ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະມາຊິກຄະນະລັດຖະບານ ຊັບປຽ່ນຕຳແໜ່ນກັນຂື້ນ "ໂກງຊາດກິນ"
Anonymous

Date:
ສະມາຊິກຄະນະລັດຖະບານ ຊັບປຽ່ນຕຳແໜ່ນກັນຂື້ນ "ໂກງຊາດກິນ"
Permalink   
 


ສະພາຮັບຮອງເອົາສະມາຊິກຄະນະລັດຖະບານໃໝ່ຈຳນວນໜຶ່ງ

 

sapha.jpg

 

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດ ທີ VII ໃນວັນທີ 8 ກໍລະກົດນີ້, ໄດ້ພິ ຈາລະນາ ແລະ ເຫັນດີຮັບຮອງເອົາ ສະມາຊິກຄະນະລັດຖະ ບານໃໝ່ ຈຳນວນໜຶ່ງຕາມການສະເໜີຂອງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຊຶ່ງປະກອບມີ: ແຕ່ງຕັ້ງທ່ານ ຄຳໝັ້ນ ສູນວິເລີດ ອະດີດເຈົ້າ ແຂວງບໍ່ແກ້ວເປັນລັ ດຖະມົນຕີວ່າ ການກະຊວງພາຍໃນ, ທ່ານ ດຣ ຄຳແພງ  ໄຊສົມແພງ ອະດີດເຈົ້າ ແຂວງຫລວງພະບາງເປັນລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ທ່ານ ຄຳເມິງ ພົງທະດີ ອະດີດເຈົ້າ ແຂວງວຽງຈັນ ເປັນລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ທ່ານ ສົມມາດ ພົນເສນາ ອະດີດລັດ ຖະມົນຕີປະຈຳຫ້ອງວ່າການລັດ ຖະບານເປັນລັດຖະມົນຕີວ່າການ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ເພັດ ພົມພິພັກ ອະດິດລັດຖະມົນຕີ ຊ່ວຍວ່າການກະຊວງກະສິກຳ-ປ່າໄມ້ເປັນລັດຖະມົນຕີວ່າການກະຊວງດັ່ງກ່າວ, ທ່ານ ດຣ ຄຳມະນີ ອິນທິລາດ ອະດີດລັດຖະມົນຕີ ຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີວ່າ ການກະຊວງດັ່ງກ່າວ ແລະ ທ່ານ ພົນຈັດຕະວາ ສົມແກ້ວ ສີມມາວົງ ຮັກສາການລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ ເປັນລັດຖະມົນຕີວ່າການກະຊວງດັ່ງກ່າວ.



__________________
Anonymous

Date:
Permalink   
 

ເກັບລາຍຮັບຈາກການຂາຍໄມ້ ບໍ່ເຂົ້າງົບປະມານແຫ່ງລັດ

wood.jpg.bmp10891743_840398975999501_8177792469536568096_n.jpgກົມການເມືອງ02.jpg

 ທ່ານລັດຖະມົນຕີວ່າການກະຊວງການເງິນໄດ້ອອກມາຍອມຮັບວ່າໂດຍລວມ ການເກັບລາຍຮັບ ເຂົ້າງົບປະມານແຫ່ງລັດໃນໄລຍະຫລາຍປີຜ່ານມາເຫັນວ່າ ບໍ່ໄດ້ຕາມແຜນວາງໄວ້, ໂດຍສະເພາະລາຍ ຮັບຈາກການຂາຍໄມ້ຄື ໃນສົກປີ 2014-2015 ນີ້ໄດ້ຂຶ້ນແຜນໄວ້ 100 ຕື້ກີບ, ແຕ່ການຈັດຕັ້ງປະຕິ ບັດໃນ 6 ເດືອນສົກປີນີ້ເກັບໄດ້ພຽງ 13 ຕື້ກີບ, ເຊິ່ງແມ່ນລາຍຮັບຈາກ ໜີ້ຄ້າງມອບໃນ ສົກປີຜ່ານ ແລະ ສະເພາະສົກປີນີ້ຍັງບໍ່ທັນໄດ້ຕາມແຜນກຳນົດໄວ້, ຕໍ່ບັນຫາດັ່ງກ່າວກະ ຊວງການເງິນໄດ້ລົງກວດກາຢູ່ບັນດາທ້ອງຖິ່ນຈຶ່ງເຫັນຫລາຍສາຍເຫດຂອງການບໍ່ລວມສູນລາຍຮັບ ຈາກການຂາຍໄມ້, ຊຶ່ງຕົ້ນຕໍແມ່ນ ກົນໄກການຈັດຕັ້ງຊີ້ນຳການຂາຍ ໄມ້ຂອງລັດຖະບານຍັງມີຊ່ອງຫວ່າງທີ່ສາ ມາດສວຍໂອ
ກາດໄດ້ ເຊັ່ນ: ການມີຫລາຍປະເພດໂກຕ້າ ໄມ້, ນຳໃຊ້ເງິນຂາຍໄມ້ໄປໃນ ຫລາຍເປົ້າໝາຍເປັນຕົ້ນຊຳລະ ການລົງທຶນກໍ່ສ້າງ ພື້ນຖານໂຄງ ລ່າງຂອງທ້ອງຖິ່ນ, ເອົາໄປຈ່າຍຢູ່ ນອກງົບປະມານ ຫລື ຝາກໄວ້ ຫລາຍບັນຊີທີ່ກະຊວງການເງິນໄດ້ ແຈ້ງໃຫ້ລົບລ້າງແລ້ວ ຫລື ແບ່ງ ປັນຕາມການຕົກລົງຂອງລັດຖະ ບານ, ສະນັ້ນ ເພື່ອແກ້ໄຂບັນຫາ ຄົງຄ້າງດັ່ງກ່າວໃຫ້ ມີຄວາມໂປ່ງ ໃສ ແລະ ຮັບປະກັນການຈັດເກັບ ລາຍຮັບຈາກການຂາຍໄມ້ໃຫ້ໄດ້ ເຕັມເມັດເຕັມໜ່ວຍ, ກະຊວງການ ເງິນໄດ້ສະເໜີລັດຖະບານປັບປຸງ ກົນໄກຄຸ້ມຄອງການຂາຍໄມ້ຄື ຄະນະຄຸ້ມຄອງການຂາຍໄມ້ທີ່ຖືກ ແຕ່ງຕັ້ງຈາກລັດ ຖະບານຕ້ອງສົມທົບກັບອົງການປົກຄອງທ້ອງຖິ່ນຄຸ້ມຄອງການຂຸດຄົ້ນໄມ້ແຕ່ຫົວທີ, ຕີລາຄາປະເພດໄມ້, ຂາຍໄມ້, ສົ່ງອອກຊັບພະ ຍາກອນໄມ້ທີ່ຖືກ ຕ້ອງຕາມລະບຽບກົດໝາຍ, ສຳລັບໄມ້ທີ່ມີການຕົກລົງໃຫ້ນຳໃຊ້ ເປັນແຕ່ລະໂຄງກ ານກໍຕ້ອງໄດ້ສະຫລຸບລາຍງານລັດຖະບານເປັນແຕ່ລະໄລຍະ ແລະ ຈັດຕັ້ງຕິດຕາມເປັນ ບັນຊີສະເພາະເພື່ອຕິດຕາມ ການນຳໃຊ້ບັນຊີຈາກໄມ້ໃຫ້ຖືກຕ້ອງຕາມ ກົດໝາຍ ແລະ ປັດຈຸບັນກະຊວງ ການເງິນພວມດຳເນີນມາດຕະ ການເກັບລາຍ ຮັບຈາກການຂາຍ ໄມ້ຕາມການຊີ້ນຳຂອງລັດຖະ ບານຄື ສືບຕໍ່ທວງເອົາເງິນຂາຍໄມ້ສະ ເພາະກິດປະເພດ I, II,III ທີ່ຍັງຝາກ ໄວ້ໃນບັນຊີຢູ່ບັນດາແຂວງໃຫ້ຄົບ ຖ້ວນຕາມຊັດສ່ວນສູນກາງ 60% ແລະ 40% ທ້ອງຖິ່ນ, ພ້ອມນັ້ນ ກໍ ຈະໄດ້ກວດກາ ຄືນໃຫ້ລະອຽດ ແຂວງໃດເຮັດຖຶກກໍຊົມເຊີຍ ແລະ ແຂວງໃດຍັງປົກປິດເຊື່ອງອຳກໍ ຕ້ອງປະຕິບັດວິໄນຢ່າງເຂັ້ມງວດ, ສຳລັບໄມ້ທີ່ຍັງຕົກຄ້າງ(ໄມ້ທີ່ໄດ້ ຕັດແລ້ວ)ຈະຢູ່ໃນປ່າ ຫລື ທ້ອນ ໂຮມໄວ້ຢູ່ສະໜາມ II ກໍຕາມແມ່ນ ມອບໃຫ້ທ້ອງຖິ່ນ ກວດກາຕົວຈິງ ວ່າມີຈຳນວນເທົ່າໃດ, ມີໄມ້ຕົວຈິງ ບໍ່ ແລະ ຖ້າມີແມ່ນຫ້າມບໍ່ໃຫ້ຂາຍ ສົ່ງອອກເປັນໄມ້ທ່ອນໄປຕ່າງປະ ເທດຢ່າງເດັດຂາດ, ສ່ວນໄມ້ທີ່ຕັດບໍ່ຖືກຕ້ອງແມ່ນໃຫ້ຢຶດແລ້ວປະມູນຂາຍໃຫ້ໂຮງງານປຸ່ງແຕ່ງໄມ້ຢູ່ ພາຍໃນທີ່ມີເງື່ອນໄຂ ແລະ ໄດ້ມາດ ຕະຖານເພື່ອເອົາເງິນເຂົ້າງົບປະມານດີກວ່າເກົ່າ.

 



Attachments
__________________
Anonymous

Date:
RE: ສະມາຊິກຄະນະລັດຖະບານ ຊັບປຽ່ນຕຳແໜ່ນກັນຂື້ນ "ໂກງຊາດກິນ"
Permalink   
 


ມາເບິ່ງລາຍຊື່ມີແຕ່ບັກມີປວັດຂາຍຜືນແຜ່ນດິນແລະສັພະຍາກອນຂອງຊາດຂອງປະຊາຊົນ

ກິນຜ່ານມາໝົດແລ້ວເມື່ອກ່ອນໜ້ານີ້ຈົນພາກັນເປັນເສຖີຮ້ອຍລ້ານໂດລາສະຫະຣັຖນຳກັນ

ໝົດ, ທັ່ງໆທີ່ເງິນເດືອນແຕ່ລະຄົນບໍ່ຮອດ 800 ໂດລາ ຕໍ່ເດືອນ. ອີກບໍ່ດົນດອກ ພວກນີ້

ລະຈະເອົາປະເທດລາວທັງໝົດໃຫ້ຕ່າງຊາດສຳປະທານ 99ປີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard