ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມີແທ້...ແລະ ແມ່ນແທ້ບໍ່ ??
Anonymous

Date:
ມີແທ້...ແລະ ແມ່ນແທ້ບໍ່ ??
Permalink   
 


           



__________________
Anonymous

Date:
Permalink   
 

Anonymous wrote:

           


                                  ຄຳຖາມ.........ມີແທ້....ແລະ ແມ່ນແທ້ບໍ່?

                               ຄຳຕອບ.......ບໍ່ແນ່ໃຈ, ດັ່ງເຫດຜົນຢູ່ຂ້າງລຸ່ມນີ.

                                        ເຣື່ອງ Lao Homeland Security

ຕາມທີ່ຂ້າພະເຈົ້າໄດ້ເຂົ້າໄປສຶກສາແລະຄົ້ນຄ້ວາຕາມ ເວັບໄຊ ແລະ ໂຊຊຽນແນັດເວີກ ຕ່າງໆ ແມ່ນບໍ່ທັນເຫັນມີອົງກອນ

ຈັດຕັ້ງທີ່ມີຊື່ວ່າ ໂຮມແລນ ເສກູຣີຕີ (Homeland Security) ທີ່ຕັ້ງຂຶ້ນມາໂດຍຄົນລາວທີ່ອາສັຍຢູ່ສະຫະຣັດນີ້ເທື່ອ ຈຶ່ງ

ສ້າງຄວາມແປກໃຈຢູ່ບໍ່ໜ້ອຍທີ່ພວກເຮົາຄົນລາວທີ່ເປັນເຜົ່າແລະເຊື້ອຊາດນ້ອຍໆເຜົ່ານຶ່ງທີ່ບໍ່ມີປະຊາກອນເຖິງ 8 ແສນ

ຄົນທີ່ເປັນປະຊາຊົນອາເມຣິກັນເຕັມຂັ້ນຢູ່ໃນສະຫະຣັດນີ້ ທີ່ສາມາດຈັດຕັ້ງອົງກອນອິສະຣະ ແລະ ມີຊື່  Lao Homeland

Security ນີ້ຂຶ້ນມາໄດ້ , ເພາະ ຣັດຖະບານຂອງສະຫະຣັດນັ້ນມີອົງກອນ Homeland Security ຢູ່ໃນຣະດັບສາກົນ ແລະ

ເປັນອົງກອນຕໍ່ຕ້ານກັບຜູ້ກໍ່ການຮ້າຍທີ່ເຂົ້າມາລອບວາງຣະເບີດແລະສັງຫານປະຊາຊົນອາເມຣິກາຢູ່ໃນປະເທດຂອງເຂົາ.

 

                  ເຮື່ອງ ຣັຖະບານ ສປປ ລາວ ຈະທວງເປັນເຈົ້າກັມະສິດຂອງວັດລາວທົ່ວສະຫະຣັດ.

ກ່ຽວກັບກໍຣະນີນີ້ອາຈະເປັນວາທະກັມທາງການເມືອງເທົ່ານັ້ນ ເພາະເຊື່ອແນ່ວ່າບໍ່ມີໃຜຜູ່ໃດແມ້ແຕ່ຣັຖະບານປະເທດໃດ

ຫຼືຣັຖະບານຂອງສະຫະຣັດເອງກໍບໍ່ສາມາດມາທວງເປັນກັມະສິດເປັນເຈົ້າຂອງວັດແມ້ແຕ່ວັດດຽວຢູ່ໃນປະເທດນີ້ໄດ້, ເພາະ

ກ່ອນຈະສ້າງຕັ້ງທຸກວັດແມ່ໄດ້ຜ່ານການຮ້ອງຂໍຕໍ່ຣັຖະບານທ້ອງຖິ່ນຂຶ້ນເຖິງຣັດຫຼືສະເຕດແລະເຖິງຂັ້ນປະເທດຈົນໄດ້ຮັບໃບ

ອະນຸຍາດປຸກວ້າງ ແລະ ໃບທະບຽນ (Title) ຊຶ່ງແມ່ນປະຊາກອນຊາວລາວໃນທ້ອງຖິ່ນນັ້ນເປັນເຈົ້າຂອງຢັ້ງຢືນໄວ້. ວັດລາວ

ທຸກວັດຢູ່ໃນສະຫະຣັດນີ້ແມ່ນເຣີ່ມຕົ້ນສ້າງຂຶ້ນມາຈາກສັທາຂອງຊາວພຸທລາວ ເຣີ່ມຕົ້ນຈາກເຊົ່າເຮືອນເປັນວັດຂຶ້ນມາຈົນ

ເຖິງໄປຢືມເງິນທະນາຄານມາສ້າງເປັນວັດແລະສິມໃນຮູບແບບວັດວາອາຮາມຂອງລາວເຮົາ, ກ່ອນຈະເຖິງຂັ້ນນີ້ແມ່ນໃຊ້ເວ

ລາສິບກ່ວາປີ. ເຊື່ອແນ່ວ່າຣັຖະບານລາວບໍ່ມີສິດອັນໃດຈະມາຕໍ່ວ່າຕໍ່ຂານກັບຣັດຖະບານສະຫະຣັດໄດ້ ເພື່ອຈະເປັນເຈົ້າຂອງ

ວັດລາວທົ່ວສະຫະຣັດ. ຣັຖະບານ ສປປ ລາວ ສົ່ງຄູບາ (ນັກສືບ) ປະປົນເຂົ້າມາ ກໍມີແຕ່ສ່ວນຫລາຍກໍບໍ່ລິດລອດສັຍຫູສາຍ

ຕາຂອງອອກຕົນຍາດໂຍມ ແລະຖືກສັ່ງໃຫ້ສິຂາແລະມອບຕົວໃຫ້ເຈົ້າໜ້າທີ່ກວດຄົນເຂົ້າເມືອງສະຫະຣັດເນຣະເທດກັບຄືນ

ປະເທດລາວລາວຫລາຍຄົນແລ້ວ. ມີພະຫລາຍຕົນທີ່ນິມົນມາແຕ່ເມືອງລາວຊຶ່ງສ່ວນຫລາຍແມ່ນລູກຫລານຂອງເພິ່ນທີ່ຢູ່

ສະຫະຣັດພີ້ເປັນຜູ່ຫວິ່ງເຕັ້ນປະກັນເອົາເພິ່ນມາ ແລະ ກໍມີຊີວາປວັດອັນແຈ່ມແຈ້ງ ກ່ອນຈະທາງຄນະບໍ່ຣິຫານວັດຈະຕົກລົງ

ເປັນເອກະສັນກັນນິມົນເພິ່ນມາ.  ສ່ວນຄູບາພະເນຈອນທີ່ຊອກເລາະໄປ້ເປັນພະລູກວັດຢູ່ເມືອງນັ້ນຣັດນີ້ແມ່ນທາງຄນະບໍຣິ

ຫານວັດແມ່ນຈະບໍ່ໃຫ້ຢູ່ຮອດໜຶ່ງຫຼືສອງເດືອນ ຈົນກ່ວາສືບຂ່າວຊາວຫາປວັດໄດ້ຢ່າງສັດເຈນ, ຖ້າຜົນສືບສວນອອກມາທາງ

ຫຼົບແມ່ນໄລ່ນີອອກຈາກວັດ ຖ້າຝ່າຝືນແມ່ນມອບໜ້າທີ່ໃັຫ້ເຈົ້າໜ້າທີ່ຈັດການໂລດ.

 

 

                             

 

 



__________________
Anonymous

Date:
Permalink   
 

www.siengserixonlao.com
http://siengserixonlao.com/home/

ລາຍການວັນນີ້ທີ່27 06 2015
ເວລາ21 ໂມງທີ່ປາຣີສ
15
ໂມງທ່ຽງທີ່ອມຣກ
3
ໂມງເຊົ້າທີ່ສປປລ(ສັດປ່າປົກຄອງລາວ)
ແລະ7ໂມງເຊົ້າທີ່ອົສຕຣາລີ

-ຜູ້ກໍ່ການຮ້າຍລາວແດງໃນສາຍຕາຂອງທະຫານກ້າທີ່ຄາລີຝໍເນັຍອມຣກ
-
ເກັ່ງກ້າແທ້ບໍທີ່ໂຈນ500 ວຽງຈັນຈະໃຊ້ຄວາມເປັນບ້າມາຢືດວັດທຸກວັດເປັນກັມມມະສີດຂອງຕົນ
-
ເສຣີຊົນລາວທີ່ວໍຊີງຕັນຕູກເຕືອນຢ່າໄວ້ວາງໄຈກູ່ມຜດກລາວແດງ
-
ສະຫາຍສົມຈີດອີນທະມີດຣມຕຊ່ວຍແຜນຜັງແລະການລົງທຶນປະກາດແບບຄົນເສັຍຈິດຈະພັທນາປທໄດ້ຕ້ອງຂໍທານຈາກຊາວໂລກເຖີງ1100 ລ້ານດລຕໍ່ປີ
-
ເມື່ອສະຫາຍໂພສີສັກດາເວົ້າເຖີງຫ່ນວຍໄຕ້ດີນຈາກວຽງຈັນໃນຮູບຄາບນັກຕໍ່ຕ້ານ
-
ທ່ານFreedommanຈາກCA USAແກ້ຜ້າສະຫົ້ລງແນວລາວແບບຫ້ນາສົງສານທີ່ສຸດ
-
ສຽງຮ້ອງສຽງຄາງຈາກປຊຊທີ່ໄດ້ຮັບຄວາມເຈັບປວດຈາກນ້ຳມຶຂອງພວກຄາຕກອນມຶ້ແປຶ້ອນເລືອດລາວແດງ



__________________
Anonymous

Date:
Permalink   
 

Homeland Security ຄືກະຊວງປ້ອງກັນຄວາມປອດໄພຂອງປະເທດສະຫະຣັຖ ຊຶ່ງມີຫນ້າທີ່ປົກປ້ອງປະຊາຊົນຊາວອະເມຣິກັນ

ຈາກການກໍ່ການຮ້າຍ ຫລືຈາກໄພພິບັດທັມມະຊາດຕ່າງໆ...ຊຶ່ງໃນນັ້ນໄດ້ກວມໄປເຖິງການເຂົ້າເມືອງເຂົ້າປະເທດໃນທຸກຮູບແບບ

ຊຶ່ງທາງການຈະຕ້ອງໄດ້ກວດສອບແລະຕິດຕາມເບິ່ງການເຄື່ອນໄຫວທີ່ຜິດປົກະຕິແລະທີ່ຈະເປັນໄພອັນຕະລາຍຕໍ່ ປຊຊ ແລະປະເທດອະເມຣິກາ.

ຄົນລາວອະເມຣິກັນກໍຢູ່ໃນຄວາມຄຸ້ມຄອງຂອງກະຊວງດັ່ງກ່າວ ຖ້າເກີດມີພຶດຕິກັມໃດທີ່ຖືກຕ້ອງສົງໃສວ່າ ປະຊາຊົນຈະຖືກທຳຮ້າຍ ບໍ່ວ່າ

ຈະເປັນທາງດ້ານຮ່າງກາຍຫລືທາງສິດທິດ້ານກົດຫມາຍຕາມທີ່ຣັຖທັມມະນູນບົ່ງບອກໄວ້ແລ້ວ ເຈົ້າຫນ້າທີ່ຈາກກະຊວງນີ້ຈະເຂົ້າມາປະຕິບັດງານທັນທີ.

ໂດຍສະເພາະມີຂ່າວທີ່ວ່າ ກຸ່ມຄອມມິນີສ໌ຈາກປະເທດລາວໄດ້ສົ່ງນັກສືບສອດແນມເຂົ້າມາໃນຄາບພະສົງສາມະເນນເພື່ອມາລົບກວນພີ່ນ້ອງຊາວລາວ

ອະເມຣິກັນນັ້ນ ກໍຣະນີນີ້ກໍຕົກຢູ່ໃນຄວາມເບິ່ງແຍງຂອງກະຊວງດັ່ງກ່າວ ເພາະລັດທິຄອມມິນີສ໌ແມ່ນຈະມາຕັດສິດທິພື້ນຖານຂອງຊາວລາວອະເມຣິກັນນັ້ນເອັງ.

ທາງການຈາກກະຊວງດັ່ງກ່າວ ເມື່ອໄດ້ຮັບການແຈ້ງຂ່າວ ກໍໄດ້ເຂົ້າມາປະຕິບັດງານ ເນຣະເທດນັກສືບສອດແນມໃນຄາບຜ້າເຫລືອງກັບຄືນປະເທດແລ້ວຫລາຍຣາຍ.

ພວກນັກສືບໃນຄາບຜ້າເຫລືອງນີ້ ບໍ່ໄດ້ມີຄວາມຫວັງດີຕໍ່ປະຊາຊົນຊາວລາວອະເມຣິກັນ ແລະຄຶດຢາກຈະທ້າທາຍຕໍ່ກົດຫມາຍຣັຖທັມມະນູນຂອງອະເມຣິກາໂດຍຕົງ.

ປະເທດອະເມຣິກາຈະຮັບເອົາທຸກໆຄົນ ຈາກທຸກໆປະເທດ ທີ່ຮັກຫອມເສຣີພາບເຂົ້າມາຢູ່ໃນດິນແດນແຫ່ງນີ້ ແລະປະເທດອະເມຣິກາໄດ້ຈະເຣີນຮຸ່ງເຮື່ອງຂື້ນມາຢ່າງ

ວ່ອງໄວກໍຍ້ອນກົດຫມາຍປົກປ້ອງເສຣີພາບຂອງປະຊາຊົນຊາວອະເມຣິກັນ. ຜູ້ໃດທີ່ກະທຳຄວາມຜິດຕໍ່ກົດຫມາຍສິດທິພື້ນຖານດັ່ງກ່າວມາ ຈະຖືກສ່ົງອອກນອກປະເທດ

ທັນທີ. ຖ້າທ່ານເຫັນພຶດຕິກັມໃດທີ່ມີຄວາມສົງໃສໃນຂົງເຂດທີ່ທ່ານອາໃສຢູ່ ກະຣຸນາໂທຣ໌ ໄປເລກນີ້ 202-282-2000 ແລ້ວເຈົ້າຫນ້າທີ່ທີ່ກ່ຽວຂ້ອງຈະເຂົ້າມາດຳເນີນ

ການເອັງ.

 

 

 

 



__________________
Anonymous

Date:
Permalink   
 

ມົ້ວ ໄຮ້ສາລະ

ບໍ່ມີປະໂຫຍດຫຍັງ

ເວົ້າໄປ ເຮັດໄປແບບບໍ່ມີຈຸດໝາຍປາຍທາງຫຍັງ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard