ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ບົດລາຍງານ "ດອກໄມ້ " ຂອງ ສປປລາວ
Anonymous

Date:
ບົດລາຍງານ "ດອກໄມ້ " ຂອງ ສປປລາວ
Permalink   
 


ສປປ ລາວ ທົ່ວປະເທດ ຍັງເຫລືອຄອບຄົວທຸກຍາກ 76.000 ຄອບຄົວ

somboun.jpg11329894_712694138857685_892292870640111405_n.jpg?oh=e98e431f7bd20ba7128d50d24ca81760&oe=5630D52911665719_1087411161299707_8352141061913615826_n.jpg?oh=3b81b5c38268751280229dc040feda53&oe=5622049811692671_1087411177966372_4909669155911310076_n.jpg?oh=cbcc9b86d3ada4b745a1f17fe3c7270f&oe=5612846211659325_1014619721923462_288227753447694974_n.jpg?oh=a0b34a29dd3f47346cc84ceb8df7f88f&oe=5622B366

 ໃນການຈັດ​ຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກ 3 ສ້າງ ມາຮອດປັດຈຸບັນ ສາມາດລຶບລ້າງຄວາມທຸກຍາກໄດ້​ 124.074 ຄອບຄົວ, ຍັງເຫລືອຄອບຄົວທຸກຍາກທັງໝົດ 76.046 ຄອບຄົວເທົ່າກັບ 6.59% ຂອງຄອບຄົວທັງໝົດ; ​ສາມາດລົບລ້າງບ້ານທຸກຍາກໄດ້ 1.439 ບ້ານ, ຍັງເຫລືອບ້ານທຸກຍາກ 1.736 ບ້ານເທົ່າກັບ 20,50% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດແລະ ສາມາດສ້າງບ້ານພັດທະນາເພີ່ມຂຶ້ນເປັນ 3.308 ບ້ານ. ພ້ອມກັນນີ້ ກໍໄດ້ຮັບຮອງແລະ ປະກາດບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດຢູ່ແຂວງບໍລິຄຳໄຊ ຈຳນວນ 2ບ້ານຂອງເມືອງບໍລິຄັນແລະເມືອງປາກກະດິງ.

ຕາມ​ຂໍ້ມູນຈາກກະຊວງແຜນການແລະ ການລົງທຶນໄດ້ໃຫ້ຮູ້ໃນໂອກາດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ນີ້ວ່າ: ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນຍ້ອນຄະນະພັກ, ອຳນາດການປົກຄອງທຸກຂັ້ນໄດ້ສຸມໃສ່ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງເປັນຕົ້ນເລັ່ງໃສ່ປັບປຸງຄວາມເຂັ້ມແຂງໃຫ້ແກ່ຄະນະພັກຮາກຖານກຸ່ມບ້ານແລະ ບ້ານຈຸດສຸມ, ບ້ານພັດທະນາ, ​ເຂດທີ່ັ້ນຂອງການປະຕິວັດ, ບ້ານວິລະຊົນ, ຈຸດສຸມເຂດພູດອຍ, ຊົນເຜົ່າທີ່ມີຄວາມຫຍຸ້ງຍາກ, ຈຸດສຸມຈັດສັນພູມລຳເນົາແລະ ບ່ອນທຳມາຫາກິນຖາ​ວອນໃຫ້ປະຊາຊົນຢ່າງຈິງຈັງເພື່ອເຮັດໃຫ້ການຈັດຕັ້ງພື້ນຖານມີຄວາມເຂັ້ມແຂງ, ອຳນາດການປົກຄອງມີຄວາມເຂັ້ມແຂງ, ມີຄວາມສະຫງົບ, ​ເປັນລະບຽບຮຽບຮ້ອຍ, ຕ້ານປະກົດການຫຍໍ້ທໍ້ໃນໝູ່ບ້ານແລະ ອື່ນໆ; ສຸມໃສ່ຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບນຸມັດໃນສົກປີ 2014-2015 ສ່ວນ​ ​ໃຫຍ່​ແມ່ນ​ປັບປຸງ​ພື້ນ​ຖານ​ໂຄງ​ລ່າງ ​ເພື່ອ​ອຳນວຍຄວາມ​ສະ ດວກ​ໃຫ້​ແກ່​ການ​ຜະລິດ​ເປັນ​ສິນຄ້າ ​ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ, ສ້ອມ​ແປງ ​ແລະ ກໍ່ສ້າງ​ໂຮງຮຽນ ພ້ອມທັງ​ຂະຫຍາຍຕາໜ່າງສາທາລະນະ​ສຸກ ​ແລະ ວຽກ​ສາທາລະນະ​ສຸກ​ຂັ້ນ​ພື້ນຖານ​ ລົງ​ສູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ເປັນ​ຕົ້ນ ການ​ສະໜອງ​ນ້ຳ​ສະອາດ, ກໍ່ສ້າງ​ສຸກສາລາ, ສ້າງ​ວິດຖ່າຍ​​ໃນໂຮງຮຽນ ​ແລະ ຄອບຄົວ​ຂອງ​ປະຊາຊົນ.

ສຳລັບ​ວຽກ 3 ສ້າງ ​ໂດຍ​ອີງ​ໃສ່​ການ​ກວດກາ ​ ປະ​ເມີນ​ຄວາມທຸກ​ຍາກ ແລະ ການ​ພັດທະນາ ຕາມ​ດຳລັດ 309/ນຍ ປີ 2014 ​ເຫັນ​ວ່າ ​ຢູ່​ບ້ານ​ເຮັດ​ທົດ​ລອງ 3 ສ້າງ 109 ບ້ານ, ມີ​ບ້ານ​ພັດທະນາ 82 ບ້ານ ​ແລະ ບ້ານ​ປອດ​ຄະ ດີ 109  ບ້ານ; ດ້ານ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ ໄດ້​ເພີ່ມ​ຂຶ້ນ​ທຸກ​ເມືອງ ຍ້ອນ​ມີ​ການ​ເກັບ​ກຳ​ຖານ​ຂໍ້​ມູນ​ຄືນ​ໃໝ່ ​ແລະ ບ້ານ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ 40% ສະ​ແດງ​ອອກ​ມີ 70 ບ້ານ ​ໃນ 109 ບ້ານ ​ແລະ 41 ​ເມືອງ​ຈາກ 51 ​ເມືອງ​ທົດ​ລອງ ສາມາດ​ເກັບ​ລາຍຮັບ​ໄດ້​ເກີດ​ແຜນການ​ທີ່​ກຳນົດ​ໄວ້.



__________________
Anonymous

Date:
Permalink   
 

http://siengserixonlao.com/home
www.siengserixonlao.com

ລາຍການວັນນີ້ທີ່02 07 2015
ເວລາ21 ໂມງທີ່ປາຣີສ
15ໂມງທ່ຽງທີ່ອມຣກ
3ໂມງເຊົ້າທີ່ສປປລ(ສັດປ່າປົກຄອງລາວ)
ແລະ7ໂມງເຊົ້າທີ່ອົສຕຣາລີ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard