ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນໍ້າຖ້ວມເມືອງລາວປີນີ້,ຫວນຄິດເຖິງພາບນໍ້າຖ້ວມປີ 1966
Anonymous

Date:
ນໍ້າຖ້ວມເມືອງລາວປີນີ້,ຫວນຄິດເຖິງພາບນໍ້າຖ້ວມປີ 1966
Permalink   
 


ເຫັນຂ່າວນໍ້າຖ້ວມແຕ່ລະແຫ່ງຂອງເມືອງລາວ:

ນ້ຳຖ້ວມເມືອງບໍລິຄັນ, ປະຊາຊົນຂົນເຄື່ອງໜີນ້ຳ

ແຂວງຫຼວງນ້ຳທາໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ

ນໍ້າຊອງຖ້ວມເຮືອນພັກໂຮງແຮມແລະເນື້ອທີ່ປູກຝັງຂອງປະຊາຊົນຢູ່ວັງວຽງ

ນໍ້າຖ້ວມທາງນະຄອນຫຼວງວຽງຈັນ - 31/7/2015

ຫວນເຖິງຄວາມທຸກທີ່ເຄີຍປະສົບໃນປີ

 

1966 ກໍ່ເຫັນຫົວໃຈ ແລະ ຄວາມຮູ້ສຶກຂອງປະຊາຊົນລາວທີ່ກຳລັງປະສົບໃນປະຈຸບັນ

ຄົງຈະບໍ່ແຕກຕ່າງກັນພໍປະມານເຖິງແມ່ນວ່າຄາວກ່ອນຢູ່ພາຍໄຕ້ຂອງລັດຖະບານ

ພຣະຣາຊອານາຈັກລາວທີ່ບໍ່ທັນມີການສຳພັນກັບນາໆປະເທດຫຼາຍທໍ່ສະໄໝ ສປປ.ລາວ

ພໍທີ່ຈະສາມາດໄປຍາດແຍ່ງການຊ່ວຍເຫຼືອ ຫຼື ຄວາມເຫັນໃຈຈາກສາກົນໄດ້ເທົ່າກັບຍຸກນີ້

ທີ່ມີພັກ-ລັດ ສະຫຼາດສ່ອງໃສຮູ້ຈັກຍາດແຍ່ງເອົາການຊ່ວຍເຫຼືອຊຶ່ງຜິດກັບລັດຖະບານ

ພຣອຈລ ທີ່ບໍ່ມັກຍາດມັກຊີງເອົາເພາະຖືວ່າການເຮັດແບບນີ້ເປັນເລື່ອງບໍ່ດີ.ມີແຕ່ຂໍ

ຄວາມເຫັນໃຈຈາກເພື່ອນມິດ.ແມ່ນວ່າ ພັກ-ລັດ ເພິ່ນຈະໄຊ້ກົນລະຍຸດແບບໃດກໍ່ຕາມ

ຖ້າວ່າສິ່ງເພິ່ນໄດ້ມານັ້ນມັນໄປຊ່ວຍບັນເທົາຄວາມທຸກຂອງປະຊາຊົນຢ່າງແທ້ຈິງກໍ່ຖືເປັນ

ການດີ.ຂໍພຽງແຕ່ຢ່າໄປຍາດແຍ່ງປັນກັນກ່ອນຈະໄປເຖິງມືປະຊາຊົນທີ່ລຳບາກກໍ່ດີທີ່ສຸດ.

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard