ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຣັຖະບານ ສປປ ລາວ ບ້ຽວຈ່າຍເງິນໃຫ້ບໍຣິສັດສ້າງທາງແລະຂົວພາຍໃນປະເທດ ຈົນເປັນເຫດໃຫ້ຫຼາຍບໍຣິສັດຕ
Anonymous

Date:
ຣັຖະບານ ສປປ ລາວ ບ້ຽວຈ່າຍເງິນໃຫ້ບໍຣິສັດສ້າງທາງແລະຂົວພາຍໃນປະເທດ ຈົນເປັນເຫດໃຫ້ຫຼາຍບໍຣິສັດຕ
Permalink   
 


ມີຫລາຍບໍຣິສັດສ້າງທາງແລະຂົວ ເຊິ່ງເປັນບໍຣິສັດຂອງຄົນລາວພາຍໃນ ສປປ ລາວ ໄດ້ລົ້ມລະລາຍແລະປິດກິຈະການລົງໄປ

ເນື່ອງຈາກຣັຖະບານ ສປປ ລາວ ໄດ້ບ້ຽວການໃຊ້ເງິນຄືນໃຫ້ແກ່ບໍຣິສັດສ້າງທາງແລະຂົວເຫຼົ່ານັ້ນ. ຣັຖະບານ ສປປ ລາວ ໄດ້

ສເນີໃຫ້ບໍຣິສັດສ້າງທາງແລະຂົວອອກທຶນກໍ່ສ້າງໄປກ່ອນແລ້ວຣັຖະບານຈະຈ່າຍຄືນເປັນງວດໆໃຫ້ ເພາະຣັຖະບານບໍ່ມີທຶນທີ່ຈະ

ຈ່າຍເປັນກ້ອນໃຫຍ່ໃຫ້ກ່ອນລົງມີກໍ່ສ້າງໃຫ້ກັບບໍຣະສັດສ້າງທາງແລະຂົວເຫຼົ່ານັ້ນ. ມີບາງບໍຣິສັດທີ່ຣັຖະບານ ສປປ ລາວ ໄດ້

ຕົກລົງໄຊ້ໜີ້ຄືນໃຫ້ດ້ວຍອະນຸຍາດໃຫ້ບໍຣິສັດສ້າງທາງແລະຂົວໄປຕັດເອົາໄມ້ຢູ່ສາມແຂວງພາກໃຕ້ຂອງລາວ ເຊັ່ນທີ່ຮູ້ຈັກກັນດີ

ນັ້ນກໍຄື ບໍຣິສັດ ພູສີ ກໍ່ສ້າງ ທີ່ກຳລັງລົງມີຕັດໄມ້ໃນສາມແຂວງດັ່ງກ່າວ ແລະ ຣັຖະບານ ສປປ ລາວ ຕິດໜີ້ບໍຣິສັດກໍ່ສ້າງບໍຣິ

ສັດນີ້ປະມານ $600 ກ່ວາລ້ານ ສຫຣ. ສ່ວນບໍຣິສັດທີ່ບໍ່ມີແຂ່ງບໍ່ມີຂາກໍພາກັນປິດກິຈະການລົງໄປ ເພາະຣັຖະບານບອກໃຫ້

ໄປຟ້ອງເອົາຢູ່ສານ ໝາ ຖ້າວ່າຢາກໄດ້ເງິນຈາກຣັຖະບານທີ່ຕົກລົງເຊັນສັນຍາກັນໄວ້ກ່ອນຈະລົງມືກໍ່ສ້າງທາງ.

ນີ້ລະຄືສັນດານຂອງກຸ່ມຣັຖະບານຂີ້ສໍ້ຂີ້ໂກງ, ພາກັນໂກງຊາດໂກງປະຊາຊົນແລ້ວຍັງບໍ່ພໍ ຍັງພາກັນໄປໂກງບໍຣິສັດສ້າງທາງແລະ

ຂົວອີກ. ໃຫາພາກັນຣະມັດຣະວັງຖ້າວ່າຈະໄປລົງທຶນຫຼືທຳທຸຣະກິດຢູ່ ສປປ ລາວ ເພາະທ່ານອາດຈະພົບສະຕາກັມເຊັ່ນດຽວກັນກັບບໍ

ຣິສັດສ້າງທາງແລະຂົວຂອງຄົນລາວພາຍໃນປະເທດທີ່ກ່າວມານີ້.



__________________
Anonymous

Date:
Permalink   
 

ພວກທີ່ເຈ້ງເຖີງຂັນໄດ້ປິດກິດຈະການກໍ່ແມ່ນບໍລິສັດນ້ອຍ ບໍ່ມີກຳແພງເພັດໜູນຫຼັງ

ຄືວ່ານັ້ນແລ້ວ, ພວກນີ້ ຖ້ວມບໍ່ເສຍ ແລ້ງບໍ່ເສຍ ມີແຕ່ໄດ້ຢ່າງດຽວ. ເຫັນພວກບໍລິສັດໃຫຍ່

ເສັ້ນໃຫຍ່ເຮັດໄດ້ເງີນເປັນຖົງ ເປັນໄທ່ ໂດຍອີງອາໄສຄຳເວົ້າວ່າ: ລົງທືນກ່ອນເປັນຄັນຕະລະບັດ

ບັງໜ້ານັ້ນ ທີ່ແທ້ແມ່ນເອົາເງີນໝົດກ່ອນວຽກແລ້ວ. ບັນດາບໍລິສັດນ້ອຍເຫັນແນວນັ້ນ ກໍ່ລອກ

ແບບເຮັດນຳ ບາງລາຍກໍ່ໄປກູ້ເງີນທະນາຄານມາໃສ່ ຫວັງອີງອາໄສວ່າຈະໄປ ເບີກເງີນລ່ວງໜ້າມາ

ໃຊ້ໜີ້ທະນາຄານທັນ, ສຸດທ້າຍກໍ່ຜິດຫວັງ ເພາະເງີນຢູ່ຄັງຫຼວງບໍ່ມີແລ້ວ ທາງແກ້ອື່ນກໍ່ບໍ່ມີຄືພວກ

ທີ່ອີງອາໄສກຳແພງເພັດ, ສຸດທ້າຍກໍເຈ້ງຢ່າງດຽວ ວຽກກໍ່ບໍ່ແລ້ວຍ້ອນບໍ່ມີເງີນໝູນ ເລີຍບໍ່ໄດ້ຫຍັງຊ້ຳ

 



__________________
Anonymous

Date:
ງົບປະມານ70ຕືໂດລາ
Permalink   
 


ເສັນທາງແຖວເມືອງສອງຄອນ ແຂວງສະຫວັນນະເຂດ
ສ້າງຕັ້ງແຕ່ປີ2007ງົບປະມານລົງແຕ່ລະເມືອງແມ່ນຈຳນວນ
ເງິນຕ່າງປະເທດຊ່ວຍເຫຼືອ ເຮັດທາງ70ຕືໂດລາເສັນທາງສາຍ
ຕັ້ງແຕ່ທາງເລກທີ່13ໃຕ້ປາກທາງ ບ້ານນາອຸດົມໄປຫາ
ບ້ານໜອງຂອນ ບ້ານຫ້ວຍຄໍ້ ບ້ານຫ້ວຍໄຂ່ ບ້ານນາກະຫຼຶ່ງ
ບ້ານນາຕັງ ບ້ານນາຖ່ຳໝູ ບ້ານທ່າພີ່ ງົບປະມານ70ຕືໂດລາ
ສ້າງໄດ້ທໍ່ນີ້ພີ່ນ້ອງຄິດເອົາ ເງິນມາກມາຍມະຫາສານລັດຖະບານ
ລາວໄດ້ຮັບຈາກຕ່າງປະເທດມາຊ່ວຍເຫຼືອໃຫ້ເຮັດທາງໃຫ້ປະຊາ
ຊົນໃຊ້ສັນຈອນໄປມາລັດຖະບານລາວໂກງຫຼືບໍ່ໂກງເບິງເອົາ

10891913_928952600477471_333992120466850891_n.jpg?oh=40aa1e5e1284cd781ad5bed797359a98&oe=565BCB9F11703043_928952547144143_6540312502512164266_n.jpg?oh=fe34232c5aaebe3b61ff0be90fd09663&oe=561823AB



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard