ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດເຫດ ຍິງກັນຕາຍ ທີ່ເສັ້ນທາງ 450 ປີ ເສຍຊີວິດ ຍິງ 1 ຊາຍ 1
Anonymous

Date:
ເກີດເຫດ ຍິງກັນຕາຍ ທີ່ເສັ້ນທາງ 450 ປີ ເສຍຊີວິດ ຍິງ 1 ຊາຍ 1
Permalink   
 


ເກີດເຫດ ຍິງກັນຕາຍ ທີ່ເສັ້ນທາງ 450 ປີ ເສຍຊີວິດ ຍິງ 1 ຊາຍ 1

002.png

 

ນະຄອນຫຼວງວຽງຈັນ: ເວລາປະມານ 23:45 ວັນທີ 30/6/2015, ມີເຫດການຍິງກັນຕາຍ ທີ່ເສັ້ນທາງ 450 ປີ, ຫ່າງຈາກຄີວລັດສາຍ.ໃຕ້ ໄປປະມານ 700 ແມັດ. ທີ່ເກີດເຫດພົບເຫັນ ລົດອີລານຕາ ສີຂາວ ບໍ່ມີທະບຽນ ຖືກຍິງດ້ວຍປືນ ມີຮອຍລູກປືນ ປະມານ 60 ກວ່ານັດ. ພົບເຫັນ ຜູ້ຍິງ 1 ຄົນ ນອນເສຍຊີວິດ ໃນລົດ ສະພາບໜ້າຂວ້ຳລົ້ມຈາກເບາະຄົນຂັບທາງໜ້າ ໃນທ່າພະຍາຍາມ ກົ້ມລົງ ທີ່ເບາະຫຼັງ. ແລະ ພົບເຫັນ ຜູ້ຊາຍອີກຄົນ ນອນເສຍຊີວິດ ຢູ່ແຄມທາງ ຖືກຍິງກາງຫຼັງເສຍຊີວິດ.
ເຈົ້າໜ້າທີ່ໄດ້ ໄປກວດສອບ ແລະ ສັນນະສູດທີ່ເກີດ ເຫດພ້ອມທັງ ຊັກຖາມ ຄົນໃກ້ຄຽງ ທີ່ອາດພົບເຫັນເຫດການ. ແຕ່ຍັງບໍ່ທັນເປີດເຜີຍ ວ່າຜູ້ເສຍຊີວິດ ແມ່ນໃຜ ແລະ ສາເຫດໃດ ບຸກຄົນທັງສອງຈິງຖືກລັກຍິງຈົນເສຍຊີວິດ. ຕ້ອງໄດ້ຕິດຕາມການ ກວດສອບຂອງເຈົ້າໜ້າທີ່ຕໍ່ໄປ.
003.png004.png

 



__________________
Anonymous

Date:
RE: ເກີດເຫດ ຍິງກັນຕາຍ ທີ່ເສັ້ນທາງ 450 ປີ ເສຍຊີວິດ ຍິງ 1 ຊາຍ 1
Permalink   
 


ນັບມື້ແລ້ວມັນຈະເປັນບ້ານປ່າເມືອງເຖື່ອນເພາະພວກເປັນຜູ້ນຳແລະ

ລັດຖະບານກໍມາແຕ່ດົງແຕ່ປ່າ ມາແຕ່ຖ້ຳມາແຕ່ເຂດເຖື່ອນໆ ປະຊາ

ຊົນກໍເຖື່ອນຂຶ້ນເຖື່ອນຂຶ້ນ.     ສະພາບການໃນລະບອບນີ້ ມີແຕ່ກົດ

ກູກົດໝູ່ແບບນີ້ ຄົນສາມັນທຳມະດາບໍ່ກ້ານຳເອົາອາວຸດສົງຄາມ AK

47 ໄປຂ້າກາງບ້ານກາງເມືອງແປນໆແບບນີ້ໄດ້ດອກ ນອກຈາກລູກ

ຫລານຂອງຜູ້ທີ່ມີອຳນາດຄັບຟ້າເທົ່ານັ້ນແລ້ວທີ່ສາມາດເອົາປືນສົງ

ຄາມໄປໄລ່ຂ້າຄົນໄດ້ແບບນີ້. ພວກເຮົາຄົນວຽງຈັນຕ່າງກໍຮູ້ວ່າແມ່ນ

ຜູ້ໃດ ບໍ່ວ່າແຄ່ປະຊາຊົນຮຸ້ ຫົວໜ້າກະຊວງປ້ອງກັນຄວາມສະຫງົບ

ແລະລູກນ້ອງທັງກະຊວງກໍຮູ້ດີຄືກັນ ແຕ່ເຮັດຫຍັງບໍ່ໄດ້ ເພາະພໍ່ມັນ

ໃຫຍ່ຄັບຟ້າ ຈຶ່ງພາກັນເຮັດຕາບໍ່ເຫັນ. 

 



__________________


Veteran Member

Status: Offline
Posts: 52
Date:
Permalink   
 

จ้บ บ่วได้ เชือ บ่ว

__________________
Anonymous

Date:
Permalink   
 

nano wrote:

จ้บ บ่วได้ เชือ บ่ว


 ຂັ້ນຣັຖະມົນຕຣີກະຊວງປ້ອງກັນຄວາມສງົບກໍຍັງກົ້ມຫົວໃຫ້ພວກຄາຕະກອນເຫຼົ່ານັ້ນ

ເພາະພໍ່ພວກເຂົາມີທັງອຳນາດມີທັງອິດທິພົນຄັບຟ້າ ຈະຈັບພວກເຂົາໄດ້ແນວໃດ. ແຕ່

ລູກຫລານຂອງພວກມີອຳນາດນັ້ນ ຖືກປິດຊີບມາຫລາຍຄົນຄືກັນ ເພາະກົດໝາຍເຮັດ

ຫຍັງເຂົາບໍ່ໄດ້ຄູ່ອາຣິຂອງພວກເຂົາຕ້ອງໃຊີວິທີການແບບເກືອຈີ້ມເກືອພິກຈີ້ພິກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard