ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເງີນບໍ່ເຂົ້າຄັງຫຼວງ ຍອ້ນພາກັນໂກງຊາດກິນ
Anonymous

Date:
ເງີນບໍ່ເຂົ້າຄັງຫຼວງ ຍອ້ນພາກັນໂກງຊາດກິນ
Permalink   
 


ລັດຖະມົນຕີ​ການ​ເງິນ​​ເຜີຍ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເກັບ​ລາຍ​ຮັບ

lian%2Bthikeo.jpg

 

ທ່ານ​ລັດຖະມົນຕີ​ ​​ຊີ້ບອກ​ວ່າ: ກະຊວງ​ການ​ເງິນ ​ໄດ້​ພະຍາຍາມ​ຈັດຕັ້ງປະຕິບັດ​ບັນດາ​ມາດ​ຕະການ​ໄລຍະ​ສັ້ນ, ​ໄລ ຍະ​ຍາວ​ທີ່​ໄດ້​ສະ​ເໜີ​ຕໍ່​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ, ​ແຕ່​ໃນ​ຕົວ​ຈິງ​ຫລາຍ​ຂະ​ແໜງ​ການ​ສູນ​ກາງ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ​ຍັງ​ບໍ່​ໄດ້​ປະສານ​ສົມທົບ ​ແລະ ​ໃຫ້ການ​ຮ່ວມ​ມື​ດີ​​ເທົ່າ​ທີ່​ຄວນ ​ເຊິ່ງສະ​ແດງ​ອອກ​ລາຍ​ຮັບ​ຊັບ​ສິນ, ຄ່າ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ລາຍ​ຮັບ​ວິຊາ​ການ​ຈຳນວນ​ໜຶ່ງ​ບໍ່​ທັນ​ລວມສູນ​ເຂົ້າງົບປະມານ​ແຫ່ງ​ລັດ, ຈ່າຍ​ນອກ​ແຜນ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ, ຍົກ​ເວັ້ນພາສີອາກອນ​ນອກ​ກົດໝາຍ​ກຳນົດ, ການ​ນຳ​ເຂົ້າພາຫະນະ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ຍັງ​ແຜ່​ຫລາຍ, ການ​ລັກລອບ​ໜີ້ພາສີ​ຍັງ​ບໍ່​ໄດ້​ຄຸ້ມ​ຄອງ​ຢ່າງ​ຮັດກຸມ, ລະດັບ​ຄວາມ​ສາມາດ​ກວດກາ ​ແລະ ຕິດຕາມ​ຈັດ​ເກັບ​ລາຍ​ຮັບ​ຈາກ​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ ​ເປັນຕົ້ນຂະ​ແໜງ​ບໍ່​ແຮ່​ຂອງ​ລັດ​ເຮົາ​ຍັງ​ຈຳກັດ​ໃນ​ຫລາຍ​ດ້ານ. ​ເຖິງ​ວ່າ​ກະຊວງ​ການ​ເງິນ​ໄດ້​ປັບປຸງ​ກົນ​ໄກ​ການ​ດຸ່ນງົບປະມານ​ໃຫ້​ທ້ອງ​ ຖິ່ນ​ໄດ້​ໄວ​ຂຶ້ນ ​ແລະ ສາມາດ​ປະຕິບັດ​ໄດ້​ຕາມ​ແຜນການ, ​ແຕ່​ສະພາບ​ການ​ເບີກ​ຈ່າຍ​ເງິນ​ເດືອນ​ຂອງ​ທ້ອງ​ຖິ່ນ​ທີ່​ຊັກ​ຊ້າຍັງ​ບໍ່​ ສາມາດ​ແກ້​ໄຂ​ບັນຫາ​ທີ່​ຊ້ຳ​ເຮື້ອ​ແກ່ຍາວ​ມາ​ດົນ​ນານ​ໄດ້ ສາ​ເຫດ​ຍ້ອນ​ກົນ​ໄກ​ການ​ຢັ້ງຢືນ​ບັນຊີ​ຈຳນວນພົນ​ຂອງ​ບັນດາ​ຂະ​ແໜງ​ການ ​ແລະທ້ອງ​ຖິ່ນ​ຍັງ​ຊັກ​ຊ້າ, ກົນ​ໄກ​ການ​ປະສານ​ງານ​ລະຫວ່າງ​ຂັ້ນ​ແຂວງ​ຮອດ​ຂັ້ນ​ເມືອງ​ຍັງ​ບໍ່​ໄດ້​ຮັບ​ ການ​ແກ້​ໄຂ. ອີກ​ສາ​ເຫດ​ໜຶ່ງ​ທີ່​ສຳຄັນ​ແມ່ນ​ຍ້ອນ​ການຈັດ​ເກັບ​ລາ​ຍຮັບ​ຂອງ​ທ້ອງ​ຖິ່ນ​ ບໍ່​ສາມາດ​ປະຕິບັດ​ໄດ້​ຕາມ​ແຜນການ. ການ​ເຜີຍ​ແຜ່​ໂຄສະນາ​ບັນດາ​ລະບຽບ​ກົດໝາຍ​ໃຫ້​ແກ່​ສັງຄົມ​ເຂົ້າ​ໃຈ​ຍັງ​ເຮັດ​ ບໍ່​ທັນ​ໄດ້​ດີ, ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ການຈັດ​ເກັບ​ພົບ​ຄວາມ​ຫຍຸ້ງຍາກ, ການ​ນຳ​ໃຊ້​ລະບົບ​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ເກັບ​ລາຍ​ຮັບ​ຍັງ​ຢູ່​ໃນ ​ຂັ້ນຕອນ​ກະກຽມ ​ແລະ ລິ​ເລີ່​ມ ​ເຊິ່ງປັດຈຸບັນ​ນຳ​ໃຊ້​ມີ​ພຽງ​ແຕ່​ຢູ່​ກົມ ​ແລະ ບາງ​ແຂວງ​ໃຫຍ່​ເທົ່າ​ນັ້ນ. ການ​ເກັບ​ລາຍ​ຮັບ​ນຳ​ບັນດາ​ຫົວໜ່ວຍທຸລະ​ກິດ​ພົບ​ຄວາມ​ຫຍຸ້ງຍາກ ບໍ່​ສາມາດ​ເລັ່ງທວງ​ ຫລື ນຳ​ໃຊ້ມາດ​ຕະການ​ທາງ​ກົດໝາຍ​ຢ່າງ​ເດັດຂາດ​ໄດ້, ທ່ານລັດຖະມົນຕີກ່າວວ່າ:ສັງ​ລວມທົ່ວ​ປະ​ເທດ​ມີໜີ້ຄ້າງ​ມອບ ສະ​ເພາະ​ຂະ​ແໜງ​ອາກອນ​ມີ​ເຖິງ 400 ຕື້ກີບ ຫລື ປະມານ 4% ຂອງ​ແຜນ​ລາຍ​ຮັບ​ສ່ວຍສາ​ອາກອນ, ບັນດາ​ບໍລິສັດ ​ແລະ ກຸ່ມ​ບໍລິສັດ​ຂະໜາດ​ໃຫຍ່​ຈຳນວນ​ຫລວງຫລາຍ​ຍັງ​ຫລົບ​ຫລີກ​ການ​ເສຍ​ພັນທະ​ອາກອນ ​ໃຫ້​ລັດ, ການ​ຍົກ​ເວັ້ນພາສີ​ອາກອນ​ໃນ​ໄລຍະ 6 ​ເດືອນ​ຕົ້ນປີ ມີ​ມູນ​ຄ່າ​ທັງ​ໝົດ 996 ຕື້ກີບ ​ເຊິ່ງ​ເປັນ​ການ​ຍົກ​ເວັ້ນຕາມ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ ​ແລະນະ​ໂຍບາຍ​ຂອງຂັ້ນ​ເທິງ, ບໍ່​ສາມາດ​ປະຕິບັດ​ການ​ເກັບ​ລາຍ​ຮັບ​ຈາກ​ໄມ້​ທີ່​ຂຶ້ນ​ແຜນ​ໄວ້ 100 ຕື້ກີບ ​ເນື່ອງ​ຈາກ​ວ່າ​ທ້ອງ​ຖິ່ນ​ໄດ້​ສະ​ເໜີ​ນຳ​ໃຊ້​ລາຍ​ຮັບ​ຈາກ​ໄມ້​ໄປ​ຊຳລະ​ ໂຄງການ​ສະ​ເພາະ ​ໂດຍ​ບໍ່​ໄດ້​ຈົດ​ຮັບ-ຈົດ​ຈ່າຍ​ເຂົ້າ​ໃນ​ແຜນ​ງົບປະມານ, ລາຍ​ຮັບ​ຈາກ​ຂະ​ແໜງ​ຊັບພະຍາກອນ​ທຳ​ມະ​ຊາດ​ໄດ້​ຫລຸດ​ລົງ​ຢ່າງ​ຫລວງຫລາຍ ​ເນື່ອງ​ຈາກ​ລາຄາ​ແຮ່​ທາດ​ໃນ​ຕະຫລາດ​ໂລກ​ໄດ້​ຫລຸດ​ລົງ, ຖ້າ​ສົມ​ທຽບ​ກັບ​ຊຸມ​ຕົ້ນປີ​ຂອງ​ແຜນລາຍ​ຮັບ​ຈາກ​ຂະ​ແໜງ​ດັ່ງກ່າວ​ມີ​ຫລາຍ​ ກວ່າ 1.600 ຕື້ກີບ​ຕໍ່​ປີ, ​ແຕ່​​ປັດຈຸບັນ​ໄດ້​ພຽງ​ແຕ່ 518 ຕື້ກີບຫລຸດ​ລົງ​ສອງ​ສ່ວນ​ສາມ,ສະ​ເພາະ​ບໍລິສັດ​ພູ​ເບ້ຍ​ມາຍ​ນິງ​ ​ໃນ​ສົກ​ປີ​ງົບປະມານ​ນີ້ບໍ່​ມີ​ອາກອນ​ກຳ​ໄລ ​ແລະ ​ເງິນ​ປັນ​ຜົນ​ມອບ​ໃຫ້​ລັດ ​ເນື່ອງ​ຈາກ​ບໍລິສັດ​ແຈ້ງ​ຫລຸບ​ທຶນ, ບັນດາ​ທຸລະ​ກິດ​ຂອງ​ລັດ ​ໂດ​ຍສະ​ເພາະ​ບັນດາ​ລັດ​ວິ​ສາ​ຫະກິດ​ກຳລັງ​ຢູ່​ໃນ​ສະພາວະ​ຂາດທຶນ ​ເປັນຕົ້ນບໍລິສັດ​ການບິນ​ລາວ, ບໍລິສັດ ETL, ບັນດາ​ທະນາຄານ​ຈຳນວນ​ຫລາຍ ບໍ່​ສາມາດ​ມອບ​ອາກອນ​ກຳ​ໄລ ​ແລະ ​ເງິນ​ປັນ​ຜົນ​ໃຫ້​ລັດ, ການ​ປັບປຸງ​ການຈັດຕັ້ງຂອງ​ຂະ​ແໜງ​ການ​ເງິນ​ຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ​ຍັງ​ມີ​ຄວາມ​ຊັກ​ຊ້າ​ບໍ່​ທັນ​ບັນລຸ​ໄດ້​ຕາມ​ຄາດໝາຍ​ຕາມ​ທິດ​ຊີ້ນຳ ​ຂອງ​ຂັ້ນ​ເທິງ.

ສັງ​ລວມ​ແລ້ວ​ບັນດາ​ສາ​ເຫດ​ຕົ້ນຕໍ​ແມ່ນ​ພວກ​ເຮົາ​ ບໍ່​ທັນ​ໄດ້​ຜັນ​ຂະຫຍາຍ​ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບ​ຕໍ່​ຄຳ​ສັ່ງ​ ຂອງ​ນາຍົກສະບັ​ບ​ເລກທີ 14/ນຍ ປີ 2014 ກ່ຽວ​ກັບ​ມາດ​ຕະການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະ​ຫາ​ພາກ ​ເພື່ອ​ຊຸກຍູ້​ການ​ເຕີບ​ໃຫຍ່​ທີ່​ຕໍ່​ເນື່ອງ ​ແລະ ຍືນ​ຍົງ​ທີ່​ໄດ້​ກຳນົດ 3 ຄາດໝາຍ​ໃຫຍ່, 6 ກຸ່ມ​ມາດ​ຕະການ​ທີ່​ຈະ​ແຈ້ງ.ນາຍົກລັດຖະມົນຕີ​ຍັງ​ໄດ້​ມອບ​ໜ້າ​ທີ່​ໃຫ້ 6 ກະຊວງ​ເສດຖະກິ​ດຕົ້ນຕໍ ​ແລະ ບັນດາ​ຂະ​ແໜງ​ການ, ອົງການ​ສູນ​ກາງ, ຄະນະ​ພັກ, ອົງການ​ປົກຄອງທ້ອງ​ຖິ່ນ​ປະຕິບັດ​ສົມທົບ​ແໜ້ນ​ກັບ​ການ​ແກ້​ໄຂ 9 ຂອດ​ປະສານ​ງານ​ຕາ​ມມະຕິ​ກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ ປີ 2013. ນອກຈາກ​ນັ້ນ​ແລ້ວ ກໍ​ກຳນົດ​ແຈ້ງ​ກົນ​ໄກ​ໃນ​ການ​ປະຕິບັດ​ໃຫ້ 3 ຂັ້ນ ຄື​ຄະນະ​ຮັບ ຜິດຊອບ​ຕິດຕາມ​ເສດຖະກິດ​ມະຫາ​ພາກ ​ແລະ ຊີ້ນຳ​ການ​ເກັບ​ລາຍ​ຮັບ​ຂັ້ນລັດຖະບານ, ຄະນະ​ຮັບຜິດຊອບ​ຂັ້ນກະຊວງ, ອົງການ ​ແລະ ຄະນະ​ຮັບຜິດຊອບ​ຂັ້ນນະຄອນຫລວງ ​ແລະ ບັນດາ​ແຂວງ, ຖ້າ​ພວກ​ເຮົາ​ຫາກ​ຕັ້ງໜ້າ​ປະຕິບັດ​ກໍ​ຈະ​ເຮັດ​ໃຫ້​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ ເງິນ​ຜ່ອນຄາຍ​ລົງ​ຫລາຍ​ກວ່າ​ນີ້.



__________________
Anonymous

Date:
Permalink   
 

ສປປລາວ ມີຫຍັງດີ ນອກຈາກພາກັນຂາຍຢາບ້າ

kbja6dbfghicd6bahga9i.jpgEyWwB5WU57MYnKOuXxtuON9hyNwGJesAGqDxHW6T1ZsRTy7FCdvMUa.jpg

 

‘จับหนุ่มลาว’ซุกยาบ้ากว่า6หมื่นเม็ดขึ้นรถโดยสารจ่อส่งกทม.

ตชด.สนธิกำลังวางแผนสกัดจับหนุ่มลาวซุกยาบ้ากว่า60,000เม็ดค่านับ10ล้านบาท นำเข้าส่งลูกค้าไทยเตรียมนั่งโดยสารส่งปลายทางกทม.รับค่าจ้างกว่า2แสนบาท เร่งขยายผล

 

  วันที่ 2 ก.ค.58  ที่กองร้อยตำรวจตระเวนชายแดนที่ 235 อ.ธาตุพนม จ.นครพนม นายอดิศักดิ์ เทพอาสน์ ผู้ว่าราชการจังหวัดนครพนม พร้อมด้วย พ.ต.อ.สิปปนันท์ สรณ์คุณแก้ว ผกก.ตชด. 23 พ.ต.อ.ธีร์รัฐ ทิพย์นพนนท์ ผกก.สภ.ธาตุพนม ร่วมกับกำลังชุดสืบสวน ฝ่ายปกครอง ตชด. สภ.ธาตุพนม และ นรข. แถลงการณ์จับกุม ท้าว หวาง พมมะวง อายุ 33 ปี ชาวบ้านดงขวาง เมืองหนองบก แขวงคำม่วน สปป.ลาว พร้อมของกลาง ยาบ้า จำนวน 62,000 เม็ด โดยจับกุมตรวจยึดได้ ภายหลังสืบทราบว่าจะมีการลักลอบขนยาบ้ามาจากประเทศเพื่อนบ้าน ล็อตใหญ่ จึงระดมกำลังวางแผนเข้าตรวจสอบจับกุม จนกระทั่งสามารถ สกกัดจับกุมผู้ต้องหาได้ ขณะนำยาบ้ามาจาก สปป.ลาว ข้ามมารอขึ้นรถโดยสาร บริเวณศาลาพักผู้โดยสาร ริมถนนบ้านนาถ่อนท่า ต.นาถ่อน อ.ธาตุพนม จ.นครพนม เพื่อนำของกลางยาบ้าไปส่งลูกค้าตามนัดหมาย ปลายทาง ถึง กทม. โดยใช้วิธีนั่งรถโดยสารเพื่อเลี่ยงการตรวจสอบจับกุม แต่เจ้าหน้าที่สกัดจับกุมไว้ได
 

          เบื้องต้นจากการตรวจสอบของเจ้าหน้าที่ตำรวจ ผู้ต้องหาให้การรับสารภาพว่า ได้รับการว่าจ้างจากนายทุนชาวลาว เป็นเงินประมาณ 2 แสนบาท โดยเดินทางข้ามมาบริเวณด่านตรวจคนเข้าเมืองนครพนม ก่อนนั่งรถโดยสารประจำทาง มารอรับยาบ้า ซึ่งขบวนการลักลอบนำข้ามมาทางเรือหางยาว เลี้ยงการตรวจค้น และนำมาส่งต่อให้ผู้ต้องหา นำขึ้นรถโดยสารไปส่งปลายทางให้ลูกค้า กทม. แต่เจ้าหน้าที่สืบทราบจับกุมได้ ซึ่งจะได้เร่งสอบสวนขยายผลติดตามผู้ร่วมขบวนการมาดำเนินคดีตามกฎหมายต่อไป ส่วนของกลางยาบ้าทั้งหมดคิดมูลค่าเป็นเงินไม่ต่ำกว่า 10 ล้านบาท เพราะมีราคาซื้อขายในไทย ราคาประมาณเม็ดละ 200 – 300 บาท พร้อมจะได้เพิ่มมาตรการเข้มในการสกัดกั้นดูแลปราบปรามตามพื้นที่ชายแดนทุก อำเภอ ป้องกันการทะลักของยาเสพติด



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard