ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄຳໄຕ ສີພັນດອນ "ອອກໂລງ" ໂອ້ລົມຕໍ່ກອງປະຊຸມ
Anonymous

Date:
ຄຳໄຕ ສີພັນດອນ "ອອກໂລງ" ໂອ້ລົມຕໍ່ກອງປະຊຸມ
Permalink   
 


11903870_1033953499969655_4270515737459291101_n.jpg?oh=5fb6994ffd3cbcb6ec67eba500d40f09&oe=563776A2

ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກຄັ້ງທີ 1 ສະໄໝທີ VII ໂດຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຫຼາຍບັນຫາສຳຄັນ.

ການໂອ້ລົມດັ່ງກ່າວມີຂຶ້ນໃນມື້ເປີດກອງປະຊຸມວັນທີ 11 ສິງຫາ 2015 ໂດຍພະນະທ່ານ ຄຳໄຕ ສີພັນດອນ ໄດ້ເນັ້ນໃຫ້ຄະນະພັກແຂວງຈຳປາສັກຊຸດໃໝ່ເອົາໃຈໃສ່ຫຼາຍບັນຫາທີ່ສຳຄັນເປັນຕົ້ນ: ການປະ ຕິບັດ 2 ໜ້າທີ່ຍຸດທະສາດ ພວກເຮົາຄວນມີວິໄສທັດແນວໃດແຕ່ປີ 2016 ເຖິງ 2020 ແລະ ປີ 2030. ແຕ່ນີ້ຮອດປີ 2020 ຕ້ອງສຸມໃສ່ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ປີ 2030 ເຮັດໃຫ້ປະເທດເຮົາກາຍເປັນປະເທດຂະຫຍາຍຕົວໃນລະດັບກາງເຖິງສູງ ໂດຍອີງໃສ່ເສດຖະກິດ ພູມປັນຍາ ແລະ ການຫັນເປັນອຸດສາຫະກຳທີ່ທັນສະໄໝ,ລາຍໄດ້ແຫ່ງຊາດສະເລ່ຍຫົວຄົນໃຫ້ໄດ້ 4-5 ເທົ່າຂອງປີ 2015. ໂຄງສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມໃຫ້ໄດ້ເປັນຮູບເປັນຮ່າງຂຶ້ນ,ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ມີກຳລັງແຮງພຽງພໍເພື່ອຮັບມືກັບວິກິດການພາຍນອກ. ທຸກພາກສ່ວນເສດຖະກິດລ້ວນແຕ່ໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາປະເທດຊາດ,ສັງຄົມ,ວັດທະນະທຳ ແລະ ສິ່ງແວດລ້ອມໄດ້ຮັບການພັດທະນາໄປຄຽງຄູ່ກັບດ້ານເສດຖະກິດ.ການພັດທະນາແບບຍືນຍົງ ແລະ ການພັດທະນາສີຂຽວສາມາດບັນລຸເປົ້າໝາຍ,ຄາດໝາຍໃນຂົງເຂດຕ່າງໆ.ການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາໄດ້ສຳເລັດເປັນສ່ວນໃຫຍ່. ລະບົບການເມືອງປະຊາທິປະໄຕປະຊາຊົນທີ່ມີພັກປະຊາຊົນປະຕິວັດລາວເປັນແກນນຳມີຄວາມເຂັ້ມແຂງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ແລະ ສປປ ລາວ ສາມາດເຊື່ອມຈອດກັບພາຍນອກຢ່າງເປັນເຈົ້າການກວ່າເກົ່າ. ບັນຫາທັງໝົດນີ້ແມ່ນອັນລວມທີ່ທາງແຂວງຈຳປາສັກຄວນອີງໃສ່ວິໄສທັດດັ່ງກ່າວ ເພື່ອຈະກຳນົດວິໄສທັດສຳລັບທ້ອງຖິ່ນຂອງຕົນ, ຈາກນັ້ນຈຶ່ງວາງຍຸດທະສາດ,ນະໂຍບາຍກົນໄກ,ມາດຕະການຈັດຕັ້ງປະຕິບັດໃຫ້ມັນຖືກຕ້ອງ ແລະ ເກີດໝາກເກີດຜົນຕົວຈິງ. ພ້ອມກັນນັ້ນກໍ່ຄວນເອົາໃຈໃສ່ເຖິງບັນຫາສຳຄັນຈຳນວນໜຶ່ງດັ່ງນີ້:ບັນຫາທີໜຶ່ງ ລະບອບໃໝ່ແມ່ນໝາກຜົນຂອງການຕໍ່ສູ້ປະຕິວັດທີ່ເຕັມໄປດ້ວຍການເສຍສະຫຼະໃຫຍ່ຫຼວງ ແລະ ລຳບາກຍາວນານ,ພາລະກິດປົກປັກຮັກສາລະບອບໃໝ່ແມ່ນຄວາມຮັບຜິດຊອບສູງສຸດ ແລະ ໜ້າທີ່ສັກກາລະບູຊາຂອງທົ່ວພັກທົ່ວປວງຊົນ ນັບທັງອົງການທ້ອງຖິ່ນ. ປັດຈຸບັນລະບອບໃໝ່ ແລະ ໝາກຜົນຂອງການປະຕິວັດ ຄົງຢູ່ໃນພາວະສ່ຽງຕໍ່ການຖືກມ້າງເພ ເຫດຜົນຂອງຂ້າພະເຈົ້າກໍ່ຄືວ່າ:ຖ້າບັນດາສະຫາຍບໍ່ພາກັນຕັດສິນໃຈປ່ຽນແປງແກ້ໄຂ ກໍ່ຈະຕົກໃນຊາຕາກຳຂອງປະເທດສັງຄົມນິຍົມເອີລົບຕາເວັນອອກຢ່າງຫຼີກບໍ່ໄດ້. ສະນັ້ນຄວນເຫັນແຈ້ງວ່າການປົກປັກຮັກສາລະບອບໃໝ່ບໍ່ພຽງຈະເປັນໜ້າທີ່ຂອງກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບເທົ່ານັ້ນ ຫາກເປັນໜ້າທີ່ຂອງໝົດທຸກຄົນ ແລະ ໝົດທຸກກຳລັງ




__________________
Anonymous

Date:
Permalink   
 

ຈຶ່ງຈະສາມາດປົກປັກຮັກສາໄດ້.ບັນຫາໃຫຍ່ທີສອງ ແນວຄິດພື້ນຖານກ່ຽວກັບການພັດທະນາແບບຍືນຍົງ ທີ່ສະຫະປະຊາຊາດວາງອອກ ອັນໜຶ່ງການພັດທະນາຕ້ອງຖືເອົາຄົນເປັນໃຈກາງ ໝາຍຄວາມວ່າການພັດທະນາແມ່ນເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການພັດທະນາຄົນຢ່າງຮອບດ້ານ,ເຮັດໃຫ້ຄົນເປັນກຳລັງພັດທະນາທີ່ມີປະສິດທິພາບ ແລະ ເປັນຜູ້ທີ່ໄດ້ຮັບຜົນປະໂຫຍດສູງສຸດ ຈາກການພັດທະນາ, ພ້ອມກັນນັ້ນກໍ່ຖືເອົາການແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນໜ້າທີ່ໃຈກາງ ທັງເປັນເງື່ອນໄຂທີ່ຂາດບໍ່ໄດ້ ຈຶ່ງຈະບັນລຸການພັດທະນາແບບຍືນຍົງ;ສອງການພັດທະນາແບບຍືນຍົງແມ່ນອີງໃສ່ການພັດທະນາຊັບພະຍາກອນທຳມະຊາດເປັນພື້ນຖານ ແຕ່ຕ້ອງໃຫ້ເໝາະກັບຄວາມອາດສາມາດຮັບໄດ້ຂອງຊັບພະຍາກອນ ແລະ ບໍ່ທຳລາຍສິ່ງແວດລ້ອມ;ສາມການພັດທະນາແບບຍືນຍົງ ຖືວ່າການເຕີບໂຕທາງດ້ານເສດຖະກິດເປັນສິ່ງຈຳເປັນ ແຕ່ປະຕິເສດຮູບແບບດັ້ງເດີມທີ່ຄຳນຶງໃສ່ການເຕີບໂຕດ້ານດຽວ ໝາຍວ່າການເຕີບໂຕທາງດ້ານເສດຖະກິດ ຕ້ອງຮັບປະກັນການແຈກຢາຍໝາກຜົນຢ່າງເໝາະສົມ ແລະ ເປັນທຳ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ມັນດີຂຶ້ນ ແລະ ສອດຄ່ອງກັບຄວາມກ້າວໜ້າຂອງສັງຄົມ ແລະ ການອະນຸລັກສິ່ງແວດລ້ອມ;ສີ່ຕ້ອງຫັນເປັນລະບຽບກົດໝາຍຢ່າງຄັກແນ່ ເປັນຍຸດທະສາດ, ນະໂຍບາຍ,ແຜນດຳເນີນງານຢ່າງລະອຽດຈະແຈ້ງ ແລະ ຄົບຊຸດ. ສຳລັບການພັດທະນາແບບຍືນຍົງຢູ່ລາວແມ່ນປະກອບດ້ວຍ 4 ເສົາຄ້ຳຄື:ເສດຖະກິດ,ສັງຄົມວັດທະນະທຳ,ສິ່ງແວດລ້ອມ ແລະ ຄວາມໝັ້ນຄົງທາງການເມືອງ.ໝາຍຄວາມວ່າອັນໜຶ່ງເສດຖະກິດເຕີບໂຕຕໍ່ເນື່ອງໝັ້ນທ່ຽງ ສ້າງຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນ ສ້າງຄວາມເຂັ້ມແຂງໃຫ້ແກ່ປະເທດຊາດ,ສັງຄົມວັດທະນະທຳອັນດີງາມຂອງຊາດໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາເປັນຢ່າງດີ,ສິ່ງແວດລ້ອມທຳມະຊາດ ນັບທັງດິນຟ້າອາກາດແຫຼ່ງນ້ຳປ່າໄມ້ ຊີວະນາໆພັນ ໄດ້ຮັບການຟື້ນຟູປັບປຸງ ມີຄວາມອຸດົມສົມບູນ ສະອາດ ສົດຊື່ນບໍ່ບົກແຫ້ງ,ສະຖຽນລະພາບ ທາງການເມືອງທີ່ມີພັກປະຊາຊົນປະຕິວັດລາວເປັນແກນນຳ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ຮັບປະກັນໃຫ້ແກ່ການນຳພາປະເທດຊາດ ບັນລຸເປົ້າໝາຍການພັດທະນາແບບຍືນຍົງຕາມທິດສັງຄົມນິຍົມ ບໍ່ແມ່ນຕາມທິດນາຍທຶນ. ບັນຫາທີສາມໃຫຍ່ ຄືພວກເຮົາຮູ້ນຳກັນແລ້ວວ່າໃນດ້ານວັດທະນະທຳ-ສັງຄົມ ການປະຕິວັດປະເທດເຮົາໄດ້ລົບລ້າງໄປແລ້ວ ເຊັ່ນ : ສັງຄົມສັກດີນາລ່າເມືອງຂຶ້ນ ເຈົ້າຂຸນມຸນນາຍ,ຫຼິ້ນກິນ ໃຊ້ສອຍຟຸມເຟືອຍ,ນັບຖືງົມງວາຍ ຫຼື ສິ່ງຫຍໍ້ທໍ້ອື່ນໆ ສະນັ້ນພວກເຮົາບໍ່ຄວນຟື້ນຟູສິ່ງບໍ່ດີເຫຼົ່ານັ້ນຄືນ,ຕ້ອງຂຸດຄົ້ນ ແລະ ເສີມຂະຫຍາຍວັດທະນະທຳປະຕິວັດ ແບບແຜນຂອງນັກປະຕິວັດ ການພົວພັນແບບເພື່ອນສະຫາຍ ອຸດົມການ ແລະ ຄວາມໃກ້ຊິດຕິດພັນກັບປະຊາຊົນ ຈຶ່ງຈະກາຍເປັນກຳລັງແຮງສັງລວມໃຫ້ແກ່ພາ ລະກິດປັກປັກຮັກສາ ແລະ ສ້າງສາລະບອບໃໝ່ຂອງພວກເຮົາ.ພ້ອມກັນນັ້ນກໍ່ຕ້ອງເອົາໃຈໃສ່ການພັດທະນາຄົນຢ່າງຮອບດ້ານ ກ່ອນອື່ນຕ້ອງພັດທະນາຄົນລາວໃຫ້ເປັນພົນລະເມືອງດີ ຮັກຊາດ ຮັກລະບອບປະຊາທິປະໄຕປະຊາຊົນ ມີປັນຍາຄວາມຮູ້ ມີສຸຂະພາບແຂງແຮງ ມີສະຕິຕໍ່ລະບຽບກົດໝາຍ,ມີມະນຸດສະທຳ,ສິນທຳ,ຄວາມຮັກຕໍ່ທຳມະຊາດ ແລະ ສິ່ງແວດລ້ອມ,ມີການດຳລົງຊີວິດ ແລະ ຄ່ານິຍົມທີ່ກ້າວໜ້າ. ບັນຫາທີສີ່ໃຫຍ່ທີ່ຄວນເອົາໃຈໃສ່ແມ່ນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ ແລະ ເສີມຂະຫຍາຍການພົວພັນອັນເປັນມູນເຊື້ອກັບ ສປ ຈີນ ບົນຈິດໃຈຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ປະກອບສ່ວນຊ່ວຍໃຫ້ພວກເຮົາສາມາດປົກປັກຮັກສາ ແລະ ສ້າງສາລະບອບໃໝ່ໄດ້ ໂດຍມີພັກປະຊາຊົນປະຕິວັດລາວເປັນແກນນຳ ສະນັ້ນອັນຕັດສິນແມ່ນຕ້ອງສ້າງພັກໃຫ້ໜັກແໜ້ນເຂັ້ມແຂງ ແລະ ເພີ່ມທະວີຄວາມສາມາດນຳພາຂອງພັກ.



__________________
Anonymous

Date:
Permalink   
 

ພະນະທ່ານ ອະດີດປະທານພັກ ປະທານປະເທດແຫ່ງ ສປປ ລາວ ເນັ້ນຕື່ມວ່າ:ອີກບັນຫາໜຶ່ງທີ່ສຳຄັນ ອົງຄະນະພັກແຂວງຈຳປາສັກ ຕ້ອງກ້າຕັດສິນໃຈຫັນປ່ຽນທາງດ້ານແຜນນະໂຍບາຍການເມືອງ,ດ້ານ ການຈັດຕັ້ງ,ບຸກຄະລາກອນໄປພ້ອມໆກັນ ບົນຈິດໃຈບຸກທະລຸ. ໝາຍຄວາມວ່າກ່ຽວກັບແຜນນະໂຍບາຍທາງດ້ານການເມືອງແມ່ນຕ້ອງຮັບປະກັນຈຸດໝາຍສັງຄົມນິຍົມ ໂດຍສອດຄ່ອງກັບກະແສຄວາມກ້າວໜ້າຂອງຍຸກສະໄໝ ຖືກກັບກົດເກນພາວະວິໄສ ແລະ ແທດເໝາະກັບພາວະຄວາມເປັນຈິງຂອງປະເທດຊາດ, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນ, ຕ້ອງແກ້ໄຂລັດທິຄຳພີຕາຍຕົວ ຝືນວິທະຍາສາດ. ດ້ານການ ຈັດຕັ້ງຕ້ອງສະແດງອອກໃນການເສີມຂະຫຍາຍຫຼັກການລວມສູນປະຊາທິປະໄຕພາຍໃນພັກ,ຂຸດຄົ້ນກຳລັງແຮງສັງລວມ, ກຳຈັດແກ້ໄຂທຸກປາກົດການປະຊາທິປະໄຕແບບຮູບການ ຫຼື ວ່າຜະເດັດການຝ່າຍດຽວ ຫຼື ວ່າລວບອຳນາດຕ້ອງແກ້ໄຂ.ໃນດ້ານບຸກຄະລາກອນຕ້ອງຕັດສິນໃຈຫັນເປັນໜຸ່ມ ທັງໄວອາຍຸ ແລະ ຄວາມຮູ້ຄວາມສາມາດ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ ໝາຍຄວາມວ່າການນຳໜຸ່ມຕ້ອງກວມອັດຕາສ່ວນໃຫຍ່ໃນໂຄງປະກອບລວມ ແລະ ບັນດາສະຫາຍການນຳອາວຸໂສກໍ່ຕ້ອງໃຫ້ໂອກາດ ແລະ ສ້າງເງື່ອນໄຂໃຫ້ຮຸ່ນໜຸ່ມຮູ້ຈັກຮັບຜິດຊອບຕໍ່ໂຊກຊາຕາ ແລະ ອະນາຄົດຂອງພັກ ກໍ່ຄືຂອງປະເທດຊາດ. ບັນຫາໜຶ່ງທີ່ສຳຄັນແມ່ນການສ້າງເປັນກຸ່ມຜົນປະໂຫຍດ ຄົນຂ້ອຍຄົນເຈົ້າ ພ້ອມກັນນັ້ນກໍ່ເກີດຫຼາຍກໍລະນີສວຍໂອກາດສໍ້ລາດບັງຫຼວງ ອັນນີ້ເປັນບັນຫາໃຫຍ່ທີ່ພວກເຮົາຕ້ອງໄດ້ແກ້ໄຂ. ດ່ັງນັ້ນມາດຕະການສົ່ງເສີມດ້ານດີ ແກ້ໄຂດ້ານອ່ອນ ເພື່ອຈະສ້າງການຫັນໄປເປັນທິດສັງຄົມນິຍົມນັ້ນ ມັນຕ້ອງໄດ້ນຳໃຊ້ແບບວິທີການປະຕິວັດ ທັງພື້ນຖານ ແລະ ຍາວນານ. ເອົາໃຈໃສ່ວຽກງານປ້ອງກັນພັກ,ປ້ອງກັນສະມາຊິກພັກ ບໍ່ໃຫ້ພັກວາງແນວທາງຜິດພາດ ແລະ ຝືນກົດເກນ ບໍ່ໄປຕາມຫຼັກການວິທະຍາສາດ ປ້ອງກັນບໍ່ໃຫ້ສັດຕູມ້າງເພທຳລາຍ.ປ້ອງກັນສະມາຊິກພັກແມ່ນປ້ອງກັນບໍ່ໃຫ້ເຂົາເຈົ້າເສື່ອມເສຍຄຸນທາດປະຕິວັດ, ລັກສະນະນຳໜ້າ, ລັກສະນະເປັນແບບຢ່າງ,ປ້ອງກັນບໍ່ໃຫ້ສະມາຊິກເປັນອາດຍາສິດ.ຕ້ອງເພີ່ມທະວີວຽກງານກວດກາຮອບດ້ານ ກວດເບິ່ງ ການຈັດຕັ້ງປະຕິບັດແນວທາງນະໂຍບາຍ ມັນຜິດຖືກແນວໃດເພື່ອສົ່ງເສີມ ແລະ ດັດແປງແກ້ໄຂໃຫ້ທັນເວລາ.ບັນຫາສຸດທ້າຍໃຫ້ເອົາໃຈໃສ່ກ່ຽວກັບເລື່ອງປັບປຸງລະບອບແບບແຜນວິທີເຮັດວຽກຂອງອົງຄະນະພັກ ເພື່ອຮັບປະກັນຄວາມສາມັກຄີເປັນເອກະພາບ, ປັບປຸງວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຕື່ມ.



__________________
Anonymous

Date:
Permalink   
 

11896145_1473376052985898_1090778172638908746_n.jpg?oh=60b9df2a9aef734d80343e125ac244b1&oe=5642CA6C

ເວົ້າໄດ້ດີແຕ່ປັນຫາທີ່ຄ້າງຄາ ຄືການສວຍໃຊ້ຫນ້າທີ່ ຄວາມຮັ່ງມີຂອງເຈົ້າຫນ້າທີລະດັບສູງ ຢ່າເສບຕິດລະບາດ

ປ່າໄມ້ຫລຸດລົງຢ່າງຫລວງຫລາຍ ການປະຕິບັດກົດຫມາຍ ບໍ່ໄດ້ດີ ການສໍ້ໂກງຂອງເຈົ້າຫນ້າທີ່ ມີຫລວງຫລາຍ

----------------------------------------------------------------------------------

ບໍ່ຕ້ອງມາເວົ້າແລ້ວຄຳວ່າຈະພັດທະນາໃຫ້ປະເທດຊາດໃຫ້ພົ້ນຈາກຄວາມທຸກຫຍາກ,

ຄຳນີ້ມີແຕ່ວ່າມາເວົ້າຕົວະຕົນເອງແລະປະຊາຊົນຊື່ໆ.ຕົວະມາຮອດປີ2015 ພໍແຮງແລ້ວ

------------------------------------------------------------------------------

Laos
Image
Richest man: General Khamtai Siphandon
Ethnicity: Lao
Industry: Miscellaneous Business Activities
Net Worth: Est. $800-860 million
Source of Wealth: National wealth

ເງີນມຶງໂກງຊາດ ຄືບໍ່ເອົາມາ ພັດທະນາປະເທດແດ່ ບັກໂຈນລັກຄວາຍ



__________________
Anonymous

Date:
Permalink   
 

ນາຮົກຖາມຫາມຶງຢູ່ ບັກຄຳໄຕ ປານໃດມຶງຈະໝັບໝາໄປຫາ

ລູກພີ່ມຶງ. ບັກໄກສອນ ບັກສຸພານຸວົງ ບັກສິງກະໂປ ບັກໂຊດ

ບັກໜູຮັກ ບັກສີຊະນະ ບັກສຸກວົງສັກ ບັກຄຳອ້ວນ ແລະບັກ

ອື່ນໆທີ່້ປັນສັມະຊິກພັກ ພາກັນຄົວໝາໄວ້ຖ້າພວກມຶງທີ່ໝໍ້ນາ

ຮົກນັ້ນຢູ່.



__________________
Anonymous

Date:
Permalink   
 

http://www.siengserixonlao.com/archives/20150819.mp3

http://siengserixonlao.com/home/

 

 

·  . ລາຍການພິເສດອີດຕິພົນແກວແດງຫົວຂອດໃນສະຖານທູດໂຈນວຈທີ່ເມືອງປາຣີສປະເທດຝັຣ່ງເສດ

·  . ອົງວີນOng Vinh ແກວ100% ປາກລາວໄດ້ເຫຶມອນຄົນລາວຄູມເຊີງສະຖານທູດໂຈນລາວແດງທີ່ຝຣັ່ງເສດໄດ້10ກວ່ະປີແລ້ວ

·  . ເອກກະຣາຊທາງດ້ານການທູດເສັຍໄປແບບເສົ້າໄຈທີ່ສຸດຍຸກສຕວທີ່21 ຍຸກປອດອານານີຄົມແທ້ໆ

·  . ປິ2015 ອີດຕີພົນແກວມາແຮງມາຮອດສະຖານທູດອັນຕະພານລາວແດງທີ່ປາຣິສບັກອ້ວນຫົວລ້ານລະວັງເດີຈັກຫ່ນອຍບັກແກວອົງວີນຊີສັ່ງໃຫ້ເມັຍມືງອີ່ພູໂຂງແກ້ເສຶ້ອຊ້ອນກະຊີແກ້ແລ້ວນໍ?? ຫ້ນາສົງສານເດຢາກເເປັນລູກແຫ້ລງຕິນມຶຄົນຕ່າງຊາດ



__________________
Anonymous

Date:
Permalink   
 

ອັດໂລງແນວໃດ?ຄືບໍ່ໄຊ້ຕະປູ 10 ຕອກ.ປ່ອຍໃຫ້ມັນມາເຮັດໜ້າຊີດໆຫຼອກປະຊາຊົນເຮັດຫັຽງ?



__________________
Anonymous

Date:
Permalink   
 

ບັກຕຳຕາຍ ສີພັນດອນ ພໍ່ ບັກ ສອນໄຊ(ຣມຕ ປະຈຳສຳນັກງານ ນຍ ອະດີດ ເຈົ້າແຂງປາກເຊ) ອີ່ ວຽງທອງ  ຜູ້ກວດກາພັກ ອະດີດ ຣມຕຊການເງິນ ພໍ່ເຖົ້າບັກສົມແພງໄຊສົມແພງ ຣມຕ ແຮງງານ+ສະວັດກີການ(ອະດີດເຈົ້າແຂງຫລວງພະບາງ) ລູງບັກອັສພັງທອງ ອະທີບໍດີກົມພາສີລາວແດງ ນ້ອງເຂີຍ ທ່ານນາຍພົນອ້ວນຣາທີກຸນ ອະດີດ ຜບທບ (ນ້ອງສາວມັນແຕ່ງງານກັບ ນພ ອ້ວນ ມັນຂ້າໄດ້ແມ່ນກະທັງອ້າຍເຂີຍມັນເອງເດີ) ອ້າຍ ພັນຕຳລວດໂທ ຄຳພົບ ພູມມະໂນ (ຝ່າຍ ວຈ)

ມຶງຄວນຜຸກຄໍຕາຍໄດ້ແລ້ວ ອອກໂຮງມາຫາຫອກຫຍັງ

ມືງຍັງຈື່ບໍສະມັຍ ມືງເປັນ ຣມຕ ປ້ອງ ປທ ປີ 1975 ມືງຖິ້ມລະເບີດນີວເຄິຣຍໄສ່ຝ່າຍພຣະຣາຊອານາຈັກ ຕາຍເກືອບສອງແສນຄົນ ແມ່ນ້ຳຂອງຈົນເປັນສາຍເລືອດ 4ແສນຄົນຕ້ອງຈຳເປັນຫລົບຫນີອອກນອກ ປທ ກາຍເປັນຕົນໄຮ້ແຜ່ນດິນ

ບັກຊາດຊົ່ວ ຊີງຫມາມາເກີດ ໄປສະວັນນະເຂດ ຢ່າລືມ ກ່ອນຕາຍ ໄປ ຊວນບັກເຫລື່ອມອີນສີຊຽງໄຫ່ມນັກການເມືອງຂາຍຊາດ ຝ່າຍ ວຈ ຮັບໄຊ້ສັດຕຣູພວກມືງແບບບ້າທີ່ສູດ  ໄປ ຜູກຄໍຕາຍໂຫລດລົງຄອນພະເພັງຫລີ່ຜິໄດ້ ແລ້ວ

ແຜ່ນດີນລາວລາວຊີສູງຂື້ນ

ໂຄດຊົ່ວມືງ!! ລາວທັງໂລກ ຂໍສາບແຊ່ງດ່າປ້ອຍ ໂຄດ ສີພັນດອນ ແລະ ໂຄດ ພູມມະໂນ(ນາມສະກູນເດີມ)ມືງແດ່ເດີ                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                              



__________________
Anonymous

Date:
Permalink   
 

​ຫ້ວຍ​ບັກ​ຫ່າ​ກູ​ລະ​ວ່າ​ມຶງ​ມັບ​ຫ່າ​ແລ້ວ​ມຶງ​ຍັງ

ອອກ​ມາ​ຫາ​ຕົວະ​ປ​ປ​ຊ​ດຽວ​ມຶງ​ໂດນ​ປ​ຊ​ຊ​ກະ​ທື້ບ

ເຊົາ​ສາ​ໝໍ​ເອີຍ​ກູ​ໜິ​ລະ​ຊິ​ພາ ປ​ຊ​ຊ​ກະ​ທື້ບ​ມຶງ​ເອງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard