະເຈົ້າຍັງຈື່ໄດ້ບົດຮຽນປວັດສາດເຈົ້າຟ້າງຸ່ມໃຊ້ຢຸທວິທີຕີເອົາເມືອງໄຜ່ຫນາມ

ໃຊ້ຄຳເຮັດຈຽງລູກຫນ້າ ລູກທະນູ ຍີງເຂົ້າສຸມໄຜ່ຫນາມ, ພວກຊາວບ້ານເລີຍພາ

ກັນມາຖາງຕົ້ນໄຜ່ກຳແພງໂຕເອງ ໃຫ້ກອງທັບເຈົ້າຟ້າງຸ່ມສາມາດເຂົ້າຢຶດໄດ້.

ຂ້າພະເຈົ້າວ່າ ພວກນາຍທືນເຈັກ ນາຍທືນແກວ ກໍ່ໃຊ້ຢຸທສາດແບບດຽວກັນນີ້

ແລ້ວ ຍີງລູກເງີນ ລູກຄຳເຂົ້າມາ ຜູ້ມີອຳນາດກໍ່ຍາດກັນອືກະທືກຄືກໂຄມ ແບບ

ຫູມືດຕາມົວ ບໍ່ຈັກອັນໃດ ເປັນອັນໃດ ບໍ່ສົນໃຈວ່າຈະມີຜົລສະທ້ອນ ຜົລເສັຽຫາຍ

ຕໍ່ປະເທດຊາດແນວໃດເລີຍ



__________________
Anonymous

Date:
Permalink   
 

ແບບນີ້ລະພວກໂຈນລາວແດງປົກຄອງປະເທດ,ບ້ານເມືອງໃນອານາຄົດ

ຈະເປັນແນວໃດພວກມັນບໍ່ສົນໃຈ,ຕ້ອງການແຕ່ເງິນຢ່າງດຽວ.ຂໍໃຫ້

ປຊຊທຸກໆຊົນຊັ້ນຊົນເຜົ່າຈົ່ງມີສະຕິລະວັງຕົວປົກປັກຮັກສາຜືນແຜ່ນດິນອັນແສນ

ຫວງຂອງພວກເຮົາພ້ອມກັນປັດເຄັ່ຽພວກໂຈນເຫລົ່ານີ້ອອກຈາກອໍານາດ



__________________
Anonymous

Date:
Permalink   
 

ບໍ່ມີໃຜໃນໂລກ ສິສິ້ນຄວາມຄຶດ ແລະ ຄຶດໂງ່ເຖິງປານນີ້ ....

ແຕ່ພັກເຮັ່ງຊວຍ ຍັງຄຶດວ່າໂຕສລາດເຫນືອມະນຸດ.  ຫນ້າສັງເວດແທ້ !

ມື້ໃດສິສຳປະທານ ລູກກັບເມັຍ ? ?​​ ?



__________________
Anonymous

Date:
Permalink   
 

ບັກລູກຄຳໄຕ ສີພັນດອນ ທີ່ເປັນເຈົ້າແຂວງໆຈຳປາສັກກໍກະກຽມສັປະທານວັດພູຈຳປາສັກໃຫ້ແກວ

ໃນບໍ່ຊ້ານີ້, ພວກເຂົາຮ່ວມຫົວກັນເປັນຂະບວນການນັບແຕ່ຂັ້ນເຈົ້າແຂວງຂຶ້ນຫາຣັຖະມົນຕຣີ ນາຍົກ

ປະທານປະເທດ ແລະ ເສືອເກົ່າທີ່ຍັງບໍ່ທັນໝັບຫ່າທີ່ຍັງມີອຳນາດທາງການເມືອງຢູ່. ຈີນມັນຕ້ອງການ

ດິນລາວນັບແຕ່ວຽງຈັນຂຶ້ນຫາຫຼວງພະບາງ ໄຊຍະບູຣີ ອຸດົມໄຊ ແລະ ຜົ້ງສາລີ ເທົ່ານັ້ນ ເຫຼືອນັ້ນແມ່ນ

ມັນຍົກໃຫ້ແກວ ແລະສອງປະເທດນີ້ໄດ້ຕົກລົງກັນໄວ້ແລ້ວວ່າຈະບໍ່ຫຍຸ້ງກ່ຽວກິຈະການຂອງກັນແລະກັນ.

ບໍ່ມີໃຜໂງ່ໃຜຈ້າຍິ່ງໄປກ່ວາຣັຖະບານ ສປປ ລາວ ໃນຍຸກນີ້ທີ່ຂາຍຜືນແຜ່ນດິນແລະບູຮານສະຖານທີ່ເປັນ

ຂອງຊາດແລະປະຊາຊົນກິນ. ເມື່ອກ່ອນພວກເຂົາເຄີຍປະນາມດ່າວ່າຣັຖະບານຝ່າຍຂວາຂາຍຊາດຂາຍ

ແຜ່ນດິນຂູດຮີດປະຊາຊົນກິນ ແຕ່ມາບັດນີ້ພວກເຂົາເປັນເອງດັ່ງພວກເຮົາເຫັນກັນນີ້ແລ້ວ.



__________________


Veteran Member

Status: Offline
Posts: 52
Date:
Permalink   
 

ຂອ້ຍ ເອງ ກະຄິດ ແນວ ດຽວ ກັບ ເຈົ້າ ,

__________________
Anonymous

Date:
Permalink   
 

ເພີ່ນແກ້ໂຕ ກະຈັ່ງແມ່ນມັນສວານທາງກັນຄັກນໍ

ແກ້ແບບອ່ຽນຫມົ້ນຕົມແທ້ໆ ຈັ່ງແມ່ນບໍ່ຫນ້າອາຍ

ຄຳເວົ້າໂຕເອງຈັກຫນ່ອຍ. ຢູ່ມາດຕາ 1 ກໍ່ເວົ້າຈະແຈ້ງແລ້ວ

ວ່າ ອານຸມັດ ໃຫ້ບໍຣິສັດເຈັກ ສຳປະທານ, ບັນດາທ່ານລອງ

ພາກັນຕີຄວາມເບີ່ງດູ ຈະຄື ຂພຈ ເຂົ້າໃຈຫລືບໍ່

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard