ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສສຊ ທາບທາມຮ່າງກົດໝາຍວ່າດ້ວຍການເລືອກຕັ້ງ
Anonymous

Date:
ສສຊ ທາບທາມຮ່າງກົດໝາຍວ່າດ້ວຍການເລືອກຕັ້ງ
Permalink   
 


ສສຊ ທາບທາມຮ່າງກົດໝາຍວ່າດ້ວຍການເລືອກຕັ້ງ

11713849_1469017620081654_3078945671009687951_o.jpg

 

ສສຊ ທາບທາມຮ່າງກົດໝາຍວ່າດ້ວຍການເລືອກຕັ້ງ
ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VII ໃນວັນທີ 20 ກໍລະກົດ 2015 ດໍາເນີນມາເປັນມື້ທີ 14 ພາຍໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ. ຮ່າງກົດ ໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ແຂວງ, ນະຄອນຫລວງວຽງຈັນ ເຊິ່ງໄດ້ຖືກນໍາເຂົ້າທາບທາມໃນທີ່ປະຊຸມ.
ທ່ານ ສຈ. ດາວອນ ຫວ່າງວິຈິດ ປະທານກໍາມາທິການກົດໝາຍ ໄດ້ສະເໜີຕໍ່ທີ່ປະຊຸມເພື່ອໃຫ້ບັນດາສາມາຊິກສະພາແຫ່ງຊາດທຸກເຂດເລືອກຕັ້ງ ໄດ້ຄົ້ນຄວ້າປະກອບສ່ວນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃນແຕ່ລະໝວດ ແຕ່ລະ ມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໃຊ້ໄດ້ຢ່າງ ມີປະສິດທິຜົນໃນຕໍ່ໜ້າ.
ພ້ອມນີ້ ທ່ານ ຍັງໄດ້ຊີ້ໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການທາບທາມຮ່າງກົດໝາຍສະບັບນີ້ໃຫ້ ບັນດາ ສສຊ ໄດ້ຮັບຊາບເປົ້າໝາຍສຳຄັນ ໂດຍປະຕິບັດຕາມແນວທາງປ່ຽນແປງໃໝ່ ກໍຄືໜ້າທີ່ການເມືອງໃນໄລຍະໃໝ່ຂອງພັກ ແລະ ລັດຖະທໍາມະນູນ ສະບັບກໍາລັງດໍາເນີນການປັບປຸງໃນປີ 2015 ນີ້ ທີ່ໄດ້ກໍານົດກ່ຽວກັບສະພາປະ ຊາຊົນຂັ້ນທ້ອງຖິ່ນນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງປັບປຸງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະບັບເລກທີ 05/ສພຊ ລົງວັນທີ 15 ທັນວາ 2010 ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການເລືອກຕັ້ງສະມາຊິກສະພາປະຊາຊົນ ແຂວງ, ນະຄອນຫລວງ, ຮັບປະກັນການປະຕິບັດສິດປະຊາທິປະໄຕຂອງພົນລະເມືອງລາວ ໃຫ້ໄດ້ຢ່າງເຕັມສ່ວນ ແລະ ຮັບປະກັນໃຫ້ການເລືອກຕັ້ງເອົາສະມາຊິກສະພາ ຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ຄຸນວຸດທິ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດທິພາບ, ປະສິດທິຜົນ ແນໃສ່ປັບປຸງບູລະ ນະອົງການອໍານາດລັດ ກໍຄື ສະພາໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວ ບັນດາເຜົ່າຢ່າງແທ້ຈິງ.
ສໍາລັບຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ແຂວງ, ນະ ຄອນຫລວງປະກອບມີ XI ໝວດ, 51 ມາດຕາ



__________________
Anonymous

Date:
Permalink   
 

ພັກດຽວ ຈະຈຳເປັນຫຍັງທີ່ຈະມີຮ່າງກົດໝາຍວ່າດ້ວຍ

ການເລືອກຕັ້ງ?    ຢ່າມາພາງຕາສາກົນເລີຍເລ້ຫລ່ຽມ

ອັນຕື້ນໆນັ້ນ. ພວກຜູ້ແທນທີ່ອອກມາໃຫ້ປະຊາຊົນປ່ອນ

ບັດເລືອກຕັ້ງເອົານັ້ນ ກໍແມ່ນພັກລັດເປັນຜູ້ເລືອກເອົາມາ

ເອງແລ້ວໃຫ້ປະຊາຊົນມາປ່ອນບັດເອົາເພື່ອຕົບຕາສາກົນ

ວ່າ ສປປ ລາວ ເປັນປະເທດທີ່ປົກຄອງໂດຍຣະບອບປະ

ຊາທິປະຕັຍ. ຖຸຍ!

 



__________________
Anonymous

Date:
Permalink   
 

Anonymous wrote:

ພັກດຽວ ຈະຈຳເປັນຫຍັງທີ່ຈະມີຮ່າງກົດໝາຍວ່າດ້ວຍ

ການເລືອກຕັ້ງ?    ຢ່າມາພາງຕາສາກົນເລີຍເລ້ຫລ່ຽມ

ອັນຕື້ນໆນັ້ນ. ພວກຜູ້ແທນທີ່ອອກມາໃຫ້ປະຊາຊົນປ່ອນ

ບັດເລືອກຕັ້ງເອົານັ້ນ ກໍແມ່ນພັກລັດເປັນຜູ້ເລືອກເອົາມາ

ເອງແລ້ວໃຫ້ປະຊາຊົນມາປ່ອນບັດເອົາເພື່ອຕົບຕາສາກົນ

ວ່າ ສປປ ລາວ ເປັນປະເທດທີ່ປົກຄອງໂດຍຣະບອບປະ

ຊາທິປະຕັຍ. ຖຸຍ!

 


 

ມັນແມ່ນຄວາມທີ່ທ່ານວ່າ ບໍ່ມີຜິດ,

ພັກເລືອກຄົນ ປະຊາຊົນເລືອກພັກ ແຕ່ມີພັກດຽວແລະຄົນຜູ້ດຽວທີ່ພັກລາກມາໃຫ້ປະຊາຊົນເລືອກ.



__________________
Anonymous

Date:
Permalink   
 

Anonymous wrote:

ພັກດຽວ ຈະຈຳເປັນຫຍັງທີ່ຈະມີຮ່າງກົດໝາຍວ່າດ້ວຍ

ການເລືອກຕັ້ງ?    ຢ່າມາພາງຕາສາກົນເລີຍເລ້ຫລ່ຽມ

ອັນຕື້ນໆນັ້ນ. ພວກຜູ້ແທນທີ່ອອກມາໃຫ້ປະຊາຊົນປ່ອນ

ບັດເລືອກຕັ້ງເອົານັ້ນ ກໍແມ່ນພັກລັດເປັນຜູ້ເລືອກເອົາມາ

ເອງແລ້ວໃຫ້ປະຊາຊົນມາປ່ອນບັດເອົາເພື່ອຕົບຕາສາກົນ

ວ່າ ສປປ ລາວ ເປັນປະເທດທີ່ປົກຄອງໂດຍຣະບອບປະ

ຊາທິປະຕັຍ. ຖຸຍ!

 


 ຢ່າວ່າຊັ້ນແມ້ທ່ານ, ເພີ່ນເວົ້າເຮັດຖືກແລ້ວເດ່ ເພີ່ນກໍ່ເວົ້າຕລອດວ່າ:

- ຜູ້ແທນ ກໍ່ແມ່ນຜູ້ແທນຂອງ ປຊຊ, ປຊຊ ເປັນຄົນເລືອກມາ, ເພື່ອຜົນປໂຢດ ປຊຊ

- ສະພາ ກໍ່ແມ່ນສະພາ ປຊຊ, ປຊຊ ເປັນຜູ້ກໍ່ສ້າງ

- ພັກ ກໍ່ແມ່ນ ພັກ ປຊຊ, ປຊຊ ເປັນຜູ້ສ້າງຕັ້ງ, ມາຈາກ ປຊຊ ແລະ ເພື່ອ ປຊຊ

- ປະຊາທິປະຕັຍ ກໍ່ແມ່ນ ປະຊາທິປະຕັຍ ປະຊາຊົນ

 

ສະນັ້ນເພີ່ນຈື່ງວ່າທຸກຢ່າງ ແມ່ນຂອງ ປະຊາຊົນ ວ່າຊັ້ນເດີ່



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard