ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນໍ້າຖ້ວມທາງ ນະຄອນຫຼວງວຽງຈັນ - 31/7/2015
Anonymous

Date:
ນໍ້າຖ້ວມທາງ ນະຄອນຫຼວງວຽງຈັນ - 31/7/2015
Permalink   
 


ຝົນຕົກລິນ ໃນຄ່ຳຄືນວັນທີ 30/7/2015 ຕໍ່ໃສ່ເຊົ້າວັນທີ່ 31/7/2015 ເຮັດໃຫ້ ເສັ້ນທາງຫຼາຍເສັ້ນໃນນະຄອນຫຼວງວຽງຈັນເກີດນ້ຳຂັງ ແລະ ຖ້ວມທາງ. ຕັ້ງແຕ່ເຂດ ບ້ານພະຂາວ, ຊ້າງຄູ້, ໄປຮອດ ເສັ້ນທາງດອນໜູນ ນ້ຳແມ່ນຖ້ວມຂັງເສັ້ນທາງ ເຮັດໃຫ້ການສັນຈອນໄປມາພົບຄວາມລ້ຳບາກ.

ນີ້ເປັນອີກ ບັນຫາທີ່ເກີດຂຶ້ນໃນປີຜ່ານມາ, ສາເຫດສຳຄັນ ກໍ່ແມ່ນລະບົບການລະບາຍນ້ຳ ເນື່ອງຈາກ ຫຼາຍເຂດ ທີ່ເປັນບ່ອນນ້ຳໄຫຼລົງ ເປັນບ່ອນພັກນ້ຳ ໂດຍສະເພາະໜອງນ້ຳທຳມະຊາດ ແມ່ນຖືກຖົມ. ມີການສ້າງຫົນທາງ ທີ່ບໍ່ມີການຈັດການເລື່ອງ ການລະບາຍນ້ຳ, ຄອງນ້ຳນ້ອຍ.

ນີ້ເປັນສິ່ງທ້າທາຍທີ່ທາງ ນະຄອນຫຼວງວຽງຈັນຕ້ອງໄດ້ ເລັ່ງແກ້ໄຂ

11703318_1022992017732470_581184217062355594_n.jpg?oh=728e3dd05e4e1461a5e5054028ed8f00&oe=563AF1C111800069_1022992051065800_7889811045200719299_n.jpg?oh=a46bc7deee2977f0b32701175f13c16d&oe=5648111211813447_1022992127732459_760949656601324991_n.jpg?oh=7d6a4e838f5b5ec4ee95033c7169567d&oe=560DE84111201904_1022992451065760_4469979003475423511_n.jpg?oh=fe0031fbffe0f42f50bc108557747f3c&oe=56562AEC



__________________
Anonymous

Date:
Permalink   
 

ປີ 2015 ນໍ້າຖ້ວມ ນະຄອນຫຼວງວຽງຈັນ

11800075_876476962442863_4489914933485093186_n.jpg11811293_677149792418091_1831393894126263908_n.jpg11822642_677149832418087_5562053119548334080_n.jpg11800069_1022992051065800_7889811045200719299_n.jpg11825745_813548352045284_3386718767522605777_n.jpg11813273_719473614823171_4014102378042618432_n.jpg



__________________
Anonymous

Date:
Permalink   
 

 

 

 

17.jpg

555   ບັກຫ້າ ທອງສິງ ປະຊາຊົນຢູ່ດີກິນດີ ຄືມຶງວ່າແທ້ໆ

 

ທາງໄປ ດອນໜູນ
ພາສ່ຽວຄົນຕ່າງປະເທດ ໄປຂີ່ເຈັດສະກີ ທີ່ທາງດອນໜູນ

ທີ່ນີ້ມີທີ່ດຽວຄື ເສັ້ນທາງ ໄປດອນໜູຢູ່ ສປປລາວ

11204026_1023087194389619_5619253004865403803_n.jpg?oh=362855b205ded7c25bbaa49de6317695&oe=5655103C11208652_1023087187722953_6938150426633802096_n.jpg?oh=9912df809d6d9333641d9c4982b52dec&oe=5639B36A11800441_1023087191056286_5523947533050432631_n.jpg?oh=e32997e5f7684a10a9f44dfc4b3de159&oe=5641B38F



Attachments
__________________
Anonymous

Date:
Permalink   
 

ທ່ານຈູມ ໝາລີ້(ໝາແທ້ຍັງບໍ່ຢາກເຫັນໜ້າ)ທ່ານ ທອງສິງ ທຳມະເຕ້ຍ,ສາຍາໝາເລຍດາກ

ແລະ ສົມສະຫວາດ ເລັ່ງສະຫວາດ ຜູ້ຊີ້ນຳວຽກງານເສດຖະກິດ ເຮັດແນວເດີຊີ້ນຳວິທີໃຫ້ນຳ

ຖ້ວມເມືອງຫລວງໄດ້ ຊົມເຊີຍຢ່າງສຸດໃຈ.



__________________
Anonymous

Date:
Permalink   
 

ຢ່າໄປໂທດຜູ້ອອກແບບ ແລະ ຜູ້ກໍ່ສ້າງເລີຍ, ຂພຈ ເຫັນ ເຂົາເຮັດມາດີແລ້ວ

ສອງຂ້າງມີຮ່ອງລະບາຍນ້ຳ, ມີທໍ່ລອດທາງທຸກຈຸດທີ່ເປັນທາງນ້ຳໄຫຼຜ່ານ, ເມື່ອ

ກ່ອນລຍບສອງຟາກທາງສາຍນີ້ເປັນເຂດຕ່ຳ ເປັນທົ່ງນາ ແລະ ໜອງນ້ຳ ທີ່ເປັນ

ອ່າງເກັບກັກນ້ຳ, ແຕ່ປະຈຸບັນສີ່ງດັ່ງກ່າວເຫຼົ່ານັ້ນຖືກຖົມໝົດ ແມ່ນແຕ່ທໍ່ລະບາຍນ້ຳ

ຜ່ານທາງ ແລະ ຮ່ອງທຳມະຊາດທີ່ເປັນທາງນ້ຳໄຫຼກໍ່ຖືກຖົມ ແລ້ວ ຈະໃຫ້ນ້ຳໄຫຼໄປໄດ້

ແນວໃດ. ຖ້າຈະໂທດໃຫ້ໄປໂທດ ພະແນກ ໂຍທາ ນວ ທີ່ລູກຊາຍທ່ານ ນາຍົກ ນັ່ງ

ເກົ້າອີ້ເປັນຫົວໜ້າຢູ່ນັ້ນ, ອພບ, ກົມເຄຫາ ຜັງເມືອງ, ລ້ວນແຕ່ແມ່ນຜູ້ທີ່ມີບົດມີບາດ

ໃນການຄຸ້ມຄອງ ແລະ ອອກໃບ ອານຸຍາດຖົມດີນ ອານຸຍາດປຸກສ້າງ. ດ້ານນິຕິກຳລະບຽບມີ

ກົດໝາຍມີ ແຕ່ ການຈັດຕັ້ງປະຕິບັດບໍ່ມີ ຫາກມີ ກໍ່ແມ່ນເລືອກປະຕິບັດ ຊາວ ນວ ແລະ

ຕົວເມືອງໃຫຍ່ ອື່ນໆ ຍັງຈະພົບກັບບັນຫາດ້ານສີ່ງແວດລ້ອມແບບນີ້ ອີກຕໍ່ໄປ ແລະ ໜັກ

ຂື້ນໄປກວ່າເກົ່າ ຖ້າຫາກທາງອົງການກ່ຽວຂ້ອງບໍ່ເຮັດໜ້າທີ່ຂອງຕົນ ບໍ່ມີມາດຕະການແກ້ໄຂ

ແບບຍືນຍົງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard